ค้นหาบล็อกนี้

วันพุธที่ 8 กันยายน พ.ศ. 2553

ທຸລະກິດເຄື່ອຂ່າຍ ຄືຫຍັງ?

ທຸລະກິດເຄື່ອຂ່າຍ ຄືຫຍັງ?
ທຸລະກິດເຄື່ອຂ່າຍ ນີ້ຄືຫຍັງ ເປັນຫຍັງຄົນຈິງຫລັງໄຫລເຂົ້າສູ່ທຸລະກິດນີ້ຢ່າງຫລວງຫລາຍ? ປະຈຸບັນມີຮູບແບບການດຳເນີນທຸລະກິດໃໜ່ໆ ເກີດຂື້ນຫລວງຫລາຍ ວ່າແຕ່ວ່າເຈົ້າຈະປະຕິເສດທີ່ຈະຮຽນຮູ້ມັນດ້ວຍເຫດຜົນທີ່ວ່າ ບໍ່ເຄີຍໄດ້ຍິນ ບໍ່ເຄີຍຊາບມາກ່ອນ ຫລືບໍ່ ເມື່ອເວົ້າເຖີງການທຳການຄ້າ ຫລາຍຄົນນຶກເຖີງວ່າຕ້ອງໃຊ້ເງີນທືນຫລາຍ, ຕ້ອງຈ້າງແຮງງານຈຳນວນຫລາຍ, ຕ້ອງຜະລິດສີນຄ້າ, ຕ້ອງມີໂຮງງານ, ຕ້ອງມີທຳເລໜັາຮ້ານ ຈີ່ງຈະທຳໃຫ້ພວກເຮົາສ່ວນໃຫຍ່ ບໍ່ມີໂອກາດໄດ້ເປັນເຈົ້າຂອງທຸລະກິດຂອງຕົວເອງຈັກເທື່ອ ເພາະຂາດເງີນທືນ ຂາດຄົນມີຝີມືທີ່ໄວ້ວາງໃຈໄດ້. ວັນນີ້ທຸລະກິດທີ່ທຸກຄົນມີສິດທຳໃຫ້ຝັນຂອງຕົນເປັນຈິງໄດ້ເກີດຂື້ນແລ້ວ ເຮົາເອີ້ນວ່າ ‘’ ທຸລະກິດເຄື່ອຂ່າຍ “” ທຸລະກິດເຄື່ອຂ່າຍຄືຫຍັງ?
ທຸລະກິດເຄື່ອຂ່າຍ ເປັນລະບົບທຸລະກິດການຕະຫລາດຮູບແບບໃໜ່ທີ່ເປີດໂອກາດໃຫ້ຜູ້ບໍລິໂພກສາມາດໄດ້ເປັນເຈົ້າຂອງທຸລະກິດທີ່ສ້າງລາຍໄດ້ຈຳນວນຫລາຍ ໂດຍບໍ່ຕ້ອງມີຄວາມສ່ຽງແລະບໍ່ຕ້ອງລົງທືນເງີນເປັນຈຳນວນຫລວງຫລາຍເໜືອນກັບການທຸລະກິດທົ່ວໆໄປ ພຽງເລີ້ມຕົ້ນຈາກການໃຊ້ຜະລິດຕະພັນທີ່ດີ ແລະ ເມື່ອເກີດຄວາມປະທັບໃຈໃນຕົວຜະລິດຕະພັນທີ່ໃຊ້ ກໍ່ທຳການແນະນຳບອກຕໍ່ ໃຫ້ຄົນທີ່ຮູ້ຈັກໄດ້ໃຊ້ຜະລິດຕະພັນທີ່ດີນັ້ນເໜືອນກັບຕົນເປັນການໂຄສະນາແບບປາກຕໍ່ປາກ ເມື່ອມີການຊື້ສີນຜະລິດຕະພັນໃຊ້ຕາມຄຳບອກເລົ່າຈາກຜູ້ແນະນຳ ກໍ່ຈະທຳໃຫ້ເກີດຂະບວນການເຄື່ອນຍ້າຍສີນຄ້າຈາກຜູ້ຜະລິດໄປສູ່ຜູ້ບໍລິໂພກໂດຍຕົງ ໂດຍບໍ່ຕ້ອງຜ່ານຂະບວນການໂຄສະນາແລະພໍ່ຄ້າຄົນກາງ ເໜືອນກັບການຕະຫລາດແບບເດີມ ທີ່ການເຄື່ອນຍ້າຍສີນຄ້າຈາກຜູ້ຜະລິດໄປສູ່ຜູ້ບໍລິໂພກຈະຕ້ອງຜ່ານລະບົບພໍ່ຄ້າຄົນກາງຊື່ງເປັນກຸ່ມທີ່ໄດ້ຮັບກຳໄລເຖີງ 60 % ຈາກການຈັດສົ່ງສີນຄ້າມາສູ່ຜູ້ບໍລິໂພກ
