ค้นหาบล็อกนี้

วันเสาร์ที่ 21 สิงหาคม พ.ศ. 2553

ທຳທຸລະກິດ MLM ຕ້ອງການຄົນກຸ່ມໃດ?


ກຸ່ມປະເພດທຸລະກິດທີ່ເຮົາຕ້ອງການມາຮ່ວມທຸລະກິດເຄື່ອຂ່າຍ

Understand kind of business and target group?

ທຳທຸລະກິດ MLM ຕ້ອງການຄົນກຸ່ມໃດ?

ສະບາຍດີຂ້ອຍທອງຈັນ ພົນທະຈັກ ຜູ້ນຳໃນທຸລະກິດ MLM ວັນນີ້ຂ້ອຍຈະມາປ່ຽນແປງການທຳທຸລະກິດ MLM ໃຫ້ຖຶກຕ້ອງແລະຈະເຮັດໃຫ້ເຈົ້າຮັກ ແລະຫລົງໄຫລໃນການທຳທຸລະກິດ.

ກ່ອນອື່ນຂ້ອຍຢາກໃຫ້ເຈົ້າເຂົ້າໃຈປະເພດທຸລະກິດແລະກຸ່ມເປົ້າໜາຍໃນຫົວຂໍ້
(Understand kind of business and target group?

