ค้นหาบล็อกนี้

วันจันทร์ที่ 29 พฤศจิกายน พ.ศ. 2553

ວິທີສ້າງຄວາມມັ່ງຄັ່ງ ລໍ້າລວຍ ສ້າງພະລັງໃຈໃຫ້ກັບຕົວເອງ?ວິທີປຸກຍັກໃນຕົວເຮົາ?







ທີ່ຜ່ານມາເຮົາມີແຕ່ຈະມຸ່ງເນັ້ນສະແຫວງຫາວັດຖຸ ພາຍນອກ ແຕ່ວ່າເລື້ອງຂອງພາຍໃນຈິດໃຈເຮົາປ່ອຍປະລະເລີຍເລື້ອຍໆ ເວລາເຮົາປະເຊີນກັບຄວາມທຸກ ປະເຊີນກັບບັນຫາເຮົາເກັບມັນໄວ້ບໍ່ໄດ້ ບໍ່ສາມາດລະງັບອາລົມໂກດຂອງຕົວເອງໄວ້ໄດ້ ຫລື ຄວາມຮຸນແຮງເລົ່ານີ້ ເຮົາບໍ່ໄດ້ຝຶກພວກນີ້ເລີຍ
ສະນັ້ນ ທຸກໆວັນທີ່ເຮົາໃຊ້ຊິວິດເປັນໂອກາດດີຫລາຍໆ ໄດ້ຝຶກສະຕິ ໄດ້ຝຶກໃຊ້ປັນຍາຂອງຕົວເອງ ໄດ້ຝຶກເອົາຫລັກທຳຄຳສອນ ມີສີ່ງທີ່ເປັນຄຸນຄ່າ ເປັນແກ່ນແທ້ຂອງທຸກສາດມາສະໜາມາໃຊ້ໃນຊີວິດ ອັນນີ້ແຫລະເຮັດໃຫ້ຊິວິດໃຫ້ຢັ້ງຢືນ ແລະ ມັ່ງຄັ່ງ ຖາວອນດ້ວຍ
ເຮັດແນວໃດຈິງເຮັດໃຫ້ເຮົາມີກຳລັງໃນຕະຫລອດເວລາ?
ຈິງໆເວລາທີ່ເຮົາໃຊ້ຊີວິດເຮົາຕ້ອງຮູ້ວ່າ ເວລາທີ່ເຮົາຫໍ່ຫ່ຽວວິກິດຕົກ ມັນເກີດຈາກຫຍັງ? ສ່ວນຫລາຍເກີດຈາກຕົວເອງ ຄິດລົບຕະຫລອດເວລາ ສະນັ້ນ ຖ້າເຮົາຄິດບວກຈິດໃຈບໍ່ຫໍ່ຫ່ຽວແນ່ນອນ ຖ້າເຮົາຄິດລົບ ເຮົາມັກຈະມອງແຕ່ບັນຫາ ເຮົາຕ້ອງລວມມືຕົວເອງ ເວລາເຮົາເບີ່ງແຍງມືເຮົາ ເຮົາເຫັນສີ່ງທີ່ຢູ່ພາຍນອກເຮົາບໍ່? ເຫັນແຕ່ມືເຮົາ ຖ້າເຮົາເອົາແຕ່ຈ້ອງບັນຫາ ຄວາມຄິດເຮົາຕ້ອງເຈີະ ແຕ່ບັນຫາ
ເພາະສະນັ້ນ ເວລາເຈີະບັນຫາເຮົາເບີ່ງບັນຫາພຽງແຕ່ 5 ເປີເຊັນພໍ ອີກເກົ້າສິບຫ້າເປີເຊັນ ໂຟກັສ ປ່ຽນຄວາມສົນໃຈໄປທີ່ເລື້ອງອື່ນ ເຮັດແນວໃດໃຫ້ທຸລະກິດເຮົາມັນດີກ່ວານີ້? ເຮັດແນວໃດໃຫ້ເຮົາປະສົບຄວາມສຳເລັດ? ເຮັດແນວໃດໃຫ້ເຮົາມັ່ງຄັ່ງລໍ້າລວຍຫລາຍຍີ່ງຂື້ນ? ໃຫ້ເຮົາຄິດບວກສະເໜີ ອັນນີ້ສຳຄັນຫລາຍ
ຫລັກການສ້າງພະລັງ ມີ 3 ຢ່າງຈຳງ່າຍໆເລີຍຄື:

