ค้นหาบล็อกนี้

วันเสาร์ที่ 28 สิงหาคม พ.ศ. 2553

ແມ່ນຫຍັງຄືສີ່ງເຮັດໃຫ້ເຈົ້າປະສົບຄວາມສຳເລັດໃນທຸລະກິດເຄື່ອຂ່າຍ

ເມື່ອເວົ້າເຖີງ ແມ່ນຫຍັງຄືສີ່ງເຮັດໃຫ້ເຈົ້າປະສົບຄວາມສຳເລັດໃນທຸລະກິດເຄື່ອຂ່າຍ?

ຄຳຕອບທີ່ຂ້ອຍເຄີຍໄດ້ຍີນສະເໜີໆ ເປັນປະຈຳເລີຍ ຄື…
• ຜະລິດຕະພັນທີ່ສຸດຍອດມີ ວິຕາມິນ ແລະ ຄ່າ ORAC ສູງທີ່ສຸດໃນໂລກ ຂອງບໍລິສັດ YYZ
• ສຸດຍອດແຜນການຕະຫລາດ ຈ່າຍຫລາຍທີ່ສຸດ ຈ່າຍຫລາຍທີ່ສຸດໃນໂລກ ບໍ່ຕ້ອງຮັກສາຍອດທຳງານ
• ຄວາມໜັ້ນຄົງຂອງບໍລິສັດ YYZ ແລະ ທີມບໍລິຫານຜູ້ຊ່ຽວຊານໃນທຸລະກິດເຄື່ອຂ່າຍ
• ລະບົບຂອງທີມ YYZ ເທົ່ານັ້ນທີ່ຈະທຳໃຫ້ເຈົ້າສຳເລັດໄດ້ ‘’

