ค้นหาบล็อกนี้

วันอังคารที่ 4 ธันวาคม พ.ศ. 2555

ໂອກາດທີ່ດີທີ່ສຸດຢູ່ທີ່ການຕັດສີນໃຈທາງເລືອກຂອງເຈົ້າ

ໃນທຸກໆເຊົ້າຂອງວັນໃຫມ່ທີ່ເຮົາຕື່ນຂື້ນມາ ແລ້ວພົບວ່າເຮົາຍັງຕ້ອງດຳເນີນຊີວິດໃນຮູບແບບທີ່ ເໜືອນໆກັບທຸກໆວັນ ທີ່ຜ່ານມາ ຄືຕ້ອງຕື່ນແຕ່ເຊົ້າ ອອກຈາກບ້ານປະເຊີນກັບບັນຫາຈໍລະຈອນ ເພື່ອໄປໃຫ້ທັນເຂົ້າງານ ຕອກບັດເຂົ້າງານ ແລ້ວກໍ່ທຳງານຕາມພາລະຮັບຜິດຊອບ ທີ່ໄດ້ມອບຫມາຍ ພົບເຈີະກັບຄວາມຄຽດຕ່າງໆ ໃນການທຳງານ ຕອນແລງເລີກງານ ຕອກບັດອອກ ປະເຊີນກັບບັນຫາຈໍລະຈອນອີກຄັ້ງ ກັບເຖີງບ້ານແລ້ວກໍ່ລັບໄປດ້ວຍຄວາມອ່ອນເພຍ ແລະຕຽມພົບກັບວັນໃຫມ່ ທີ່ດຳເນີນຊີວິດໃນຮູບແບບເດີມໆ ເປັນວົງຈອນຊໍ້າແລ້ວຊໍ້າອີກທຸກວັນ ເຮົາເຄີຍສັງເກດຫລືໍບໍ່ ເຮົາທຳສີ່ງນີ້ເພື່ອຫຍັງ? ເພື່ອທີ່ຈະໃຫ້ສາມາດດຳລົງຊີວິດຜ່ານໄປວັນໆນື່ງເທົ່ານັ້ນເອງບໍ່? ເຮົາຕ້ອງການຊີວິດແບບນີ້ຈິງໆບໍ່? ຂ້ອຍເຊື່ອວ່າຄົນເຮົາທຸກຄົນມີຄວາມຝັນ ຢາກຈະມີຊີວິດທີ່ດີກວ່າທີ່ເຮົາເປັນຢູ່ໃນປະຈຸບັນນີ້ຢ່າງແນ່ນອນ ແລ້ວເປັນຫຍັງບໍ່ເບີ່ງຫາງານທີ່ຈະປ່ຽນຊີວິດຂອງເຈົ້າ ໄປສູ່ຮູບແບບຂອງການໃຊ້ຊີວິດແບບໃຫມ່ ໃນແບບທີ່ເຈົ້າຢາກເປັນ
ມີສຸພາສິດຈີນບົດນື່ງກ່າວໄວ້ວ່າ ເດີນທາງຮ້ອຍລີ້ຕ້ອງມີກ້າວແລກ ຫາກເຈົ້າຕ້ອງການເລີ້ມສ້າງຄວາມສຳເລັດໃຫ້ກັບຊີວິດ ດ້ວຍເສັ້ນທາງທີ່ສ້າງຄວາມຝັນຂອງເຈົ້າເປັນຈິງໄດ້ ໃນໄລຍະເວລາບໍ່ເຫີງນານເກີນໄປ ທຸລະກິດເຄືອຂ່າຍຈະເປັນເສັ້ນທາງທີ່ດີ ທີ່ສຸດເສັ້ນທາງນື່ງ ທີ່ພ້ອມເປີດໂອກາດໃຫ້ກັບຜູ້ທີ່ມີຄວາມມຸ່ງຫມັ້ນແລະຕັ້ງໃຈຈິງສະເຫມີ ຫລັງຈາກນີ້ທັ້ງຫມົດຂື້ນຢູ່ກັບການຕັດສີນໃຈຂອງເຈົ້າ ເມື່ອເຈົ້າໄດ້ມີໂອກາດອ່ານເອກະສານສະບັບນີ້ແລ້ວ ແລະຕ້ອງການທີ່ຈະໃຊ້ໂອກາດທີ່ດີນີ້ເພື່ອສ້າງອິດສະຫລະພາບທາງການເງີນ ແລະເວລາໃຫ້ກັບຕົວເຈົ້າເອງ ແລະ ຄົນທີ່ເຈົ້າຮັກ ຜູ້ທີ່ແນະນຳໃຫ້ເຈົ້າອ່ານເອກະສານສະບັບນີ້ພ້ອມທີ່ຈະຊ່ວຍເຈົ້າສ້າງຄວາມຝັນໃຫ້ເປັນຈິງ ພຽງເຈົ້າມີຄວາມເຊື່ອຫມັ້ນແລະເດີນຕາມຄວາມເຊື່ອໃນຫົວໃຈຂອງເຈົ້າທຸກສີ່ງທີ່ເຈົ້າປາດຖະໜາຍ່ອມເປັນໄປໄດ້ແນ່ນອນ.
ໂດຍຄວາມຫວັງດີ ຢາກໃຫ້ເຈົ້າປະສົບຄວາມສຳເລັດ...
ທອງຈັນ ພົນທະຈັກ
856 20 22380244
Khamla2011@gmail.com

ຮູ້ຈັກທຸລະກິດເຄືອຂ່າຍ Network Marketing

ທຸລະກິດເຄືອຂ່າຍ ຄືຫຍັງ ເປັນຫຍັງຄົນຈື່ງຫລັ່ງໄຫລເຂົ້າສູ່ທຸລະກິດນີ້ຢ່າງຫລວງຫລາຍ?
ປະຈຸບັນມີຮູບແບບວິທີການດຳເນີນທຸລະກິດໃໜ່ໆເກີດຂື້ນຫລວງຫລາຍ ວ່າແຕ່ວ່າເຈົ້າຈະປະຕິເສດທີ່ຈະຮຽນຮູ້ມັນດ້ວຍເຫດຜົນທີ່ວ່າ ບໍ່ເຄີຍໄດ້ຍິນ ບໍ່ເຄີຍຊາບມາກ່ອນ ຫລື ບໍ່ ເມື່ອເວົ້າເຖີງການທຳການຄ້າ ຫລາຍຄົນນຶກເຖີງວ່າຕ້ອງໃຊ້ເງີນທືນຫລາຍ, ຕ້ອງຈ້າງແຮງງານຈຳນວນຫລາຍ, ຕ້ອງຜະລິດສີນຄ້າ, ຕ້ອງມີໂຮງງານ, ຕ້ອງມີສະຖານທີ່ໜ້າຮ້ານໆ ຈື່ງຈະທຳໃຫ້ພວກເຮົາສ່ວນໃຫຍ່ ບໍ່ມີໂອກາດໄດ້ເປັນເຈົ້າຂອງທຸລະກິດຂອງຕົວເອງຈັກເທື່ອ ເພາະຂາດເງີນທືນ ຂາດຄົນ ມີຝີມືທີ່ໄວ້ວາງໃຈໄດ້ ວັນນີ້ທຸລະກິດທີ່ທຸກຄົນມີສິດທຳໃຫ້ຝັນຂອງຕົນເປັນຈິງໄດ້ເກີດຂື້ນແລ້ວ ເຮົາຮຽກວ່າ ທຸລະກິດເຄືອຂ່າຍ
ທຸລະກິດເຄືອຂ່າຍຄືຫຍັງ?
