ค้นหาบล็อกนี้

วันพฤหัสบดีที่ 9 กันยายน พ.ศ. 2553

ຄວາມສຳເລັດຕ້ອງແລກດ້ວຍຫຍັງ

ຄວາມສຳເລັດຕ້ອງແລກດ້ວຍຫຍັງ

ຖ້າເວົ້າເຖີງຄວາມສຳເລັດ ມັນແຍກອອກໄດ້ຕັ້ງຫລາຍແບບ ມັນຂື້ນຢູ່ກັບວ່າ ເຈົ້າຢາກຈະມີຄວາມສຳເລັດຫຍັງ ຫລື ຈະເຮັດຫຍັງ ນັ້ນກໍ່ຕ້ອງແລກດ້ວຍສີ່ງຕ່າງໆ ທີ່ບໍ່ເໜືອນກັນ ແລ້ວແຕ່ຄວາມສຳເລັດທີ່ເຈົ້າຕ້ອງການ
ເຖີງວ່າເຈົ້າຈະຕ້ອງການປະສົບຄວາມສຳເລັດທາງດ້ານໃດ ຫລື ສີ່ງໃດນັ້ນ ສີ່ງໜື່ງກໍ່ຕ້ອງມີ ຕ້ອງສ້າງໃຫ້ມີຂື້ນ ເຊີ່ງເປັນສີ່ງສຳຄັນທີ່ສຸດໃນການທີ່ເຈົ້າຈະປະສົບຄວາມສຳເລັດກໍ່ຄື ຕົວເຈົ້າເອງ
ເນື່ອງຈາກຕົວເຈົ້າເອງນັ້ນ ທີ່ຕ້ອງການປະສົບຄວາມສຳເລັດ ດັ່ງນັ້ນ ສີ່ງທີ່ເຈົ້າຈະຕ້ອງແລກມາ ຍ່ອມຕ້ອງເອົາຕົວເຈົ້າເອງເປັນສີ່ງທີ່ຈະຕ້ອງແລກກັບຄວາມສຳເລັດ
ແລ້ວຄວາມສຳເລັດທີ່ຕ້ອງເອົາເຈົ້າເອງໄປແລກມາ ເຈົ້າເອົາຕົວເອງໄປແລກກັບຫຍັງ ?

ຖ້າເຈົ້າຕ້ອງການປະສົບຄວາມສຳເລັດເຈົ້າຕ້ອງທຳຕົວເຈົ້າ ແລະ ສ້າງຕົວເຈົ້າໃຫ້ເໜາະກັບການທຳງານ ເໜາະກັບເຫດການໃນອານາຄົດ ເໜາະກັບເພື່ອນຮ່ວມງານ ເໜາະກັບເຈົ້ານາຍເໜາະກັບລູກນ້ອງ ເໜາະກັບລູກຄ້າ ແລະ ທີ່ສຳຄັນ ຕ້ອງເໜາະກັບເປັນຜູ້ທີ່ຈະປະສົບຄວາມສຳເລັດໃນອານາຄົດ
ການປ່ຽນແປງຕົວຕົນຂອງຄົນທຳມະດາບາງຄົນ ອາດຈະເປັນເລື້ອງຍາກ ເພາະຍັງບໍ່ຮູ້ຈະປ່ຽນແປງແນວໃດ ເພື່ອໃຫ້ຕົວເອງສາມາດປະສົບຄວາມສຳເລັດ ແຄ່ຄົນປະສົບຄວາມສຳເລັດສ່ວນໃຫຍ່ ມັກມີນີໄສທີ່ສົ່ງເສີມໃຫ້ປະສົບຄວາມສຳເລັດ ຕ້ອງມີ 7 Habits ແຕ່ສຳລັບຂ້ອຍ ຂ້ອຍເນັ້ນໃຫ້ຄົນມີສີ່ສຳຄັນພື້ນຖານ 5 ຢ່າງ ກໍ່ຈະສາມາດສ້າງສີ່ງທີ່ເຈົ້າຄິດວ່າຈະປະສົບຄວາມສຳເລັດໄດ້