ວ້າວ ! ມັນຊ່າງວິເສດແທ້ໆ ແລ້ວແນວໃດຕໍ?
ຂ້ອຍຍັງບໍ່ເຫັນຫົນທາງທີ່ຈະທຳໃຫ້ຂ້ອຍປະສົບຄວາມສຳເລັດເລ່ີຍ ແທ້້ທີ່ຈິງແລ້ວ ທັ້ງ 4 ສີ່ງນັ້ນທຳໃຫ້ຜູ້ຄົນປະສົບຄວາມສຳເລັດຈິງແທ້ບໍ່? ຫາກແມ່ນ.. ບລິສັດ YYZ ກໍ່ຕ້ອງທຳແລ້ວສຳເລັດກັນໜົດທຸກຄົນ ຊື່ງໃນຄວາມເປັນຈິງກໍ່ບໍ່ເປັນເຊັນນັ້ນ
ທີ່ສຳຄັນກ່ວານັ້ນເຮົາພົບວ່າຜູ້ຄົນທີ່ສາມາດສ້າງລາຍໄດ້ ແລະມີຊີວິດທີ່ອິດສະຫລະຈິໃນທຸລະກິດເຄື່ອຂ່າຍພຽງ 1-5 % ສ່ວນທ່ີ່ເຫລືອນັ້ນ ຍັງບໍ່ສາມາດທຳໄດ້ ຫລືເວົ້າງ່າຍໆ ກໍ່ຄືຍັງຫລົ້ມເຫລວຢູ່
ແລ້ວແມ່ນຫຍັງເນາະ?.. ທ່ີ່ຈະທຳໃຫ້ເຈົ້າປະສົບຄວາມສຳເລັດ
ຂ້ອຍເຊື່ອວ່າຫາກເຈົ້າຕ້ອງການປະສົບຄວາມສຳເລັດໃນທຸລະກິດເຄື່ອຂ່າຍເຈົ້າ ຈຳເປັນຕ້ອງມີ 3 ສີ່ງສຳຄັນຄື
1. What is your WHY? – ‘’ ເຫດຜົນ’’ ວ່າເປັນຫຍັງເຈົ້າເຖີງເລີ້ມຕົ້ນທຸລະກິດເຄືອຂ່າຍ
ຂ້ອຍໄດ້ຮຽນຮູ້ສີ່ງນີ້ມາຕະຫລອດ ຄົນເຮົາກະທຳສີ່ງໃດໃຫ້ບັນລຸຄວາມສຳເລັດດ້ວຍການມີສະຕິສະເໜີ ແລະມີເຫດທີ່ຕ້ອງທຳໃນສີ່ງນັ້ນ ແລະ ຜົນ ກໍ່ຈະຕາມມາ ເຫດຜັນທຳໃຫ້ເຈົ້າຍັງຢືນຢູ່ໃນສີ່ງທີ່ເຈົ້າກຳລັງກະທຳສະເໜີ ແມ້ເຈົ້າຈະພົບອຸປະສັກ ດັ່ງນັ້ນ ເຈົ້າຈຳເປັນຕ້ອງຂຽນເຫດຜົນໃນການເລີ້ມຕົ້ນທຸລະກິດເຄື່ອຂ່າຍກ່ອນທີ່ຈະຕັດລົງມືທຳ
2. Commitment - ພັນສັນຍາ
ເຈົ້າຈຳເປັນຕ້ອງມີພັນສາຕໍ່ຕົວເອງ ເປົ້າໜາຍ ແລະສີ່ງທີ່ເຈົ້າກຳລັງກະທຳ ເພາະຫລາຍຄົນເວົ້າວ່າ ຢາກປະສົບຄວາມສຳເລັດ ຢາກມີລາຍໄດ້ 5 ຫລັກຕໍ່ເດືອນ ແຕ່ພວກເຂົາກຳລັງທຳໃນສີ່ງກົງກັນຂ້າມ ບໍ່ມີເວລາໃຫ້ກັບທຸລະກິດຕົວເອງ ປະຖີ້ມເປົ້າໜາຍ ແລະ ປະຕິບັດຕົວຕາມສ່ະບາຍຢ່າງທີ່ເຄີຍທຳ ດັ່ງນັ້ນສີ່ງທີ່ໄດ້ຮັບກໍ່ຄື ບໍ່ມັນຫຍັງເກີດຂື້ນຈາກການທຳທຸລະກິດນັ້ນເອງ
3. Goal - ເປົ້າໜາຍ
ເປົ້າໜາຍເປັນຈຸດໜາຍປາຍທາງທີ່ເຈົ້າໄປເຖີງ ເມື່ອເຈົ້າໄດ້ລົງມືກະທຳຕາມແຜນການທີ່ເຈົ້າວາງເອົາໄວ້ ບໍ່ມີເປົ້າໜາຍເໜືອນເຈົ້າ ລ່ອງລອຍໃນມະຫາສະມຸດທີ່ບໍ່ມ່ີຈຸດໜາຍປາຍທາງ
ຂ້ອຍໄດ້ຍີນສະເໜີເມື່ອຂ້ອຍຖາມຜູ້ມຸ່ງຫວັງວ່າ ຕ້ອງການສ້າງລາຍໄດ້ຈາກທຸລະກິດເຄື່ອຂ່າຍເດືອນລະເທົ່າໃດ?
- ແລ້ວແຕ່’’ , ‘’ ເທົ່າໃດກໍ່ໄດ້ ‘’ , ‘’ ຫລາຍທີ່ສຸດ ‘’ , ‘’ ກໍ່ປະມານໜື່ງ ‘’
ເຈົ້າຄົງເດົາໄດ້ເລີຍວ່າ ຄົນທີ່ຕອບແບບນີ້ກຳລັງມີລາຍໄດ້ຢ່າງທີ່ເຂົາຕ້ອງການຫລືບໍ່ ຫວັງວ່າເຈົ້າຄົງບໍ່ຕອບເຊັ່ນນີ້
ຈຳໄວ້ສະເໜີວ່າ, ຫາກເຈົ້າບໍ່ຮູ້ວ່າເຈົ້າຕ້ອງການຫຍັງ ເຈົ້າກໍ່ຈະບໍ່ໄດ້ຫຍັງ
ນອກຈາກ 3 ສີ່ງນີ້ແລ້ວ ສີ່ງທີ່ກາຣັນຕີ ຄວາມສຳເລັດໃນທຸລະກິດເຄື່ອຂ່າຍ ຈາກປະສົບການ 5 ປີທີ່ຜ່ານມາຂອງຂ້ອຍກໍ່ຄື
- ຄວາມສາມາດໃນການພັດທະນາຕົນເອງໃນການເປັນຜູ້ນຳ
ຍີ່ງພັດທະນາຕົນເອງຫລາຍເທົ່າໃດ ເຈົ້າກໍ່ຍິງມີຄຸນຄ່າເພີ້ມຂື້ນຫລາຍເທົ່ານັ້ນ
ຍິງມີຄຸນຄ່າຫລາຍເທົ່າໃດ ເຈົ້າກໍ່ຍີ່ງດຶງດູດຄົນ ເຂົາມາສູ່ທຸລະກິດເຈົ້າຫລາຍເທົ່ານັ້ນ
ຫາກເຈົ້າຮຽນຮູ້ທີ່ຈະເພີ້ມທັກສະຕ່າງໆ ໃນວົງການ ພັດທະນາຕົວເຈົ້າສູ່ຄວາມເປັນຜູ້ນຳ ຕົວຢ່າງເຊັ່ນ:
- ທັກສະໃນການຂຽນເປົ້າໜາຍ
- ທັກສະໃນການຄວບຄຸມຄວາມຄິດ
- ທັກສະໃນການຄວບຄຸມທັດສະນະຄະຕິໃນເຊີງລົບ
- ທັກສະໃນການປ່ຽນຄວາມຢ້ານກວາໃຫ້ເປັນຄວາມກ້າ
- ທັກສະໃນການມີວິໄນ
- ທັກສະໃນການຫາເຫດຜົນ ເປັນຕົ້ນ

