ค้นหาบล็อกนี้

วันพุธที่ 25 สิงหาคม พ.ศ. 2553

2 ເຫດຜົນໃຫຍ່ທີ່ເປັນຫຍັງ? .. ຜູ້ມຸ່ງຫວັງຂອງເຈົ້າບໍ່ເຂົ້າຮ່ວມທຸລະກິດ

2 ເຫດຜົນໃຫຍ່ທີ່ເປັນຫຍັງ? .. ຜູ້ມຸ່ງຫວັງຂອງເຈົ້າບໍ່ເຂົ້າຮ່ວມທຸລະກິດ

ຈາກປະສົບການທຳທຸລະກິດເຄື່ອຂ່າຍກວ່າ 5 ປີທີ່ຜ່ານມາແລະການຄັດສັນເພື່ອສະປອນເຊີຜູ້ມຸ່ງຫວັງ
ຜ່ານທາງໂທລະສັບຈຳນວນຫລາຍນັບເປັນພັນລາຍ ຂ້ອຍຄົ້ນພົບວ່າມີເຫດຜົນສຳຄັນ 2 ປະການ
ປະການທີ່ເປັນຫຍັງຜູ້ມຸ່ງຫວັງບໍ່ເຂົ້າຮ່ວມເພື່ອເລີ້ມຕົ້ນທຳທຸລະກິດເຄື່ອຂ່າຍ ຫລື ສັ່ງຊື້ສີນຄ້າ ບໍລິການຈາກເຮົາ
ມັນບໍ່ແມ່ນເຫດຜົນໃດກໍ່ເຫດຜົນໜື່ງ….
1. ເຂົາຍັງບໍພ້ອມທີ່ຈະເລີ້ມຕົ້ນໃນຕອນນີ້
2. ເຈົ້າບໍ່ແມ່ນຜູ້ນຳທີ່ເຂົາກຳລັງຊອກຫາຢູ່
ທັງສອງເຫດຜົນເປັນພຽງເຫດຜົນສ່ວນນື່ງ ຂອງຫລາຍເຫດຜົນ ແຕ່ໃນທ້າຍທີ່ສຸດມັນຈະເປັນເຫດຜົນສຳຄັນຍີ່ງທີ່ທຳໃຫ້ຜູ້ມຸ່ງຫວັງຂອງເຈົ້າບໍ່ເລີ້ມຕົ້ນທຳທຸລະກິດກັບເຈົ້າຫລາຍກ່ວາ
ເຫດຜົນອື່ນໆທັ້ງໜົດເມື່ອເຈົ້າຄົ້ນຫາລົງໄປລຶກໆໃນກົ້ນບື້ງຂອງຈິດໃຈເຂົາ
ບໍ່ຢ່າງໃດກໍ່ຢ່າງນື່ງ
ຂໍອະທິບາຍເພີ້ມເຕີມ:

#1. - ເຂົາຍັງບໍ່ພ້ອມທ່ີ່ຈເລີ້ມໃນຕອນນີ້
ຂ້ອນຂ້າງທີ່ຈະເປັນໄປໄດ້ແນ່ນອນ ເມື່ອຜູ້ມຸ່ງຫວັງຂອງເຈົ້າຍັງບໍ່ພ້ອມທີ່ຈະເລີ້ມຕົ້ນທຸລະກິດໃນຕອນນີ້ ແຕ່ມັນກໍ່ບໍ່ໄດ້ໜາຍຄວາມວ່າເຂົາຈະບໍ່ພ້ອມໃນອານາຄົດ ແຕ່ມັນໜາຍຄວາມວ່າເຂົາບໍ່ຕ້ອງການທີ່ຈະເຄື່ອນ
ໄປຂ້າງໜ້າຫລືລົງມືທຳໃນຕອນນີ້ ‘’ Take Action ‘’
ແລະບາງທີ່ເຂົາອາດຈະໃຊ້ຄຳແກ້ຕົວເປັນເຫດຜົນວ່າ ເຂົາບໍ່ສາມາດ. ເຂົາບໍ່ພ້ອມ. ຫລື ມັນບໍ່ເໜາະສົມກັບເຂົາ ບາງທີ່ພຽງແຕ່ບໍ່ຕັດສີນໃຈ. ອາດຈະປະມານ 90 % ຂອງຄົນທີ່ເຈົ້າໂອລົມ ມີຄວາມລັງເລໃຈ. ບໍ່ຕັດສີນໃຈ. ບໍ່ເຄື່ອນຜູ້ມຸ່ງຫວັງຂອງເຈົ້າຢູ່ໃນເສັ້ນທາງແຫ່ງຄວາມບໍ່ແນ່ນອນດ້ວຍຕົວເຂົາເອງ ແລະເຂົາຈະບໍ່ຕັດສີນໃຈໃດໆ ເພາະເຂົາຢູ່ໃນທີ່ຊື່ງເຂົາຄິດວ່າຖຶກຕ້ອງແລ້ວ