ຊື່ງນິໄສພື້ນຖານທີ່ 5 ປະການນັ້ນ ຕ້ອງແລກມາດ້ວຍການປ່ຽນແປງຕົວເອງ ຄົນທີ່ຈະສົບຄວາມສຳເລັດຫລາຍ ກໍ່ຕ້ອງຝຶກໃນທຸກໆດ້ານໃຫ້ຫລາຍ ຄົນທີ່ຝຶກພຽງບາງດ້ານໃຫ້ຊ່ຽວຊານ ກໍ່ສາມາດປະສົບຄວາມສຳເລັດໄດ້ໃນບາງເລື້ອງ ເຊັ່ນກັນ ດັ່ງນັ້ນ ຫາກເຈົ້າຕ້ອງການປະສົບຄວາມສຳເລັດ ສີ່ງທຳອິດທີ່ຂ້ອຍຢາກໃຫ້ເຈົ້າແລກກໍ່ຄື ການປ່ຽນແປງຕົວເຈົ້າເອງ ຕາມຫລັກພື້ນຖານ ທັ້ງ 5 ຂ້າງລຸ່ມນີ້:…..

1.ຮຽນຮູ້
ຄົນເຮົາຮຽນຮູ້ມາຕັ້ງແຕ່ເກີດ ຮຽນໜັ່ງສືກໍ່ເປັນສິບກ່ວາສິບປີ ແຕ່ເຖີງຢ່າງນັ້ນ ບໍ່ວ່າຈະຣຽນມາຫລາຍຊຳ້ໃດ ກໍ່ຍັງມີສີ່ງທີ່ບໍ່ຮູ້ຢູ່ດີ ດັ່ງນັ້ນ ການຝຶກຕົວເອງໃຫ້ເປັນຜູ້ໄຝ່ຮູ້ ແລະມັກຮຽນໃນສາດຫລາຍໆດ້ານ ຫລາຍໆສີ່ງ ຈະເຮັດໃຫ້ສາມາດນຳເອົາມາປະຍຸກໃຊ້ງານກັບຫລາຍໆເຫດການບໍ່ວ່າຈະຍາກ ຫລື ຈະງ່າຍ ຫລື ຈະເປັນງານ ໃນສີ່ງທີ່ບໍ່ເຄີຍໄດ້ທຳມາກ່ອນກໍ່ຕາມ ດັ່ງນັ້ນ ການຮຽນຮູ້ຈື່ງເປັນພື້ນຖານຂອງຄວາມສຳເລັດທີ່ຕ້ອງມາເປັນອັນດັບທຳອິດ ແຕ່ຮຽນຮູ້ຢ່າງດຽວແຕ່ບໍ່ສາມາດນຳມາປະຍຸກໃຊ້ ຫລື ນຳມາຮຽບຮຽງ ຫລື ນຳມາໃຊ້ກໍ່ບໍ່ມີປະໂຫຍດເຊັ່ນກັນ

2. ຄວາມຄິດ
ຄວາມຄີດ ມີພື້ນຖານຈາກການຮຽນຮູ້ເປັນການກັ່ນ ຫລື ປະຍຸກສີ່ງທີ່ຮຽນຮູ້ມາ ໃຫ້ມາແກ້ບັນຫາ ຫລື ຄິດສ້າງສັນ ສີ່ງໃໜ່ໆ ເພື່ອສາມາດໃຫ້ສຳເລັດ ຄວາມຄິດເປັນສີ່ງທີ່ເຮັດໃຫ້ຄົນເຮົາແຕກຕ່າງຈາກສັດ ນີ້ເປັນທີ່ຈຳເປັນຫລາຍ ແລະ ຕ້ອງຮຽນຮູ້ ແລະ ທັນຄວາມຄິດຂອງເຮົາຢ່າງຫລາຍ ໃນການທີ່ເຮົາຈະເຮັດຫຍັງກໍ່ຕາມ ການຝຶກຝົນທາງດ້ານຄວາມຄ້ດຈີ່ງເປັນສີ່ງສຳຄັນຫລາຍ