ຂ້ອຍໃຊ້ເວລາຢ່າງໜ້ອຍ 30 ນາທີ - 1 ຊົ່ວໂມງ\ວັນ ໃນການຮຽນຮູ້ຈາກ CD, VCD, DVD ໃນເລື້ອງຂອງການພັດທະນາຕົນເອງ ຜົນລັບທີ່ເກີດຂື້ນຈະແຕກຕ່າງໂດຍສີ້ນເຊີງ ຊື່ງເປັນສີ່ງທີ່ກາຣັນຕີູຄວາມສຳເລັດຂອງເຈົ້າຢ່າງແນ່ນອນ ເພາະມັນເກີດກັບຂ້ອຍ ແລະ ຜູ້ປະສົບຄວາມສຳເລັດທົ່ວໂລກມາແລ້ວ ເຊີ່ງມັນຈະເກີດກັບເຈົ້າເຊັ່ນກັນ !

ແດ່ຄວາມສຳເລັດຂອງເຈົ້າ..
ທອງຈັນ ພົນທະຈັກ
ນັກທຸລະກິດເຄື່ອຂ່າຍຍິນດ່ີໃຫ້ຄຳປຶກສາໃຫ້ເຈົ້າປະສົບຄວາມສຳເລັດໃນທຸລະກິດເຄື່ອຂ່າຍ
Tel : 856 020 55670662, 083 3342705
www.thonchan.wordpress.com
www.thongchantoglobal.blogspot.com

ສັນຫາຜູ້ມຸ່ງຫວັງທີ່ ‘’ ແທ້ຈິງ’’ ສຳລັບທຸລະກິດເຄືອຂ່າຍຂອງເຈົ້າ


ສັນຫາຜູ້ມຸ່ງຫວັງທີ່ ‘’ ແທ້ຈິງ’’ ສຳລັບທຸລະກິດເຄືອຂ່າຍຂອງເຈົ້າ


ສະບາຍດີວັນນີ້ເຈີກັນອີກແລ້ວ ບໍ່ໄດ້ເຈີກັນຫລາຍວັນ ເປັນຈັ່ງໃດ? ຄິດຮອດກັນບໍ່? ສຳລັບຂ້ອຍບົດມີບົດຄວາມດີໆມາແບ່ງປັນໃຫ້ທ່ານໄດ້ຮຽນຮູ້ ຂອບໃຈທີ່ອ່ານບົດຄວາມຂອງຂ້ອຍ ແລະ ເປັນກຳລັງໃຈໃຫ້ຂ້ອຍຕະຫລອດມາ ຖ້າມີຄົນອ່ານ ຂ້ອຍຈິງມີກຳລັງໃຈຂຽນເດີ.
ໃນທຸລະກິດເຄືອຂ່າຍ ສີ່ງໜື່ງທີ່ເຈົ້າຈຳເປັນຕ້ອງຄອຍຝຶກຝົນຕະຫລອດເວລາຄື ການສະປອນເຊີຜູ້ມຸ່ງຫວັງຂອງເຈົ້າໃຫ້ເຂົ້າມາທຳທຸລະກິດກັບເຈົ້າ ເພື່ອ ເປັນການຂະຫຍາຍທຸລະກິດ ແລະ ອົງກອນຂອງເຈົ້າ
ແລ້ວໃຜລະ? ທີ່ເປັນຄົນເໜາະສົມທີ່ເຈົ້າຢາກຈະເສຍເວລາທຳງານດ້ວຍ..
ທຸກຄົນເລີຍແມ່ນບໍ່?
ແນ່ນອນ…ບໍ່ແມ່ນ
ເມື່ອວັນກ່ອນຂ້ອຍໄດ້ມີໂອກາດທຳການສຳພາດຫລື ໂອ້ລົມກັບຜູ້ມຸ່ງຫວັງທ່ານນື່ງທາງໂທລະສັບ
ເນື່ອງຈາກວ່າເຮົາມີເວລາບໍ່ຫລາຍປານໃດ ກັບທຸກຄົນ ແລະຂ້ອຍກໍ່ຂໍຢຳ້ວ່າ ຢ່າເສຍເວລາອັນມີຄ່າ
ຂອງເຈົ້າກັບຜູ້ມຸ່ງຫວັງທີ່ບໍ່ຮູ້ຄວາມຕ້ອງການຂອງຕົວເອງ ‘’ Wrong person ‘’
ຂ້ອຍໄດ້ໂອ້ລົມໂທລະສັບກັບຜູ້ມຸ່ງຫວັງທ່ານນັ້ນ ແລະ ສະຫລຸບຄວາມວ່າ ທີ່ເຂົາຊອກຫາໂອກາດທາງທຸລະກິດ ເພາະເຂົາ
• ຕ້ອງການລາຍໄດ້ພິເສດເພື່ອເປັນຄ່າໃຊ້ຈ່າຍໃນການຮຽນມີຄວາມສົນໃຈໃນທຸລະກິດເຄືອຂ່າຍຢູ່ແລ້ວ
• ມີຄວາມຝັນຢາກໄປທ່ອງທ່ຽວຕ່າງປະເທດ
• ຕ້ອງການລາຍໄດ້ຫລັງຮຽນຈົບ 50.000 ບາດ\ເດືອນ

ໃນເບື້ອງຕົ້ນຟັງເບີ່ງແລ້ວກໍ່ເປັນຄົນທີ່ໜ້າສົນໃຈທີ່ຂ້ອຍຢາກຈະເສຍເວລາດ້ວຍ ຂ້ອຍຈິງສົ່ງຂໍ້ມູນທາງອີເມລ ແລະ ນັດເວລາໂທກັບໃນອີກ 2 ວັນຂ້າງໜ້າ ການທ່ີ່ຜູ້ມຸ່ງຫວັງຂອງເຮົາຮູ້ວ່າເຂົາຕ້ອງການຫຍັງ ນັ້ນກໍ່ສະແດງວ່າເຂົາຮູ້ວ່າຈະຍ່າງໄປໃນທາງທິດໃດ ແຕ່ກໍ່ໄດ້ໜາຍຄວາມວ່າເຂົາຈະເປັນຜູ້ມຸ່ງຫວັງທີ່ ແທ້ຈ້ິງ ‘’ Right person ‘’ ທີ່ເຮົາຄວນເສຍເວລາດ້ວຍ 100 % ແຕ່ເປັນການ Pre Screening ເທົ່ານັ້ນ
ຫລັງຈາກນັ້ນ 2 ວັນຂ້ອຍກໍ່ໄດ້ໂທໂອ້ລົມກັບເຂົາອີກຄັ້ງທາງໂທລະສັບ ສີ່ງທີ່ເກີດຂື້ນໃນການສົນທະນາຄັ້ງທີ່ສອງ ຄຳຕອບທີ່ໄດ້ແຕກຕ່າງກັນໃນວັນທຳອິດໂດຍສີ້ນເຊີງ ຄຳຕອບທີ່ຂ້ອຍໄດ້ມີດັ່ງນີ້:

‘’ ຂ້ອຍຮູ້ຈັກແລ້ວ ‘’
‘’ ສີນຄ້າມັນແພງເກີນໄປ’’
‘’ ມີຄົນເຮັດແລ້ວບໍ່ປະສົບຜົນສຳເລັດ ‘’
‘’ ຂ້ອຍບໍ່ເຄີຍເຫັນວ່າໃຜປະສົບຄວາມສຳເລັດໃນທຸລະກິດເຄືອຂ່າຍຈະຢູ່ໄດ້ນານໆເລີຍ
‘’ ແຖວນີ້ ເຂດນີ້ ບໍ່ມີໃຜສົນໃນສີນຄ້ານີ້ດ໋໋ອກ ‘’
‘’ ຂ້ອຍສຶກສາມາຫລາຍປີແລ້ວ ຂ້ອຍວິເຄາະແລ້ວ ‘’
ນັ້ນເປັນຄຳຕອບທີ່ຂ້ອຍໄດ້ສົນທະນາຄັດເລືອກຜູ້ມຸ່ງຫວັງ ແລະແນ່ນອນເຂົາບໍ່ແມ່ນຜູ້ມຸ່ງຫວັງທີ່ແທ້ຈິງ ‘’ Wrong Person ‘’ ແລະເຂົາກໍ່ຄົງບໍ່ມີໂອກາດທີ່ຈະທຳທຸລະກິດເຄືອຂ່າຍຢ່າງແນ່ນອນເພາະເຂົາຄືນັກຄົນຫາໄປເລື້ອຍໆ ວິເຄາະບໍລິສັດໜື່ງແລ້ວ ກໍ່ໄປອີກບໍລິສັດໜື່ງບໍ່ມ່ີວັນສີ້ນສຸດ

ຜູ້ມຸ່ງຫວັງສ່ວນໃຫຍ່ມັກຈະຕົວະເຈົ້າ ເຂົາບໍ່ໄດ້ເວົ້າຄວາມຈິງກັບເຈົ້າ ດັ່ງນັ້ນການ Pre Screening ຈິງຈຳເປັນໃນການນສະປອນເຊີຜູ້ມຸ່ງຫວັງທີ່ດີທີ່ສຸດສຳລັບທຸລະກິດຂອງເຈົ້າ
ບໍ່ມີຄວາມຈຳເປັນທີ່ເຈົ້າຕ້ອງເອົາເວລາອັນມີຄ່າໄປເສຍເວລາກັບຄົນປະເພດນີ້ ເພາະເປົ້າໜາຍຂອງເຂົາຄືຄົ້ນຫາ ແລະ ວິເຄາະ ບໍ່ແມ່ນຕ້ອງການໂອກາດ

ດັ່ງນັ້ນຂ້ອຍຈິງປ່ອຍເຂົາໄປຕາມທາງຂອງເຂົາ ໂດຍຂ້ອຍບໍ່ໄດ້ຖຽງຫຍັງກັບເຂົາອີກເລີຍພຽງແຕ່ຄຳດຽວ ແລະ ເຈົ້າກໍ່ຄວນຈະທຳເຊັນດຽວກັບຂ້ອຍ
ບົດຮຽນນີ້ສອນໃຫ້ຂ້ອຍຮູ້ວ່າ ຢ່າພຽງຟັງວ່າຜູ້ມຸ່ງຫວັງຂອງເຮົາເວົ້າຫຍັງ ແຕ່ເຈົ້າຟັງວ່າເຂົາເວົ້າແນວໃດດວ້ຍ

ຮຽນຮູ້ທີ່ຈະຟັງແລະຝຶກຝົນມັນເລື້ອຍໆ ເຈົ້າກໍ່ຈະກາຍເປັນຜູ້ຊ່ຽວຊານໃນການສະປອນເຊີຄົນໃນທຸລະກິດເຄືອຂ່າຍ

Your time is Limited, Don’t wasting for WRONG PERSON

ແດ່ຄວາມສຳເລັດຂອງເຈົ້າ …

ທອງຈັນ ພົນທະຈັກ
MLM EXPERT
ຍີນດີໃຫ້ຄຳປຶກສາໃຫ້ທ່ານປະສົບຄວາມສຳເລັດໃນທຸລະກິດເຄື່ອຂ່າຍຂອງເຈົ້າ
TEL: 856 020 55670662
www.thonchanh.wordpress.com
www.thongchanhtoglobal.blogspot.com

วันศุกร์ที่ 27 สิงหาคม พ.ศ. 2553

Secret for Success You are what you think …..


