ค้นหาบล็อกนี้

วันอาทิตย์ที่ 17 ตุลาคม พ.ศ. 2553

ຊີວິດຄືການລົງທືນ


ຊີວິດຄືການລົງທືນ

ສະບາຍດີວັນນີ້ຂ້ອຍຢາກຈະບອກວ່າ “ ຍີ່ງເຈົ້າລົງທືນກັບຕົວເອງຫລາຍເທົ່າໃດ ກໍ່ຍີ່ງເຮັດໃຫ້ທຸລະກິດຂອງເຈົ້າປະສົບຄວາມສຳເລັດຫລາຍເທົ່ານັ້ນ”
ຈາກປະສົບການ ການທຳທຸລະກິດເຄືອຂ່າຍມາຫລາຍປີ ຂ້ອຍໄດ້ຮຽນຮູ້ຈາກຜູ້ປະສົບຄວາມສຳເລັດຫລວງຫລາຍແລະໜື່ງໃນສີ່ງທີ່ຂ້ອຍໄດ້ຮຽນຮູ້ ຊຳ້ແລ້ວຊຳ້ອີກກໍ່ຄື
ການລົງທືນກັບຕົວເອງ ໃນເລື້ອງຂອງການພັດທະນາຕົວເອງ ເພາະເຈົ້າຈະດຶງດູດຜູ້ຄົນ ບໍ່ວ່າຈະເປັນລູກຄ້າ ຜູ້ມຸ່ງຫວັງ ຫລື ຕົວແທນຈຳໜ່າຍກໍ່ຕາມ ຕ່າງຖຶກດຶງດູດເພາະຄຸນຄ່າໃນຕົວເຈົ້າ
ດັ່ງນັ້ນ, ຍີ່ງເຈົ້າພັດທະນາຄຸນຄ່າໃນຕົວເຈົ້າຫລາຍເທົ່າໃດ ທຸລະກິດຂອງເຈົ້າກໍ່ຈະປະສົບຄວາມສຳເລັດຫລາຍເທົ່ານັ້ນ ເຈົ້າ ດຶງດູດຜູ້ຄົນເຂົ້າມາໃນທຸລະກິດຂອງເຈົ້າ ເພາະຄຸນຄ່າໃນຕົວເຈົ້າ ບໍ່ແມ່ນຜົນລັບທີ່ເຈົ້າສະແດງ
ຮຽນຮູ້ທີ່ຈະເພີ້ມຄຸນຄ່າໃຫ້ກັບຕົວເອງ ແລະ ໃຫ້ຄຸນຄ່າກັບຜູ້ອື່ນ ຫລາຍກວ່າທີ່ຈະຄິດເຖີງແຕ່ສີ່ງຕອບແທນ
ແລ້ວເຮົາຈະເພີ້ມຄຸນຄ່າກັບໂຕເອງແນວໃດ? “ ຈົ່ງຮຽນຮູ້ເດີ””
TIP:
• .ໃຊ້ເວລາຢ່າງໜ້ອຍ 30 ນາທີ\ວັນ ກັບການອ່ານໜັ່ງສື, ຟັງ CD, ເບີ່ງ VCD DVD ກ່ຽວກັບການພັດທະນາໂຕເອງຢ່າງສະໜໍ່າສະເໜີ ຂ້ອຍຢືນຢັດວ່າມັນຈະເຮັດໃຫ້ເກີດຄວາມແຕກຕ່າງຢ່າງແນ່ນອນ ເພາະມັນເຄີຍເກີດຂື້ນກັບຂ້ອຍມາແລ້ວ… ຂ້ອຍກາລັນຕີ!!!
• ຢຸດ ! ຮັບຂໍ້ມູນຂ່າວສານຕ່າງໆ ທີ່ເປັນຄວາມຄິດດ້ານລົບກັບຕົວເຈົ້າເອງ ໂດຍສະເພາະປັດຈຸບັນ ຂໍ້ມູນຂ່າວສານຕ່າງໆ ຖຶກແຜ່ຫລາຍໄປຢ່າງວ່ອງໄວ ບໍ່ວ່າຈະເປັນເລື້ອງລາວເສດຖະກິດ ການເມືອງ ເພາະມັນບໍ່ພຽງແຕ່ບໍ່ມີປະໂຫຍດ ແຕ່ມັນເຮັດກັບເຮັດໃຫ້ເຈົ້າທົດຖອຍລົງຫລາຍຂື້ນດ້ວຍ
• ແນ່ໃນວ່າຄົນ ທີ່ຢູ່ອ້ເປັອ້ອມຂ້າງເຈົ້າ ສ່ວນໃຫຍ່ເປັນຜູ້ປະສົບຄວາມສຳເລັດຫລາຍກ່ວາ ຜູ້ປະສົບຄວາມຫລົ້ມເຫລວ ເພາະວ່າຍີ່ງເຈົ້າຢູ່ໃກ້ຜູ້ທີ່ປະສົບຄວາມສຳເລັດ ເຈົ້າກໍ່ດຶງຜູ້ຄົນທີ່ມີຄວາມຄິດດ້ານບວກ ແຕ່ຫາກເຈົ້າຢູ່ໃນສະພາບແວດລ້ອມທີ່ເຕັມໄປດ້ວຍຜູ້ປະສົບຄວາມຫລົ້ມເຫລວ ເຈົ້າກໍ່ຈະດຶງດູດຜູ້ທີ່ມີຄວາມຄິດດ້ານລົບສະເໜີ
• ຈົ່ງຢູ່ເທີງເສັ້ນທາງທີ່ນຳເຈົ້າໄປສູ່ຄວາມສຳເລັດສະເໜີ ເພາະນັ້ນເປັນສີ່ງທີ່ຢືນຍັນວ່າເຈົ້າຈະໄປເຖີງຈຸດໜາຍປາຍທາງທີ່ເຈົ້າຕ້ອງການຢ່າງແນ່ນອນ
• ທ້າຍສຸດ ສຸດທ້າຍນີ້ ຫາກມີເຈົ້າມີຄວາມຄິດເຫັນຫຍັງ ຂໍໃຫ້ສະແດງຄວາມຄິດເຫັນໄດ້ຕາມໃຈປາຖະໜາໃນກ່ອງຄອມເມັນຂ້າງລຸ່ມນີ້ ແລະຫາກບົດຄວາມນີ້ເປັນປະໂຫຍດກັບເຈົ້າ ຢ່າລືມທຳສີ່ງດີໆ ດວ້ຍການແບ່ງປັນໃຫ້ເພື່ອນໆຂອງເຈົ້າໄດ້ຮັບຊາບ

• ບໍ່ມີໃຜຈະໃສ່ໃຈເຈົ້າ ຈົນກ່ວາເຈົ້າຈະໃສ່ໃຈເຂົາກ່ອນ
• ແດ່ຄວາມສຳເລັດຂອງເຈົ້າ…
• ທອງຈັນ ພົນທະຈັກ
• ນັກທຸລະກິດເຄື່ອຂ່າຍ

HOW TO RECRUITE NEW PEOPLE TO MLM

ສະບາຍດີ ວັນນີ້ ວັນຂ້ອຍມາໃຫ້ຫົວຂໍ້ ວິທີຊະນະໃຈຜູ້ມຸ່ງຫວັງ ກຸນແຈສູ່ຄວາມສຳເລັດໃນທຸລະກິດເຄືອຂ່າຍ ເຈົ້າເຄີຍຖາມຕົວເອງແດ່ບໍ່… ວ່າເປັນຫຍັງຕ້ອງຊະນະໃຈຜູ້ມຸ່ງຫວັງຂອງເຈົ້າໃຫ້ໄດ້ ຫລື ແຕ່ລະມື້ໆ ເຈົ້າເອົາແຕ່ຄິດວ່າ ເຮັດແນວໃດຈະຂາຍຂອງໄດ້ ເຮັດແນວໃດຈະປິດຮັບສະໜັກໄດ້ ເຮັດແນວໃດຈະໄດ້ຂື້ນຕຳແໜ່ງ ຂ້ອຍຈະບອກຄວາມລັບໃຫ້ເຈົ້າຢ່າງໜື່ງ