3. ລົງມືທຳ
ມີຄວາມຮູ້້ ແລະ ຄິດໄດ້ແຕ່ບໍ່ສາມາດ ຫລື ບໍ່ຍອມລົງມືທຳ ກໍ່ເທົ່າກັບ ບໍ່ໄດ້ສ້າງຫຍັງຂື້ນມາເລີຍ ການລົງມືທຳຈີ່ງເປັນສີ່ງທີ່ຕ້ອງສ້າງຈາກແຮງໃຈ ກຳລັງກາຍ ແລະ ຄວາມມຸ່ງໜັ້ນໃນການທຳໃຫ້ເກີດ ທຳໃຫ້ສຳເລັດ ຫລື ເຮັດໃຫ້ລະອຽດ ຮຽບຮ້ອຍກໍ່ຕາມ ນັ້ນ ເປັນຫົນທາງທີ່ຈະສ້າງໃຫ້ເກີດຜົນເກີດຂື້ນ

4. ສື່ສານ
ຄົນບາງຄົນມັກຮຽນຮູ້ ຄິດເກັ່ງ ທຳໄດ້ດີ ແຕ່ບໍ່ເວົ້າໃຫ້ຄົນອື່ນຮັບຮູ້ຕົວເອງເປັນຄົນທຳ ເຮົາໄດ້ຄິດສີ່ງນັ້ນ ສີ່ງນີ້ເກີດຂື້ນມາ ກໍ່ເທົ່າກັບເຂົາບໍ່ໄດ້ຮັບຮູ້້ໃນສີ່ງທີ່ເຮົາທຳເຮົາສ້າງ ແລ້ວໃຜຈະເຫັນຄວາມສາມາດ ການສື່ສານເປັນສີ່ງທີ່ງ່າຍ ແຕ່ແຝງດ້ວຍຫລັກການຄວາມຄິດ ຄວາມຮູ້ ແລະ ເທັກນິດຫລວງຫລາຍໃນການສື່ສານໃຫ້ອີກຝ່າຍເຂົ້າໃຈ …. ສ່ວນບາງຄົນມີການຮຽນຮູ້ດີ ມີຄວາມສາມາດ ແຕ່ຖ່າຍທອດຄວາມຮູ້ຄວາມສາມາດບໍ່ໄດ້ ກໍ່ຈະຍາກຕໍ່ການທີ່ຈະສົບຄວາມສຳເລັດ ບາງຄັ້ງອາດຈະຕ້ອງອາໄສຄົນອື່ນ ເພື່ອສື່ສານໃຫ້ຈື່ງຈະສາມາດປະສົບຄວາມສຳເລັດໄດ້ໄວຍີ່ງຂື້ນ ດັ່ງນັ້ນ ການສື່ສານເປັນຫົວໃຈຫລັກຂອງຄວາມສຳເລັດ ຢ່າງໜື່ງທີ່ຂາດບໍ່ໄດ້ ແທ້ໆ

5. ວິເຄາະ
ການວິເຄາະ ຈະເຮັດໃຫ້ເຮົາເຂົ້າໃນສີ່ງຕ່າງໆ ໄດ້ຢ່າງລຶກຊື້ງ ແລະ ເຂົ້າໃຈຄົນຮອບຂ້າງໄດ້ດີຫລາຍຍີ່ງຂື້ນ ນິໄສການວິເຄາະ ບໍ່ແມ່ນທຸກຄົນທີ່ຈະສາມາດຝຶກກັນໄດ້ ແຕ່ການມີຄວາມສາມາດທາງດ້ານການວິເຄາະ ຈະເຮັດໃຫ້ເຮົາເຫັນຄວາມຈິງ ສາມາດລວບລວມກັ່ນກອງຄວາມຄິດ ໃຫ້ລວມຍອດມາເປັນແນວທາງສັ້ນໆ ແຕ່ສາມາດທຳງານໄດ້ຈິງ

ຂ້ອຍຄິດວ່າ ສີ່ງເຫລົ່ານີ້ອາດຈະມາຊ່ວຍໃຫ້ເຈົ້າ ແລະ ເພື່ອນໆສາມາດມອງເຫັນໄດ້ວ່າ ຄົນທີ່ຈະປະສົບຄວາມສຳເລັດ ບໍ່ແມ່ນຢູ່ໆເຂົາຈະປະສົບຄວາມສຳເລັດ ແຕ່ເຂົາຕ້ອງແລກມາດ້ວຍການປ່ຽນແປງຕົວເອງ ປ່ຽນແປງຄວາມຄິດ ແລະ ມອງເຫັນສີ່ງທີ່ຄວນຈະເປັນ ສີ່ງທີ່ເປັນໄປຈິງໆ ເຮັດໃຫ້ເຂົາເຫລົ່ານັ້ນ ເບີ່ງເຫັນຫົນທາງ ຫລື ແນວທາງທີ່ຈະປະສົບຄວາມສຳເລັດເດີ…..

