ค้นหาบล็อกนี้

วันอาทิตย์ที่ 25 กรกฎาคม พ.ศ. 2553

ຝຶກຕົວເອງເພື່ອຄວາມສຳເລັດ

ຄົນສ່ວນໃຫຍ່“ຮູ້”ວ່າຕ້ອງເຮັດແນວໃດເຖີງຈະປະສົບຄວາມສຳເລັດ ແຕ່ເຂົາບໍ່ໄດ້“ທຳ”ໃນສີ່ງທີ່ເຂົາ“ຮູ້” ຈິງເປັນເຫດໃຫ້ເຂົາຍັງບໍ່ປະສົບຄວາມສຳເລັດ!!! ຖ້າຢາກປະສົບຄວາມສຳເລັດ ເຮົາຈະຕ້ອງ “ຝຶກຕົວເອງ”ແລະ ບາງຄັ້ງເຮົາຈະຕ້ອງຝຶກ“ຝືນໃຈຂອງຕົວເອງ” ບໍ່ມີໃຜຢາກໃຫ້ໂຕເອງເມື່ອຍ ຫລືປະເຊີນກັບຄວາມທຸກຍາກລໍ້າບາກ ຄວາມອຶດອັດໃຈ ບໍ່ມີໃຜຢາກຟັງສຽງປະຕິເສດ ຫລືຢາກໃຫ້ໂຕເອງພົບກັບຄວາມຜິດຫວັງ ເຮົາຢາກຢູ່ສະບາຍໆ ເຮົາມັກເຮັດຫຍັງຕາມໃຈຕົວເອງ ເຮົາຕິດກັບຄວາມຊິນເຄີຍເດີມໆ ຫລືເອີ້ນວ່າ ຕິດຢູ່ໃນ Comfort Zone ຊີວິດເຕັມໄປດ້ວຍບົດທົດສອບ.. ການທີ່ຈະປະສົບຄວາມສຳເລັດເໜືອນກັບການລອຍວົນວຽນກະແສນຳ້ ເຮົາຈະຕ້ອງຝຶກເອົາຊະນະໃຈຕົວເອງ ເອົາຊະນະຄວາມຍາກ ແລະຄວາມບໍ່ຍາກຂອງຕົວເອງ ເຮົາຈະຕ້ອງຝືນໃຈຂອງຕົວເອງແດ່ໃນບາງຄັ້ງ ເຮົາຈະຕ້ອງມີຄວາມໜັ້ນໃຈວ່າ.. ຢາກລົດຄວາມອ້ວນ >>ເຮົາຕ້ອງອົດໃຈ ຝືນຕົວເອງທີ່ຈະບໍ່ກິນຂອງຫວານຫລື ໄອສຄຮີມ ແລະກິນພໍປະມານເທົ່ານັ້ນ ຢາກມີລູກຄ້າຫລາຍໆ>> ເຮົາຕ້ອງຝຶກຕົວເອງໃຫ້ເປັັນຄົນທີ່ມີມະນຸດສຳພັນດີ ຝຶກທັກສະການເວົ້າໂນ້ມນ້າວຈູງໃຈ ຝຶກໃຫ້ໃຈຍອມຮັບຄວາມຜິດຫວັງຈາກສຽງປະຕິເສດລູກຄ້າ ຢາກປະສົບຄວາມສຳເລັດ>> ເຮົາຕ້ອງຝຶກຄວາມຂະຫຍັນ ອົດທົນ ເອົາຊະນະຄວາມຂີ້ຄ້ານ ຄວາມຮັກສະບາຍ ຢາກລວຍ >> ຝຶກການທ້ອນເງີນເທື່ອລະເລັກລະນ້ອຍ ປະຫຍັດ ໃຊ້ຊີວິດແບບງ່າຍ ເອົາຊະນະຄວາມຢາກໄດ້ຂອງຫລູໆກິນອາຫານແພງໆ ແລະຄວາມຟຸ່ມເຟື່ອຍຕ່າງໆ ຢາກມີຊີວິດຄອບຄົວທີ່ອົບອຸ່ນ >> ຝຶກເອົາຊະນະຄວາມອົດທົນຂອງຕົວເອງ ບໍ່ຂີ້ງອນ ຝືນໃຈຕົວເອງບໍ່ໃຫ້ວອກແວກໄປມັກຄົນອື່ນ ໃຫ້ເວລາແລະໃຫ້ຄວາມຮັກຢ່າງເຕັມທີ່ກັບຄົນໃນຄອບຄົວ ຢາກມີສຸຂະພາບດີ >> ຝຶກກິນອາຫານທີ່ມີປະໂຫຍດ ກິນໜາກໄມ້ ນອນພັກຜ່ອນໃຫ້ພຽງພໍ ອອກກຳລັງກາຍ ຝືນໃຈຕົວເອງໃຫ້ເລີກກິນເຫລົ້າ ສູບຢາ ຢາກອາຍຸຢືນ >> ເບີ່ງແຍງສຸຂະພາບໃນແລະກາຍຂອງຕົວເອງໃຫ້ດີ ຝຶກປ່ອຍວາງສີ່ງທີ່ເຮັດໃຫ້ຄຽດ ຫລືສີ່ງທີ່ເຮັດໃຫ້ກັງວົນ ວິທີຝຶກກໍ່ຄືເຮົາຈະຕ້ອງ“ມີສະຕິ” ຄອຍເບີ່ງ ຄອຍຮູ້ ຄອຍສອນຕົວເອງຢູ່ຕະຫລອດເວລາ!!! ຄົນທີ່ໃຊ້ຊີວິດແບບ”ແບບບໍ່ມີສະຕິ” ກໍ່ຈະປ່ອຍໃຫ້ຕົວເອງເຮັດຕາມອາລົມ ຫລືຄວາມຢາກທີ່ເກີດຂື້ນໃນຊ່ວງເວລານັ້ນໆ ເຮົາສັງເກດໃຫ້ດີຈະເຫັນວ່າ ເຮົາມັກຈະເຮັດຫຍັງແບບອັດຕະໂນມັດ ຕາມຄວາມຊິນເຄີຍເດີມໆ ເຊັນມີຄົນຂັບລົດ ປາດໜ້າເຮົາ ເຮົາກໍ່ຈະດ່າເຂົາອອກໄປເລີຍ ແບບອັດຕະໂນມັດ !! ຖ້າເຈົ້າເຄີຍຝຶກ“ສະຕິ”ຄືຝຶກໃນການຕິດຕາມເບີ່ງອາລົມແລະຄວາມຮູ້ສຶກນຶກຄິດຂອງຕົວເຮົາເອງ ເຈົ້າຈະເຫັນເລີຍວ່າ ບາງຄັ້ງເຮົາບໍ່ສາມາດຄວບຄຸມຄວາຄິດຂອງເຮົາໄດ້ ເຊັ່ນ ເຮົາບໍ່ຄອຍຄິດເຖີງບັນຫາທີ່ເຮົາກຳລັງປະເຊີນຢູ່ ເພາະມັນເຮັດໃຫ້ເຮົາຄຽດແລະວິຕົກກັງວົນ ແຕ່ເຮົາກໍ່ບໍ່ສາມາດຢຸດຄວາມຄິດນັ້ນໄດ້ ຫລື ເຮົາບໍ່ຢາກຄິດເຖີງຄົນທີ່ເຮັດໃຫ້ເຮົາເສຍໃຈ ແຕ່ເຮົາກໍ່ຍັງຄິດເຖີງຄົນໆນັ້ນຢູ່ແມ່ນຫລືບໍ່? ຖ້າເຮົາ“ມີສະຕິ” ໃນການກິນ ເວລາທີ່ເຮົາຈະກິດຂອງທີ່ບໍ່ມີປະໂຫຍດຫລືຂອງທີ່ເຮັດໃຫ້ເຮົາອ້ວນ ມັນກໍ່ຈະມີສຽງນ້ອຍໆໃນຫົວມາເຕືອນໃຫ້ເຮົາຄິດວ່າ “ຖ້າກິນແລ້ວອ້ວນ ເຈົ້າຈະກິນຫລືບໍ່?” ເຮົາຈະໄດ້ພິຈາລະນາວ່າ ຖ້າຢາກກິນ ແລະ “ເລືອກ” ທີ່ຈະກິນ ເຮົາກໍ່ຕ້ອງ“ຮັບຜິດຊອບ”ຕໍ່ການເລຶອກ ແລະ ຜົນຂອງການເລືອກຫລືຜົນກະທຳຂອງເຮົາເອງ ຖ້າເຮົາອ້ວນກບໍ່ຕ້ອງຈົ່ມ ເພາະເຮົາເລືອກເອງ!!!