ວິທີຄົ້ນຫາກຸ່ມເປົ້າໜາຍໃນການທຳທຸລະກິດ MLM ໃຫ້ຖຶກຕ້ອງໃນການທຳທຸລະກິດບໍ່ວ່າຈະເປັນທຸລະກິດປະເພດໃດກໍ່ຍ່ອມມີສີນຄ້າແລະ product , ຜະລິດຕະພັນແຕ່ລະຊະນິດກໍ່ຍ່ອມມີກຸ່ມການຕະຫລາດທີ່ແຕກຕ່າງກັນ ຍົກຕົວຢ່າງເຊັ່ນ:
ມືຖືກໍ່ຈະມຸ່ງໄປທີ່ກຸ່ມໄວຫລຸ້ນ ຄົນຫລຸ້ນໃໜ່ ເພາະເປັນກຸ່ມທີ່ໃຊ້ໂທລະສັບ ແລະກໍ່ປ່ຽນໂທລະສັບເລື່ອຍໆ ດັ່ງນັ້ນວິທີການທຳການຕະຫລາດຈະຕ້ອງໃຫ້ເປັນທີ່ສົນໃຈຂອງກຸ່ມນີ້ ອີກຕົວຢ່າງນື່ງກໍ່ຄື ລົດຍົນ ບໍ່ວ່າຈະເປັນ BMW, NISSAN, TOYATO ອື່ນໆ ກໍ່ມີກຸ່ມເປົ້າໜາຍທີ່ບໍ່ເໜືອນກັນ. ດັ່ງນັ້ນ ຫລັກການໃນການໂຄສະນາການຕະຫລາດຈິງແຕກຕ່າງກັນເພື່ອໃຫ້ຕອບສະໜອງກັບຄວາມຕ້ອງການກັບ
ກຸ່ມເປົ້າໜາຍຂອງຕົນໃຫ້ຫລາຍທີ່ສຸດ. ແລ້ວທຸລະກິດເຄື່ອຂ່າຍ MLM ຕ້ອງການຄົນກຸ່ມໃດຫລາຍທີ່ສຸດ ອາດເຄີຍໄດ້ຍິນວ່າໃຜໆ ກໍ່ສາມາດທຳທຸລະກິດເຄື່ອຂ່າຍທຸກເພດ ທຸກໄວ ຕັ້ງແຕ່ດອກເຕີ ທະຫານຕຳຫຼວດ ພໍ່ແມ່ນັກຮຽນ ນັກສຶກສາ ປັນຍາຊົນ
ແມ້ກະທັ້ງຄົນຕົກງານ ຈົນທຳໃຫ້ຄ້ດວ່າທຸກຄົນຄື ກຸ່ມເປົ້າໜາຍ ຂໍພຽງແຕ່ຢາກທຳກໍ່ສາມາດສຳເລັດໄດ້ ໃຜກໍ່ທຳໄດ້ທັ້ງນັ້ນ . ສະນັ້ນເຈົ້າກໍ່ເລີຍທຳການຕະຫລາດແບບຫາຄົນໄປທົ່ວ ເພື່ອໃຫ້ຄວບຄຸມກັບທຸກໆກຸ່ມ ຫາໃຜຈັກຄົນທີ່ພ້ອມຈະຈ່າຍ ພ້ອມທີ່ຈະລົງທືນ ແລະອີກຢ່າງໜື່ງ ກໍ່ແລ່ນໄລ່ລ່າຄົນອ້ອມໆຂ້າງ ເຮົາຄິດວ່າທຸລະກິດເຄື່ອຂ່າຍເໜາະສົມກັບເຂົາຫລາຍທີ່ສຸຸດ
ກ່ອນທີ່ເຂົາຈະມີເວລາໄປຄິດໄຕ່ຕອງ ໂດຍບໍ່ຮູ້ວ່າຕົວເຂົານັ້ນ ສາມາດທຳທຸລະກິດໄດ້ຈິງຫລືບໍ່? ວິທີການນີ້ກໍ່ຄື
ການປິດການຂາຍທີ່ມັນບໍ່ເວີກ (work) ເລີຍ! ເພາະວ່າການປິດການຂາຍຈຳເປັນຈະຕ້ອງທຳຢູ່ແລ້ວ ພຽງແຕ່ວ່າວິທີການທີ່ເຈົ້າທຳ ຫລື ເຄີຍທຳຢູ່ນັ້ນຈະເປັນລັກສະນະ
ໂກຍຄົນເຂົ້າມາຫລາຍໆ ບໍ່ໄດ້ເບີ່ງທີ່ຄຸນນະພາບຂອງຄົນ. ເມື່ອເຈົ້າສ້າງເຫດແບບນີ້ໄວ້. ສະນັ້ນກໍ່ຈະພໍເວົ້າໄດ້ວ່າ:
ເຈົ້າໄດ້ພຽງປະລິມານຄົນ ແຕ່ປະສິດທິພາບບໍ່ຫລາຍ ເພາະຄົນທີ່ເຂົ້າມາທຳທຸລະກິດນ້ອຍຫລາຍ ເຂົາອາດຈະເຂົາມາເພາະຕົວຂອງເຈົ້າ. ບໍ່ແມ່ນເພາະການຕັດສີນໃຈຂອງເຂົາ ເພາະເຂົາເຂົ້າມາເພາະອາລົມຕ້ອງການຄວາມສຳເລັດຊົ່ວຄັ້ງ ຊົ່ວຄາວເທົ່ານັ້ນ. ດັ່ງນັ້ນ ອັດຕາສ່ວນຂອງຄົນທີ່ຫລົ້ມເລີກ ຫລືວ່າ ເລີກທຳ ແລະອອກຈາກທຸລະກິດຈີງສູງຫລາຍ ແລະ ນີ້ຄືເຫດຜົນນື່ງ
ທີ່ເຮັດໃຫ້ຄົນບໍ່ມັກທຸລະກິດເຄື່ອຂ່າຍ ແລະເຊື່ອວ່າ ມັນເປັນທຸລະກິດທີ່ຫລອກຫລວງ ພວກຂາຍຝັນ ບໍ່ມີທາງສຳເລັດໄດ້ແທ້ດ໋ອກ ເພາະຄົນສຳເລັດນ້ອຍຫລາຍ ຈິງເຮັດໃຫ້ເຮົາບໍ່ສາມາດສະປອນເຊີຄົນໄດ້ຈິງໆ ເພາະມັນເໜືອນກັບຖັງນຳ້ຮົ່ວ ທີ່ເຈົ້າເຕີມນຳ້ເທົ່າໃດກໍ່ບໍ່ມີທາງເຕັມເພາະທຸກຄັ້ງທີ່ເຕີມນຳ້ມັນກໍ່ຈະໄຫລອອກທຸກຄັ້ງ.
ສະນັ້ນ ວັນນີ້ ເຖີງເວລາແລ້ວທີ່ເຈົ້າຈະປະຕິວັດຄວາມຄິດ ຍົກລະດັບຄວາມຄິດ ຕາມທັດສະນະຄະຕິແບບໃໜ່
ໃນການທຳທຸລະກິດ MLM ໄດ້ແລ້ວ ຈົ່ງເບີ່ງທຸລະກິດນີ້ໃຫ້ເປັນເໜື່ອນທຸລະກິດທຸລະກິດທົ່ວໄປ.
ຖ້າຫາກວ່າເຈົ້າເປັນຜູ້ບໍລິຫານທຸລະກິດຫຍັງກໍ່ຕາມເຈົ້າກໍ່ຕ້ອງເລືອກຄົນທີ່ມີຄຸນນະພາບ ຕ້ອງການຄົນເກັ່ງເຂົ້າມາຮ່ວມງານ ຕ້ອງການຄົ້ນທີ່ມີຄວາມມຸ່ງໜັ້ນໃນການທຳງານແມ່ນບໍ່?
ດັ່ງນັ້ນທຸລະກິດ MLM ກໍ່ເຊັ່ນດຽວກັນ ກຸ່ມເປົ້າໜາຍທີ່ຕ້ອງການຈິງໆ ໃນການທຳທຸລະກິດ MLM ມີພຽງແຕ່ສອງປະເພດເທົ່ານັ້ນຄື:
1. ປະເພດຄົນທີ່ເຈົ້າຕ້ອງການ ຄືຄົນທີ່ຈິງໃຈ ຄົນທີ່ຍອມຮຽນຮູ້ ມີສັດຈະຍະພາບ
2. ປະເພດຄົນທີ່ເຂົາຕ້ອງການທຳທຸລະກິດຢູ່ແລ້ວ ຕ້ອງການຈະໃຊ້ຜະລິດຕະພັນຢູ່ແລ້ວ ແລະຍົກຕົວຢ່າງເຊັ່ນ:
ຄົນທີ່ເຄີຍທຳທຸລະກິດມາກ່ອນ ມີປະສົບການມາແລ້ວ ກຳລັງຊອກຫາໂອກາດໃນການທຳທຸລະກິດ ຄົນທີ່ຕ້ອງການ
ວິທີທຳໃຫ້ເຂົາສຳເລັດ ຄົນທີ່ຕ້ອງການຜົນລັບຈາກຜະລິດຕະພັນ ຄົນທີ່ຊອກຫາລາຍໄດ້ເພີ້ມ ເຈົ້າຈະເຫັນວ່າ