ເຈົ້າຕ້ອງບໍ່ເສຍເວລາຫລືໂນ້ມນ້າວໃຈເຂົາໃຫ້ຕັດສີນໃຈ ຊອກຫາຜູ້ມຸ່ງຫວັງຄົນຕໍ່ໄປໂດຍບໍ່ໄດ້ໂຕ້ຖຽງໃດໆກັບເຂົາ
ບາງທີ່ເຂົາບໍ່ພ້ອມທີ່ຈະເລີ້ມຕົ້ນທຸລະກິດໃນຕອນນີ້ເພາະ ເຂົາໄດ້ໃຫ້ພັນສັນຍາໃນການທຳທຸລະກິດກັບຄົນອື່ນໄປແລ້ວ ແລະການທີ່ຈະເລີ້ມຕົ້ນທຸລະກິດກັບເຈົ້າ ມັນທຳໃຫ້ເຂົາຮູ້ສຶກວ່າມັນຫລາຍເກີນໄປ ເຊີ່ງມັນສາມາດເກີດຂື້ນໄດ້ສຳລັບກໍລະນີນີ້ ຂອງຜູ້ທີ່ປະສົບຄວາມສຳເລັດຈຳນວນຫລາຍທີ່ມີທຸລະກິດຫລາຍຢ່າງ ແລະຕ້ອງການຫາລາຍໄດ້ເພີ້ມຂື້ນຈາກທຸລະກິດທີ່ມີຢູ່ ຫລາຍຕໍ່ຫລາຍຄັ້ງ ບຸກຄົນເຊັ່ນນີ້ຈະກາຍເປັນຜູ້ຮ່ວມທຸລະກິດທີ່ດີທີ່ສຸດສຳລັບເຈົ້າ ເມື່ອເຖີງເວລາທີ່ເຂົາຕ້ອງການ ‘’ ປ່ຽນແປງ ‘’ ແທ້ໆ ເຝົ້າເບີ່ງເຂົາໃວ້ຢ່າງໃກ້ສິດ ເພາະຄວາມສຳເລັດໃນອາດິດຂອງເຂົາຈະຢ້ອນກັບມາອີກຄັ້ງ ແລະເຂົາຈະເປັນຜູ້ທ່ີ່ສ້າງສັນລາຍໄດ້ຫລາຍທີ່ສຸດຄົນໜື່ງໃນທີມຂອງເຈົ້າ.

