ค้นหาบล็อกนี้

วันเสาร์ที่ 28 สิงหาคม พ.ศ. 2553

ແມ່ນຫຍັງຄືສີ່ງເຮັດໃຫ້ເຈົ້າປະສົບຄວາມສຳເລັດໃນທຸລະກິດເຄື່ອຂ່າຍ

ເມື່ອເວົ້າເຖີງ ແມ່ນຫຍັງຄືສີ່ງເຮັດໃຫ້ເຈົ້າປະສົບຄວາມສຳເລັດໃນທຸລະກິດເຄື່ອຂ່າຍ?

ຄຳຕອບທີ່ຂ້ອຍເຄີຍໄດ້ຍີນສະເໜີໆ ເປັນປະຈຳເລີຍ ຄື…
• ຜະລິດຕະພັນທີ່ສຸດຍອດມີ ວິຕາມິນ ແລະ ຄ່າ ORAC ສູງທີ່ສຸດໃນໂລກ ຂອງບໍລິສັດ YYZ
• ສຸດຍອດແຜນການຕະຫລາດ ຈ່າຍຫລາຍທີ່ສຸດ ຈ່າຍຫລາຍທີ່ສຸດໃນໂລກ ບໍ່ຕ້ອງຮັກສາຍອດທຳງານ
• ຄວາມໜັ້ນຄົງຂອງບໍລິສັດ YYZ ແລະ ທີມບໍລິຫານຜູ້ຊ່ຽວຊານໃນທຸລະກິດເຄື່ອຂ່າຍ
• ລະບົບຂອງທີມ YYZ ເທົ່ານັ້ນທີ່ຈະທຳໃຫ້ເຈົ້າສຳເລັດໄດ້ ‘’