ທຸລະກິດເຄືອຂ່າຍເປັນລະບົບທຸລະກິດການຕະຫລາດແບບໃຫມ່ ທີ່ເປີດໂອກາດໃຫ້ຜູ້ບໍລິໂພກສາມາດໄດ້ເປັນເຈົ້າຂອງທຸລະກິດທີ່ສ້າງລາຍໄດ້ຈຳນວນຫລາຍ ໂດຍບໍ່ຕ້ອງມີຄວາມສ່ຽງ ແລະບໍ່ຕ້ອງລົງທືນເປັນເງີນທືນຈຳນວນຫລາຍ ເໜືອນກັບການທຳທຸລະກິດທົ່ວໆໄປ ພຽງເລີ້ມຕົ້ນຈາກການໃຊ້ຜະລິດຕະພັນທີ່ດີ ແລະເກີດຄວາມປະທັບໃຈໃນຕົວຜະລິດຕະພັນທີ່ໃຊ້ກໍ່ທຳການແນະນຳບອກຕໍ່ ໃຫ້ຄົນທີ່ຮູ້ຈັກໄດ້ໃຊ້ຜະລິດຕະພັນທີ່ດີ ນັ້ນເໜືອນກັບຕົນໄດ້ໂຄສະນາ ແບບປາກຕໍ່ປາກ ເມື່ອມີການໃຊ້ຜະລິດຕະພັນຕາມຄຳບອກເລົ່າຈາກຜູ້ແນະນຳ ກໍ່ຈະທຳໃຫ້ເກີດຂະບວນການເຄື່ອນຍ້າຍສີນຄ້າ ຈາກຜູ້ຜະລິດໄປສູ່ຜູ້ບໍລິໂພກໂດຍຕົງ ໂດຍບໍ່ຕ້ອງຜ່ານຂະບວນການໂຄສະນາ ແລະພໍ່ຄ້າຄົນກາງ ເຫມືອນກັບການຕະຫລາດແບບເດີມ ທີ່ເຄື່ອນຍ້າຍສີນຄ້າ ຈາກຜູ້ຜະລິດສູ່ຜູ້ບໍລິໂພກ ຈະຕ້ອງຜ່ານລະບົບພໍ່ຄ້າຄົນກາງ ຊື່ງເປັນກຸ່ມທີ່ໄດ້ຮັບກຳໄລເຖີງ 60% ຈາກການຈັດສົ່ງສີນຄ້າມາສູ່ຜູ້ບໍລິໂພກ.
ເມື່ອເກີດຂະບວນການເຄື່ອນຍ້າຍສີນຄ້າຈາກຜູ້ຜະລິດໄປສູ່ຜູ້ບໍລິໂພກໂດຍຕົງ ເຮັດໃຫ້ບໍລິສັດເຈົ້າຂອງຜະລິດຕະພັນ ສາມາດປະຫຍັດງົບປະມານທີ່ເປັນຄ່າໂຄສະນາໄດ້ຫລາຍ ຊື່ງບໍລິສັດຈະນຳຄ່າງົບໂຄສະນາທີ່ປະຫຍັດໄດ້ໄປໃຊ້ໃນການທຳການວິໄຈ ພັດທະນາສີນຄ້າໃໜ່ໆ ໃຫ້ດີຂື້ນ ເພື່ອໃຫ້ຜູ້ບໍລິໂພກໄດ້ມີໂອກາດໃຊ້ຜະລິດຕະພັນທີ່ດີຍີ່ງຂື້ນອີກ ສ່ວນຜົນກຳໄລ 60% ຂອງພໍ່ຄ້າຄົນກາງທີ່ຖຶກຕັດອອກມານັ້ນ ບໍລິສັດຈະນຳເງີນສ່ວນນີ້ມາຈັດສັນໃຫ້ກັບຜູ້ບໍລິໂພກທີ່ໃຊ້ດີແລ້ວທຳການບອກຕໍ່ ກັບຜູ້ອື່ນເປັນລຳດັບຊັ້ນ ຕາມສ່ວນທີ່ບໍລິສັດກຳນົດໄວ້ ຊື່ງຈະເຫັນໄດ້ວ່າໃນລະບົບການຕະຫລາດແບບເຄືອຂ່າຍນີ້ ຈະເຮັດໃຫ້ຜູ້ບໍລິໂພກສາມາດມີສ່ວນແບ່ງຂອງລາຍໄດ້ຫລາຍເຖີງ 60% ຂອງມູນຄ່າສີນຄ້າ ຈາກລະບົບການກະຈາຍສີນຄ້າສູ່ຜູ້ບໍລິໂພກແບບໃຫມ່ ນອກເຫມືອຈາກການທີ່ຈະຕ້ອງເປັນຜູ້ຈ່າຍເງີນສູ່ສີນຄ້າພຽງຢ່າງດຽວໃນລະບົບທຸລະກິດແບບເດີມ.