ການຊະນະໃຈຜູ້ມຸ່ງຫວັງ = ຄວາມສຳເລັດສູງສຸດໃນການທຳທຸລະກິດເຄືອຂ່າຍ ຂ້ອຍຂໍບອກກຸນແຈສູ່ການເອົາຊະນະໃຈຜູ້ມຸ່ງຫວັງໃຫ້ກັບເຈົ້າ ເພາະໃຜໆກໍ່ຢາກຊະນະໃນຜູ້ມຸ່ງຫວັງ ຍ້ອນວ່າການຊະນະໃຈຜູ້ມຸ່ງຫວັງ ເຈົ້າສາມາດຂາຍຫຍັງກໍ່ໄດ້ ບໍ່ວ່າເຈົ້າຢາກຈະຂາຍສີນຄ້າ ຢາລົດນຳ້ໜັກ ເຈົ້າຢາກຈະຂາຍໂອກາດທາງທຸລະກິດ ເພາະການທຳທຸລະກິດເຄືອຂ່າຍຄືການທຳງານກັບຄົນ
ມື້ນີ້ຄວາມລັບທີ່ຂ້ອຍຢາກຈະບອກກັບເຈົ້າ ມັນບໍ່ແມ່ນຄວາມລັບຫຍັງທີ່ຕ້ອງປິດບັງກັນໃວ້ພຽງແຕ່ວ່າ ອາດຈະບໍ່ມີສອນເຈົ້າໃນແບບນີ້ ເພາະວ່າສີ່ງນີ້ເປັນສີ່ງ ທີ່ຂ້ອຍຄິດຂື້ນເອງຈາກການທຳທຸລະກິດເຄືອຂ່າຍມາຫລາຍປີ ແລ້ວກໍ່ຄິດສະເອະໃນຂື້ນມາຈິງໆແລ້ວການເອົາຊະນະໃຈຜູ້ມຸ່ງຫວັງ ມັນບໍ່ຢາກເລີຍ ປົກກະຕິເວລາທີ່ເຈົ້າຮຽນຮູ້ໃນການສະປອນເຊີຜູ້ມຸ່ງຫວັງກໍ່ຈະມີສະເຕັບໃນການເວົ້າຄື ຂໍ້ໜື່ງຕ້ອງເວົ້າແບບນີ້ ຂໍ້ສອງຕ້ອງເວົ້າແບບນີ້ ຂໍ້ສາມຕ້ອງເວົ້າແບບນີ້ ເປັນ Pattern ເລີຍແມ່ນບໍ່?
ສະເຕັບທຳອິດເປີດໃຈ, ສະເຕັບທີ່ສອງເວົ້າເລື້ອງບໍລິສັດ ສີນຄ້າ ແຜນ ສຸດທ້າຍກໍ່ປິດການຂາຍ ແລ້ວກໍ່ຕອບຂໍ້ໂຕ້ແຍ້ງຖຶກບໍ່? ແຕ່ບາງຄັ້ງການທີ່ຕອບຂໍ້ໂຕ້ແຍ້ງເຈົ້າກໍ່ອາດຈະຂາດໃນລັກສະນະຄະຕິ ທັດສະນະແບບເດີມໆ ກັບຜູ້ມຸ່ງຫວັງຂອງເຈົ້າ. ສະນັ້ນຂ້ອຍຢາກໃຫ້ເຈົ້າລືມ Pattern ຕ່າງໆ ກໍ່ຄືເຮົາສາມາດປະຍຸກໃຊ້ ເພາະຄວາມສຳເລັດມັນເລີ້ມຕົ້ນຈາກຄວາມຄິດ ແລ້ວຄວາມຄິດທີ່ດີກໍ່ຄືຄວາມຄິດທີ່ແຕກຕ່າງແລະເຮັດໃຫ້ດີກ່ວາ ເພາະເຮົາສາມາດມີຕົ້ນແບບ ມີ Pattern ໃນການດຳເນີນທຸລະກິດຕາມຜູ້ນຳ ຕາມອັບໄລຣ ຕາມຄວາມຄິດຂອງເຂົາເຈົ້າ ເຈົ້າອາດຈະເຮັດຕາມເຂົາ ແຕ່ເຈົ້າຈຳເປັນຈະຕ້ອງປັບປະຍຸກໃຫ້ເຂົ້າກັບເຈົ້າກ່ອນເດີ ນັ້ນກໍ່ຄືນຳເອົາຂໍ້ດີຂອງເຂົາມາ ແລະກໍ່ດຶງຂໍ້ດີຂອງເຈົ້າໄປປະສົມປະຍຸກມັນ ເພາະຄວາມຄິດດີໃນ 10 ປີກ່ອນຕອນນີ້ອາດຈະຫລ້າສະໄໜກໍ່ໄດ້
ວັນນີ້ຂ້ອຍຈະເລົ່າເລື້ອງໆໜື່ງໃຫ້ເຈົ້າຟັງກ່ອນທີ່ຂ້ອຍຈະບອກເຈົ້າ ເປັນຄວາມລັບຈິງໆ ຂ້ອຍໄປງານໆໜື່ງໄດ້ຟັງເລື້ອງນີ້ ໂອໂຫ ມັກຫລາຍເດີ
ເລື້ອງນີ້ມີຢູ່ວ່າມີເດັກນ້ອຍຄົນໜື່ງພໍໃຫຍ່ຂື້ນມາຄອບຄົວເຂົາຈະສອນຢູ່ສະເໜີເລີຍວ່າ ຖ້າມີສັດຕົວໃດຕາຍໃນບ້ານເຂົາກໍ່ຈະເອົາມາຄົວກິນເປັນອາຫານ ແມ້ວ່າໄກ່ຈະຕາຍ ກໍ່ເຮັດເປັນອາຫານ ໜູຕາຍກໍ່ມາຄົວເປັນອາຫານ ຫລື ສັດໂຕໃດຕາຍກໍ່ເອົາມາເຮັດເປັນອາຫານ ເດັກກໍ່ມີຄວາມຄິດໃນສະໜອງຂອງເຂົາຕະຫລອດວ່າ ບໍ່ວ່າຫຍັງທີ່ຕາຍເຂົາກໍ່ເອົາມາເຮັດເປັນອາຫານ ເຂົາໄດ້ກິນສັດຕົວນັ້ນ ມີຢູ່ວັນນື່ງ ອາກາດແຈ່ມໃສເປັນວັນທີ່ເດັກນ້ອຍຄົນນັ້ນຕ້ອງໄປໂຮງຮຽນ ເຂົາກັບຮ້ອງໄຫ້ ງໍ ແງ ບໍ່ຍອມໄປ ບໍ່ໄປໂຮງຮຽນ ແມ່ກໍ່ສົງໄສວ່າເປັນຫຍັງລູກເປັນຄົນຂະຫຍັນຈິງບໍ່ຢາກໄປໂຮງຮຽນ ພໍ່ແມ່ຖາມເດັກນ້ອຍຄົນນັ້ນ ເດັກນ້ອຍຄົນນັ້ນຕອບວ່າ ບໍ່ຢາກໄປ ເພາະຄູໃຫຍ່ຕາຍ ບໍ່ຢາກຈະກິນຄູໃຫ່ຍ
ນີ້ແຫລະຄືຄວາມຄິດທີ່ສອນມາແລະຍັງຝັງຢູ່ໃນຈິດໃຕ້ສຳນຶກຂອງເດັກນ້ອຍຄົນນັ້ນຕະຫລອດມາວ່າ ຖ້າຫຍັງຕາຍກໍ່ຈະຕ້ອງກິນຖຶກບໍ່ ? ແຕ່ຈິງໆ ຖ້າຄູໃຫຍ່ຕາຍເຮົາຈຳເປັນຕ້ອງກິນຄູໃຫຍ່ບໍ່ ເຮົາກໍ່ບໍ່ຈຳເປັນຖຶກບໍ່ ? ສະນັ້ນຄວາມຄິດທີ່ເຮົາສ້າງມາແລ້ວມັນກໍ່ເປັນຄວາມຄິດທີ່ຖຶກຕ້ອງ ເຮົາຖຶກສັ່ງສອນມາແບບນີ້ ແຕ່ວັນໜື່ງຄວາມຄິດຄວາມຄິດໂຕ້ນີ້ອາດຈະໃຊ້ບໍ່ໄດ້ກໍໄດ້ ເພາະວ່າ ການທີ່ເຮົາຈະເອົາສະນະໃຈຜູ້ມຸ່ງຫວັງ ບໍ່ແມ່ນທ້ອງເພັດເທີນ Pattern ແບບນີ້ໄປເວົ້າກັບທຸກຄົນ ແບບນັ້ນ ສະເໜີໄປ
ເໜືອນເວລາທີ່ເຮົາໄປຈີບສາວ ຫລື ຈີບໜຸ່ມໆ ແຕ່ລະຄົນກໍ່ມັກໃນລັກສະນະແຕກຕ່າງກັນ ເຮົາຈະຕ້ອງສະເໜີໃນສີ່ງທີ່ເຂົາມັກ. ສະນັ້ນ ການໂອ້ລົມ ການເອົາຊະນະໃຈຜູ້ມຸ່ງຫວັງ ສີ່ງທີ່ເຈົ້າຕ້ອງຮຽນຮູ້ໃນການທຳທຸລະກິດເຄືອຂ່າຍ ບໍ່ແມ່ນການທ້ອງຈຳແພັດເທ່ີນ Patterm ຕ່າງໆ ບໍ່ວ່າເປີດໃຈເປັນແນວໃດ ໂຕ້ແຍ້ງເປັນແນວໃດ ແຕ່ລະຂ້ໍ້ແຕ່ເຈົ້າຄວນຮູ້ໃວ້ ແລ້ວເອົາໄປປະຍຸກເດີ ການເອົາຊະນະໃຈຜູ້ມຸ່ງຫວັງງ່າຍໆ ສີ່ງທຳອິດເຈົ້າຕ້ອງຮຽນຮູ້ໃນເລື້ອງຈິດຕະວິທະຍາ ໃນທຸລະກິດເຄື່ອຂ່າຍ ສະໜັກເຂົ້າໄປເຮົາກໍ່ຈະຮຽນລິດລາຍຊື່ແມ່ນບໍ່? ໂທຊວນຄົນ ປິດການຂາຍ ຕ້ອງຂໍ້ໂຕ້ແຍ້ງ ການ ABC T-UP ຕ່າງໆຫລວງຫລາຍ ວິຊາພວກນີ້ດີ ແຕ່ຂ້ອຍບອກວ່າເຈົ້າບໍ່ຕ້ອງເອົາໄປທຳໃຫ້ເໜືອນເປະໆ ເຈົ້າສາມາດປະຍຸກເຂົ້າໃນສະຖານະການ ສີ່ງທີ່ເຈົ້າຕ້ອງຮຽນຮູ້ຫລັກການຈິງໆ ຄື ຈິດຕະວິທະຍາ. ສະນັ້ນ ເຈົ້າຮູ້ໃຈຜູ້ມຸ່ງຫວັງເຈົ້າຮູ້ວ່າ ເຂົາມັກຫຍັງ ບໍ່ມັກຫຍັງ ເຈົ້າກໍ່ສາມາດບອກສີ່ງທີ່ເຂົາມັກໄດ້ ວັນນີ້ຂ້ອຍສະເໜີໃຫ້ກໍ່ຄືເຮັດໃຫ້ເຈົ້າຊະນະໃຈຜູ້ມຸ່ງຫວັງບໍ່ວ່າເຈົ້າຈະເວົ້າກັບໃຜກໍ່ແລ້ວແຕ່ ບໍ່ແມ່ນຈະບອກວ່າຈະເວົ້າແນວນີ້ໆເດີ ເຈົ້າເອົາຄຳເວົ້າເຫລົ່ານີ້ໄປເວົ້າກັບທຸກຄົນເໜືອນກັນໜົດ ມັນບໍ່ແມ່ນແບບນີ້ເດີ