ເມື່ອເກີດຂະບວນການ ການເຄື່ອຍ້າຍສີນຄ້າຈາກຜູ້ຜະລິດໄດສູ່ຜູ້ບໍລິໂພກໂດຍຕົງ ທຳໃຫ້ບໍລິສັດເຈົ້າຂອງຜະລິດຕະພັນສາມາດປະຫຍັດງົບປະມານທີ່ເປັນຄ່າໂຄສະນາໄດ້ຫລາຍ ເຊີ່ງບໍລິສັດຈະນຳຄ່າໂຄສະນາທີ່ປະຫຍັດໄດ້ໄປໃຊ້ທຳການວິໄຈ ພັດທະນາຜະລິດຕະພັນໃໜ່ໆໃຫ້ດີຂື້ນ ເພື່ອໃຫ້ຜູ້ບໍລິໂພກມີໂອກາດໃຊ້ຜະລິດຕະພັນທີ່ມີຄຸນນະພາບດີຍີ່ງຂື້ນອີກ ສ່ວນຜົນກຳໄລ 60 % ຂອງພໍ່ຄ້າຄົນກາງທີ່ຖຶກຕັດອອກມານັ້ນ ບໍລິສັດຈະນຳເງີນສ່ວນນີ້ມາຈັດສັນໃຫ້ກັບຜູ້ບໍລິໂພກທີ່ໃຊ້ດີແລ້ວທຳການບອກຕໍ່ ກັບຜູ້ອື່ນ ເປັນລຳດັບຊັ້ນຕາມສັດສ່ວນທີ່ບໍລິສັດກຳໜົດໄວ້ ເຊີ່ງຈະເຫັນວ່າໃນລະບົບການຕະຫລາດແບບເຄື່ອຂ່າຍນີ້ ຈຳທຳໃຫ້ຜູ້ບໍລິໂພກສາມາດມີສ່ວນແບ່ງຂອງລາຍໄດ້ຫລາຍເຖີງ 60 % ຂອງມູນຄ້າຜະລິດຕະພັນ ຈາກລະບົບການກະຈາຍສີນຄ້າສູ່ຜູ້ບໍລິໂພກແບບໃໜ່ນອກເໜືອຈາກການທີ່ຈະຕ້ອງເປັນຜູ້ຈ່າຍເງີນຊື້ສີນຄ້າພຽງຢ່າງດຽວໃນລະບົບທຸລະກິດແບບເດີມ.
ໂດຍການຕະຫລາດແບບເຄື່ອຂ່າຍຜູ້ບໍລິໂພກ ທີ່ໃຊ້ວີທີການແນະນຳບອກຕໍ່ນີ້ຈະມີລັກສະນະທີ່ພິເສດກ່ວາການຕະຫລາດແບບທົ່ວໆໄປຄື ຄວາວມສາມາດໃນການຂະຫຍາຍຕົວຂອງຈຳນວນຜູ້ບໍລິໂພກທີ່ຈະເພີ້ມຈຳນວນຂື້ນໄດ້ແບບບໍ່ຈຳກັດຈຳນວນ ໂດຍອາໄສພຽງການແນະນຳຜະລິດຕະພັນຈາກຄົນ 1 ຄົນແນະນຳໃຫ້ກັບຄົນ 2-3 ຄົນ ແຕ່ລະຄົນຂອງ 2-3 ຄົນບອກຕໍ່ກັບຄົນ 2-3 ຄົນຕໍ່ໆໄປ ກໍ່ຈະຂະຫຍາຍຕົວຂອງຜູ້ບໍລິໂພກ ໃນລັກສະນະທະວີຄູນເພີ້ມຂື້ນໄປເລື້ອຍໆບໍ່ມີວັນ
ສີ້ນສຸດ .
ປະໂຫຍດຂອງທຸລະກິດຂາຍຕົງ
- ຜູ້ຂາຍໄດ້ພົບກັບຜູ້ບໍລິໂພກໂດຍຕົງ
- ສ້າງຄວາມສະດວກສະບາຍແກ່ຜູ້ບໍລິໂພກ
- ຜູ້ຂາຍສາມາດໃຫ້ຄຳແນະນຳ/ ໃຫ້ບໍລິການແກ່ຜູ້ບໍລິໂພກໃກ້ສິດ
ສ້າງໂອກາດໃນທາງສັງຄົມແລະລາຍໄດ້ແກ່ຜູ້ຂາຍ

ແດ່ຄວາມສຳເລັດຂອງເຈົ້າ

ທອງຈັນ ພົນທະຈັກ
ນັກທຸລະກິດເຄື່ອຂ່າຍ