ค้นหาบล็อกนี้

วันพุธที่ 11 สิงหาคม พ.ศ. 2553

ຂໍ້ຄວນພິຈາລະນາກ່ອນຕັດສີນໃຈເຂົ້າຮ່ວມທຸລະກິດເຄື່ອຂ່າຍ

ສະບາຍດີ

ເວົ້າເລື້ອງທຸລະກິດເຄື່ອຂ່າຍ ປັດຈຸບັນມີບໍລິສັດທີ່ເປີດທຳທຸລະກິດນີ້ຈຳນວນຫລາຍ ມະຫາສານ ບາງບໍລິສັດກໍ່ໜ້າເຊື່ອຖື ບາງບໍລິສັດກໍ່ບໍ່ຮູ້ທີ່ໄປທີ່ມາ ແລະບໍ່ຮູ້ຈຸດໜາຍທີ່ແທ້ຈິງຂອງການເຮັດທຸລະກິດ ວັນນີ້ຂ້ອຍກໍ່ເລີຍຖືໂອກາດ ນຳສະເໜີກ່ຽວກັບ ຂໍ້ພິຈະລະນາກ່ອນທີ່ທ່ານຈະຕັດໃຈເຂົ້າຮ່ວມທຸລະກິດນີ້ເດີ
ກ່ອນອື່ນເຮົາຕ້ອງຍອມຮັບວ່າ ທຸລະກິດເຄື່ອຂ່າຍ ເປັນທຸລະກິດທີ່ສາມາດສ້າງເມັດເງີນໄດ້ຈຳນວນຫລາຍ ແລະໃນເວລາທີ່ບໍ່ເຫີງນານ ດັ່ງນັ້ນຈີ່ງມີຄົນທີ່ຕ້ອງການເຂົ້າຮ່ວມທຸລະກິດນີ້ຈຳນວນຫລາຍ ແຕ່ເນື່ອງຈາກຂາດຄວາມເຂົ້າໃຈມັນຢ່າງແທ້ຈິງ ຈິງເຮັດໃຫ້ເຮັດທຸລະກິດນີ້ບໍ່ສຳເລັດ
ຄົນທີ່ຈະເຮັທທຸລະກິດເຄື່ອຂ່າຍ ຕ້ອງມີຂໍ້ພິຈາລະນາກ່ອນທີ່ຈະຕັດສີນໃຈເຂົ້າຮ່ວມຫລາຍດັ່ງປະການນີ້
1. ຄວາມເຂົ້າໃຈທຸລະກິດ
2. ບໍລິສັດ
3. ຜະລິດຕະພັນ
4. ແຜນທຸລະກິດ
5. ຜູ້ນຳ

