ค้นหาบล็อกนี้

วันศุกร์ที่ 8 มิถุนายน พ.ศ. 2555

ວິທີປ່ຽນແປງຊີວິດລູກຈ້າງໃຫ້ກາຍເປັນນັກທຸລະກິດ

          ສະບາຍດີຂ້ອຍ ທອງຈັນ ພົນທະຈັກ. ຂ້ອຍເອງກໍ່ເຄີຍທໍາງານມາຫລາກຫລາຍອາຊີບ ທັ້ງຄົນງານກໍ່ສ້າງ, ອາຈານສອນ, ໄກ້ນໍາທ່ຽວ, ແປເອກະສານ, ພະນັກງານຮ້ານອາຫານ, ໂຮງແຮມ.​ ພະນັກ
ງານຂາຍ. ແລະກໍ່ອາຊີບຮັບລາດຊະການ, ຊື່ງທຸກອາຊີບທີ່ຜ່ານມາມັນບໍ່ໄດ້ທໍາໃຫ້ຂ້ອຍມີຖ້ານະທາງການເງີນທີ່ດີຂື້ນເລີຍ.​ ໂດຍສະເພາະຢ່າງຍີ່ງອາຊີບຮັບລາດຊະການຈະເປັນອາຊີບທີ່ເຮັດໃຫ້ຂ້ອຍສະບາຍທີ່ສຸດ ແຕ່ກົງກັນຂ້າມກັບທຊາໃຫ້ຂ້ອຍມີໜີ້ສີນຫລາຍທີ່ສຸດ​.​ເງີນເດືອນກໍ່ນ້ອຍໂບນັດກະຈຸກກະຈິກ.​ ປີລະພັນສອງພັນ ເລື້ອງເງີນຈະສົ່ງໃຫ້ທາງບ້ານບໍ່ຕ້ອງຄິດຊ່ວຍຕົວເອງຍັງບໍ່ພໍ.​ ແຕ່ກໍ່ທໍາງານທຸກຢ່າງຕາມທີ່ນາຍສັ່ງຊື່ງຂ້ອຍຄິດວ່າຫລາຍໆຄົນຄົ່ງມີຊີວິດຄ້າຍໆກັບຂ້ອຍນີ້ແຫລະ.​ແຕ່ວ່າວັນນື່ງຂ້ອຍໄດ້ໄປ ອ່ານເຈີະເລື້ອງນື່ງ ຊື່ງຂ້ອຍ ຫລັງຈາກຂ້ອຍໄດ້ອ່ານເລື້ອງນີ້ຈົບທໍາໃຫ້ຂ້ອຍເບີ່ງເຫັນຫຍັງບາງຢ່າງໃນເລື້ອງນີ້ແລ້ວຂ້ອຍກໍ່ເອົາເລື້ອງນີ້ແບ່ງໃຫ້ທຸກຄົນໄດ້ອ່ານເພື່ອວ່າອາດຈະມີບາງຄົນເບີ່ງເຫັນຫຍັງບາງຢ່າງຄືດັ່ງທີ່ຂ້ອຍເບີ່ງເຫັນໂດຍສະເພາະຢ່າງຍີ່ງຕອນທ້າຍໆຂອງເລື້ອງນີ້ ມີຫຍັງບາງຢ່າງທີ່ທຸກຄົນຈະຕ້ອງຈັບຕາອ່ານໃຫ້ດີແລ້ວຂ້ອຍກໍ່ແນະນໍາໃຫ້ທຸກຄົນອ່ານເລື້ອງນີ້ໃຫ້ຈົບແລະກະບໍ່ຕ້ອງເສຍເວລາໄປອ່ານນີ້ກັນໄດ້ເລີຍ:
  ມີໜູ່ບ້ານນ້ອຍໆແຫ່ງນື່ງມີພູເຂົາທີ່ງົດງາມແສນໄກມີຊາຍໜຸ່ມສອງຄົນເປັນເພື່ອນຮັກກັນອາໄສຢູ່ນໍາກັນ.​ພວກເຂົາທັ້ງຄູ່ຍັງໜຸ່ມແໜ້ນ ໄຝ່ຝັນຊີວິດທີ່ດີກວ່າ. ພວກເຂົາມັກເວົ້າເຖີງຄວາມໄຝ່ຝັນຢູ່ສະເຫມີ ມີວິທີໃດແດ່ທີ່ຈະເຮັດໃຫ້ເຂົາປະສົບຄວາມສໍາເລັດ. ພວກເຂົາບໍ່ຢ້ານການທໍາງານໜັກ​. ພວກເຂົາເຝົ້າມອງຫາໂອກາດທີ່ຈະຊ່ວຍໃຫ້ບັນລຸເປົ້າໜາຍ.​ ມອງຫາໂອກາດທີ່ຈະທໍາໃຫ້ຄວາມຝັນນັ້ນເປັນຈິງ ແລະແລ້ວວັນນື່ງໂອກາດນັ້ນກໍ່ມາເຖີງ ມີຜູ້ນໍາໃນໜູ່ບ້ານມີຄວາມຄິດທີ່ຈະນໍານໍ້າໃນພູເຂົາລົງມາໃຊ້ໃນໜູ່ບ້ານ.​ ພວກເຂົາໄດ້ຕັດສີນໃຈວ່າຈ້າງທ້າວ ປາໂປນ ແລະ ທ້າວ ບລູໂນ ໃນນໍານໍ້າຈາກແຫລ່ງພູເຂົາໃຫ້ລົງມາສູ່ໜູ່ບ້ານດ້ານລຸ່ມ.​ ພວກເຂົາຈະໄດ້ຮັບຄ່າຈ້າງຕາມປະລິມານຂອງນໍ້າທີ່ສາມາດນໍານໍ້າລົງມາສູ່ໜູ່ບ້ານ ທ້າວ ບລູໂນ ແລະ ທ້າວ ປາໂປນ ຕັດສີນໃຈຮັບງານມາທໍາຢ່າງກະຕືລືລົ້ນໃນທຸກວັນພວກເຂົາຈະນໍານໍ້າຈາກພຸູເຂົາລົງມາສູ່ໜູ່ບ້ານ.​ ຂົນນໍ້າາຈາກແຫລ່ງພູເຂົາ ແລ້ວຂົນກັບມາສູ່ໜູ່ບ້ານ ໄປກັບ ໄປກັບ ຢູ່ແບບນັ້ນ ພວກເຂົາທໍາງານຢ່າງໜັກຕັ້ງແຕ່ເຊົ້າຈົນຮອດແລງ.​ ໃນທຸກໆແລງພວກເຂົາກັບບ້ານພ້ອມກັບຄ່າຈ້າງໃນວັນນັ້ນໆບລູໂນພໍໃຈກັບລາຍໄດ້ທີ່ເຂົາໄດ້ຮັບ ເຂົາແນ່ໃຈຫລາຍວ່າ ຄວາມຝັນຂອງເຂົາຈະກາຍເປັນຈິງ ບລູໂນຄິດວ່າເຂົາຈະໄດ້ຄ່າຈ້າງເພີ້ມຂື້ນ ເຂົາໃຊ້ຖັງນໍ້າທີ່ໃຫຍ່ຂື້ນ ເພື່ອຂົນນໍ້າໃຫ້ໄດ້ຫລາຍຂື້ນໃນແຕ່ລະວັນ ເຂົາຍັງເຊື່ອດ້ວຍວ່າລາຍໄດ້ທີ່ເຂົາໄດ້ຫລາຍຂື້ນ ໃນບໍ່ເຫີງນານເຂົາຈະມີຂົນເງີນຫລາຍພໍ.