ວ້າວ ! ມັນຊ່າງວິເສດແທ້ໆ ແລ້ວແນວໃດຕໍ?
ຂ້ອຍຍັງບໍ່ເຫັນຫົນທາງທີ່ຈະທຳໃຫ້ຂ້ອຍປະສົບຄວາມສຳເລັດເລ່ີຍ ແທ້້ທີ່ຈິງແລ້ວ ທັ້ງ 4 ສີ່ງນັ້ນທຳໃຫ້ຜູ້ຄົນປະສົບຄວາມສຳເລັດຈິງແທ້ບໍ່? ຫາກແມ່ນ.. ບລິສັດ YYZ ກໍ່ຕ້ອງທຳແລ້ວສຳເລັດກັນໜົດທຸກຄົນ ຊື່ງໃນຄວາມເປັນຈິງກໍ່ບໍ່ເປັນເຊັນນັ້ນ
ທີ່ສຳຄັນກ່ວານັ້ນເຮົາພົບວ່າຜູ້ຄົນທີ່ສາມາດສ້າງລາຍໄດ້ ແລະມີຊີວິດທີ່ອິດສະຫລະຈິໃນທຸລະກິດເຄື່ອຂ່າຍພຽງ 1-5 % ສ່ວນທ່ີ່ເຫລືອນັ້ນ ຍັງບໍ່ສາມາດທຳໄດ້ ຫລືເວົ້າງ່າຍໆ ກໍ່ຄືຍັງຫລົ້ມເຫລວຢູ່
ແລ້ວແມ່ນຫຍັງເນາະ?.. ທ່ີ່ຈະທຳໃຫ້ເຈົ້າປະສົບຄວາມສຳເລັດ
ຂ້ອຍເຊື່ອວ່າຫາກເຈົ້າຕ້ອງການປະສົບຄວາມສຳເລັດໃນທຸລະກິດເຄື່ອຂ່າຍເຈົ້າ ຈຳເປັນຕ້ອງມີ 3 ສີ່ງສຳຄັນຄື
1. What is your WHY? – ‘’ ເຫດຜົນ’’ ວ່າເປັນຫຍັງເຈົ້າເຖີງເລີ້ມຕົ້ນທຸລະກິດເຄືອຂ່າຍ
ຂ້ອຍໄດ້ຮຽນຮູ້ສີ່ງນີ້ມາຕະຫລອດ ຄົນເຮົາກະທຳສີ່ງໃດໃຫ້ບັນລຸຄວາມສຳເລັດດ້ວຍການມີສະຕິສະເໜີ ແລະມີເຫດທີ່ຕ້ອງທຳໃນສີ່ງນັ້ນ ແລະ ຜົນ ກໍ່ຈະຕາມມາ ເຫດຜັນທຳໃຫ້ເຈົ້າຍັງຢືນຢູ່ໃນສີ່ງທີ່ເຈົ້າກຳລັງກະທຳສະເໜີ ແມ້ເຈົ້າຈະພົບອຸປະສັກ ດັ່ງນັ້ນ ເຈົ້າຈຳເປັນຕ້ອງຂຽນເຫດຜົນໃນການເລີ້ມຕົ້ນທຸລະກິດເຄື່ອຂ່າຍກ່ອນທີ່ຈະຕັດລົງມືທຳ
2. Commitment - ພັນສັນຍາ
ເຈົ້າຈຳເປັນຕ້ອງມີພັນສາຕໍ່ຕົວເອງ ເປົ້າໜາຍ ແລະສີ່ງທີ່ເຈົ້າກຳລັງກະທຳ ເພາະຫລາຍຄົນເວົ້າວ່າ ຢາກປະສົບຄວາມສຳເລັດ ຢາກມີລາຍໄດ້ 5 ຫລັກຕໍ່ເດືອນ ແຕ່ພວກເຂົາກຳລັງທຳໃນສີ່ງກົງກັນຂ້າມ ບໍ່ມີເວລາໃຫ້ກັບທຸລະກິດຕົວເອງ ປະຖີ້ມເປົ້າໜາຍ ແລະ ປະຕິບັດຕົວຕາມສ່ະບາຍຢ່າງທີ່ເຄີຍທຳ ດັ່ງນັ້ນສີ່ງທີ່ໄດ້ຮັບກໍ່ຄື ບໍ່ມັນຫຍັງເກີດຂື້ນຈາກການທຳທຸລະກິດນັ້ນເອງ
3. Goal - ເປົ້າໜາຍ
ເປົ້າໜາຍເປັນຈຸດໜາຍປາຍທາງທີ່ເຈົ້າໄປເຖີງ ເມື່ອເຈົ້າໄດ້ລົງມືກະທຳຕາມແຜນການທີ່ເຈົ້າວາງເອົາໄວ້ ບໍ່ມີເປົ້າໜາຍເໜືອນເຈົ້າ ລ່ອງລອຍໃນມະຫາສະມຸດທີ່ບໍ່ມ່ີຈຸດໜາຍປາຍທາງ
ຂ້ອຍໄດ້ຍີນສະເໜີເມື່ອຂ້ອຍຖາມຜູ້ມຸ່ງຫວັງວ່າ ຕ້ອງການສ້າງລາຍໄດ້ຈາກທຸລະກິດເຄື່ອຂ່າຍເດືອນລະເທົ່າໃດ?
- ແລ້ວແຕ່’’ , ‘’ ເທົ່າໃດກໍ່ໄດ້ ‘’ , ‘’ ຫລາຍທີ່ສຸດ ‘’ , ‘’ ກໍ່ປະມານໜື່ງ ‘’
ເຈົ້າຄົງເດົາໄດ້ເລີຍວ່າ ຄົນທີ່ຕອບແບບນີ້ກຳລັງມີລາຍໄດ້ຢ່າງທີ່ເຂົາຕ້ອງການຫລືບໍ່ ຫວັງວ່າເຈົ້າຄົງບໍ່ຕອບເຊັ່ນນີ້
ຈຳໄວ້ສະເໜີວ່າ, ຫາກເຈົ້າບໍ່ຮູ້ວ່າເຈົ້າຕ້ອງການຫຍັງ ເຈົ້າກໍ່ຈະບໍ່ໄດ້ຫຍັງ
ນອກຈາກ 3 ສີ່ງນີ້ແລ້ວ ສີ່ງທີ່ກາຣັນຕີ ຄວາມສຳເລັດໃນທຸລະກິດເຄື່ອຂ່າຍ ຈາກປະສົບການ 5 ປີທີ່ຜ່ານມາຂອງຂ້ອຍກໍ່ຄື
- ຄວາມສາມາດໃນການພັດທະນາຕົນເອງໃນການເປັນຜູ້ນຳ
ຍີ່ງພັດທະນາຕົນເອງຫລາຍເທົ່າໃດ ເຈົ້າກໍ່ຍິງມີຄຸນຄ່າເພີ້ມຂື້ນຫລາຍເທົ່ານັ້ນ
ຍິງມີຄຸນຄ່າຫລາຍເທົ່າໃດ ເຈົ້າກໍ່ຍີ່ງດຶງດູດຄົນ ເຂົາມາສູ່ທຸລະກິດເຈົ້າຫລາຍເທົ່ານັ້ນ
ຫາກເຈົ້າຮຽນຮູ້ທີ່ຈະເພີ້ມທັກສະຕ່າງໆ ໃນວົງການ ພັດທະນາຕົວເຈົ້າສູ່ຄວາມເປັນຜູ້ນຳ ຕົວຢ່າງເຊັ່ນ:
- ທັກສະໃນການຂຽນເປົ້າໜາຍ
- ທັກສະໃນການຄວບຄຸມຄວາມຄິດ
- ທັກສະໃນການຄວບຄຸມທັດສະນະຄະຕິໃນເຊີງລົບ
- ທັກສະໃນການປ່ຽນຄວາມຢ້ານກວາໃຫ້ເປັນຄວາມກ້າ
- ທັກສະໃນການມີວິໄນ
- ທັກສະໃນການຫາເຫດຜົນ ເປັນຕົ້ນ