ບາງເຫດຜົນທີ່ຜູ້ມຸ່ງຫວັງບໍ່ເລີ້ມທຳທຸລະກິດເພາະເຂົາເປັນຄົນທີ່ຂ້ອຍຮຽກວ່າ ‘’ ນັກວິພາກວິຈານ ‘’ ຜູ້ມຸ່ງຫວັງແບບນີ້ຊື່ງເມື່ອງຫລັງຈາກເບີ່ງຂໍ້ມູນ ແລະຟັງຂໍ້ມູນຈາກເຈົ້າແລ້ວ ບໍ່ເຫັນໂອກາດທາງທຸລະກິດ ແລະ ເຂົາມັກຈະເວົ້າວ່າ
‘’ ຂ້ອຍບໍ່ໄດ້ຄິດວ່າ ໃຜຈະຍອມຈ່າຍເງີນເພື່ອຊື້ຜະລິດຕະພັນລາຄາ 1.500 ບາດ
‘’ ໃຜຈະຊື້ຂໍ້ມູນເຫລົ່ານີ້ ລາຄາຕັ້ງ 2.000 ບາດ ‘’
‘’ ຂ້ອຍບໍ່ຮູ້ຈັກໃຜທີ່ຕ້ອງການຜະລິດຕະພັນເຫລົ່ານິ້ເລີຍ ‘’
ຄວາມຈິງທີ່ຜູ້ມຸ່ງຫວັງກຳລັງບອກເຈົ້າຄືເຂົາຈະບໍ່ຈາ່ຍເງີນເພື່ອ ຜະລິດຕະພັນ ຫລື ທຳ ທຸລະກິດ ແລະ ເຊັ່ນກັນ ເຂົາຄິດວ່າທຸກໆຄົນທີ່ເຂົາຮູ້ຈັກນັ້ນບໍ່ມີໃຜທີ່ຈະຍອມຈ່າຍເງີນເພື່ອຊື້ ຫລື ທຳທຸລະກິດຢ່າງແນ່ນອນ ແລະເຂົາຈະພະຍາຍາມເຮັດໃຫ້ເຈົ້າເຊື່ອວ່າ ໂອກາດທາງທຸລະກິດຂອງເຈົ້ານັ້ນ ບໍ່ມີທາງຈະປະສົບຄວາມສຳເລັດຢ່າງແນ່ນອນ.
ຂ້ອຍຂໍແນະນຳວ່າ : ບໍ່ຕ້ອງໂຕ້ຖຽງ ຫລືຄັດຄ້ານກັບຜູ້ມຸ່ງຫວັງປະເພດນີ້ຂອງເຈົ້າ ແລະບໍ່ຕ້ອງເສຍອາລົມກັບເຂົາ ພຽງແຕ່ຂອບໃຈຜູ້ມຸ່ງຫວັງຂອງເຈົ້າທີ່ເສຍເວລາ ແລະເຊີນເຂົາໄປຕາມທາງຂອງເຂົາໄດ້ເລີຍ ບອກເຂົາຖ້າເຂົາຕ້ອງການປ່ຽນແປງຊີວິດຈິງໆ ຈິງຈັງ ເມື່ອໃດກໍ່ຕາມ ສາມາດກັບມາຫາເຈົ້າໄດ້ຕະຫລອດເວລາ ຫລາຍຄັ້ງເຖີງແມ້ວ່າເຈົ້າຈະບໍ່ຕ້ອງການເຂົາ ແຕ່ກໍ່ຢ່າເວົ້າເຊັ່ນນັ້ນຖ້າເຈົ້າບໍ່ໄດ້ໜາຍຄວາມຢ່າງນັ້ນ.
ຈົ່ງຈຳໄວ້ວ່າ: ຄວາມຮູ້ບໍ່ແມ່ນ ‘’ ພະລັງ ‘’ ແຕ່ການນຳຄວາມຮູ້ໄປໃຊ້ຕ່າງຫາກຄື ‘’ພະລັງ ‘’ ດັ່ງນັ້ນ ຖ້າໃຜບາງຄົນທີ່ຮູ້ຂໍ້ມູນກ່ຽວກັບໂອກາດທາງທຸລະກິດຫລື ບໍລິໂພກຂໍ້ມູນແລ້ວແຕ່ບໍ່ໄດ້ລົງມືກະທຳຫຍັງ ນັ້ນເປັນ
ເຂົາຍັງບໍ່ພ້ອມໃນເວລານັ້ນ ແລະນັ້ນກໍ່ບໍ່ໄດ້ເປັນຄວາມຜິດພາດຂອງເຈົ້າ
ເກັບຂໍ້ມູນຂອງຄົນເຫລົ່ານັ້ນໃວ້ໃນແຟ້ມຂໍ້ມູນຕິດຕາມຜົນ ຫລືໃນລະບົບຕອບຮັບອັດຕະໂນມັດ
Autoresponder follow up ແລະ ບາງທີ່ເມື່ອເຂົາພ້ອມທີ່ຈະເຄື່ອນໄປຂ້າງໜ້າຍາມໃດ ເຂົາຈະຕິດຕໍ່
ກັບແລະຖາມເຈົ້າເອງ
ຈຳໃວ້ວ່ານີ້ເປັນສີ່ງທີ່ເກີດຂື້ນແນ່ນອນກັບເຈົ້າ ແລະມັນກໍ່ເປັນເລື້ອງປົກກະຕິ ເພາະເຂົາຈະລົງມືກະທຳກໍ່ຕໍ່ເມື່ອເຂົາພ້ອມ ແລະບໍ່ມີຫຍັງດີໄປກ່ວາການທີ່ເຂົາສະໜັກໃນເລີ້ມຕົ້ນລົງມືດ້ວຍຕົວຂອງເຂົາເອງ ຂ້ອຍຢືນຢັນຈາກ
ປະສົບການທີ່ຜ່ານມາຂອງຂ້ອຍ

