ค้นหาบล็อกนี้

วันอาทิตย์ที่ 13 กุมภาพันธ์ พ.ศ. 2554

Sponsor ຜູ້ມຸ່ງຫວັງແບບນີ້ຈິງຈະລວຍໃນ MLM

ຍີນດີຕ້ອນຮັບເຈົ້າອີກຄັ້ງ ຂໍໃຫ້ມີຄວາມສຸກກັບເນື້ອຫາສຳຄັນນີ້ ທຳສີ່ງດີໆ ໂດຍການແບ່ງປັນບົດຄວາມນີ້ຜ່ານທາງ Facebook & Twitter ຈາກໄອຄອນດ້ານລຸ່ມນີ້ຂອງບົດຄວາມນີ້ໄດ້ເດີ

ສະບາຍດີເພື່ອນນັກທຸລະກິດເຄືອຂ່າຍທີ່ຕ້ອງການປະສົບຄວາມສຳເລັດທຸກທ່ານ


ວັນນີ້ຂ້ອຍມີສຸດຢອດເຄັດລັບໃນການທຳການທຸລະກິດເຄືອຂ່າຍແບບທີ່ນັກທຸລະກິດເຄືອຂ່າຍມືອາຊີບທີ່ມີລາຍໄດ້ຫລາຍແສນ - ຫລາຍລ້ານບາດ\ເດືອນເຂົາທຳກັນ

ກຸນແຈສູ່ຄວາມສຳເລັດໃນ ທຸລະກິດເຄືອຂ່າຍ ກໍ່ຄືຂະຫນາດຂອງລາຍຊື່ຜູ້ມຸ່ງວຫງທີ່ເຈົ້າມີໃນມືຊື່ງເປັນລາຍຊື່ຜູ້ມຸ່ງຫວັງທີ່ເຈົ້າສາມາດປ່ຽນໃຫ້ເປັນຜູ້ຮ່ວມທຸລະກິດ ຫລືເປັນຜູ້ທີ່ພ້ອມຈະບໍລິໂພກສີນຄ້າຫລື ບໍລິການຂອງເຈົ້າ


ຍີ່ງຖ້າເຈົ້າມີລາຍຊື່ຜູ້ມຸ່ງຫວັງທີ່ເປັນມຸ່ງຫວັງຄຸນນະພາບດີ(ທີ່ທຳງານເປັນ) ທີ່ເຈົ້າໄດ້ສ້າງຄວາມສຳພັນ ຜ່ານລະບົບ ການສ້າງລາຍຊື່ຂອງເຈົ້າ (Lead Generation System) ແລ້ວທຸລະກິດຂອງເຈົ້າກໍ່ຈະຂະຫຍາຍຕົວເປັນທະວີຄູນ


ເຈົ້າສາມາດແບ່ງລາຍຊື່ຜູ້ມຸ່ງຫັວງຂອງເຈົ້າອອກເປັນສອງປະເພດໃຫຍ່ຄື
1. ລາຍຊື່ຜູ້ມຸ່ງຫວັງທີ່ບໍ່ມີຄຸນນະພາບເປັນລາຍຊື່ທີ່ບໍ່ມີຄວາມຮູ້ໃນການທຳການຕະຫລາດເຄືອຂ່າຍມາກ່ອນເລີຍ(unqualified marketing leads)

ລາຍຊື່ທີ່ບໍ່ມີຄວາມຮູ້ໃນການທຳການຕະຫລາດ ກໍ່ຄືຄົນທົ່ວໄປທີ່ເຈົ້າພົບໄດ້ໃນຊີວິດປະຈຳວັນຊື່ງອາດຈະເປັນແປກໜ້າທີ່ເຈົ້າໃຫ້ນາມບັດໄປເມື່ອພົບກັນໃນກິດຈະກຳຕ່າງໆ ຫລືອາດຈະເປັນ…

ເພື່ອນ, ຍາດພີ່ນ້ອງທີ່ບໍ່ສົນໃຈໃນສີ່ງທີ່ເຈົ້າມີຫລືໂອກາດທາງທຸລະກິດທີ່ເຈົ້ານຳສະເໜີ ແມ້ພວກເຂົາຈະສະນັບສະໜູນເຈົ້າດ້ວຍການເຂົ້າຮ່ວມທຸລະກິດຂອງເຈົ້າ ແຕ່ເຮົາບໍ່ຖືວ່າເຂົາເຫລົ່ານັ້ນຈະເປັນຜູ້ມຸ່ງຫວັງທີ່ມີຄຸນນະພາບໃນການທຳການຕະຫລາດດ້ວຍ ແລະທີ່ເຂົາບໍ່ເໜາະສົມກໍ່ເປັນເພາະເຂົາບໍ່ເຂົ້າໃຈໃນກົນໄກການທຳງານ ຂອງທຸລະກິດເຄືອຂ່າຍ