ໂອເຄ ຢາກຮູ້ແລ້ວແມ່ນບໍ່? ຂ້ອຍຈະບອກຄວາມລັບໃຫ້ ຄື ການຟັງຈະເຮັດໃຫ້ຜູ້ມຸ່ງຫວັງມັກເຈົ້າ ແລະເວລາທີ່ເຮົາໄປເຈີ ຄົນທຸກຄົນໃຫ້ເຮົາຖາມ ໃຫ້ເຈົ້າເນັ້ນເລື້ອງຂອງຕົວເຂົາ ຄື ຄອບຄົວຂອງເຂົາ ເວົ້າເຖີງບ້ານຂອງເຂົາ ໂອ້ລົມເຂົາໃນເລື້ອງຂອງເຂົາແລ້ວກໍ່ຈົ່ງຟັງຢ່າງຕັ້ງໃຈໃນສີ່ງທີ່ເຂົາເລົ່າໃຫ້ເຈົ້າຟັງ ແລ້ວຄົນໆນັ້ນຈະບອກວ່າເຮົາເປັນຄົນທີ່ໂອ້ລົມເກັ່ງ ອັດທະຍາໄສດີ ແລ້ວເຂົາກໍ່ມັກເຮົາ ເຈົ້າເຊື່ອບໍ່ວ່າມັນເປັນຄວາມຈິງ ຂ້ອຍກໍ່ບໍ່ຢາກເຊື່ອ ວັນນື່ງພໍ່ພາເພື່ອນພໍ່ມາທີ່ບ້ານ ຂ້ອຍບໍ່ໄດ້ເວົ້າຫຍັງເລີຍ ກໍ່ພຽງແຕ່ຖາມເລື້ອງບ້ານເຂົາ ເລື້ອງລູກຊາຍເຂົາ ເຂົາເລົ່າໆໆໆ.. ເວົ້າຢູ່ຄົນດຽວ… ສຸດທ້າຍເປັນແນວໃດ ພໍເຂົາກັບບ້ານໄປ ເຂົາບອກວ່າເຂົາມັກຂ້ອຍເພາະວ່າຂ້ອຍໂອ້ລົມເກັ່ງ ແຕ່ຂ້ອຍເຊື່ອວ່າວັນນັ້ນເກືອບບໍ່ໄດ້ເວົ້າຫຍັງເລີຍ ເປັນເພາະຂ້ອຍຕັ້ງໃຈຟັງໃນສີ່ງທີ່ເຂົາເລົ່າ ແລ້ວກໍ່ຖາມໃນສີ່ງທີ່ເຂົາຢາກເວົ້າ ນີ້ແຫລະຄືເຄັດລັບ ຈາກໜັ່ງສືດີໆ ວິທີຊະນະມິດ ແລະ ຈູງໃຈຄົນ ສຳ
ສຳລັບວັນນີ້ຫວັງວ່າເຈົ້າເປັນຄົນນື່ງທີ່ເຮັດໃຫ້ຜູ້ມຸ່ງຫວັງມັກເຈົ້າ ເຊື່ອເຈົ້າ ແລະກໍ່ຮັກ ແລະ ສັດທາໃນຕົວເຈົ້າ ເຊີ່ງເທັກນິກງ່າຍໆພຽງແຕ່ເຈົ້າຮຽນຮູ້ຈິດໃຈຂອງຄົນເທົ່ານັ້ນເອງ
ທ້າຍສຸດ ສຸດທ້າຍນີ້ ຫາກມີເຈົ້າມີຄວາມຄິດເຫັນຫຍັງ ຂໍໃຫ້ສະແດງຄວາມຄິດເຫັນໄດ້ຕາມໃຈປາຖະໜາໃນກ່ອງຄອມເມັນຂ້າງລຸ່ມນີ້ ແລະຫາກບົດຄວາມນີ້ເປັນປະໂຫຍດກັບເຈົ້າ ຢ່າລືມທຳສີ່ງດີໆ ດວ້ຍການແບ່ງປັນໃຫ້ເພື່ອນໆຂອງເຈົ້າໄດ້ຮັບຊາບ


ບໍ່ມີໃຜຈະໃສ່ໃຈເຈົ້າ ຈົນກ່ວາເຈົ້າຈະໃສ່ໃຈເຂົາກ່ອນ
ແດ່ຄວາມສຳເລັດຂອງເຈົ້າ…
ທອງຈັນ ພົນທະຈັກ
ນັກທຸລະກິດເຄື່ອຂ່າຍ