ค้นหาบล็อกนี้

วันจันทร์ที่ 6 มกราคม พ.ศ. 2557

ຄວາມສຸກຂອງການໃຫ້ໃນການທຳທຸລະກິດຫມໍເສັງ



ທຳຫມໍເສັງ ມີຄວາມສຸກ ໄດ້ຊ່ວຍເຫລືອຄົນ ໄດ້ໃຫ້ໂອກາດຄົນ ຫມໍເສັງ ຄວາມສຸກຄືການໃຫ້ ຄອຍຊ່ວຍເຫລືອຄົນອື່ນ. ເວລາເຮົາຂື້ນເຄື່ອງບິນ ແອໂຣສເຕັດ ເຂົາກໍ່ຈະມາແນະນຳເຮົາ ເຂົາກໍ່ຈະບອກວ່າ ຖ້າສົມມຸດວ່າ ມີອຸບັດຕິເຫດຂື້ນມາ ເຂົາກໍ່ບອກວ່າ ໃຫ້ສວມເຄື່ອງຊ່ວຍຫາຍໃຈໃຫ້ຕົວເອງກ່ອນ ຖ້າທ່ານມາກັບເດັກໃຫ້ສວມໃຫ້ຕົວເອງກ່ອນ ແລ້ວຈິງໄປສວມໃຫ້ເດັກ ຫມາຍຄວາມວ່າ ຖ້າເຮົາຍັງບໍ່ແຂງແຮງພໍຖ້າເກີດພາວະສຸກເສີນ ເຮົາກໍ່ຈະບໍ່ສາມາດຊ່ວຍຄົນອື່ນໄດ້ ທຸລະກິດຫມໍເສັງກໍ່ເຊັ່ນດຽວກັນກໍ່ບໍ່ຕ່າງກັບທຸລະກິດອື່ນດ໋ອກ ຄົນທີ່ເຂົ້າມາກໍ່ຈະມາສ້າງລາຍໄດ້ທີ່ສອງຂອງຊີວິດ ສ້າງຄວາມໜັ້ນຄົນຂອງຄອບຄົວ ແລະເມື່ອເຂົາໄດ້ໃນລະດັບີ່ເຂົາພໍໃຈແລ້ວ ໃນເລື້ອງຂອງເງີນຄຳ ແລະ ຄວາມສຳເລັດແລ້ວ ກໍ່ຈະເບີ່ງລົງມາວ່າ ຄວາມສຸກ ທີ່ມີເໜືອຫລາຍກວ່າເງີນ ກໍ່ຄືເຂົາໄດ້ມີໂອກາດຊ່ວຍເຫລືອຄົນອື່ນໆນັ້ນເອງ ເພື່ອນຂອງເຈົ້າຄົງຜ່ານຈຸດນັ້ນເຫມືອນກັນ ເຂົາຄົງຜ່ານ ທີ່ເຂົາພໍໃຈກັບລາຍໄດ້ ແຕ່ເຂົາເຫັນອີກຢ່າງໜື່ງ ກໍ່ເລີຍມາເລົ່າໃຫ້ເຈົ້າຟັງ ກໍ່ຄືມີຄຸນຄ່າຫລາຍກວ່າລາຍໄດ້ ກໍ່ຄືເຈົ້າຊ່ວຍໃຫ້ຄົນອື່ນໄດ້ມີຊີວິດທີ່ດີຂື້ນ ປົດເລື້ອງໜີສີນ ເຂົາອາດມານັ່ງລົມເຈົ້າ ທັ້ງຕົວເຈົ້າ ແລະເຂົາ ບໍ່ແມ່ນຄົນມີໜີ້ມີສີນຫຍັງດ໋ອກ ແຕ່ຄວາມຈິງແລ້ວເຮົາໄດ້ເຫັນໂອກາດອື່ນຫລາຍກວ່າ ສະຫລຸບມາທຳທຸລະກິດກໍ່ທຳເພື່ອຕົວເອງຢູ່ແລ້ວ ແຕ່ການລັກສະນະງານທີ່ເຈົ້າທຳເພື່ອຕົວເອງ ເຈົ້າຕ້ອງສ້າງເຄືອຂ່າຍ ເຈົ້າຕ້ອງຊວນຄົນມາໃຫ້ເຂົາໃຊ້ສີນຄ້າ ຊວນຄົນມາໃຫ້ເຂົາທຳງານເປັນ ເພາະສະນັ້ນເມື່ອເຈົ້າມີຄວາມສຳເລັດ ເຈົ້າຈະມອງເຫັນວ່າ ຄວາມສຳເລັດຂອງເຈົ້າມາຈາກການທຳໃຫ້ຄົນອື່ນປະສົບຄວາມສຳເລັດນີ້ແຫລະ ມັນເປັນຜົນລາຍໄດ້ ທີ່ໄດ້ມາພ້ອມໆກັນ ແລະເຫັນໄດ້ໃນທັນທີ ແນ່ນອນເຮົາເປັນຫມໍເຮົາຕ້ອງມີລາຍໄດ້ ມີເງີນເດືອນ ແຕ່ເຮົາກໍ່ມີຄວາມສຸກດ້ວຍເດີທີ່ ຄົນໄຂ້ເດີນມາຫາເຮົາພ້ອມກັບຄວາມທຸກ ແລະເດີນຈາກໄປພ້ອມກັບຄວາມສຸກ ແລະ ຄວາມທຸກທີ່ຫມົດໄປ ນີ້ຄືສີ່ງທີ່ຄົນຫມໍເສັງທີ່ເຂົາໄດ້ເຫັນ ໄດ້ເຫັນຫລາຍຂື້ນໆ ເຂົາອາດຈະຄິດວ່າເຈົ້າອາດຈະບໍ່ມີບັນຫາເລື້ອງເງີນຫລວງຫລາຍ ເຂົາມາຊວນເຈົ້າເລື້ອງເງີນ ເຈົ້າອາດຈະບໍ່ສົນໃຈກໍ່ໄດ້ ແລະເຈົ້າກໍ່ຈະເບີ່ງປະເດັນນີ້ ການທຳທຸລະກິດຕ່າງຄົນຕ່າງໄດ້ ເວລາເຮົາກິນອາຫານແຊບໆເຮົາຍັງຄິດດາວລາຍ ຄິດເຖີງລູກທີ່ບ້ານ ຄິດເຖີງແຟນ ຢາກໃຫ້ມາກິນດ້ວຍກັນ ສີ່ງດີໆເຫລົ່ານີ້ມີຄ່າຫລາຍກວ່າທຸລະກິດ ເຈົ້າຈະສຳພັດໄດ້ອີກໃນຫມໍເສັງ ຂ້ອຍເຊື່ອວ່າປະສົບການໃນການທຳງານ ຈະທຳໃຫ້ເຮົາເຂົ້າໃຈວ່າ ຖ້າເຮົາຮູ້ສຶກວ່າເຮົາເປັນຜູ້ໂຊກດີ ໃນງານທີ່ເຮົາທຳນີ້ ເຮົາຈະສຳເລັດດ້ວຍຕົວເຮົາ ແລະ ຄົນທີ່ຢູ່ຮອບໆຕົວເຮົາ ມັນດີກວ່າງານບາງງານທີ່ເຮົາລວຍ ແຕ່ຄົນອື່ນເດືອດຮ້ອນແນວໃດກໍ່ຝາກຂໍ້ຄິດໆດີໃຫ້ກັບທ່ານຜູ້ອ່ານດ້ວຍເດີ 

ຂໍໃຫ້ທ່ານປະສົບຄວາມສຳເລັດຢ່າງສູງ


ທອງຈັນ ພົນທະຈັກ
ທີ່ປຶກສາທຸລະກິດເຄືອຂ່າຍ
85620 22380244

ວິທີການປ່ຽນຜູ້ບໍລິໂພກໃຫ້ເປັນນັກທຸລະກິດ



ທຳອິດ ໃຊ້ສີນຄ້າແລ້ວດີ ເຮົາມີວິທີການເລົ່າຕໍ່ບໍ່?ມັນເປັນງານແບບໃດ? ເພາະວ່າ ຕ້ອງເວົ້າວ່າ ຄຳຕອບມັກຈະພົບເຈີະເລື້ອຍໆ ໃນຕົວຜູ້ທີ່ບໍລິໂພກກໍ່ຄື ບໍ່ມີເວລາ ຂໍໃຊ້ໄປກ່ອນເດີ ຄຳຕອບນີ້ມັນເບີ່ງໄດ້ສອງປະເດັນ. ປະເດັນທຳອິດ ເຂົາຍັງເບີ່ງບໍ່ເຫັນໂອກາດທາງທຸລະກິດ ອາດຈະເປັນເພາະວ່າ ປະເດັນໃນການນຳສະເຫນີ ບໍ່ໄດ້ຈະແຈ້ງໃນໃຈເຂົາກໍ່ໄດ້ ແລ້ວເຂົາຍັງເບີ່ງບໍ່ເຫັນ ແລະ ບໍ່ເຂົ້າໃຈ. ກັບປະເດັນທີ່ສອງ ເຂົາຍັງຢາກຈະລໍເບີ່ງຫລືບໍ່? ເອົາແທ້ຈິງ ແລ້ວ ຕົວເຮົາທຳໃຫ້ເຂົາເບີ່ງກ່ອນໄດ້ບໍ່? ວ່າທຳໄປແລ້ວມັນປະສົບຄວາມສຳເລັດຫລືບໍ່? ເພາະສະນັ້ນ. ຕອນນີ້ຢາກຈະໃຫ້ເບີ່ງໜ້ອຍນື່ງວ່າ. ເຮົາຄົງຕ້ອງພິສູດຕົວເອງໃຫ້ຄົນຮອບໆຕົວເຮົາໃຫ້ເຫັນວ່າ ເມື່ອຢູ່ກັບທຸລະກິດທີ່ເຮົາເລືອກ. ສົມມຸດເລືອກ ຫມໍເສັງ. ເມື່ອຢູ່ກັບຫມໍເສັງ ເຮົາມີຄວາມສຸກບໍ່? ເຮົາເບີ່ງໄປໃນທິດທາງທີ່ປ່ຽນແປງດີຂື້ນບໍ່? ທັ້ງການແຕ່ງຕົວ, ຜີວພັນ , ສຸຂະພາບ, ບຸກຄະລິກ. ບັນຍາກາດໃນການເວົ້າລົມກັນ. ເຮົາເປັນມືອາຊີບຫລາຍຂື້ນ. ຢ່າລືມວ່າ ການທີ່ໃຜຈັກຄົນຈະຕັດສີນໃຈທຳທຸລະກິດກັບເຮົານີ້​ ບາງຄັ້ງເຂົາອາດຈະບໍ່ໄດ້ເບີ່ງທີ່ບໍລິສັດ ບໍ່ໄດ້ເບີ່ງທີ່ສີນຄ້າຢ່າງດຽວ ເຂົາອາດຈະຕ້ອງເບີ່ງຄົນທີ່ມາຊວນເຂົາດ້ວຍ ກ່າວກັນວ່າ ອາດຈະເບີ່ງຫລາຍກວ່າບໍລິສັດດ້ວຍຊໍ້າໄປ ເພາະວ່າ ມັນເຫມືອນກັບ ຖ້າເຂົາຝາກຊີວິດເອົາໄວ້ແລ້ວ ເຂົາຕັ້ງໃຈທຳທຸລະກິດແລ້ວນີ້ ເຮົາທີ່ຈະໄປຊວນເຂົາພ້ອມທີ່ຈະເບີ່ງແຍງເຂົາແບບມືອາຊີບຫລາຍນ້ອຍຊໍ້າໃດ? ເພາະສະນັ້ນ ກໍ່ມີປະໂຫຍກທີ່ມັກເວົ້າກັນຫລາຍໆເລີຍວ່າ ຈິງໆແລ້ວຜູ້ບໍລິໂພກຂອງເຮົາ ຫລື ຜູ້ມຸ່ງຫວັງຂອງເຮົານີ້ ເຂົາອາດຈະເບີ່ງເຮົາຫລາຍກວ່າຟັງເຮົາເວົ້າດ້ວຍຊໍ້າໄປ ເບີ່ງຄວາມປ່ຽນແປງໃນຕົວເຮົາ ແນ່ນອນເຮົາໄປຊວນເພື່ອນ ເຮົາໄປຊວນຄົນຮູ້ຈັກ ເຮົາຄຸ້ນເຄີຍກັນຢູ່ ເຂົາເຄີຍເຫັນລັກສະນະນື່ງ ແລ້ວວັນນີ້ເຮົາມາຊວນເຂົາ ເຮົາບອກເຂົາວ່າ ມັນດີເດີ ມັນປະສົບຄວາມສຳເລັດເດີ ເຮົາມີຫຍັງປ່ຽນແປງໃຫ້ເຂົາເຫັນຫລືຍັງ ຄວາມປ່ຽນແປງນີ້ບໍ່ໄດ້ຫມາຍຄວາມວ່າຕ້ອງແລ່ນໄປຊື້ລົດ ໄປຊື້ບ້ານທັ້ງໆທີ່ລາຍໄດ້ເຮົາຍັງບໍ່ຫລາຍ ຄວາມປ່ຽນແປງເລັກໆນ້ອຍໆ ທີ່ເພື່ອນເຮົາເບີ່ງແລ້ວຮູ້ສຶກປະທັບໃຈ ແລ້ວຢາກຈະເດີນຕາມເຮົາມານີ້ ມັນອາດຈະເກີດຈາກການປ່ຽນແປງໃຈຕົວເຮົາປ່ຽນແປງໃນທິດທາງທີ່ດີຂື້ນ ງ່າຍໆ ແຕ່ງຕົວດີຂື້ນ ຜີວພັນດີຂື້ນ ເບີ່ງຫມຸ່ມຂື້ນ ເບີ່ງເປັນມືອາຊີບ ເບີ່ງມີຄວາມສຸກເນາະ ແລ້ວວິທີການທຳງານ ເບີ່ງແລ້ວ ເຮົາກໍ່ສາມາດທຳໄດ້ ເຂົາທຳໄດ້ແບບນີ້ ເຮົາກໍ່ທຳໄດ້ ມັນບໍ່ໄດ້ປະຫລາດຫຍັງເລີຍ ມັນບໍ່ໄດ້ເບີ່ງແລ້ວ ຍາກລໍ້າບາກ ມັນບໍ່ໄດ້ເບີ່ງແລ້ວໄປບີບຄໍຄົນໃຫ້ເຂົາທຳແບບນັ້ນແບບນີ້ ໃນຊີວິດຈິງເວລາເຮົາໄປຊວນຄົນ ຊວນຄົນມາເປັນຜູ້ບໍລິໂພກ ເຖີງແມ້ວ່າເຂົາຈະເປັນຜູ້ບໍລິໂພກຊື້ໃຊ້ ຖ້າເຮົາທຳງານສະຫມໍ່າສະເຫມີ ແລ້ວເຮົາເບີ່ງແຍງເຂົານີ້ ເຮົາຈະມີລາຍໄດ້ສ່ວນນື່ງ ແຕ່ແນ່ນອນ ສອງເດືອນ ສາມເດືອນ ຈະມາລວຍເປັນລ້ານ ມັນເປັນໄປບໍ່ໄດ້ ຢູ່ໆຈະລຸກຂື້ນມາຊື້ລົດຊື້ບ້ານໃຫ້ຄົນເຫັນໃນເວລາອັນສັ້ນໆ ມັນເປັນໄປບໍ່ໄດ້ ເພາະສະນັ້ນ ສີ່ງເລັກໆນ້ອຍໆແບບນີ້ ກໍ່ຈະທຳໃຫ້ເຮົາລວບລວມຄົນ ທີ່ເຂົາອາດເບີ່ງເຫັນຄວາມປ່ຽນແປງອັນນີ້ ແລ້ວຕັດສີນໃຈໄດ້ງ່າຍຂື້ນ ຫລາຍກວ່າ ປະເດັນສຳຄັນທີ່ຢາກຈະບອກກໍ່ຄືວ່າ ຢ່າຄາດຫວັງທຸກຢ່າງໃຫ້ໄວຂື້ນຈົນເກີນໄປ ພະຍາຍາມເບີ່ງແລ້ວສັງເກດຫລາຍກວ່າ ທຸກຄັ້ງທີ່ເຂົາຕັດສີນໃຈເປັນຜູ້ບໍລິໂພກຮອບໆຕົວເຮົານີ້ ເຂົາກຳລັງເບີ່ງເຮົາຫລາຍໆ ບາງຄັ້ງເວລາຟັງນັກທຸລະກິດຫມໍເສັງທີ່ເຂົາມາປະຊຸມກັນ 500 ຄົນ 600 ຄົນ 700 ຄົນ ເຄີຍຖາມເຂົາຫລີ້ນໆວ່າ ມີໃຜແດ່ທີ່ວັນທໍາອິດທີ່ສະຫມັກ ຢາກຈະເປັນແຕ່ຜູ້ບໍລິໂພກ ເຂົາຍົກມືກັນທັ້ງຫ້ອງ. ທັ້ງທີ່ວັນນີ້ເຂົາຕັດສີນໃຈເປັນນັກທຸລະກິດແລ້ວ.​ແຕ່ວັນທໍາອິດທີ່ເຂົາສະຫມັກ ເຂົາຢາກຈະເປັນຜູ້ບໍລິໂພກທັ້ງນັ້ນ.​ ເພາະສະນັ້ນ ຖ້າເຮົາທໍາທຸລະກິດ ເຮົາເບີ່ງແຍງຜູ້ບໍລິໂພກໄດ້ດີ ກົງກັນຂ້າມເຮົາເບີ່ງເທ້ ບໍ່ເມື່ອຍ ເຮົາເບີ່ງບໍ່ໂຊມ ເຮົາເບີ່ງມີຄວາມສຸກ ເຮົາມີທຸກຢ່າງທີ່ດີຂື້ນນີ້ ຫລາຍຂື້ນກໍ່ຄ່ອຍໆເບີ່ງ ຄ່ອຍໆຖາມ ແລ້ວກໍ່ອາດຈະຕັດສີນໃຈຕາມເຮົາມາ. ມັນມີຂໍ້ກ່າວຫາຂໍ້ນື່ງສຳຄົນທີ່ບໍ່ມັກຂາຍຕົງເຂົາເລື້ອຍໆວ່າ ເຈົ້າຄົງຈະໄດ້ຍີນ ເຂົາວ່າ ມັນເປັນລັດທິ ມັນເປັນລັດທິລ້າງສະຫມອງຄົນ ນີ້ຫລອກໃຫ້ຄົນມາທຳເປັນບ້າ ເປັນຫລັງ ໃຫ້ຄົນກາຍເປັນອີກຄົນນື່ງໄປເລີຍ ເພື່ອນທີ່ດີແລະໜ້າຮັກຂອງຂ້ອຍກາຍເປັນມານໄປເລີຍ ທຸກລົມຫາຍໃຈເວົ້າແຕ່ເລື້ອງບໍລິສັດນີ້ ແລະທຸກລົມຫາຍໃຈທີ່ເຈີະຂ້ອຍ ກໍ່ຈະຢັດຢຽດແຕ່ສີນຄ້າບໍລິສັດນີ້ ຢັດຢຽດແຕ່ສີນຄ້າ ຢັດຢຽດຢາກຈະຊວນມາທຳງານ ອັນນີ້ຕ່າງຫາກເປັນຈຸດອັນຕະລາຍ ເພາະເຮົາທຳໃຫ້ຄົນຮອບໆຕົວເຮົາທີ່ເຂົາເຄີຍຮັກເຮົານີ້ ເຂົາຄິດແບບນີ້ ແນ່ນອນເຮົາຈະຊວນໃຜບໍ່ໄດ້ ຫລື ບາງປະເພດທີ່ກົງກັນຂ້າມ ກາຍເປັນວ່າຊວນມາຊື້ໃຊ້ ແລ້ວເບີ່ງໜ້າສົງສານຫລາຍ ມັນເກັງໃຈຫລາຍ ຖ້າເຂົາຊື້ໃຊ້ເພາະຄວາມສົງສານນີ້ ເອີ ຢາກຈະຊ່ວຍເນາະ ຈະໄດ້ຈົບໆກັນໄປ ເອີ ເຈົ້າກໍ່ອຸດສາມາຫາເຖີງທີແລ້ວນີ້ ເປັນແບບນີ້ ກໍ່ແນ່ນອນ ເຂົາບໍ່ທຳທຸລະກິດກັບເຮົາແນ່ໆ ຖ້າສົມມຸດເຮົາໄປເລົ່າໃຫ້ 10 ຄົນຟັງ ຂໍ້ທຳອິດ ເຂົາຕ້ອງບໍ່ຊັງເຮົາ ຖ້າສີບຄົນ ມີສອງຄົນບໍ່ມັກເຮົາ ຖືວ່າວິທີຜິດແລ້ວ ແຕ່ຖ້າວິທີຖຶກໂອເຄ ເຂົາຍັງມັກເຮົາຢູ່ ແຕ່ອາດຈະມີອາການລັງເລ ຍັງຕັດສີນໃຈບໍ່ໄດ້ ຕ້ອງຍອມ 80​ ຫາ 90 ເປີເຊັນ ອາດເປັນຜູ້ບໍລິໂພກຊື້ສີນຄ້າໃຊ້ເທົ່ານັ້ນ ຖ້າເຂົາເຫັນແລ້ວເຮົາມີວິທີເວົ້າໃຫ້ເຂົາສົນໃຈສີນຄ້າ ຫລືວ່າ ຕົວເຮົາເບີ່ງດີຂື້ນຜິດຫູຜິດຕາ ເປັນຕົ້ນ ແລ້ວປະມານ 1 ເປີເຊັນ ກໍ່ສາມາດພັດທະນາເປັນນັກທຸລະກິດໄດ້ ແຕ່ບໍ່ໄດ້ຫມາຍຄວາມວ່າ 80 ຫາ 90 ເປີເຊັນນັ້ນ ໃນອານາຄົດຈະປ່ຽນໃຈບໍ່ໄດ້ ບາງທີຍັງບໍ່ທັນໄດ້ເຫັນຄວາມປ່ຽນແປງຂອງຜູ້ມາແນະນຳ ແຕ່ໂອເຄເບີ່ງແລ້ວກາງໆ ບໍ່ໄດ້ເບີ່ງແຍ້ ແຕ່ວ່າຕົວເຂົາເອງເຂົາໃຊ້ສີນຄ້າແລ້ວເຂົາມັກ ພໍເຂົາໄປແນະນຳເພື່ອນຮອບໆຕົວ ຄົນເຮົາອາດເບີ່ງນິໄສ ຄົນລາວນີ້ ກໍ່ຈະເລົ່າໃຫ້ເພື່ອນຟັງ ວ່າມັນດີ ເພື່ອນຂອງຂ້ອຍ ຫ້າຫົກຄົນໃຊ້ແລ້ວດີ ບາງຄັ້ງເຂົາມີເງີນຕອບແທນກັບມາບໍ່ຫລາຍນີ້ ເຂົາຈະເບີ່ງເຫັນໂອກາດທາງທຸລະກິດເດີ ອຸ່ຍ ຂະໜາດເຮົາບໍ່ເຫັນໂອກາດທາງທຸລະກິດເລີຍ ແລ້ວສີນຄ້າມັນໄປໄດ້ເນາະ ຄົນມັກສີນຄ້ານະ ແລ້ວກໍ່ສົນໃຈຂື້ນມາແລ້ວເບ່ີງອອກ ເພາະວ່າວັນນີ້ ຄົນລາວສະຫລາດ ເຂົາກໍ່ເບີ່ງອອກວ່າ ເອີຕົວນີ້ມັນໄປໄດ້ ສີນຄ້າຕົວນີ້ເຮົາກໍ່ມັກ ເພື່ອນເຮົາກໍ່ມັກ ເພາະສະນັ້ນ ທີ່ຄົນມາຊວນມາເປັນນັກທຸລະກິດໄດ້ນີ້ ມັນກໍ່ໜ້າຈະເປັນຈິງ ເພາະສະນັ້ນ ຫລາຍໆຄົນກໍ່ຕັດສີນໃຈເຂົາມາທຳທຸລະກິດຢ່າງຈິງຈັງ  ເລື້ອງໃນຫມໍເສັງເຮົາຈະໄດ້ເລື້ອຍໆວ່າ ເຮົາເປັນຄົນຄອບຄົວດຽວກັນ ກໍ່ການທີ່ເຂົາມາລວມໃນຫມໍເສັງ ກໍ່ເຫມືອນເຂົາໄດ້ຕັດສີນໃຈເປີດບໍລິສັດຂອງຕົວເອງ ຕັດສີນໃຈເປີດບໍລິສັດລູກ ເພາະວ່າເຮົາມີການຄຸ້ມຄອງລິຂະສິດເຄືອຂ່າຍ ຕໍ່ໄປນີ້ບໍລິສັດຈະບໍ່ຕັດເຂົາອອກໄປ ສະຫມັກແລ້ວຢູ່ໄດ້ຕະຫລອດຊີວິດ ວິທີການແບບນີ້ກໍ່ເຫມືອນກັບວ່າ ເຮົາໄດ້ຊວນເຂົາມາສ້າງເງີນອອມ ມາສ້າງເຄືອຂ່າຍຜູ້ໃຊ້ສີນຄ້າ ໄປເລື້ອຍໆເມື່ອເຂົາໄດ້ຕັດສີນໃຈແບບນີ້ແລ້ວ ເຂົາໃຈແບບນີ້ແລ້ວ ນີ້ກໍ່ຄືບົດເລີ້ມຕົ້ນຂອງການທຳທຸລະກິດ ຊື່ງເຮົາຈະເປັນກຳລັງໃຈໃຫ້ ຄົນທີ່ທຳທຸລະກິດອັນດັບທຳອິດ ຮູ້ສຶກວ່າເຮົາເປັນເຈົ້າຂອງ ທີ່ເວົ້າແບບນີ້ ເພາະວ່າຄົນສ່ວນໃຫຍ່ຄິດວ່າມັນເປັນເລື້ອງເລັກນ້ອຍ ມັນທຳບໍ່ໄດ້ ເຂົາເລີ້ມທຳນ້ອຍໆ ເຂົາຄິດວ່າມັນເປັນງານນ້ອຍໆ ຕ້ອງເບີ່ງອີກວ່າ ໃນແງ່ຂອງການເປັນເຈົ້າຂອງ ຖ້າເຮົາທຳງານຈິງຈັງ ງານນີ້ບໍ່ແມ່ນງານນ້ອຍໆເດີ ຖ້າເຂົາມີຄວາມຕັ້ງໃຈ ມີແຮງບັນດານໃຈ ມີຄວາມຝັນຫຍັງໃນອານາຄົດນີ້ ທຸກສີ່ງເປັນຈິງໄດ້ ເວົ້າງ່າຍໆກໍ່ຄື ສະໜັບສະໜູນໃຫ້ເຂົາເຊື່ອໜັ້ນ ມີຄວາມເຊື່ອ ມີຄວາມສັດທາ ໃນສີ່ງທີ່ເຂົາກຳລັງຈະເລີ້ມຕົ້ນທຳງານ ຂະນະດຽວນີ້ກໍ່ຕ້ອງທຳຕົວ ບອກເຂົາວ່າ ໃນຫົນທາງທຳງານຂອງເຂົາ ເຂົາຈະບໍ່ໂດ່ດດຽວ ເຂົາຈະບໍ່ວ້າເວ ເຮົາຈະເບີ່ງແຍງເຂົາ ເຮົາຈະຊ່ວຍໃຫ້ເຂົາເກັ່ງຂື້ນ ໃຫ້ໄວທີ່ສຸດ ເຖີງແມ້ວັນນີ້ເຮົາຈະໃຫມ່ ແຕ່ເຮົາມີທີມ ເຮົາມີອັບລາຍ ເຮົາມີຕົ້ນສາຍ ທີ່ຈະມາຊ່ວຍເບີ່ງແຍງເຮົາ ທັ້ງຫມົດກໍ່ຈະທຳໃຫ້ຄົນທີ່ເຂົາຢາກຈະທຳທຸລະກິດ ມີຄວາມຮູ້ສຶກວ່າ ມັນເປັນໄປໄດ້ ແລ້ວກໍ່ເຂົາມີຄົນຊ່ວຍ ຢ່າຟ້າວໃຫ້ເຂົາໄປລຸຍງານທັນທີ່ ຕ້ອງປູກຝັງໃຫ້ເຂົາມີທັດສະນະຄະຕິທີດີຕໍ່ຕົວເຂົາກ່ອນ ຂໍ້ທຳອິດ ຖ້າທັດສະນະຄະຕິຍັງບໍ່ດີ ໄປທຳງານແລ້ວນີ້ ປະກອບກັບຄວາມຮູ້ຍັງບໍ່ດີດ້ວຍນີ້ ເວົ້າກໍ່ຍັງຜິດໆຖຶກໆ ແນ່ນອນພໍໄປເຈີະຄຳເວົ້າທີ່ປະຕິເສດນີ້ ຄັ້ງສອງຄັ້ງ ກໍ່ຈະເສຍກຳລັງໃຈ ເພາະສະນັ້ນ ສີ່ງນື່ງຂອງຄົນທີ່ທຳທຸລະກິດແບບນີ້ກໍ່ຄື ຕ້ອງສ້າງຄວາມເຊື່ອ ຮຽນຮູ້ກ່ອນ ແລ້ວຈິງໄປຊວນຄົນ ແລ້ວສີ່ງເລົ່ານີ້ມັນຈະຢູ່ໃນຊ່ວງເປັນອາທິດ ຫລື ເປັນເດືອນ ເຮົາຈະຮູ້ສຶກລັງເລ ກ້າບໍ່ກ້າ ທຳບໍ່ທຳ ແບບນີ້ ສະນັ້ນ ມັນຈະຕ້ອງຮູ້ໃຫ້ຊັດເຈນ ໃນເລື້ອງຂອງທັດສະນະຄະຕິກ່ອນ
ຫວັງວ່າ ວັນນີ້ ທ່ານໄດ້ແງ່ຄິດທີ່ດີ ເພື່ອເອົາໄປປັບໃຊ້ກັບທຸລະກິດຂອງທ່ານ
ຂໍໃຫ້ທ່ານປະສົບຄວາມສຳເລັດຢ່າງສູງ
ທອງຈັນ ພົນທະຈັກ
ທີ່ປຶກສາທຸລະກິດເຄືອຂ່າຍ
856 20 22380244