ໂດຍການທຳການຕະຫລາດເຄືອຂ່າຍຜູ້ບໍລິໂພກ ທີ່ໃຊ້ວິທີການແນະນຳບອກຕໍ່ນີ້ ຈະມີລັກສະນະທີ່ພິເສດກວ່າການຕະຫລາດແບບທົ່ວໆໄປ ຄື ຄວາມສາມາດໃນການຂະຫຍາຍຕົວຂອງຈຳນວນຜູ້ບໍລິໂພກ ທີ່ຈະເພີ້ມຈຳນວນຂື້ນໄດ້ແບບບໍ່ຈຳກັດ ຈຳນວນ ໂດຍອາໄສການແນະນຳ ຜະລິດຕະພັນຈາກຄົນ  1 ຄົນ ແນະນຳ ໃຫ້ກັບ 2-3 ຄົນ ແລະແຕ່ລະຄົນຂອງ 2-3 ຄົນ ບອກຕໍ່ກັບຄົນ 2-3 ຄົນຕໍ່ໆໄປ ກໍ່ຈະເກີດການຂະຫຍາຍຕົວຂອງຜູ້ບໍລິໂພກ ໃນລັກສະນະທະວີຄູນເພີ້ມຂື້ນໄປເລື້ອຍໆບໍມີວັນສີ້ນສຸດ.
ໜັ່ງສືພໍ່ລວຍສອນລູກເຫລັ້ມທີ່ 2 “Cashflow Quadrant” ຫລື ເງີນສີ່ດ້ານ ຂອງ Robert T. Kiyosaki ໄດ້ກ່າວໄວ້ວ່າ ຄົນໃນໂລກແບບຕາມທີ່ມາຂອງລາຍໄດ້ອອກເປັນສີ່ທາງຄື:

ດ້ານທີ່ 1) ລູກຈ້າງ ( Employee ) ຄືຜູ້ມີລາຍໄດ້ຈາກຄ່າຈ້າງ, ເງີນເດືອນ
ດ້ານທີ່ 2) ທຸລະກິດສ່ວນຕົວ ( Self – employed ), ເຈົ້າຂອງກິດຈະການຂະໜາດນ້ອຍ( Small Business owner )ຄຶືຜູ້ທີ່ມີລາຍໄດ້ຈາກການທຳງານຂອງຕົນເອງ ຫລື ກິດຈະການຂອງຕົນເອງ ໂດຍເຈົ້າຂອງກິດຈະການຈະຕ້ອງເປັນຜູ້ລົງມືທຳ ຫລື ດູແລດ້ວຍຕົນເອງ
ດ້ານທີ່ 3) ເຈົ້າຂອງກິດຈະການຂະໜາດໃຫຍ່ ( Business owner ) ຄືຜູ້ທີ່ມີລາຍໄດ້ຈາກຊັບສີນຂອງຕົວເອງ, ໂດຍໃຊ້ເວລາແລະແຮງງານຂອງຜູ້ອື່ນສ້າງລາຍໄດ້ໃຫ້ກັບຕົວເອງ
ດ້ານທີ່ 4) ນັກລົງທືນ ( Investor ) ຄືຜູ້ທີ່ໃຊ້ເງີນທຳງານແທນຕົວເອງ ເພື່ອສ້າງຜົນຕອບແທນຫລືລາຍໄດ້ໃຫ້ກັບຕົນໂດຍບໍ່ຕ້ອງທຳເອງ