Secret for Success
You are what you think …..

ສະບາຍດີ ບໍ່ໄດ້ເຈີກັນຫລາຍວັນ ຂ້ອຍກັບມາອີກແລ້ວພ້ອມບົດຄວາມດີໆມາຝາກເດີ ຂອບໃຈສຳລັບໄດ້ມາອ່ານບົດຄວາມຂອງຂ້ອຍ.
ຄົນລວຍຄິດວ່າຊີວິດຂ້ອຍ.. ຂ້ອຍເປັນຜູ້ກຳນົດ
ຄົນຈົນຄິດວ່າຊີວິດຂ້ອຍຖຶກຊະຕາຟ້າລິຂິດມາແລ້ວ
ພຽງແຕ່ຄວາມຄິດຜິດຜິດກັນຕັ້ງແຕ່ເລີ້ມຕົ້ນແລ້ວ ການທີ່ຄົນລວຍເຊື່ອວ່າຊີວິດຂ້ອຍເປັນຜູ້ກຳນົດເອງ
ຖ້າເຈົ້າມີເຫດຜົນຂອງການຄິດເຊັ່ນນັ້ນໄດ້ ເຈົ້າກໍ່ຈະມີຄວາມຄິດຫລືສະໜອງພຽງພໍທີ່ຈະ ຄວບຄຸມກ່ຽວກັບການໃຊ້ຈ່າຍໄດ້ຢ່າງມີປະສິດທິພາບລວມທັ້ງການຫາເງີນໄດ້ຢ່າງປະສິດທິຜົນ ເຂົາບອກວ່າຄົນທີ່ມັກ
ເພີ່ງພາອຳນາດພາຍນອກ ລໍຄອຍປະຕິຫານ ຫລືລໍຄອຍໂອກາດຈາກການສ່ຽງໂຊກ ລອດເຕີລີ ຫລື ການພະນັນ
ສີ່ງນີ້ຟັງເບີ່ງແລ້ວກໍ່ຮູ້ວ່າຜິດ ຖ້າເຈົ້າມານັ່ງລໍເທວະດາຟ້າດິນ ເຈົ້າກໍ່ຈະຢາກຈົນຢ່າງບໍ່ຕ້ອງສົງໄສ ເພາະເຈົ້າບໍ່ໄດ້ເອົາສະໜອງເລື້ອງການທຳມາຫາກິນໂດຍສຸດຈະລິດ ຄົນທີ່ຢາກຈົນມັກຈະຕຳຕິຕຽນຜູ້ອື່ນວ່າເປັນປັດໃຈ ຫລື ເປັນຄົນທີ່ທຳໃຫ້ຊີວິດເຂົາປ່ຽນໄປໃນທາງທີ່ບໍ່ດີ ບໍ່ປະສົບຄວາມສຳເລັດຫລືລຳ້ລວຍ ຄົນຈົນຄິດວ່າເງີນບໍ່ແມ່ນສິ່ງສຳຄັນ
ບາງຄົນຊຳ້ຮ້າຍ ມັກຄິດວ່າເງີນເປັນຕົວ

ໃນທາງກົງກັນຂ້າມຄົນລວຍຄິດວ່າຢາກມີ ຢາກເປັນຢາກໄດ້ ຕ້ອງສ້າງຂື້ນມາ ຄົນມີເງີນມີຄຳເຂົ້າໃຈ ຕະຫລອດເວລາວ່າ ຢາກໄດ້ຜົນຫຍັງຕ້ອງສ້າງເຫດກ່ອນ ເຊັ່ນເຈົ້າຢາກມີເງີນມີຄຳເຈົ້າກໍ່ຕ້ອງຮູ້ຈັກປະຢັດອົດອອມກ່ອນ ມີຫລາຍໃຊ້ຫລາຍກໍ່ຈົນ ເລືອກທຳງານທີ່ໃຫ້ຜົນຕອບແທນຂ້ອນຂ້າງສູງ ເຊັ່ນເລເລຶອກທີ່ຄ້າຂາຍສີນຄ້າໃຫ້ກັບກຸ່ມຄົນຈຳນວນຫລາຍ ມີຄົນທີ່ຢາກ
ຈະຊື້ສີນຄ້າຂອງເຈົ້າ ເພາະເຈົ້າຈະເລຶອກສີ່ງທີ່ດີ ທີ່ສຸດໃຫ້ກັບລູກຄ້າຢ່າງຢຸດຕິທຳ

ແດ່ຄວາມສຳເລັດຂອງເຈົ້າ..