ຂ້ອຍໃຊ້ເວລາຢ່າງໜ້ອຍ 30 ນາທີ - 1 ຊົ່ວໂມງ\ວັນ ໃນການຮຽນຮູ້ຈາກ CD, VCD, DVD ໃນເລື້ອງຂອງການພັດທະນາຕົນເອງ ຜົນລັບທີ່ເກີດຂື້ນຈະແຕກຕ່າງໂດຍສີ້ນເຊີງ ຊື່ງເປັນສີ່ງທີ່ກາຣັນຕີູຄວາມສຳເລັດຂອງເຈົ້າຢ່າງແນ່ນອນ ເພາະມັນເກີດກັບຂ້ອຍ ແລະ ຜູ້ປະສົບຄວາມສຳເລັດທົ່ວໂລກມາແລ້ວ ເຊີ່ງມັນຈະເກີດກັບເຈົ້າເຊັ່ນກັນ !

ແດ່ຄວາມສຳເລັດຂອງເຈົ້າ..
ທອງຈັນ ພົນທະຈັກ
ນັກທຸລະກິດເຄື່ອຂ່າຍຍິນດ່ີໃຫ້ຄຳປຶກສາໃຫ້ເຈົ້າປະສົບຄວາມສຳເລັດໃນທຸລະກິດເຄື່ອຂ່າຍ
Tel : 856 020 55670662, 083 3342705
www.thonchan.wordpress.com
www.thongchantoglobal.blogspot.com