ແດ່ຄວາມສຳເລັດຂອງເຈົ້າ…..
ທອງຈັນ ພົນທະຈັກ
ນັກທຸລະກິດເຄືອຂ່າຍ

ເລື້ອງຂອງ ອິດສະຫລະພາບ

Mr. Robert T. Kiyosaki ຜູ້ແຕ່ງໜັ່ງສືພໍ່ລວຍສອນລູກ
ໄດ້ກ່າວເອົາໄວ້ວ່າ ທີ່ມາຂອງເງີນມີທັ້ງໜົດ 4 ທາງ ຕາມທີ່ສະແດງດັງພາບ
ແລະຄົນທີ່ສຳເລັດກໍ່ຄື ຄົນທີ່ສາມາດທຳໃຫ້ຕົວເອງຢູ່ດ້ານຂວາ
ທີ່ມີລະບົບທຳງານແທນໄດ້


ທ່ານອາດໄດ້ອ່ານແລ້ວໃນບົດຄວາມຫລັກຂອງເງີນສີ່ດ້ານ Mr. Robert T. Kiyosaki ມາແລ້ວ ມາເບີ່ງວ່າເປັນຫຍັງເງີນສີ່ດ້ານທີ່ຂ້ອຍຈະກ່າວ ເຖີງນີ້ມັນທຳໃຫ້ເຮົາຄົ້ນພົບສີ່ງໜ້າອັດສະຈັນຫລາຍໜ້ອຍພຽງໃດ ແລະມັນເປັນເລື້ອງທີ່ໜ້າຕືນເຕັ້ນຫລາຍ
ອິດສະຫລະພາບຄວາມຄິດ - ສີ່ງນີ້ທີ່ເຈົ້າເລີ້ມໄດ້
ອິດສະຫລະພາບທາງດ້ານເວລາ ແລະ ອິດສະຫລະພາບທາງດ້ານການເງີນເປັນສີ່ງມີຄ່າ ແລະ ໜ້ອຍຄົນທີ່ຈະໄດ້ທັງສອງຢ່າງໃນເວລາດຽວກັນ ໂດຍພິຈະລະນາຈາກກຸ່ມຄົນ 4 ປະເພດດັ່ງນີ້

ກຸ່ມຄົນປະເພດທີ່ 1 E (Employee) - ລູກຈ້າງ
- ຮັບຄ່າຕອບແທນເປັນເງີນເດືອນ
- ລາຍໄດ້ຕາມຕຳແໜ່ງທີ່ໄດ້ຮັບໜອບໜາຍ
- ນາຍຈ້າງເປັນຜູ້ກຳນົດວີຖີຊີວິດແລະເງີນເດືອນຂອງເຈົ້າ
- ຂາດອິດສະຫລະພາບ ຕ້ອງເຊັນຊື່ ຕອກບັດ
- ຕົກງານເທົ່າກັບລົ້ມລະລາຍ (ຕົກງານ 3 ເດືອນ ບໍ່ຕາກຈາກຄົນລົ້ມລະລາຍ)
- ເຊັ່ນ ພະນັກງານປະຈຳ ລູກຈ້າ