1. ຄວາມເຂົ້າໃຈທຸລະກິດ: ທຸລະກິດເຄື່ອຂ່າຍ ເປັນທຸລະກິດທີ່ມະຫັດສະຈັນ ເປັນທຸລະກິດທີ່ສາມາດສ້າງເມັດເງີນໄດ້ຈຳນວນມະຫາສານໃນໄລຍະເວລາອັນວ່ອງໄວ ເໜາະສຳລັບຄົນທີ່ມີຕົ້ນທືນຊີວິດບໍ່ຫລາຍ ເນື່ອງຈາກທຸລະກິດນີ້ໃຊ້ລົງທືນບໍ່ຫລາຍ(ບາງບໍລິສັດ) ກໍ່ສາມາດເຮັດທຸລະກິດໄດ້ ແລະຊ່ວງໄລຍະເວລາເລີ້ມທຸລະກິດ ປີ_ສອງປີ ທຳອິດ ຈະບໍ່ຄ່ອຍເຫັນລາຍໄດ້ເທົ່າໃດ ເພາະເນື່ອງຈາກເປັນຊ່ວງເວລາທີ່ຕ້ອງສ້າງເຄື່ອຂ່າຍ ຕ້ອງເຂົ້າໃຈວ່າ ລາຍໄດ້ທຸລະກິດນີ້ເກີດຈາກເຄື່ອຂ່າຍ ເກີດຈາກສະມາຊິກໃນອົງກອນ ຖ້າມີຫລາຍເທົ່າໃດ ໂອກາດທີ່ຈະມີເງີນມີຄຳ ກໍ່ມີຫລາຍເທົ່ານັ້ນ ດັ່ງນັ້ນ ຊ່ວງເວລາເລີ້ມທຳອິດທຸລະກິດ ຕ້ອງຍອມຮັບເລື້ອງລາຍໄດ້ວ່າມັນຍັງບໍ່ໄດ້ຫລາຍເດີ ແຕ່ສະເໜ່ຂອງທຸລະກິດນີ້ຄື ລາຍໄດ້ຫລາຍຂື້ນເລື້ອຍໆ
2. ບໍລິສັດ: ເປັນປະເດັນສຳຄັນ ມັນເໜືອນກັບການເລືອກບ້ານເດີ ກ່ອນທີ່ເຮົາຈະເຂົ້າໄປຢູ່ໃນບ້ານຫລັງໜື່ງ ເຮົາຈະຕ້ອງພິຈາລະນາຕັ້ງແຕ່ໂຄງສ້າງພື້ນຖານ ວັດຖຸ ອຸປະກອນ ສະຖານທີ່ ຄວາມໜັ້ນຄົງ ເຊັ່ນດຽວກັນ ບໍລິສັດທີ່ເປີດເຮັດທຸລະກິດນີ້ ມີຈຳນວນຫລາຍໃນປະເທດເຮົາ ດັ່ງນັ້ນຕ້ອງພິຈາລະນາ ບາງບໍລິສັດຫາທ່ີໄປທີ່ມາບໍ່ເຈີ ແຕ່ຂ້ອຍແນະນຳເດີວ່າ ຄວນເປັນບໍລິສັດທີ່ທ່ານສາມາດສຳພັດຈຳບາຍໄດ້ ເພາະຂ້ອຍເຫັນມາຫລາຍແລ້ວ ບໍ່ລິສັດທີ່ບໍ່ມີຄວາມໜັ້ນຄົງ ພໍໄດ້ເງີນຄ່າສະໜັກ ພໍໄດ້ເງີນຈາກສະມາຊິກແລ້ວ ກໍ່ປິດບໍລິສັດໜີໄປ ແບບນີ້ເຮົາບໍ່ສາມາດເຮັດຫັຍງໄດ້ເລີຍ ເຂົາມາຕີຫົວເຮົາໃນບ້ານແລ້ວເຂົາກໍ່ໜີໄປ ມັນເຈັບໃຈເດີ
3. ຜະລິດຕະພັນ: ເປັນປະເດັນສຳຄັນທີ່ສຸດໃນການເຮັດທຸລະກິດເຄື່ອຂ່າຍ ເພາະລາຍໄດ້ຂອງເຮົາຈະເກີດຈາກການຈຳໜ່າຍສີນຄ້ານີ້ແຫລະເດີ ສີນຄ້າບໍ່ດີກໍ່ບໍ່ມີຜູ້ບໍລິໂພກ ເມື່ອບໍ່ມີຜູ້ບໍລິໂພກກໍ່ບໍ່ມີຄະແນນ ເມື່ອບໍ່ມີຄະແນນກໍ່ບໍ່ມີລາຍໄດ້ນັ້ນເອງ ດັ່ງນັ້ນ ຜະລິດຕະພັນຕ້ອງມີ ຄຸນນະພາບສູງ ຕ້ອງມີການສັ່ງຊື້ຊຳ້ຕະຫລອດເວລາ ຕ້ອງບໍ່ມີວາງຂາຍທົ່ວໄປຕາມທ້ອງຕະຫລາດ ແລະທີ່ສຳຄັນ ຫາກເປັນສີນຄ້າທີ່ກ່ຽວກັບສຸຂະພາບໄດ້ກໍ່ຈະເປັນການດີຫລາຍເລີຍເດີ ( ແລ້ວ
4. ແຜນທຸລະກິດ: ສີ່ງນີ້ກໍ່ສຳຄັນບໍ່ນ້ອຍກ່ວາຜະລິດຕະພັນ ແລະເປັນຂອງຄູ່ກັນ ແຜນທຸລະກິດຈະບອກໄດ້ວ່າ ທ່ານຈະມີລາຍໄດ້ແນວໃດ ຫລາຍຊຳ້ໃດ ສີ່ງທີ່ພິຈາລະນາກໍ່ໄດ້ແກ່ ໃຫ້ຜົນຕອບແທນສູງ ຢຸດຕິທຳ ກວດສອບໄດ້ ເຂົ້າໃຈງ່າຍ ລົງທືນບໍ່ສູງຫລາຍ ຕ້ອງມ່ີການປະກັນລາຍໄດ້ ເປັນຫຍັງຂ້ອຍຈິງເນັ້ນເລື້ອງນີ້ ເພາະລາຍໄດ້ເກີດຈາກຄະແນນເກີດຈາກການຊື້ສີນຄ້າ ແລະຫາກມີການປະກັນລາຍໄດ້ ກໍ່ເທົ່າກັບວ່າ ເຮົາຈະມີຄະແນນເຂົ້າມາຢ່າງຕໍ່ເນື່ອງ ແລະສົມມຸດວ່າ ມີສະມາຊິກໃນອົງກອນເຮົາ 10,000 ຄົນ ຫາກທຸກຄົນປະກັນລາຍໄດ້ ກໍ່ຮັບຮອງວ່າເຮົາກໍ່ຈະມີລາຍໄດ້ຈາກຄະແນນແນ່ນອນ
5. ຜູ້ນຳ: ປະເດັນນີ້ສຳຄັນ ເນື່ອງຈາກວ່າ ການເຮັດທຸລະກິດເຄື່ອຂ່າຍ ເບື້ອງຕົ້ນນັ້ນ ເຮົາຕ້ອງອາໄສຜູ້ນຳຊ່ວຍເຫລືອເປັນຢ່າງຫລາຍ ທ່ານບໍ່ມີທາງເຮັດສຳເລັດໄດ້ ຫາກທ່ານເຮັດທຸລະກິດນີ້ຄົນດຽວ ສີ່ງທີ່ຈະຕ້ອງພິຈາລະນາຄື ຜູ້ນຳມີຜົນງານແນວໃດ ມີຄວາມສາມາດຫລາຍໜ້ອຍຊຳ້ໃດ ຈິງໃຈກັບເຮົາບໍ່ ຊ່ວຍເຫລືອເຮົາໄດ້ຫລາຍບໍ່ ເປັນຕົ້ນ
6. ນີ້ແຫລະເດີ ສີ່ງທີ່ຕ້ອງພິຈາລະນາກ່ອນທີ່ທ່ານຈະຕັດສີນໃຈເຮັດທຸລະກິດເຄື່ອຂ່າຍ ຫາກເລືອກຖຶກຕ້ອງແລ້ວໂອກາດທີ່ຈະປະສົບຄວາມສຳເລັດ ມີລາຍໄດ້ຢ່າງພຽງພໍກັບຄວາມຕ້ອງການກໍ່ບໍ່ໄກເກີນເອື້ອມເດີດ