ແມ້ວ່າເຈົ້າຈະມີຄວາມສາມາດໃນການປ່ຽນຜູ້ມຸ່ງຫວັງທີ່ບໍ່ມີຄວາມຮູ້ໃນການທຳການຕະຫລາດໃຫ້ກາຍມາເປັນລາຍຊື່ທີ່ມີຄຸນນະພາບກໍ່ຕາມ ແຕ່ມັນນະເຮັດໃຫ້ເຈົ້າເສຍເວລາ\ພະລັງງານທີ່ມີຄ່າໃນການທຳທຸລະກິດຂອງເຈົ້າ ແຕ່ຖ້າມອງໃນມູມກັບກັນແລ້ວ ເຈົ້າໄດ້ຝຶກຝົນທັກສະໃນການສະປອນເຊີຜູ້ມຸ່ງຫວັງ ແລະເປັນການເສີມສ້າງການຮຽນຮູ້ໃນການສ້າງຄວາມສຳພັນກັບຜູ້ມຸ່ງຫວັງ



ຄຸນນະພາບຂອງຜູ້ມຸ່ງຫວັງ+ ຄວາມມຸ່ງໜັ້ນ + ການທຳງານເປັນທີມ = ຄວາມສຳເລັດ

2. ລາຍຊື່ຜູ້ມຸ່ງຫວັງທີ່ມີຄຸນນະພາບທີ່ມີຄວາມຮູ້ໃນການທຳການຕະຫລາດເຄືອຂ່າຍມາກ່ອນ(qualified marketing leads)

ຜູ້ມຸ່ງຫວັງກຸ່ມນີ້ ເປັນກຸ່ມຄົນທີ່ເຄີຍທຳທຸລະກິດເຄືອຂ່າຍມາກ່ອນ ທັ້ງເຄີຍເຈັບຕົວ ເຄີຍຜິດຫວັງ ເຄີຍຫລົ້ມເຫລວ ຫລືອາດຈະເຄີຍທຳເງີນໄດ້ບ້າງ ແຕ່ຍັງບໍ່ປະສົບຄວາມສຳເລັດ ຫລື ອາດຈະເປັນຜູ້ທີ່ກຳລັງທຳ ທຸລະກິດເຄືອຂ່າຍຢູ່ ແຕ່ຍັງລຸ່ມໆລວຍໆບໍ່ໄປຮອດໃສເທື່ອ

ຄວາມຈິງແລ້ວຜູ້ມຸ່ງຫວັງກຸ່ມນີ້ເປັນກຸ່ມຜູ້ມຸ່ງຫວັງທີ່ມີຄຸນນະພາບໃນການທຳການຕະຫລາດດ້ວຍຢ່າງຍີ່ງ ເພາະເຂົາສົນໃຈທຸລະກິດເຄືອຂ່າຍ ສົນໃຈໃນໂອກາດທາງທຸລະກິດຂອງເຈົ້າ ພວກເຂົາຕ້ອງການຂໍ້ມູນເພີ້ມເຕີມກ່ຽວກັບຜະລິດຕະພັນທຸລະກິດຂອງເຈົ້າ ເພາະພວກເຂົາຄຸ້ນເຄີຍກັບການທຳທຸລະກິດເຄືອຂ່າຍ ຫລືສີ່ງທີ່ເຈົ້ານຳສະເໜີໃຫ້ພວກເຂົາແລະທີ່ສຳຄັນກໍ່ຄື ເຂົາເຄີຍລົງທືນມາແລ້ວ ຈິງງ່າຍກວ່າທີ່ລົງທືນອີກຄັ້ງໃນໂອກາດທີ່ດີກວ່າທີ່ເຈົ້າກຳລັງມອບໃຫ້

ເຈົ້າຈະເຫັນໄດ້ວ່າໂອກາດທີ່ຜຸູ້ມຸ່ງຫັງທີ່ມີຄຸນນະພາບໃນການທຳການຕະຫລາດດ້ວຍນັ້ນຈະປ່ຽນມາເປັນຜູ້ຮ່ວມທຸລະກິດຂອງເຈົ້ານັ້ນມີສູງກ່ວາຄົນທົ່ວໄປໆ ເພາະເຂົາຮູ້ວ່າຕົວເອງກຳລັງເຮັດຫຍັງຢູ່ ແລະຮູ້ວ່າໂອກາດທາງທຸລະກິດຂອງເຈົ້າຈະສ້າງປະໂຫຍດຫຍັງໃຫ້ເຂົາໄດ້ແດ່ ແຕ່ກໍ່ບໍ່ໜາຍຄວາມວ່າຜູ້ມຸ່ງຫວັງທີ່ມີຄຸນນະພາບທຸກຄົນຈະເຂົ້າຮ່ວມທຸລະກິດຂອງເຈົ້າ ເຈົ້າຈະຕ້ອງຮຽນຮູ້ອີກວ່າ ຈະເຮັດແນວໃດໃຫ້ດຶງດູດຜູ້ມຸ່ງຫວັງເຫລົ່ານີ້ມາໄດ້




ມີນັກທຸະລະກິດເຄືອຂ່າຍຫລວງຫລາຍທີ່ສູນເສຍຜູ້ມຸ່ງຫວັງທີ່ມີຄຸນນະພາບໃນມື ເພາະເຂົາໃຊ້ເທັກນິກໃນການຂາຍທີ່ຜິດພາບ


ເຊັ່ນການຕາມຈີ້ເພື່ອຂາຍໂອກາດທາງທຸລະກິດໃຫ້ໄດ້ ຫລືການຂາຍໂອກາດທາງທຸລະກິດໃຫ້ໂດຍບໍ່ມີການສ້າງຄວາມສຳພັນກັນມາກ່ອນ

ສີ່ງສຳຄັນໃນການເລີ້ມຕົ້ນທຳທຸລະກິດເຄືອຂ່າຍໃຫ້ປະສົບຄວາສຳເລັດຄືເຈ້າຕ້ອງຮູ້ຈັກວິທີການສ້າງລາຍໄດ້ຊື້ຜູ້ມຸ່ງຫວັງຂອງຕົວເອງຊື່ງອາດຈະຕ້ອງໃຊ້ເວລາ\ ຄ່າໃຊ້ຈ່າຍທີ່ຫລາຍໃນຕອນທີ່ເລີ້ມຕົ້ນ ແຕ່ເປັນການລົງທືນທີ່ດີເພື່ອທຸລະກິດຂອງເຈົ້າ ເພາະເຈົ້າຈະຮຽນຮູ້ວິທີການສ້າງລາຍຊື່ຜູ້ມຸ່ງຫວັງຂອງເຈົ້າເອງ ເຈົ້າອາດຈະໄດ້ພົບກັບຜູ້ມຸ່ງຫວັງທີ່ຈະກາຍເປັນເຄື່ອງຈັກແຫ່ງຄວາມສຳເລັດຕະຫລອດເວລາ

ບໍ່ວ່າເຈົ້າຈະຢູ່ໃນຊ່ວງຮຽນຮູ້ໃນການສ້າງລະບົບຂອງເຈົ້າເອງ ເຈົ້າອາດຈະໃຊ້ຜູ້ມຸ່ງຫວັງເຈົ້າຄຸນນະພາບດີຈາກ ການປະຊຸມກ່ຽວກັບທຸລະກິດເຄຶອຂ່າຍ ຫລື ງານສະແດງສີນຄ້າຂອງບໍລິສັດເຈົ້າ ຫລືຈາກກິດຈະກຳຂອງຜູ້ທີ່ສົນໃຈໃນການຮຽນຮູ້ກ່ຽວກັບໂອກາດທາງທຸລະກິດຂອງເຈົ້າກໍ່ໄດ້

ນອກຈາກນີ້ເຈົ້າຍັງສາມາດໃຊ້ອິນເທີແນັດເພື່ອເກັບຂໍ້ມູນເພື່ອຕິດຕໍ່ກັບຜູ້ມຸ່ງຫວັງຄຸນນະພາບດີ ທີ່ລົງທະບຽນຮັບຈົດໜາຍຂ່າວສານໃນເວັບໄຊຂອງເຈົ້າຫລື ຈາກບລອກຂອງເຈົ້າ ຫລື ຜ່ານທາງໂຄສະນາໃນ Google Adwords ຫລືຈາກໂຄສະນາອອນໄລຂອງເຈົ້າ

ສີ່ງສຳຄັນທີ່ສຸດທີ່ຈະຊ່ວຍໃຫ້ເຈົ້າປະສົບຄວາມສຳເລັດໄດ້ຈິງໆກໍ່ຄື ຈົ່ງຮຽນຮູ້ແລະແຍກໃຫ້ອອກວ່າເຈົ້າຈະ Sponsor ໃຜກັນແທ້ ລະຫວ່າງຄົນ 2 ກຸ່ມ ແລະໃຜຈະເປັນຊຸບເປີສະຕາຂອງເຈົ້າ (ຜູ້ມຸ່ງຫວັງຄຸນນະພາບດີທີ່ເຈົ້າຕ້ອງການ)

ຄລິກທີ່ປຸ່ມ Facebook share ເພື່ອແບ່ງປັນບົດຄວາມດີໆນີ້ໃຫ້ກັບເພື່ອນຫລື ທີມງານຂອງເຈົ້າ ຫລື Tweet ບົດຄວາມນີ້ໃນ Twitter ເພື່ອເພີ່ມຄຸນຄ່າໃຫ້ກັບຕົວເອງໃນສາຍຕາຄົນອື່ນໆ


Comment ໃຫ້ຂ້ອຍໄດ້ຮັບຊາບເຖີງຄວາມຄິດທີ່ຢອດຢ້ຽມຂອງເຈົ້າດ້ານລຸ່ມນີ້ເດີ

ແດ່ຄວາມສຳເລັດຂອງເຈົ້າ…



ທອງຈັນ ພົນທະຈັກ

Tags: attactiomn marketing, mike dillar, mlm,ການ sponsor, ການຕະຫລາດອອນໄລ, ການເວົ້າຊວນຄົນທໍາທຸລະກິດ, ການຂາຍຕົງທີ່ດີທີ່ສຸດ, ທຸລະກິດອອນໄລ, ທຸລະກິດເຄືອຂ່າຍ, ວິທີການຊວນຄົນ, ວິທີການທໍາ MLM, ວິທີການສະໜັກຄົນ, ເທັກນິການທໍາMLM