ກຸ່ມຄົນປະເພດທີ່ 2 S (Self-employed) - ທຳທຸລະກິດສ່ວນຕົວ
- ຂາຍເວລາແລກກັບເງີນ ຈ້າງຕົວເອງທຳງານ
- ມັກຄິດທຳເອງ, ຄວບຄຸມທຸກຢ່າງດ້ວຍຕົວເອງ
- ຂາດປະສົບການ
- ເຈີຄູ່ແຂ່ງທີ່ມີທືນຫລາຍກ່ວາ
- ອາດຈະທົນທຳ ເພາະມັກອິດສະຫລະ ແຕ່ບໍ່ມີອິດສະຫລະພາບ
- ໜໍ, ເຈົ້າຂອງຮ້ານເຟີ, ເຈົ້າຂອງຮ້ານອາຫານ

ກຸ່ມຄົນປະເພດທີ່ 3 B (Business Owner) - ເຈົ້າຂອງທຸລະກິດ
- ມີທືນ
- ຫາຄົນເກັ່ງໆ ມາທຳງານໃຫ້
- ບໍ່ທຳກໍ່ລວຍໄດ້
ກຸ່ມ B ມີຫລາຍປະເພດ
- ບໍລິສັດ
- ແຟນໄຊ
- ການຕະຫລາດແບບເຄື່ອຂ່າຍ (ເປັນຊ່ອງທາງທີ່ຈະເປັນເຈົ້າຂອງກິດຈະການ ທີ່ມີຄວາມສ່ຽງນ້ອຍ )
- ຜູ້ສ້າງທຸລະກິດເຄື່ອຂ່າຍ

ກຸ່ມຄົນປະເພດທີ່ 4 I (Investor) - ນັກລົງທືນ
- ບໍ່ໄດ້ທຳງານເພື່ອເງີນ
- ມອງຜົນຕອບແທນຈາການປັນຜົນ ດອກເບ້ຍ
- ຊື້ກິດຈະການມາປັບປຸງ ແລ້ວຂາຍຕໍ່
ໜັ່ງສືພໍ່ລວຍສອນລູກຍັງບອກອີກວ່າ ຄົນປະເພດທີ່ 1 ແລະ 2 ຕ້ອງທຳງງານເຖີງຈະໄດ້ເງີນ ຫາກບໍ່ມີເວລາໃຫ້ກັບງານນັ້ນໆ ກໍ່ຈະບໍ່ມີລາຍໄດ້ເຊັ່ນ ຫາກພະນັກງານປະຈຳບໍ່ໄດ້ທຳງານເກີດ 3 ວັນກໍ່ຕ້ອງຖຶກໄລ່ອອກ ແລະ ບໍ່ມີລາຍໄດ້ ໜໍ ຫາກບໍ່ສາມາດໄປຮັກສາຄົນໄຂ້ໄດ້ ກໍ່ບໍ່ມີລາຍໄດ້ເໜືອນກັນ ຫລືເຈົ້າຂອງຮ້ານຂາຍເຟີ ກໍ່ຕ້ອງເປີດຮ້ານທຸກວັນເຖີງຈະໄດ້ເງີນເປັນຕົ້ນ ເພາະວ່າຄົນປະເພດນີ້ຕ້ອງໃຊ້ເວລາເພື່ອແລກກັບເງີນ ບໍ່ມີເວລາກໍ່ຈະບໍ່ໄດ້ເງີນ
ແຕ່ຄົນກຸ່ມປະເພດ 3 ແລະ 4 ເປັນບຸກຄົນທີ່ບໍ່ຕ້ອງເອົາເວລາມາແລກກັບເງີນ ແຕ່ຈະໄດ້ເງີນເປັນຕົວທຳງານແທນຕົນຊື່ງກໍ່ຄືການສ້າງລະບົບຂື້ນມາເອງ ເຊັ່ນສ້າງທຸລະກິດແຟນໄຊ ການລົງທືນຫລີ້ນຫຸ້ນ ຫລື ການສ້າງເຄື່ອຂ່າຍຜູ້ບໍລິໂພກ ເຄື່ອຂ່າຍຜູ້ບໍລິສັດ ສີນຄ້າ ຕາມແຜນການຕະຫລາດແບບເຄືອຂ່າຍຊື່ງມີຕົ້ນທືນ ແລະຄວາມສ່ຽງທີ່ຕຳ່ທີ່ສຸດ
ຫາກເຈົ້າຕ້ອງການທີ່ຈະມີອິດສະຫລະພາບທັ້ງທາງດ້ານເວລາ ແລະ ມີອິດສະລຫະພາບທາງດ້ານການເງີນໄປພ້ອມໆ ກັນຊື່ງກໍ່ຄື ເຖີງແມ້ວ່າ ເຈົ້າຈະບໍ່ໄດ້ທຳງານເລີຍ ເຖີງແມ້ເຈົ້າຈະເດີນທາງໄປທ່ອງທ່ຽວ ແຕ່ເຈົ້າກໍ່ຍັງຈະມີລາຍໄດ້ຈາກລະບົບເຄືອຂ່າຍຜູ້ບໍລິໂພກທີ່ເຈົ້າສ້າງໄວ້ຕະຫລອດເວລາຢ່າງບໍ່ຂາດສາຍ ເຈົ້າລອງເປີດໃຈທີ່ຈະສຶກສາທຸລະກິດຂອງບໍລິສັດໜໍເສັງ ໃນອານາຄົດເຈົ້າຈະມີອິດສະຫລະພາບທາງດ້ານເວລາ ແລະ ອິດສະຫລະພາບດ້ານການເງີນຢ່າງແນ່ນອນ
ພຽງແຕ່ປ່ຽນຄວາມຄິດຊີວິດກໍ່ປ່ຽນ

