ค้นหาบล็อกนี้

วันพุธที่ 17 สิงหาคม พ.ศ. 2554

ຄວາມລັບສຸດຢອດຄວາມສຳພັນ



ຄວາມລັບສຸດຢອດຄວາມສຳພັນ

ຂອບໃຈທີ່ທ່ານໄດ້ອ່ານຂໍ້ມູນສຳຄັນສຸດຢອດເດີຊີເຄຣດ. ຂ້ອຍໄດ້ຄົ້ນພົບຄວາມລັບເໜືອກ່ວາຄວາມລັບໃດໆ ສຸດຢອດຂອງຄວາມລັບທັ້ງມວນ. ໜ້າທີ່ມື້ນີ້ຂ້ອຍໄດ້ເຮັດວຽກເປັນຜູ້ສົ່ງຂ່າວສານໃຫ້ທ່ານໄດ້ຮັບຊາບ

ເຈົ້າຮູ້ບໍ່ວ່າ ຮອບຂ້າງມີຄົນທີ່ເຫງົາຢູ່ຫລາຍເທົ່າໃດ
ຖ້າເຈົ້າຮູ້ສຶກເຫງົາ ຂ້ອຍຂໍບອກຄວາມລັບຢ່າງໜື່ງໃຫ້ຟັງ ເຈົ້າຈະເຫງົາໄປຈົນກວ່າເຈົ້າຈະເປັນເພື່ອນກັບຕົວເອງ
ຖ້າເຈົ້າມອງຫາເພື່ອນນອກກາຍ
ເຈົ້າກຳລັງມອງຫາຜິດທີ່
ເຈົ້າຕ້ອງມອງກັບເຂົ້າມາຂ້າງໃນ
“ເມື່ອເຈົ້າມອງຕົວເອງຈິງໆເຈົ້າຈະຮູ້ສຶກດີກັບຕົວເອງ ແລະ
ຮັກຕົວເອງ ຕອນເປັນເດັກນ້ອຍ
ຂ້ອຍຮູ້ວ່າຕົວເອງເຄີຍເປັນແບບນັ້ນ
ແລະຮູ້ວ່າຄົນສ່ວນໃຫຍ່ກໍ່ເປັນກັາ“ນ
ການຮັກຕົວເອງ ບໍ່ແມ່ນຄວາມຍະໂຍ ໂອຫັງ
ແຕ່ເປັນການຕະໜັກວ່າ ຕົວຕົນຈິງໆ ຂອງເຈົ້າຢູ່ຖຶກທາງ ຂ້ອຍບໍ່ໄດ້ໜາຍເຖີງເລື້ອງເສີມສ້າງ ອັດຕາ ແຕ່ຫມາຍເຖີງການຮູ້ຈັກຄຸ້ນເຄີຍກັບຕົວເຈົ້າເອງ
ເຈົ້າຕ້ອງສ້າງຄວາມສຳພັນທີ່ດີກັບຕົວເອງບໍ່ເຊັ່ນນັ້ນເຈົ້າຈະເຫງົາ


ຊ່ວຍກະລຸນາອອກຄວາມເຫັນຂອງທ່ານດ້ານລຸ່ມແດ່ເພາະຈະເປັນປະໂຫຍດຕໍ່
ຂ້າພະເຈົ້າຫລາຍ ຂອບໃຈ

ການທີ່ເຈົ້າມີຄວາມສໍາພັນກັບໃຜບາງຄົນ




ສູດຢອດຄວາມລັບແຫ່ງຄວາມສຳພັນ

ຂອບໃຈທີ່ທ່ານໄດ້ອ່ານຂໍ້ມູນສຳຄັນສຸດຢອດເດີຊີເຄຣດ. ຂ້ອຍໄດ້ຄົ້ນພົບຄວາມລັບເໜືອກ່ວາຄວາມລັບໃດໆ
ສຸດຢອດຂອງຄວາມລັບທັ້ງມວນ.
ໜ້າທີ່ມື້ນີ້ຂ້ອຍໄດ້ເຮັດວຽກເປັນຜູ້ສົ່ງຂ່າວສານໃຫ້ທ່ານໄດ້ຮັບຊາບ.

ການທີ່ເຈົ້າມີຄວາມສໍາພັນກັບໃຜບາງຄົນ ກ່ອນອື່ນເຈົ້າຕ້ອງເລີ້ມຕົ້ນຈາກການມີຄວາມສຳພັນກັບຕົວເອງ. ປະຕິບັດຕົວເອງຢ່າງທີ່ປະຕິບັດຕໍ່ເພື່ອນທີ່ເຮົາຮັກທີ່ສຸດ ຮັກຕົວເຈົ້າເອງ ບໍ່ວ່າເຈົ້າຈະເວົ້າ ແລະ ເຈັບຂະໜາດໃດກໍ່ຕາມເຊື່ອຂ້ອຍເດີ ຂ້ອຍເຮັດແບບນີ້ທຸກໆວັນເດີ. ສະນັ້ນຖ້າເຈົ້າຢາກມີຄວາມສຳພັນທີ່ດີກັບໃຜ ກໍ່ຈົງຮັກຕົວເຈົ້າເອງ