ແດ່ຄວາມສຳເລັດຂອງເຈົ້າ..
ທອງຈັນ ພົນທະຈັກ
ນັກທຸລະກິດເຄື່ອຂ່າຍມືອາຊີບ
Tel: 856 2055670662
www.wathmlm.co.cc

ເລື້ອງຂອງການເດີນທາງ


ເລື້ອງຂອງການເດີນທາງ


ສະບາຍດີ

ວັນນີ້ຂ້ອຍຫາກໍ່ໄດ້ມີໂອກາດເປີດblog ແລ້ວກໍ່ເລີຍໄດ້ເປີດໂອກາດບອກກັບທຸກທ່ານ ດັ່ງຕໍ່ໄປນີ້
1. ຊີວິດຂ້ອຍມັນເປັນຊີວິດທີ່ພິກຜັນ ແຕ່ກໍ່ຢູ່ການຄວບຄຸມ ມາເຖີງວັນນີ້ ຂ້ອຍບໍ່ຄິດບໍ່ຝັນວ່າ ຂ້ອຍຈະໄດ້ເດີນທາງຫລາຍຂະໜາດນີ້ ເຊີ່ງຜົນຂອງການເດີນທາງມັນເຮັດໃຫ້ຂ້ອຍໄດ້ຮຽນຣູ້ ໄດ້ພົບເຈີ ຫລາຍສີ່ງຫລາຍຢ່າງ ຫລາຍໆຄົນ ແລະບາງຄົນກໍ່ໄດ້ພິສູດໃຫ້ຂ້ອຍເຫັນວ່າ ເປັນເພື່ອນແທ້ ຫລື ເພື່ອນປອມ ແລະມັນຊີວິດທີ່ຂ້ອຍເລືອກເອງ ມັນມີຄວາມສຸກຫລາຍ ສຸດຢອດເລີຍ

2. ການເດີນທາງ ມັນຊ້ອນຫຍັງໄວ້ຫລາຍສີ່ງ ມີຄົນເຄີຍບອກຂ້ອຍວ່າ ‘’ ປະສົບການຂອງການເດີນທາງ ບໍ່ແມ່ນສີ່ງທີ່ເຮົາໄດ້ເດີນທາງໄປພົບ ແຕ່ມັນຢູ່ທີ່ສອງຂ້າງທາງນັ້ນຕ່າງຫາກ ແລະວັນນີ້ຂ້ອຍໄດ້ພົບສີ່ງທີ່ເຂົາບອກແລ້ວເດີ

3. ເລື້ອງຂອງການທຳທຸລະກິດເຄື່ອຂ່າຍ(ຂາຍຕຣົງ) ຂ້ອຍຄິດວ່າ ບໍ່ມີໃຜທີ່ຈະມີຄວາມສຸກເທົ່າກັບຂ້ອຍອີກແລ້ວ ມີເງີນເຂົ້າທຸກວັນ ແລະສາມາດກວດສອບທຸກຢ່າງໄດ້ຜ່ານ The Internet ແລ້ວແຖມເຮົາໄດ້ເດີນທາງໄປຕາມສະຖານທີ່ຕ່າງໆ ໄປຕາມແຂວງຕ່າງໆ ໄປຕາມເມືອງຕ່າງໆ ຂ້ອຍວ່າຊີວິດນື່ງທີ່ເກີດມາ ມັນຄຸ້ມຫລາຍ
ເອົາໄວ້ສາມປະການນີ້ກໍ່ພໍແລ້ວເດີ ສຳລັບວັນນີ້ ແລ້ວວັນຕໍ່ໄປ ຂ້ອຍຈະໄດ້ບອກເລື້ອງລວມຕ່າງໆ ທີ່ຂ້ອຍໄດ້ເດີນທາງໄປພົບ ຮັບຮອງວ່າສະນຸກໄປພ້ອມກັບຂ້ອຍແນ່ນອນເດີ
ອາທິດໜ້າຂ້ອຍອອກນອກເມືອງ


ແດ່ຄວາມສຳເລັດຂອງເຈົ້າ…
www.thongchanhtoglobal.blogspot.com or www.watchmlm.com