ທັງສອງກຸ່ມນີ້ເປັນໃຜກໍ່ໄດ້ ບໍ່ໄດ້ກ່ຽວຂ້ອງກັບອາຍຸ ສຶກສາອາຊີບ ເຊີ່ງອາດຈະບໍ່ແມ່ນຍາດພີ່ນ້ອງ ຄົນໃກ້ຕົວ ຫລືວ່າ
ເພື່ອນຊະນິດຂອງເຈົ້າເລີຍ ແຕ່ສີ່ງທີ່ຄົນສອງກຸ່ມມີເໜືອນກັນກໍ່ຄື ຄວາມມຸ່ງໜັ້ນຢ່າງແຮງກ້າ ທີ່ຈະສຳເລັດແລ້ວ ແລະເຂົາເປັນຄົນເລືອກທີ່ຈະຕັດສີນໃຈ ທຳເອງ ຄົນແບບນີ້ພ້ອມທີ່ຈະຮຽນຮູ້
ແລະປ່ຽນແປງບາງສີ່ງ ບາງຢ່າງເພື່ອໃຫ້ໄດ້ມາເຊີ່ງເປົ້າໜາຍຂອງເຂົາເອງ
ດັ່ງນັ້ນ ເຮົາຈະບໍ່ເຈີຄຳປະຕິເສດຂອງຄົນທັ້ງສອງກຸ່ມນີ້ເລີຍ ເຈົ້າເຫັນເລີຍວ່າແຕກຕ່າງຈາກການທຳທຸລະກິດ MLM ແບບເດີມທີ່ມຸ່ງໄປທີ່ທຸກໆຄົນຕະຫລອດ 360 ອົງສາ ອ້ອມຕົວຂອງເຂົາເຈົ້ານັ້ນຄືຜູ້ມຸ່ງຫວັງ ແຕ່ເລືອກສະເພາະຄົນ
ທີ່ເໜາະສົມເທົ່ານັ້ນ ເພາະສີ່ງສຳຄັນເຮົາບໍ່ໄດ້ໄປຢັດຢຽດໃຫ້ກັບເຂົາ ເຖີງແມ່ນວ່າເຮົາຈະຫວັງດີ ຫລືວ່າ ເຈດຕະນາດີ
ແຕ່ເປັນຫຍັງເຂົາຈິງບໍ່ຮັບ
ຄຳຕອບງ່າຍໆກໍ່ຄື ເຈົ້າໄປໃຫ້ໃນສີ່ງທີ່ເຂົາບໍ່ຕ້ອງການ ເຂົາບໍ່ຕ້ອງການສີ່ງທ່ີ່ເຈົ້າໃຫ້ເລີຍ. ສະນັ້ນເຂົາປະຕິເສດແນ່ນອນ
ເມື່ອເຮົາມາພິຈາລະນາຄົນສອງກຸ່ມເປົ້າໜາຍທີ່ເຮົາຕ້ອງການ ເຮົາກໍ່ບໍ່ຈຳເປັນອອກໄປໄລ່ລາຄົນອີກຕໍ່ໄປ
ສະນັ້ນ ງານຂອງເຈົ້າພຽງແຕ່ຊີ້ແນວທາງທີ່ເຂົາຕ້ອງການຈິງໆ
(Knowledge and how to )
ບໍ່ວ່າຈະເປັນເລື້ອງຄວາມຮູ້ຕ່າງໆ ວິທີການແກ້ໄຂບັນຫາທີ່ເຂົາກັງວົນຢູ່ແລະ ຕ້ອງການຄວາມສຳພັນລະຫວ່າງເຈົ້າກັບເຂົາ
ໃຫ້ຫລາຍຂື້ນ ເມື່ອເຂົາໄດ້ຄຳຕອບ ແລະ ເລີ້ມສັດທາໃນຕົວເຈົ້າເທົ່ານັ້ນ ໃນບໍຊ້າເຂົາກໍ່ຈະມາຮ່ວມທຸລະກິດ ຫລືວ່າ
ຊື້ຜະລິດຕະພັນກັບເຈົ້າ ແນ່ນອນ ໂດບທີ່ເຈົ້າບໍ່ຕ້ອງອອກໄປໄລ່ລ່າເຂົາເລີຍ ປຽບສະເໜືອນເຈົ້າເປີດຮ້ານຂາຍຢາ ເມື່ອເຂົາຕ້ອງການຢາເຂົາກໍ່ຈະເດີນເຂົ້າມາຫາເຈົ້າ ເອງກໍ່ພຽງເຈົ້າມີສ່ີ່ງທີ່ເຂົາຕ້ອງການເທົ່ານັ້ິນເອງ ແລະອີກຢ່າງນື່ງ