ຊ່ວຍກະລຸນາອອກຄວາມເຫັນຂອງທ່ານດ້ານລຸ່ມແດ່ເພາະຈະເປັນປະໂຫຍດຕໍ່
ຂ້າພະເຈົ້າຫລາຍ ຂອບໃຈ

ແດ່ຄວາມສຳເລັດຂອງເຈົ້າ
ທອງຈັນ

ສູດຢອດຄວາມລັບແຫ່ງຄວາມສຳພັນ


ຂອບໃຈທີ່ທ່ານໄດ້ອ່ານຂໍ້ມູນສຳຄັນສຸດຢອດເດີຊີເຄຣດ. ຂ້ອຍໄດ້ຄົ້ນພົບຄວາມລັບເໜືອກ່ວາຄວາມລັບໃດໆ ສຸດຢອດຂອງຄວາມລັບທັ້ງມວນ. ໜ້າທີ່ມື້ນີ້ຂ້ອຍໄດ້ເຮັດວຽກເປັນຜູ້ສົ່ງຂ່າວສານໃຫ້ທ່ານໄດ້ຮັບຊາບ.

ສູດຢອດຄວາມລັບແຫ່ງຄວາມສຳພັນຈົ່ງຮູ້ວ່າຈັກກະວານ ກຳລັງໃຫ້ຄວາມຮັກແກ່ເຈົ້າໃນທຸກຂະນະ ເມື່ອເຈົ້າມອບຄວາມຮັກອກກໄປ ແກ່ຈັກກະວານ ເຈົ້າກໍ່ຈະໄດ້ຄວາມຮັກນັ້ນຕອບກັບມາຄືຄວາມຮັກຄືຫົວໃຈ ແລະ ທຳມະຊາດຂອງຄວາມສຳພັນ

ຄວາມສຳພັນເປັນເລື້ອງສອງທາງບໍ່ແມ່ນເປັນພຽງແຕ່ການໃຫ້ແລະການຮັບ ຫລືການໄດ້ມາແລະໄດ້ຮັບສີ່ງທີ່ເຈົ້າຕ້ອງການແລະຍັງເປັນເລື້ອງການໃຫ້ອອກໄປ
ຂ້ອຍຢາກບອກເຈົ້າວ່າ ແຕ່ລະຄົນຄວນມີຄວາມຮັບຜິດຊອບເຕັມຮ້ອຍ ເມື່ອສ້າງຄວາມສຳພັນທີ່ດີ ເພາະຖ້າເຈົ້າຮັບຜິດຊອບພຽງເຄີ່ງໆກາງໆບໍ່ວ່າຄວາມສຳພັນນັ້ນຈະໄປໄດ້ດີຫລືບໍ່ກໍ່ຈະມີອີກເຄິ່ງນື່ງທີ່ບໍ່ເປັນຜົນ. ສະນັ້ນ ຖ້າເຈົ້າມີຄວາມຮັບຜິດຊອບເຕັມຮ້ອຍ ແລະ ທຳເຫມືອນກັບວ່າ ເຈົ້າກຳລັງສ້າງທຸກສີ່ງ ທຸກຢ່າງ ໃນຄວາມສຳພັນນັ້ນ ໃນເມື່ອມັນບໍ່ໄດ້ເປັນໄປໃນລັກສະນະທີ່ເຈົ້າຢາກໃຫ້ເປັນຈີງໆ ກໍ່ໃຫ້ຖາມຕົວເອງວ່າ ‘’ ເອ້ມັນເປັນແບບນີ້ໄດ້ແນວໃດ? ‘’ ໃຊ້ຄວາມຢາກຮຸ້ນັ້ນມາເປັນເຄື່ອງມື ແລະ ເມື່ອເຈົ້າໄດ້ຮັບຄຳຕອບ ເຊັ່ນ; ‘’ ເອ້ ຂ້ອຍກັບບ້ານບໍ່ຕົງເວລາ ‘’ ຂ້ອຍບໍ່ຍອມຮັບຟັງ ‘’ ຂ້ອຍບໍ່ໄດ້ທຳເລື້ອງນັ້ນ ເລື້ອງນີ້ ແລ້ວເຈົ້າກໍ່ຈະມີໂອກາດທີ່ຈະປ່ຽນແປງ ແລະ ທຳສີ່ງທີ່ຈະສ້າງຄວາມສຳພັນຂື້ນມາໄດ້. ການຈະສ້າງຄວາມສຳພັນທີ່ດີກໍ່ຄື ການຈະໃຫ້ຄວາມສໍາພັນເປັນຜົນນັ້ນກໍ່ຕ້ອງລົງມືທຳ. ສະນັ້ນ, ຈົ່ງຕັ້ງໃຈລົງມືທຳ ດັ່ງວ່າໃຫ້ຫລາຍ. ເທົ່າໆກັບທີ່ເຈົ້າໄດ້ຮັບຍີ່ງເຈົ້າໃຫ້ ເຈົ້າກໍ່ຍີ່ງໄດ້ຮັບ ກັບຄືນມາ

ຊ່ວຍກະລຸນາອອກຄວາມເຫັນຂອງທ່ານດ້ານລຸ່ມແດ່ເພາະຈະເປັນປະໂຫຍດຕໍ່
ຂ້າພະເຈົ້າຫລາຍ ຂອບໃຈ


ແດ່ຄວາມສຳເລັດຂອງເຈົ້າ…
ທອງຈັນ ພົນທະຈັກ