​ທີ່ຈະສາມາດຊື້ງົວແລະຊື້ບ້ານ ຕາມທີ່ເຂົາໄດ້ໄຝ່ຝັນ. ແຕ່ປາໂປນບໍ່ໄດ້ພໍໃຈດ້ວຍເລີຍ ໃນທຸກສີ້ນວັນເຂົາຮູ້ສຶກປວດລ້າວໄປທັ້ງແຂນຕົນຕົວ ໜົດເຫື່ອໜົດແຮງ ເຂົາກໍາລັງເບີ່ງຫາຫົນທາງທີ່ຈະທໍາໃຫ້ມັນງ່າຍຂື້ນ ການຫາເງີນໃຫ້ໄດ້ຫລາຍຂື້ນ. ແລ້ວວັນນື່ງ ທ້າວ ປາໂປນກໍ່ຄິດຂື້ນມາໄດ້ ເຂົາຈີນຕະນາການ ໂດຍສົ່ງນໍ້າຈາກນໍ້າຕົກເທີງພູເຂົາ ສົ່ງໄປຍັງໜູ່ບ້ານ ໂດຍທໍ່ສົ່ງນໍ້ານີ້ ສາມາດນໍານໍ້າສົ່ງໜູ່ບ້ານໄດ້ຫລາຍຂື້ນໂດຍບໍ່ຕ້ອງແບກນໍ້າ ໄປກັບ ໄປກັບ ຈາກນໍ້າຕົກສູ່ໜູ່ບ້ານ.​ ເຂົາຕື່ນເຕັ້ນຫລາຍກັບຄໍາຄິດນີ້ ແລະເຂົາເລີ້ມວາງແຜນ ແນ່ນອນປາໂປນ ແບ່ງປັນຄວາມຄິດນີ້ໃຫ້ເພື່ອນຂອງເຂົາ ບລູໂນ ແລະຂໍໃຫ້ບລູໂນຮ່ວມງານກັບເຂົາ ເພື່ອສ້າງທໍ່ສົ່ງນໍ້ານັ້ນ ແຕ່ບລູໂນກັບຄິດວ່າ ມັນເປັນຄວາມຄິດທີ່ບ້າໆ ສີ່ງທີ່ບລູໂນຄິດກໍ່ຄື ເງີນຂອງເຂົາສາມາດຫາຊື້ໄດ້ໃນວັນນີ້ ແລະວິທີທີ່ຈະຫາໃຫ້ມັນຫາມາໄດ້ຢ່າງວ່ອງໄວ​. ເຂົາຄິດວ່າ ການສ້າງທໍ່ສົ່ງນໍ້າຈະ ທໍາໃຫ້ເຂົາເສຍເວລາ ທໍາໃຫ້ບັນລຸເປົ້າໜາຍຊ້າລົງ ດ້ວຍເຫດນີ້ບລູໂນຈິງໃຊ້ຖັງນໍ້າທີ່ໃຫຍ່ຂື້ນ ຂົນນໍ້າໄປກັບ ໄປກັບ ເຂົາແນ່ໃຈວ່າວິທີເຂົາສາມາດທໍາເງີນໄດ້ຫລາຍຂື້ນ . ທ້າວ ປາໂປນ ຕັດສີນໃຈສ້າງທໍ່ສົ່ງນໍ້າດ້ວຍຕົວຂອງເຂົາເອງ ເຂົາເຂົ້າໃຈດີວ່າ ມັນບໍ່ງ່າຍ ມັນຕ້ອງໃຊ້ເວລາ ທີ່ຈະສ້າງທໍ່ສົ່ງນໍ້າໃຫ້ສໍາເລັດແລ້ວສົມບູນ. ປາໂປນຮູ້ວ່າ ມັນຈະຕ້ອງໃຊ້ເວລາອີກຫລາຍປີ ທີ່ມັນຈະສໍາເລັດລົງ ແຕ່ເຂົາກໍ່ຕັ້ງໃຈໃນເປົ້າໜາຍຂອງເຂົາ. ໃນທຸກວັນ ປາໂປນຈະໃຊ້ເວລາຂົນນໍ້າເໜືອນເມື່ອກ່ອນທຸກວັນ ແຕ່ທຸກໆວັນຢຸດ ແລະ ທຸກຂະນະທີ່ເຂົາມີເວລາຫວ້າງ ຫລືວ່າມີໂອກາດເຂົາຈະທໍາງານໜັກຂື້ນ ຂຸດຂຸມຂຸດດິນ ເພື່ອສ້າງ ທໍ່ນໍ້າຕາມແນວທາງຄວາມຄິດຂອງເຂົາ ໃນເດືອນທໍາອິດມັນເກືອບຈະເບີ່ງບໍ່ເຫັນຫຍັງເລີຍ ບລູແລະຊາວບ້ານຕ່າງຫົວເຢາະເຢີ້ຍ ຫລອກລໍ່ເຂົາ ພວກເຂົາ ຢອກລໍ້ ແລະ ຕັ້ງສົນຍານາມວ່າ ມະນຸດທໍ່ ໃນລະວາງນີ້ເອງ ລາຍໄດ້ຂອງບລູໂນໄດ້ເພີ້ມເປັນສອງເທົ່າ ເຂົາໄດ້ຊື້ບ້ານຫລັງໃຫຍ່ ແລະ ຊື້ງົວເປັນທີ່ຮຽບຮ້ອຍແລ້ວເປັນທີ່ຫວັງໄວ້ ວິທີຊີວິດຂອງເຂົາປ່ຽນໄປ ຕອນນີ້ ເຂົາໄດ້ເວລາຫລັງເລີກງານໃນຮ້ານຂາຍເຫລົ້າ ແລະໃຊ້ເງີນຈາກການຂົນນໍ້າທີ່ເຂົາຫາໄດ້ມາ  ສິ່ງທີ່ບລູໂນໄດ້ຕະໜັກເລີຍກໍ່ຄື ຮ່າງກາຍຂອງເຂົາ ເລີ້ມຫຸ້ນງໍ ອ່ອນເພຍ ຈາກການທີ່ຈະຕ້ອງຂົນນໍ້າໜັກທຸກໆວັນ ໃບໜ້າຂອງເຂົາເລີ້ມ ຮ່ຽວຢົ້ນ ຮ່າງກາຍເລີ້ມອ່ອນເພຍລົງ ແລະແລ້ວ ໃນບໍ່ໍຊ້າ ເຂົາເລີ້ມຂົນໍ້າໄດ້ໜ້ອຍລົງ ເນື່ອງຈາກຮ່າງກາຍທີ່ອ່ອນເພຍລົງ ເດືອນແລ້ວເດືອນເລົ່າ ທີ່ປາໂປນສ້າງທໍ່ສົ່ງນໍ້າ ບໍ່ນານປີທໍາອິດກໍ່ຜ່ານໄປ ກ້າວເຂົ້າສູ່ປີທີ່ສອງ ທ້າຍທີ່ສຸດ ປາໂປນສ້າງມາດສ້າງທໍ່ສົ່ງນໍ້າໄດ້ສໍາເລັດລົງ ເຮັດໃຫ້ບໍ່ຕ້ອງຂົນນໍ້າລົງມາສູ່ໜູ່ບ້ານອີກແລ້ວ ຕອນນີ້ປາໂປນໄດ້ເງີນມາຫລາຍຂື້ນກວ່າຄັ້ງໃດໆ ນໍ້າໄດ້ໄຫລລົງມາສູ່ໜູ່ບ້ານຢ່າງຕໍ່ເນື່ອງ ໃນຂະນະທີ່ທ້າວ ປາໂປນ ບໍ່ວ່າຈະເປັນເວລານອນລັບ ກິນ ຫລື ພັກຜ່ອນໃນວັນຢຸດ ນໍ້າກໍ່ຍັງໄຫລລົງມາສູ່ໜູ່ບ້ານຢ່າງຕໍ່ເນື່ອງ ທ້າວ ປາໂປນມີຄວາມສຸກ ແລະ ພາກພູມໃຈໃນຄວາມຄິດ ການຢືນຢັດ ແລະ ການທໍາງານໜັກ ຕອນນີ້ລາຍໄດ້ຂອງເຂົາໄຫລເຂົ້າມາບໍ່ຂາດສາຍ ຕອນທີ່ມີນໍ້າໄຫລຜ່ານເຂົາມາຍັງທໍ່ຂອງເຂົາຢູ່
ເລື່ອງລາວ ຂອງ ທ້າວ ປາໂປນ ແລະ ບລູໂນ ສາມາດທຽບກັບຊີວິດປະຈໍາວັນຂອງພວກເຮົາ
ງານທີ່ພວກເຂົາທໍາປຽບສະເໜືອນຄົນສ່ວນໃຫຍ່ທີ່ຄົນທໍາໃນຊີວິດປະຈໍາວັນ
 ບລູໂນໄດ້ເງີນຈາກການແບກຖັງນໍ້າ ເຂົາແປກນໍ້າໄປກັບ ໄປກັບ ເພື່ອນໍານໍ້າຈາກນໍ້າຕົກລົງມາສູ່ໜູ່ບ້ານ ເພື່ອແລກກັບເງີນ ທີ່ໄດ້ມາ ແລະ ເພື່ອເປັນການເພີ້ມລາຍໄດ້ເຂົາຕ້ອງເພີ້ມການຂົນນໍ້າໄປກັບ ໄປກັບ ຫລື ບໍ່ກໍ່ຕ້ອງເພີ້ມຖັງທີ່ມີຂະໜາດໃຫຍ່ຂື້ນ ມັນເປັນເລື້ອງປົກກະຕິໃນຊີວິດຈິງຂອງພວກເຮົາ
ເພື່ອເປັນການເພີ້ມລາຍໄດ້ເຮົາຈະຕ້ອງທຳງານໃຫ້ໜັກຂື້ນ ທຳງານເພີ້ມຂື້ນ ຫລື ທຳງານລ່ວງເວລາ ຫລື ແມ້ ກະທັ້ງທຳງານສອງງານ ໄປໃນຂະນະດຽວກັນ ເຮົາເລືອກເໜືອນກັນທີ່ຈະຕ້ອງເພີ້ມຂະໜາດນໍ້າຂອງເຮົາ ໂດຍການຮັບຕໍາແໜ່ງທີ່ສູງຂື້ນ ຮັບລາຍໄດ້ທີ່ຫລາຍຂື້ນ ຫລາຍຄັ້ງທີ່ຈະຕ້ອງໃຊ້ເວລາຫລາຍຂື້ນໃນທີ່ທຳງານ ເຮົາສ່ວນໃຫຍ່ ໃຊ້ເວລາແລກກັບເງີນເຊັ່ນດຽວກັບທ້າວ ບລູໂນ ເຮົາຕ່າງກໍ່ຮູ້ວ່າ ເຮົາທຸກຄົນຕ່າງກໍ່ມີເວລາ 24 ຊົ່ວໂມງເໜືອນໆກັນ ແລະມັນເປັນໄປບໍ່ໄດ້ເລີຍ ທີ່ຈະໃຊ້ເວລາ 24 ຊົ່ວໂມງາທໍງານພຽງຢ່າງດຽວ ຊ່ວງເວລາທີ່ຍາກລໍ້າບາກທີ່ສຸດຈະຜ່ານເຂົ້າມາເມື່ອເຮົາ ບໍ່ສາມາດໃຊ້ເວລາແລກກັບເງີນໄດ້ອີກຕໍ່ໄປ ເພາະເລື່ອງຂອງອາຍຸ ສຸຂະພາບ ຫລື ເຫດຜົນອື່ນໆ ເມື່ອນັ້ນມາເຖີງລາຍໄດ້ຂອງເຮົາຈະຢຸດລົງ.