ທີ່ຢາກຈະຝາກໃວ້ ເຈົ້າບໍ່ແມ່ນນັກຈິດຕະແພດ ຫລືວ່ານັກປ່ຽນ
ທັດສະນະຄະຕິຄົນ ຢ່າໃຊ້ເວລາກັບຄົນທີ່ບໍ່ແມ່ນ ຢ່າພະຍາຍາມໂນ້ມນ້າວເຂົາໃຫ້ປ່ຽນແປງແນວຄິດ ຈາກຄົນທີ່ບໍ່ມັກເຄື່ອຂ່າຍ ໃຫ້ເຂົາໃຈຜິດທຸລະກິດເຄື່ອຂ່າຍໃນລະດັບໜື່ງ ຫລື ແມ້ກະທັ້ງ ຄົນຢ້ານການທຳທຸລະກິດລວຍ ລວຍ ເພື່ອໃຫ້ເຂົາມີ
ແນວຄິດແບບດຽວຄືກັນກັບເຈົ້າ
ເພາະເຈົ້າບໍ່ມີເວລາຫລາຍພໍ ແລະອາດບໍ່ມີຄວາມສາມາດຂະໜາດນັ້ນ ເຈົ້າອາດຈະຕ້ອງເສຍທັ້ງເວລາ ແລະ ເສຍທັ້ງ
ຄວາມຮູ້ສຶກດີໆທີ່ເຄີຍມີຕໍ່ກັນ ຈົ່ງໃຊ້ເວລາຄົ້ນຫາຄົນທີ່ເໜາະສົມຈິງສຳລັບເຈົ້າ ເພາະຈະທຳໃຫ້ເຈົ້າໄດ້ທັ້ງປະລິມານ ແລະ ຄຸນນະພາບໃນການທຳທຸລະກິດ. ດັ່ງນັ້ນ, ຂ້ອຍເຊື່ອວ່າຍັງມີຜູ້ຄົນທີ່ເປັນຜູ້ນຳ ແລະ ເອົາຈິງໃນການທຳທຸລະກິດມີຈຳນວນຫລວງຫລາຍໃນໂລກໃບນີ້ທີ່ຈະລໍຄອຍໂອກາດຈາກເຈົ້າທຸກໆຄົນ
ໂດຍສະເພາະຄົນ online ໃນໂລກໄຊເບີ ໃນ internet ຍັງມີອີກຫລາຍນັບເປັນລ້ານໆຄົນ ເຈົ້າຈະພົບວ່າ
ສຸດທ້າຍ ຖ້າເຈົ້າທຳງານຖຶກວິທີ ຖຶກຕ້ອງ ແລະ ຖຶກທາງ ເຈົ້າຈະພົບວ່າຕົວເຈົ້າ ສາມາດເລືອກໄດ້ເລີຍວ່າ
ຈະໃຫ້ໃຜມາຮ່ວມທຸລະກິດກັບເຈົ້າ ແລະ ຄົນທີ່ຝ່າຍປະຕິເສດຈາກແຕ່ກ່ອນເຂົາເຫລົ່ານັ້ນ ຫລື ຜູ້ມຸ່ງຫວັງຂອງເຈົ້າ
ມັນກົງກັນຂ້າມ ເພາະຄົນທີ່ມີສິດປະຕິເສດຄືຕົວຂອງເຈົ້າແທນ.
ສຸດທ້າຍຢ່າຕົກກຂະບວນຄວາມສຳດເລັດຂອງເຮົາ ເນື້ອຫາຂໍ້ມູນຈະເຂັ້ມຂຸ້ນເລື້ອຍໆ ໃນຫົວຂໍ້ຕໍໄປ
ຈະເປັນເລື້ອງຫຍັງ ນັ້ນໂປດຕິດຕາມຕອນຕໍ່ໄປ ສຳລັບວັນນີ້ຂອບໃຈທີ່ຕິດຕາມ ແລະ ພ້ອມຮັບອ່ານໃໜ່ໃນຫົວຂໍ້ທັດໄປ
ສະບາຍດີ

ແດ່ຄວາມສຳເລັດຂອງເຈົ້າ…
ທອງຈັນ ພົນທະຈັກ
ນັກທຸລະກິດມືອາຊີບ ປະສົບການເຄືອຂ່າຍ 3 ປີ, ອາຈານສອນ 8 ປີ , ທະນາຄານ 2 ປີ
ຍິນດີໃຫ້ຄຳປຶກສາ
www.thonchanh.wordpress.com
www.thongchanhtoglobal.blogspot.com

ໂທຣ: 856 020 55670662