ທອງຈັນ ພົນທະຈັກ
ນັກທຸລະກິດເຄືອຂ່າຍ

ທຸລະກິດເຄື່ອຂ່າຍ ໃຫ້ຫຍັງແກ່ເຮົາແດ່

ລອງອ່ານເບີ່ງ….
ສຳລັບຄົນທີ່ຕ້ອງການເພີ້ມລາຍໄດ້ ທຳເປັນລາຍໄດ້ເສີມຂື້ນມາໄດ້ບໍ່ກະທົບງານປະຈຳ ແລະ ມີວິຖີຊີວິດທີ່ດີຫລາຍຂື້ນ ມີລາຍໄດ້ເພີ້ມຈັກ ຫົກເຈັດພັນບາດຕໍ່ເດືອນ ຈະໜ້າລັງກຽດບໍ່ ?
ສຳລັບຄົນທີ່ຕ້ອງການມີທຸລະກິດສ່ວນຕົວ “’ ທຸລະກິດເຄື່ອຂ່າຍ’’ ເປັນການເພີ້ມຕົ້ນທືນທຸລະກິດຂອງຕົວເອງທີ່ໃຊ້ເງີນລົງທືນພຽງໜ້ອຍດຽວ ແຕ່ກັບໃຫ້ຜົນຕອບແທນຫລວງຫລາຍ ແຕ່ຫລາຍໆຄົນກັບມອງວ່າເປັນພາລະ ແລະ ບໍ່ຍອມທີ່ຈະລົງທືນ ທັ້ງໆ ທີ່ເມື່ອຄືນທີ່ຜ່ານມາຫາກໍ່ໄປທ່ຽວ ຈ່າຍເງີນຫລາຍກ່ວານັ້ນ ??? (ເຊົ້າມາອອກໜົດ)
ມີທຸລະກິດຫຍັງແດ່ທີ່ບໍ່ຕ້ອງໃຊ້ເງີນລົງທືນ ?? ເປີດຮ້ານອາຫານ ຂາຍເຟີ ຂາຍເຂົ້າລາດໜ້າ ຮ້ານເສື້ອຜ້າ ຂາຍພັກ ຂາຍແຮງງານ ເປີດບ້ານພັກ ໂຮງແຮມ …. ລົງທືນເທົ່າໃດ ? ສຳລັບຄົນທີ່ຕ້ອງການຄວາມໜັ້ນຄົງ ເຈົ້າຫາໄດ້ບໍ່ຢາກດ໋ອກ ແຕ່ຄວາມໜັ້ນຄົງໃນທຸລະກິດເຄື່ອຂ່າຍມັນເປັນຫລາຍກ່ວາຄວາມໜັ້ນຄົງເພາະມັນຄື ອິດສະຫລະພາບທາງການເງີນ ແລະ ອິດສະຫລະພາບທາງດ້ານເວລາ ອິດສະຫລພາບທາງດ້ານການເງີນຄື ເຈົ້າສາມາດໃຊ້ຈ່າຍໄດ້ໂດຍ ບໍ່ຕ້ອງກັງວົນວ່າ ລາຍໄດ້ຂອງເຈົ້າຈະພໍໃຊ້ຈ່າຍໃນເດືອນນີ້ບໍ່ ເພາະລາຍໄດ້ໃນທຸລະກິດນີ້ມີໃຫ້ເຈົ້າເດືອນລະບໍ່ຕຳກ່ວາ 4 -5 ຄັ້ງ ແລະ ຫລາຍພໍທີ່ເຈົ້າຈະບໍ່ຕ້ອງກັງວົນວ່າມັນມີເຫລືອເທົ່າໃດ
ສຳລັບຄົນທີ່ຕ້ອງການມໍລະດົດຕົກທອດ ທຸລະກິດອື່ນ ພໍ່ທຳແລ້ວລຳ້ລວຍ ແຕ່ໜັ້ນໃນໄດ້ຈິງຫລືບໍ່ວ່າ ລຸູ້ນລູກຈະທຳໄດ້ ເຈົ້າມີໜ້າທີ່ການງານທີ່ໃຫຍ່ໂຕໃນບໍລິສັດໜື່ງ ເຂົາຍອມໃຫ້ລູກເຈົ້າ ເຂົ້າມາຮັບຕຳແໜ່ງຕໍ່ຈາກເຈົ້າບໍ່ ?? ແຕ່ໃນທຸລະກິດເຄື່ອຂ່າຍ ເຈົ້າເຄີຍໄດ້ຮັບລາຍໄດ້ເທົ່າໃດ ຫາກເຈົ້າບໍ່ຢູ່ໃນໂລກນີ້ແລ້ວ ລາຍໄດ້ທັ້ງໜົດຈະຖຶກໂອນໄປຍັງທາຍາດໄດ້ບໍ່ມີເງີື່ອນໄຂ ໂດຍທີ່ທາຍາດຈຳທຳທຸລະກິດນັ້ນໆ ຕໍ່ຫລືບໍ່ກໍ່ໄດ້
ໜໍເປີດຄລິນິກ ລາຍໄດ້ດີເດີ ວັນນື່ງ ໜໍຈາກໄປແລ້ວ ເມຍໜໍຮັກສາແທນ ຄົນໄຂ້ແທນໜໍໄດ້ບໍ່ ລາຍໄດ້ໜໍທັ້ງໜົດຕາຍຕາມໜໍໄປດວ້ຍເດີ ແຕ່ໃນທຸລະກິດເຄື່ອຂ່າຍຍັງຢູ່ ລາຍໄດ້ກໍ່ຍັງຢູ່ເດີ