ທີ່ນີ້ເຮົາລອງມາທົບທວນສີ່ງທີ່ທ້າວປາໂປນ ທໍາໃນສີ່ງຊານສະຫລາດ ປາໂປນບໍ່ໄດ້ໃຊ້ເວລາທັ້ງໜົດທີ່ເຂົາມີ ເພື່ອແລກກັບເງີນຈໍານວນຈໍາກັດ ແຕ່ເຂົາໃຊ້ເວລາບາງສ່ວນຂອງເຂົາ ສ້າງທໍ່ສົ່ງນໍ້າຂື້ນມາ  ເຂົາຮູ້ວ່າທໍ່ສົ່ງນໍ້ານີ້ຈະທໍາລາຍໄດ້ເຂົາມາຢ່າງຕໍ່ເນື່ອງ ຕາບໃດທີ່ຍັງມີນໍ້າໄຫລຜ່ານທໍ່ຂອງເຂົາເຂົ້າມາ
ລາຍໄດ້ທີ່ເຂົາໄດ້ຢູ່ຕໍ່ເນື່ອງນີ້ ບໍ່ແມ່ນເຂົາຈະຕ້ອງລົງມືທໍາງານໃນແຕ່ລະວັນ ທ້າວ ປາໂປນຮູ້ວ່າ ຈັກວັນນື່ງອາດເປັນເລື້ອງຂອງອາຍຸ ຫລື ສຸຂະພາບ ເຂົາອາດຈະບໍ່ສາມາດໃຊ້ເວລາທີ່ມີຢູ່ເພື່ອແລກກັບເງີນ ໄດ້ອີກຕໍ່ໄປ ທ້າວປາໂປນຮູ້ວ່າ ຖ້າແນວຄວາມຄິດໃນການສ້າງທໍ່ສົ່ງນໍ້າໃຫ້ມັນເກີດປະໂຫຍດໄດ້ ເຂົາກໍ່ພຽງແຕ່ຕ້ອງລົງມືທໍາງານໜັກພຽງຄັ້ງດຽວ ຫລັງຈາກທີ່ການສ້າງທໍ່ສົ່ງນໍ້າສໍາເລັດເຊັດສີ້ນແລ້ວ
ທ້າວ ປາໂປນ ສາມາດເຝົ້າການໄຫລຂອງນໍ້າ ແລະ ທໍາໃຫ້ມັນໄຫລຢ່າງຕໍ່ເນື່ອງ ເພື່ອໃຫ້ແນ່ໃຈວ່າ ລາຍໄດ້ຂອງເຂົາຍັງໄຫລຕໍ່ເນື່ອງເຂົ້າມາບໍ່ຂາດ ສາຍ
ທ້າວປາໂປນ ໄດ້ສະແດງໃຫ້ເຮົາເຫັນວ່າ ເພື່ອໃຫ້ມີລາຍໄດ້ຫລາຍຂື້ນຢ່າງຕໍ່ເນື່ອງ ເຮົາບໍ່ຈໍາເປັນເອົາເວລາໄປແລກກັບເງີນສະເຫມີໄປ ມັນມີຫົນທາງທີ່ດີກວ່າຈິງໆ
ແລ້ວເຈົ້າເດ່ ເຈົ້າຍັງເປັນເຊັ່ນດຽວກັບບລູໂນທີ່ຕ້ອງໃຊ້ເວລາແລກກັບເງີນຢູ່ຫລືບໍ່
ຫລື ວ່າເຈົ້າຕ້ອງການທໍາເຊັ່ນດຽວກັນກັບປາໂປນຜູ້ສ້າງ ຄົງໄວ້ ຊື່ງທໍ່ສົ່ງນໍ້າ ເພື່ອນໍາລາຍໄດ້ຢ່າງຕໍ່ເນື່ອງບໍ່ຂາດສາຍ
ຫາກເຈົ້າສົນໃຈແນວຄິດໃນການສ້າງທໍ່ສົ່ງນໍ້າຂອງເຈົ້າເອງ ກະລຸນາ ຕິດຕໍ່ຜູ້ທີ່ມອບບົດຄວາມນີ້ໃຫ້ກັບເຈົ້າ ເພື່ອທີ່ຈະສາມາດສ້າງທໍ່ສົ່ງນໍ້າໄດ້ ຕັ້ງແຕ່ວັນນີ້ ເພື່ອໂອກາດທີ່ດີທ່ີສຸດຂອງເຈົ້າ ສະບາຍດີ

ເລີ້ມສ້າງທໍ່ສົ່ງນໍ້າຂອງເຈົ້າເອງວັນນີ້

ທອງຈັນ ພົນທະຈັກ
ໂທຣ: 22380244, 55670662