ເວລາທີ່ເຮົາອອກໄປຂາຍຂອງຫລືອອກໄປພົບລູກຄ້າ ຖ້າລູກຄ້າປະຕິເສດ ຍັງບໍ່ຊື້ຂອງຈາກເຮົາ ເຮົາກໍ່ອາດຈະຫງຸດຫງິດ ເສຍໃຈ ຜິດຫວັງ ທໍ້ແທ້ ໜົດກຳລັງໃຈ ຫລເລີກທຳງານນັ້ນໄປເລີຍກໍ່ໄດ້ ແຕ່ຖ້າເຮົາ ”ມີສະຕິ” ເຮົາກໍ່ຈະເຫັນໂຕເອງໜົດແຮງ ການທຳງານກໍ່ເໜືອນກັນ ແລ້ວກໍ່ອາດຈະມີຄວາມຄິດແບບໃໜ່ວ່າ “ມັນເປັນທຳມາດາທີ່ມີຄົນຊື້ແດ່ ບໍ່ໍຊື້ແດ່” ຫລື ຢ່າງນ້ອຍເຮົາກໍ່ໄດ້ຮູ້ຈັກຄົນເພີ້ມ ” ຫລື “ໄດ້ຝຶກເວົ້າ”ເຊີ່ງມັນຈະເຮັດໃຫ້ເຮົາກັບມາມີພະລັງໃໜ່!! ເວລາທີ່ເຮົາ ”ມີສະຕິ” ຕົວ”ປັນຍາ”ກໍ່ຈະເລີ້ມເຂົາເຖີງເອີ້ນວ່າา “ສະຕິປັນຍາ” !!! “ການຝຶກສະຕິ”ມີປະໂຫຍດຢ່າງມະຫາສານ!! .. ເຮົາຈະເຂົ້າໃຈຕົວເອງຫລາຍຂື້ນ ເຮົາຈະໄຈ້ແຍກສີ່ງຕ່າງໆໃຫ້ດີຂື້ນ ເຮົາຈະປ່ອຍອາລົມຖີ້ມໄດ້ໄວຂື້ນ!! ນັ້ນໜາຍເຖີງປະສິດທິພາບໃນການທຳງານຈະສູງຂື້ນ ແລະເຮົາຈະມີຄວາມສຸກ ຄວາມສະງົບຈິດໃຈຫລາຍຂື້ນ!!! ຂ້ອຍເຫັນຄົນທີ່ຢາກປະສົບຄວາມສຳເລັດ ແຕ່ຍັງບໍ່ປະສົບຄວາມສຳເລັດຫລວງຫລາຍ.. ຂ້ອຍຢາກບອກວ່າເຮົາສາມາດປະສົບຄວາມສຳເລັດໄດ້ຢ່າງວອງໄວໄດ້ ຖ້າເຮົາເກັ່ງ 2 ເລື້ອງ ຄື 1. ເກັ່ງເລື້ອງຕົວເອງ ตัวเอง (Personal Mastery)2. ເກັ່ງເລື້ອງຄົນອື່ນ (People Mastery)

The Thongchanh MLM Leader: Sabaidee invite you to be rich in MLM

The Thongchanh MLM Leader: Sabaidee invite you to be rich in MLM: "ສະບາຍດີຂ້ອຍຊື່ ທອງຈັນ ພົນທະຈັກ ຕະຫລອດເວລາທີ່ຂ້ອຍທຳທຸລະກິດເຄືອຂ່າຍມາຫລາຍປີເຮັດໃຫ້ຂ້ອຍຄົ້ນພົບສັດຈະທຳ ແລະຄວາມຈິງ ໃນຄວາມງົດງາມຂອງທຸລະກິດເຄື່ອຂ່າ..."