ສຳລັບຄົນທີ່ຕ້ອງການອິດສະຫລະພາບທາງດ້ານເວລາ ຖ້າເຈົ້າທຳງານວັນລະ 8 ຊົ່ວໂມງ ລາຍໄດ້ເດືອນລະ 30.000 ບາດ ຫາກຕ້ອງການ 2 ຫລື 3 ເທົ່າ ເຈົ້າທຳງານວັນລະ 16 ຫລື 24 ຊົ່ວໂມງ/ວັນໄດ້ບໍ່ ? ແຕ່ໃນທຸລະກິດເຄື່ອຂ່າຍ ຖ້າທຳງານວັນ 1 ຊມ. ເມື່ອມີທີມງານ 1 ຄົນເທ່ົ່າກັບເຈົ້າ ທຳງານ 2 ຊົ່ວໂມງ ເມືອມີທີມງານ 2 ຄົນເທ່ົາກັບເຈົ້າທຳງານ 3 ຊົ່ວໂມງ. ເມື່ອມີທີມງານ 10 ຄົນ ເທົ່າກັບວ່າເຈົ້າທຳງານ 11 ຊົ່ວໂມງ. ເມື່ອມີທີມງານ 1.000 ຄົນເທົ່າກັບວ່າເຈົ້າທຳງານ 1001 ຊມ/ວັນ ແລ້ວຖ້າເຈົ້າປ່ວຍ ຫລື ຄາວຽກຢູ່ ໄປທ່ຽວ ໄປຕ່າງປະເທດ ໄປໃສໆກໍ່ໄດ້ ແຕ່ທີມງານ 1.000 ຄົນບໍ່ໄດ້ຢຸດ ລາຍໄດ້ເຈົ້າກໍ່ບໍ່ຢຸດ ແລະນີ້ ຄື ອິດສະຫລະພາບທາງດ້ານເວລາ ທີ່ເຈົ້າສາມາດໄປໃສໆ ກໍ່ໄດ້ເທີງໂລກສວຍໆ ໃບນີ້
ບໍ່ວ່າຈະເປັນ ທຳບຸນຮອບໂລກ ທ່ອງທ່ຽວອ້ອມໂລກ ຊອບປີງອ້ອມໂລກ ເຈົ້າເຮັດໄດ້ໜົດ ເພາະເຈົ້າມີອິດສະຫລະພາບທາງການເງີນແລະ ເວລາ
ສຳລັບຄົນທີ່ຕ້ອງການສານຝັນ ຢາກມີບ້ານ ມີລົດ ທ່ອງທ່ຽວໃນປະເທດ ຕ່າງປະເທດ ທຸລະກິດຄື່ອຂ່າຍສາມາດສານຝັນຂອງເຈົ້າເປັນຈິງໄດ້ ພຽງເຈົ້າເຂົ້າມາສຶກສາຢ່າງຈິງຈັງ ແລະ ລົງມືທຳ ພຽງເທົ່ານີ້ເຈົ້າກໍ່ຈະໄດ້ໃນສີ່ງທີ່ເຈົ້າປາດຖະໜາ ແລະ ຝັນຂອງເຈົ້າຈະເປັນຈິງ

ແດ່ຄວາມສຳເລັດຂອງຈັນ
ທອງຈັນ ພົນທະຈັກ
ນັກທຸລະກິດເຄືອຂ່າຍ

MLM ເໜາະກັບໃຜ

MLM ເໜາະກັບໃຜ

ທຸລະກິດ MLM ທລື ທຸລະກິດເຄື່ອຂ່າຍນັ້ນ ເໜາະສຳຫລັບທຸກທ່ານເລີຍ ຂໍໃຫ້ຄົນໆ ນັ້ນ ມີຄວາມຕັ້ງໃຈໃນການທຳ ແລະ ມີແນວຄິດ ທີ່ຖຶກຕ້ອງ ການທຳທຸລະກິດ MLM ຄືການສ້າງເຄື່ອຂ່າຍໃຜສ້າງໄດ້ຫລາຍຍ່ອມມີລາຍໄດ້ຫລາຍ ສຳລັບໃຜທີ່ມີງານປະຈຳທຳຢູ່ແລ້ວ ກໍ່ບໍ່ຈຳເປັນຕ້ອງລາອອກຈາກງານຂອງທ່ານ ທ່ານສາມາດທຳ MLM ເປັນງານສຳຮອງ ຂອງທ່ານ ເພາະທຸລະກິດ MLM ຖ້າທຳຖຶກທາງແລ້ວ ບໍ່ມີຕົ້ນທືນເພີ້ມ ຈະມີແຕ່ລາຍໄດ້ເພີ້ມ
ຈະເຫັນວ່າ ທຸລະກິດ MLM ຫລື ທຸລະກິດ ເຄື່ອຂ່າຍນັ້ນ ບໍ່ຈຳກັດບຸກຄົນທີ່ຈຳເຂົ້າມາທຳ ພຽງແຕ່ຄົນທີ່ຈະເຂົ້າມາທຳນັ້ນ ຈະຕ້ອງທຳໃຫ້ຖຶກທາງ ເພາະ MLM ນັ້ນ ຖືເປັນສາດ ຢ່າງໜື່ງ ຕ້ອງສຶກສາໃຫ້ເຂົ້າໃຈ ຈະມີແຕ່ລາຍໄດ້ເພີ້ມ

ແດ່ຄວາມສຳເລັດຂອງເຈົ້າ
ທອງຈັນ ພົນທະຈັກ
ນັກທຸລະກິດເຄື່ອຂ່າຍ