ค้นหาบล็อกนี้

วันจันทร์ที่ 11 ตุลาคม พ.ศ. 2553

ເຮັດທຸລະກິດເຄື່ອຂ່າຍລວຍດ້ວຍການໂຄສະນາ

ເຮັດທຸລະກິດເຄື່ອຂ່າຍລວຍດ້ວຍການໂຄສະນາ

ສີນຄ້າດີຢ້ຽມແຕ່ບໍ່ທຳການໂຄສະນາກໍ່ຂາຍບໍ່ໄດ້
ທຸລະກິດຢູ່ເພາະການຂາຍ ແລະຈະຂາຍໄດ້ຕ້ອງການກໂຄສະນາ
ທຸລະກິດຍີ່ງປະສົບຄວາມສຳເລັດ ຍີ່ງຕ້ອງມີການໂຄສະນາ
ທຸລະກິດເຕີບໃຫຍ່ບໍ່ໄດ້ ຖ້າບໍ່ມີການໂຄສະນາ

ເປັນຫຍັງຕ້ອງໂຄສະນາ
1. ເຜີຍແຜ່ໃຫ້ຄົນຮູ້ຈັກສີນຄ້າໄດ້ຢ່າງວ່ອງໄວ
2. ຊ່ວຍເພີ້ມຍອດຂາຍ
3. ຊ່ວຍໂປຼໂມດສີນຄ້າໃໜ່
ທຸລະກິດເຄື່ອຂ່າຍຂອງເຈົ້າກໍ່ເຊັ່ນດຽວກັນຕ້ອງອາໄສການທຳການຕະຫລາດ
ປະຈຸບັນຕະຫລາດເປັນຂອງຜູ້ຊື້ ເພາະຜູ້ຂາຍມີຫລາຍ ຜູ້ຊື້ສາມາດເລືອກໄດ້ວ່າຈະຊື້ ຫລື ບໍ່ຊື້ສີນຄ້າຈາກເຈົ້າ. ສະນັ້ນ ນັກການຕະຫລາດຈີ່ງຕ້ອງຮູ້້ຈັກຄິດໃໜ່ ທຳໃໜ່ ຮູ້ຈັກສ້າງຄວາມແຕາກຕ່າງໃຫ້ກັບການປະຊາສຳພັນທຸລະກິດຂອງເຈົ້າ
ເຈົ້າຊາບບໍ່ວ່າ… ເປັນຫຍັງຂ້ອຍຈີ່ງແບ່ງປັນຫລັກການລວຍດວ້ຍການໂຄສະນາ
ນັ້ນເປັນເພາະວ່າ ຖ້າເຈົ້າໄດ້ຮຽນຮູ້ຫລັກການລວຍດວ້ຍໂຄສະນາວັນນີ້
ເຈົ້າຈະຕ້ອງເສຍເງີນ ເສຍເວລາໄປກັບການໂປຼໂມດສີນຄ້າ ບໍລິການ ຫລື ທຸລະກິດຂອງເຈົ້າໄປໂດຍເປົ່າປະໂຫຍດ
ສົມມຸດວ່າ ເຈົ້າພີມໂບຼຊົວເພື່ອໂປຼໂມດສີນຄ້າຂອງເຈົ້າ 50.000 ໃບ ເຈົ້າຕ້ອງເສຍເງີນຢ່າງນ້ອຍ 50.000 ບາດ ເຊີ່ງບໍ່ໄດ້ລວມຄ່າຈ້າງແຈກໂບຼຊົວ ຫລື ຖ້າເຈົ້າແຈກດ້ວຍຕົວເຈົ້າເອງ ເຈົ້າຍັງຕ້ອງເສຍເວລາອັນມີຄ່າຂອງເຈົ້າໄປຢ່າງຫລວງຫລາຍ

ແລ້ວຖ້າຂໍ້ຄວາມໂຄສະນາເຈົ້າບໍ່ມີຄວາມດຶງດູດພໍ ໂດຍະສະເພາະ Head line ຂອງເຈົ້າບໍ່ຄັກດີຈີງໆ ມີຫວັງໃບປີວຂອງເຈົ້າຖຶກໂຍນຖີ້ມລົງຖັງຂີ້ເຫຍື້ອແນ່ນອນ
“ ເປັນຫຍັງຈິງໃຈຮ້າຍກັບຂ້ອຍແທ້ ອ່ານແດ່ຈັກໜ້ອຍກະບໍ່ໄດ້ ສີນຄ້າສຸດຢອດລະດັບຈັກກະວານເລີຍເດີ ‘’ ເຈົ້າຄິດ

ເວລາເຈົ້າເຫັນໃບຕົກເຮ່ຍຕາມຂົວ( ສົມຊື່ໃບປີວ ປີວໄປທົ່ວ)
ເຈົ້າອາດບໍ່ຄິດຫຍັງ ເຈົ້າຮູ້ສຶກເສີຍໆ ບາງທີ່ເຈົ້າອາດເປັນຄົນໜືງ ທີ່ແກວ່ງໃບປີວນັ້ນຖີ້ມຢ່າງບໍ່ແຍ່ແສ້

ແຕ່ຄົນທີ່ພີມໃບປີວແຈກ ຄົງຫົວໃຈສະຫລາຍເມື່ອເຫັນພາບນັ້ນ

ຖ້າເຈົ້າບໍ່ສາມາດດຶງຄວາມສົນໃຈຂອງຜູ້ອ່ານໄດ້ພາຍໃນ 3 ວິນາທີ ເຈົ້າກໍ່ຕຽມຕົວເປັນເໜືອນເຫດການຂ້າງເທີງໄດ້ເລີຍ ຫລື ຖ້າເຈົ້າບໍ່ຢາກຕ້ອງເຈີກັບຝັນຮ້າຍ ເລີ້ມຮຽນຮູ້ຫລັກການໂຄສະນາດຽວນີ້ ເລີຍ

3 ສີ່ງທີ່ເຈົ້າຕ້ອງຮູ້ກ່ອນການຂຽນໂຄສະນາ
1. ກຳນົດຈຸດຂາຍ ແມ່ນຫຍັງຄືຈຸດຂາຍຂອງສີນຄ້າເຈົ້າ ເຊັ່ນ ຖ້າເຈົ້າຂາຍຖົງຕີນ ສະຕຮີ ເຈົ້າຕ້ອງຫາວ່າຈຸດຂາຍຂອງເຈົ້າຄືຫຍັງ ປຽບທຽບສີນຄ້າຂອງເຈົ້າກັບຄູ່ແຂ່ງຂອງເຈົ້າ ຢ່າລືມໃຊ້ອ້າຍ Google ໃຫ້ເປັນປະໂຫຍດ
ເຈົ້າອາດຈະບອກວ່າຖົງຕີນຂອງເຈົ້າເປັນຖົງຕີນທີ່ດີທີ່ສຸດໃນໂລກ ແຕ່ຈິງໆ ສີ່ງທີ່ເຈົ້າຕ້ອງບອກກັບລູກຄ້າຂອງເຈົ້າ ກໍ່ຄື ມັນມີຈຸດເດັ່ນຫຍັງທີ່ແຕກຕ່າງຈາກຖົງຕີນຍີ່ຫໍ້ອື່ນ ແລະ ທີ່ສຳຄັນ ຈຸດຂາຍທີ່ເຈົ້ານຳສະເໜີຕ້ອງເປັນສີ່ງທີ່ເຈົ້າຕອບສະໜອງຄວາມຕ້ອງການຂອງລູກຄ້າ