#2. ເຈ້ົາບໍ່ແມ່ນຜູ້ນຳທີ່ເຂົາກຳລັງຊອກຫາຢູ່
ເມື່ອເວົ້າເຖີງ’’ຜູ້ນຳ’’ ມັນອາດມີຄວາມໜາຍເຖີງ ນັກການຕະຫລາດ ນັກໂຄສະນາ ນັກຂາຍ ຫລື ນັກທຸລະກິດ
ບໍ່ສຳຄັນວ່າເຈົ້າຈະຢູ່ໃນຕຳແໜ່ງໃດກໍ່ຕາມ ແຕ່ສຳຄັນຢູ່ທີ່ເຈົ້າຈະຕ້ອງຢືນຢູ່ແຖວໜ້າ ‘’ ຜູ້ນຳ ‘’
ເມື່ອຂ້ອຍເຄີຍພະຍາຍາມສະປອນເຊີຜູ້ມຸ່ງຫວັງເຂົາມາສູ່ທຸລະກິດໃນຫລາຍປີທີ່ຜ່ານມາ ຂ້ອຍພົບຄວາມຈິງວ່າ ສີ່ງທີ່ທຳໃຫ້ຜູ້ມຸ່ງຫວັງເລີ້ມຕົ້ນທຳທຸລະກິດ ແລະ ລົງມືທຳນັ້ນກໍ່ຄື ‘’ ຕົວຂ້ອຍ ‘’ ນັ້ນເອງ
ຄວາມບໍ່ແນ່ນອນ ຄວາມຢ້ານ ຄວາມອ່ອນແອຂອງຜູ້ມຸ່ງຫວັງມີຫລາຍເກີນກ່ວາທີ່ເຮົາຈະຄວບຄຸມໄດ້ ດັ່ງນັ້ນເຮົາອາດຈະບໍ່ແມ່ນຄົນທີ່ຜູ້ມຸ່ງຫວັງຕ້ອງການຫລືຊອກຫາ
ຄວາມເປັນຜູ້ນຳ ແລະ ຄວາມຮັບຜິດຊອບ ເປັນສ່ີ່ງທີ່ຈຳເປັນທີ່ເຈົ້າຕ້ອງມີເຊີ່ງຈະຊ່ວຍໃຫ້ເຈົ້າສາມາດດຶງດູດຜູ້ຄົນ
ໃຫ້ເຂົ້າມາຮ່ວມທຸລະກິດກັບເຈົ້າ
ຫາກເຈົ້າເປັນຄົນທີ່ຮັກໃນທຸລະກິດ ຜະລິດຕະພັນ ແລະໂອກາດທາງທຸລະກິດຂອງເຈົ້າ ແຕ່ເຈົ້າບໍ່ມີຄວາມສັດທາໃນຕົວເຈົ້າເອງ ເຖີງແມ້ວ່າເຈົ້າຈະມີຄວາມເຊື່ອໜັ້ນໃນຕົວເອງສູງໃນການທຳສີ່ງຕ່າງໆກໍ່ຕາມຫລືເຈົ້າອາດຈະເປັນຕົວຂອງຕົວເອງສູງ ‘’ ego’’ ແຕ່ເປັນເພາະພຽງແຕ່ເຈົ້າບໍ່ເຄົາລົບ ແລະ ສັດທາໃນຕົວເຈົ້າເອງ ຊື່ງເປັນສີ່ງທີ່ຂ້ອຍພົບວ່າເປັນເຫດຜົນໃຫຍ່ທີ່ສຸດວ່າ ເປັນຫຍັງຜູ້ຄົນຈິງຊອກບໍ່ເຫັນວ່າເນົ້າເປັນ ຜູ້ນຳ ທ່ີ່ເຂົາກຳລັງຊອກຫາ ມັນບໍ່ແມ່ນເພາະຜະລິດຕະພັນ
ຫລືໂອກາດທາງທຸລະກິດຂອງເຈົ້າບໍ່ດີ ແຕ່ເປັນເພາະເຂົາເບີ່ງເຈົ້າ ເໜືອນກັບ ທີ່ເຈົ້າເບີ່ງເຫັນຕົວເອງນັ້ນເອງ ມັນໜາຍຄວາມວ່າເຈົ້າບໍ່ມີຄວາມເຄົາລົບ ແລະ ສັດທາໃນຕົວເອງ ມີຄວາມຢ້ານຫຍັງຢູ່ບາງຢ່າງ ແລະ ເປັນຫຍັງ ? ຜູ້ມຸ່ງຫວັງຂອງເຈົ້າຈະຕ້ອງເຂົ້າມາຮ່ວມທຳທຸລະກິດ ຫລື ເປັນສ່ວນນື່ງກັບເຈົ້າດ້ວຍ ໃນເມື່ອເຈົ້າເອງຍັງບໍ່ໃຫ້
ຄວາມສຳຄັນ ແລະ ເຄົາລົບໃນຕົວເຈົ້າເອງ.
ນີ້ເປັນສ່ວນໜື່ງຂອງບັນຫາທີ່ເຈົ້າຕ້ອງຄິດໜັກ
ດັ່ງນັ້ນ.. ຖ້າເຈົ້າຮູ້ສຶກດີກັບຕົວເອງ ຄົນອື່ນກໍ່ຈະຮູ້ສຶກເຊັ່ນນັ້ນ ເໜືອນກັນກັບເຈົ້າ
ເມື່ອເຈົ້າມີຄວາມນັບຖືແລະ ສັດທາໃນຕົວເຈົ້າເອງ ຄົນອື່ນຈະສາມາດໄດ້ກັບຄວາມເຄົາລົບແລະ
ຄວາມສັດທາໃນຕົວເຈົ້ານັ້ນເອງ ແລະ ເຂົາຈະມີຄວາມເຊື່ອໜັ້ນໃນຕົວເຈົ້າ ແລະ ຕ້ອງການເປັນສ່ວນໜື່ງຂອງຜະລິດຕະພັນ .
ບໍລິສັດ ຫລື
ໂອກາດທີ່ເຈົ້າກຳລັງແນະນຳໃຫ້ເຂົາຢູ່ ເພື່ອໃຫ້ເຈົ້າເປັນຜູ້ນຳພາເຂົາໄປໃນທີ່ທີ່ເຂົາຕ້ອງການຈະໄປ…

ແດ່ຄວາມສຳເລັດຂອງເຈົ້າ…
ທອງຈັນ ພົນທະຈັກ
ນັກທຸລະກິດອອນໄລ