ຄິດບວກ
ເວົ້າບວກ
ທຳບວກ ຊົງພະລັງສຸດໆ
ຄຳວ່າຄິດວ່າ ໜາຍຄວາມວ່າ ເຮັດໃຫ້ໃຈມີພະລັງ ອາລົມສົດໃສ ເພື້ອໃຫ້ເປັນຄື້ນພະລັງງານບວກຢູ່ສະເໜີ ບໍ່ແມ່ນໜາຍຄວາມວ່າ ໄຟມັນລາມມາຂ້າງບ້ານ ບໍ່ຕ້ອງໄປສົນໃຈ ບໍ່ຕ້ອງໜີບໍ່ແມ່ນແບບນັ້ນ ຫລື ລົງຈາກລົດບໍ່ຕ້ອງລອກປະຕູ ຄິດວ່າຄົນບໍ່ມາລັກລົດເຮົາແນ່ນອນ ອັນນີ້ບໍ່ແມ່ນ ຄິດບວກຄື ຄິດໃຫ້ໃຈມີພະລັງ ເວລາທີ່ເຮົາເຈີບັນຫາເຈີອຸປະສັກໃຫ້ຄິດສະເໜີເລີຍວ່າ ທຸກຢ່າງທີ່ເກີດຂື້ນໃນຊີວິດເຮົາ ເກີດຂື້ນເພື່ອໃຫ້ປະໂຫຍດກັບເຮົາ ບໍ່ວັນນີ້ກໍ່ວັນໜ້າ ມັນເຮັດໃຫ້ເຮົາໄດ້ຮຽນຮູ້ ໄດ້ເຕີບໂຕແລະແຂງແກ່ນຫລາຍຂື້ນ ເຮົາສາມາດທີ່ຈະຫາຈາກສີ່ງທີ່ເກີດຂື້ນໄດ້ຕະຫລອດເວລາ
ຄວາມຈິງແລ້ວບັນຫາທີ່ເກີດຂື້ນໃນເສດຖະກິດນີ້ ຫລືວ່າທຸລະກິດໃດກໍ່ຕາມ ອຸຍ !!!ອາດຈະໄດ້ເຫັນນຳ້ໃຈຈາກລູກນ້ອງ ລູກນ້ອງຈະໄດ້ເຫັນຄວາມເອື້ອອາທອນຈາກເຈົ້ານາຍ ອາດຈະໄດ້ເຫັນສີ່ງດີຫລວງຫລາຍໆ ອາດຈະເຮັດໃຫ້ເຮົາຕື່ນຕົວຫລາຍຂື້ນ ຈາກສະໄໜກ່ອນທີ່ເຮົາດຳເນີນທຸລະກິດເຮົາເອີຍເຊີຍໄປເລື້ອຍໆ ບໍ່ຕ້ອງຕື່ນຕົວ ບໍ່ຕ້ອງໄປສະແຫວງຫາຄວາມຮູ້ຫຍັງເລີຍ ທ່ານ ນາງ ສິລີ ມີໄອເດຍເງີນລ້ານມາເລົ່າໃຫ້ຟັງ ໂອກາດທຳເງີນ ໂອກາດໃນການທຳທຸລະກິດ ປົກກະຕິຕຄົນເຮົາມັກຊອກຫາໂອກາດໃຫການຫາເງີນ ຈຳໄວ້ຕ້ອງຊອກຫາບັນຫາ ເອົາຄວາມຮູ້ຄວາມສາມາດ ເອົາສີນຄ້າ ແລະ ການບໍລິການຂອງເຮົາ ໄປແກ້ໄຂບັນຫາຂອງຜູ້ຄົນ ຍີ່ງເຮົາແກ້ໄຂບັນຫາຂອງຜູ້ຄົນໄດ້ຫລາຍເທົ່າໃດ ເງີນກໍ່ຍີ່ງລັ່ງໄຫລເຂົ້າມາຫາເຮົາຫລາຍເທົ່ານັ້ນ ນີ້ຄືສັນຊາດຕະຍານ ແລະ ນີ້ແມ່ນສຸດຍອດໄອເດຍສຸດຍອດເງີນລ້ານທີ່ເຈົ້າບໍ່ເຂົ້າໃຈ ເຈົ້າບໍ່ຕ້ອງເປັນຫວ່ງຫຍັງທັງນົດ ເຖີງແມ່ນເງີນເຮົາເສຍເທົ່າໃດມັນຂອງພາຍນອກ ເຮົາມີຄວາມຮູ້ສະຕິປັນຍາ ກຳລັງໃຈເຮົາສາມາດສ້າງໃໜ່ຫລາຍກ່ວາເດີມກໍ່ໄດ້ບໍ່ຕ້ອງຫວ່ງ ຄິດບວກ ຄິດບວກ ຄິດບວກ ຕອນທຳອິດຄິດລົບ ເຮີຍ ຄິດໃໜ່ ຄິດສະເໜີວ່າຊິວິດນີ້ຍັງມີຫຍັງ ຊິວິດນີ້ຍັງຕ້ອງເຈີສີ່ງດີໆຫລວງຫລາຍແນ່ນອນ ຕ້ອງເຮັດໃຫ້ຄື້ນເປັນພະລັງງານຢູ່ສະເໜີ
ອັນທີ່ສອງຄື ເວົ້າບວກ ໃຫ້ພະລັງກັບຄົນອື່ນ ໃຫ້ພະລັງກັບຕົວເອງ ທຸກໆວັນຝຶກເຊຍອັບກັບຕົວເອງ ເຮົາຕ້ອງເຮັດໄດ້ ເຮົາຕ້ອງສຳເລັດ ເຮົາມີພະລັງ ເຮົາຕ້ອງສຳເລັດຫລາຍກ່ວາເດີມ ໃຫ້ພະລັງກັບຕົວເອງ ຫລືວ່າເວົ້າດີໆ ເຮີຍ!! ເງີນຄຳ ຫລ່ັງໄຫລເຂົ້າມາສູ່ຊິວິດຂ້ອຍ ເວົ້າແບບນີ້ມັນຈິງເຮັດໃຫ້ເຮົາມີອາລົມເບີກບານແຈ່ມໃສ ຕໍ່ໃຫ້ມັນຂີ້ຮ້າຍປານໃດກໍ່ຕາມ ເຮົາຕ້ອງເບີ່ງໃຫ້ໄກ ເບີ່ງໄປທີ່ອານາຄົດອັນສົດໃສ ນຶກເຖີງສີ່ງດີໆສະເໜີ ເພື່ອດຶງດູດສີ່ງດີໆເຂົ້າມາສູ່ຊີວິດ ຄິດສະເໜີວ່າຂ້ອຍຕ້ອງເຈີແຕ່ສີ່ງດີໆແນ່ນອນ ວັນນີ້ເປັນວັນທີ່ດີ ຢອດຢ້ຽມຂອງຂ້ອຍແນ່ນອນ ຕອນນີ້ໃຜທີ່ເປັນພະນັກງານຕ້ອງລຸກຂື້ນມາຕື່ນຕົວຫລາຍກວ່າເດີມ
ສຸດທ້າຍ ທຳບວກ ເຮັດແນວໃດໃຫ້ສົດຊື່ນແຈ່ມໃສ ກະຊັບກະເສງສະເໜີ ທຳແຕ່ສີ່ງທີ່ຖຶກຕ້ອງ ແລະ ດີງາມ ເຮັດໜ້າທີ່ຂອງຕົວເອງໃຫ້ດີທີ່ສຸດ ເຮັດໃຫ້ຢອດຢ້ຽມທີ່ສຸດ
ໃຫ້ເຮົາຄິດສະເໜີ ເຮົາມີສີ່ງທີ່ດີທີ່ລໍຄອຍເຮົາຢູ່ເບື້ອງໜ້າ ສີ່ງທ່ີ່ເກີດຂື້ນມັນໃຫ້ປະໂຫຍດກັບເຮົາ ໃຫ້ເຮົາໄດ້ຮຽນຮູ້ ໄດ້ປະສົບການ ພິກພະລັງໃຫ້ກາຍເປັນບວກໄດ້ ໄດ້ປະໂຫຍດໜົດເລີຍ
ຄວາມມັ່ງຄັ່ງສ້າງໄດ້ແນ່ນອນ ຄວາມລຳ້ລວຍດຶງດູດໄດ້ແນ່ນອນ ຕ້ອງຝຶກກັນເປັນປະຈຳດ້ວຍ

ແດ່ຄວາມສຳເລັດສຳລັບຄົນທີ່ຕ້ອງການສ້າງພະລັງໃຈ
ທອງຈັນ ພົນທະຈັກ
ທີ່ປຶກສານັກທຸລະກິດເຄື່ອຂ່າຍ