ຫາຈຸດແຂງທີ່ເໜືອກ່ວາຄູ່ແຂ່ງໃຫ້ໄດ້ ໂດຍຈຸດຂາຍຂອງເຈົ້າຕ້ອງຊັດເຈນ ຈົດຈຳໄດ້ງ່າຍ ຖ້າວັນນີ້ເຈົ້າຫາຈຸດຂາຍໃຫ້ກັບສີນຄ້າເຈົ້າບໍ່ໄດ້ ສີນຄ້າຂອງເຈົ້າຕຽມຕົວເຂົ້າຮູໄດ້ເລີຍ

2. ຫາຈຸດອ່ອນຂອງສີນຄ້າຂອງເຈົ້າ ເຈົ້າອາດຈະບໍ່ເຄີຍມອງເຫັນຈຸດອ່ອນຂອງສີນຄ້າຂອງເຈົ້າເລີຍ ເພາະເຈົ້າອາດຈະບໍ່ໃຫ້ສີນຄ້າຂອງເຈົ້າມີຈຸດອ່ອນ ແຕ່ບັງເອີນມັນບໍ່ມີຫຍັງໃນໂລກທີ່ບໍ່ມີຂໍ້ດ້ອຍເລີຍ ສະນັ້ນຫາຈຸດອ່ອນຂອງສີນຄ້າເຈົ້າໃຫ້ໄດ້ ແລ້ວຂຽນໂຄສະນາໂດຍການນຳຈຸດແຂງຫລາຍລົບຈຸດອ່ອນໃຫ້ໄດ້
3. ຢ່າຂຽນຈຸດຂາຍຫລາຍເກີນໄປ ນັກຂາຍສ່ວນໃຫຍ່ມັກພະຍາຍາມ ຂະຫຍາຍຄວາມດີຂອງສີນຄ້າໃຫ້ຫລາຍທີ່ສຸດເທົ່າທີ່ຈະເຮັດໄດ້ ເຈົ້າອາດເຄີຍເຫັນໂບຼຊົວອັດແໜ້ນເຕັມໄປໜົດ ເຫັນຕົວອັກສອນຢາວຢຽດ ເຊີ່ງແນ່ນອນເຮັດໃຫ້ເຈົ້າໜົດຄວາມສົນໃຈທີ່ອ່ານມັນໄປເລີຍທັນທີ ເວລາເຈົ້າຂຽນໂຄສະນາ ໃຫ້ເຈົ້າຂຽນຈຸດຂາຍຂອງສີນຄ້າ 1-2 ຢ່າງກໍ່ພໍ ເອົາແບບເດັ່ນໆ ເດັດໆ ທີ່ເຈົ້າໜັ້ນໃຈວ່າລູກຄ້າເຫັນປະໂຫຍດທຳອິດ ກໍ່ຕິດໃຈ ຈົນທົນບໍ່ໄດ້ຕ້ອງອ່ານຕໍ່ໃຫ້ຈົບ
ການທຳທຸລະກິດເຄືອຂ່າຍ MLM ເປັນການທຳຕະຫລາດຢ່າງໜື່ງ
ປະຈຸບັນມີຊ່ອງທາງໃນການທຳຕະຫລາດຫລວງຫລາຍ ແຕ່ເຈົ້າສາມາດຂຽນຄຳໂຄສະນາ ທີ່ມີປະສິດທີພາບ ດຶງດູດໃຈຜູ້້ມຸ່ງຫວັງຂອງເຈົ້າແລ້ວຫລືບໍ່?
ອ່ານບົດຄວາມນີ້ຈົບແລ້ວ ລອງຫາສາມຢ່າງທີ່ຂ້ອຍໄດ້ບອກໃຫ້ໄດ້ເລີຍເດີ ແລ້ວພົບກັນ ຫລັກການລວຍໂດຍການໂຄສະນາຕໍ່ໄປໄວໆນີ້

ແດ່ຄວາມສຳເລັດຂອງເຈົ້າ…..
ນັກທຸລະກິດອິດສະຫລະຕຳແໜ່ງຊັດທອງ