ສັນຫາຜູ້ມຸ່ງຫວັງທີ່ ‘’ ແທ້ຈິງ’’ ສຳລັບທຸລະກິດເຄືອຂ່າຍຂອງເຈົ້າ


ສັນຫາຜູ້ມຸ່ງຫວັງທີ່ ‘’ ແທ້ຈິງ’’ ສຳລັບທຸລະກິດເຄືອຂ່າຍຂອງເຈົ້າ


ສະບາຍດີວັນນີ້ເຈີກັນອີກແລ້ວ ບໍ່ໄດ້ເຈີກັນຫລາຍວັນ ເປັນຈັ່ງໃດ? ຄິດຮອດກັນບໍ່? ສຳລັບຂ້ອຍບົດມີບົດຄວາມດີໆມາແບ່ງປັນໃຫ້ທ່ານໄດ້ຮຽນຮູ້ ຂອບໃຈທີ່ອ່ານບົດຄວາມຂອງຂ້ອຍ ແລະ ເປັນກຳລັງໃຈໃຫ້ຂ້ອຍຕະຫລອດມາ ຖ້າມີຄົນອ່ານ ຂ້ອຍຈິງມີກຳລັງໃຈຂຽນເດີ.
ໃນທຸລະກິດເຄືອຂ່າຍ ສີ່ງໜື່ງທີ່ເຈົ້າຈຳເປັນຕ້ອງຄອຍຝຶກຝົນຕະຫລອດເວລາຄື ການສະປອນເຊີຜູ້ມຸ່ງຫວັງຂອງເຈົ້າໃຫ້ເຂົ້າມາທຳທຸລະກິດກັບເຈົ້າ ເພື່ອ ເປັນການຂະຫຍາຍທຸລະກິດ ແລະ ອົງກອນຂອງເຈົ້າ
ແລ້ວໃຜລະ? ທີ່ເປັນຄົນເໜາະສົມທີ່ເຈົ້າຢາກຈະເສຍເວລາທຳງານດ້ວຍ..
ທຸກຄົນເລີຍແມ່ນບໍ່?
ແນ່ນອນ…ບໍ່ແມ່ນ
ເມື່ອວັນກ່ອນຂ້ອຍໄດ້ມີໂອກາດທຳການສຳພາດຫລື ໂອ້ລົມກັບຜູ້ມຸ່ງຫວັງທ່ານນື່ງທາງໂທລະສັບ
ເນື່ອງຈາກວ່າເຮົາມີເວລາບໍ່ຫລາຍປານໃດ ກັບທຸກຄົນ ແລະຂ້ອຍກໍ່ຂໍຢຳ້ວ່າ ຢ່າເສຍເວລາອັນມີຄ່າ
ຂອງເຈົ້າກັບຜູ້ມຸ່ງຫວັງທີ່ບໍ່ຮູ້ຄວາມຕ້ອງການຂອງຕົວເອງ ‘’ Wrong person ‘’
ຂ້ອຍໄດ້ໂອ້ລົມໂທລະສັບກັບຜູ້ມຸ່ງຫວັງທ່ານນັ້ນ ແລະ ສະຫລຸບຄວາມວ່າ ທີ່ເຂົາຊອກຫາໂອກາດທາງທຸລະກິດ ເພາະເຂົາ
• ຕ້ອງການລາຍໄດ້ພິເສດເພື່ອເປັນຄ່າໃຊ້ຈ່າຍໃນການຮຽນມີຄວາມສົນໃຈໃນທຸລະກິດເຄືອຂ່າຍຢູ່ແລ້ວ
• ມີຄວາມຝັນຢາກໄປທ່ອງທ່ຽວຕ່າງປະເທດ
• ຕ້ອງການລາຍໄດ້ຫລັງຮຽນຈົບ 50.000 ບາດ\ເດືອນ

ໃນເບື້ອງຕົ້ນຟັງເບີ່ງແລ້ວກໍ່ເປັນຄົນທີ່ໜ້າສົນໃຈທີ່ຂ້ອຍຢາກຈະເສຍເວລາດ້ວຍ ຂ້ອຍຈິງສົ່ງຂໍ້ມູນທາງອີເມລ ແລະ ນັດເວລາໂທກັບໃນອີກ 2 ວັນຂ້າງໜ້າ ການທ່ີ່ຜູ້ມຸ່ງຫວັງຂອງເຮົາຮູ້ວ່າເຂົາຕ້ອງການຫຍັງ ນັ້ນກໍ່ສະແດງວ່າເຂົາຮູ້ວ່າຈະຍ່າງໄປໃນທາງທິດໃດ ແຕ່ກໍ່ໄດ້ໜາຍຄວາມວ່າເຂົາຈະເປັນຜູ້ມຸ່ງຫວັງທີ່ ແທ້ຈ້ິງ ‘’ Right person ‘’ ທີ່ເຮົາຄວນເສຍເວລາດ້ວຍ 100 % ແຕ່ເປັນການ Pre Screening ເທົ່ານັ້ນ
ຫລັງຈາກນັ້ນ 2 ວັນຂ້ອຍກໍ່ໄດ້ໂທໂອ້ລົມກັບເຂົາອີກຄັ້ງທາງໂທລະສັບ ສີ່ງທີ່ເກີດຂື້ນໃນການສົນທະນາຄັ້ງທີ່ສອງ ຄຳຕອບທີ່ໄດ້ແຕກຕ່າງກັນໃນວັນທຳອິດໂດຍສີ້ນເຊີງ ຄຳຕອບທີ່ຂ້ອຍໄດ້ມີດັ່ງນີ້:

‘’ ຂ້ອຍຮູ້ຈັກແລ້ວ ‘’
‘’ ສີນຄ້າມັນແພງເກີນໄປ’’
‘’ ມີຄົນເຮັດແລ້ວບໍ່ປະສົບຜົນສຳເລັດ ‘’
‘’ ຂ້ອຍບໍ່ເຄີຍເຫັນວ່າໃຜປະສົບຄວາມສຳເລັດໃນທຸລະກິດເຄືອຂ່າຍຈະຢູ່ໄດ້ນານໆເລີຍ
‘’ ແຖວນີ້ ເຂດນີ້ ບໍ່ມີໃຜສົນໃນສີນຄ້ານີ້ດ໋໋ອກ ‘’
‘’ ຂ້ອຍສຶກສາມາຫລາຍປີແລ້ວ ຂ້ອຍວິເຄາະແລ້ວ ‘’
ນັ້ນເປັນຄຳຕອບທີ່ຂ້ອຍໄດ້ສົນທະນາຄັດເລືອກຜູ້ມຸ່ງຫວັງ ແລະແນ່ນອນເຂົາບໍ່ແມ່ນຜູ້ມຸ່ງຫວັງທີ່ແທ້ຈິງ ‘’ Wrong Person ‘’ ແລະເຂົາກໍ່ຄົງບໍ່ມີໂອກາດທີ່ຈະທຳທຸລະກິດເຄືອຂ່າຍຢ່າງແນ່ນອນເພາະເຂົາຄືນັກຄົນຫາໄປເລື້ອຍໆ ວິເຄາະບໍລິສັດໜື່ງແລ້ວ ກໍ່ໄປອີກບໍລິສັດໜື່ງບໍ່ມ່ີວັນສີ້ນສຸດ

ຜູ້ມຸ່ງຫວັງສ່ວນໃຫຍ່ມັກຈະຕົວະເຈົ້າ ເຂົາບໍ່ໄດ້ເວົ້າຄວາມຈິງກັບເຈົ້າ ດັ່ງນັ້ນການ Pre Screening ຈິງຈຳເປັນໃນການນສະປອນເຊີຜູ້ມຸ່ງຫວັງທີ່ດີທີ່ສຸດສຳລັບທຸລະກິດຂອງເຈົ້າ
ບໍ່ມີຄວາມຈຳເປັນທີ່ເຈົ້າຕ້ອງເອົາເວລາອັນມີຄ່າໄປເສຍເວລາກັບຄົນປະເພດນີ້ ເພາະເປົ້າໜາຍຂອງເຂົາຄືຄົ້ນຫາ ແລະ ວິເຄາະ ບໍ່ແມ່ນຕ້ອງການໂອກາດ

ດັ່ງນັ້ນຂ້ອຍຈິງປ່ອຍເຂົາໄປຕາມທາງຂອງເຂົາ ໂດຍຂ້ອຍບໍ່ໄດ້ຖຽງຫຍັງກັບເຂົາອີກເລີຍພຽງແຕ່ຄຳດຽວ ແລະ ເຈົ້າກໍ່ຄວນຈະທຳເຊັນດຽວກັບຂ້ອຍ
ບົດຮຽນນີ້ສອນໃຫ້ຂ້ອຍຮູ້ວ່າ ຢ່າພຽງຟັງວ່າຜູ້ມຸ່ງຫວັງຂອງເຮົາເວົ້າຫຍັງ ແຕ່ເຈົ້າຟັງວ່າເຂົາເວົ້າແນວໃດດວ້ຍ

ຮຽນຮູ້ທີ່ຈະຟັງແລະຝຶກຝົນມັນເລື້ອຍໆ ເຈົ້າກໍ່ຈະກາຍເປັນຜູ້ຊ່ຽວຊານໃນການສະປອນເຊີຄົນໃນທຸລະກິດເຄືອຂ່າຍ

Your time is Limited, Don’t wasting for WRONG PERSON

ແດ່ຄວາມສຳເລັດຂອງເຈົ້າ …

ທອງຈັນ ພົນທະຈັກ
MLM EXPERT
ຍີນດີໃຫ້ຄຳປຶກສາໃຫ້ທ່ານປະສົບຄວາມສຳເລັດໃນທຸລະກິດເຄື່ອຂ່າຍຂອງເຈົ້າ
TEL: 856 020 55670662
www.thonchanh.wordpress.com
www.thongchanhtoglobal.blogspot.com