Secret for success
Tel: 856 020 55670662
ສົນໃຈທີ່ຈະເຂົ້າອົບຮົມເພີ້ມເຕີມ The Secret Business online for success
ຖ້າທ່ານສົນໃນເຂົ້າຮ່ວມທຸລະກິດກັບທ່ານໜໍເສັງ ລາຍໄດ້ ອັນໄຮ້ຂິດຈຳກັບ ສົ່ງ email ຫລື ໂທມາຫາຂ້າພະເຈົ້າໂດຍກົງເດີ
ຍິນດີໃຫ້ຄຳປຶກສາ
Email: khamla2000@hotmail.com
www.thongchanhtoglobal.blogspot.com

ຖ້າຢາກປະສົບຄວາມສຳເລັດໃນທຸລະກິດເຄື່ອຄ່າຍ ນັ້ນກໍ່ຄື ການເປັນຜູ້ນຳ


ສະບາຍດີເປັນແນວໃດບໍ່ໄດ້ເຈີກັນຫລາຍວັນ ຄິດເຖີງກັນບໍ່? ເຈົ້າອາດຈະສົ່ງໄສວ່າຂ້ອຍຫາຍໄປ ຂ້ອຍບໍ່ໄດ້ໄປທ່ຽວຫລີ້ນໃສ ຂ້ອຍກຳລັງສຸມຮຽນວິຊາທີ່ຈະມາເຈົ້າຕອນຕໍ່ໄປ. ຂ້ອຍມີສີ່ງສຳຄັນຈະບອກເຈົ້າກໍ່ຄືສີ່ງສຳຄັນອັນດັບທຳອິດ ທີ່ເຈົ້າຕ້ອງເປັນ
ໃຫ້ໄດ້ ຖ້າຢາກປະສົບຄວາມສຳເລັດໃນທຸລະກິດເຄື່ອຄ່າຍ ນັ້ນກໍ່ຄື ການເປັນຜູ້ນຳ ຄືຂ້ອຍໄດ້ບອກໄປແລ້ວວ່າການເປັນຜູ້ນຳນັ້ນ
ສຳຄັນຫລາຍເລີຍເດີ ແລະບໍ່ສາມາດຫລີ້ກລ້ຽງໄດ້ເລີຍ ມີບອກຖາມວ່າຖ້າບໍ່ເປັນຜູ້ນຈະປະສົບຄວາມສຳເລັດໄດ້ບໍ່?
ຢາກຈະບອກວ່າບໍ່ໄດ້ເລີຍ. ເຈົ້າຈະຕ້ອງພັດທະນາຕົວເອງໃຫ້ເປັນຜູ້ນຳໃຫ້ໄດ້ ແລະ ຄວາມເປັນຜູ້ນຳຂອງເຈົ້າ
ທີ່ພັດທະນາທັກສະຂື້ນເລື້ອຍໆ
ໃນທຸລະກິດເຄື່ອຂ່າຍ ຫລື MLM ຂອງເຈົ້າ. ເຄີຍໄດ້ຍີນຄຳວ່າ ‘’ Leader is Action ‘’ ຜູ້ນຳຢູ່ທີ່ການກະທຳ ບໍ່ແມ່ນຢູ່ທີ່ຕຳແໜ່ງ
ຫລື ບໍ່ແມ່ນຢູ່ທີ່ລາຍໄດ້ຂອງເຂົາ. ບາງຄົນບອກວ່າລໍກ່ອນ ລໍໃຫ້ມີຕຳແໜ່ງກ່ອນຄ່ອຍເປັນຜູ້ນຳໄດ້ບໍ່? ລໍໃຫ້ຂື້ນຕຳແໜ່ງນັ້ນ
ຕຳແໜ່ງນີ້ ກ່ອນໄດ້ບໍ່ຄອຍເປັນຜູ້ນຳ ຫລື ວ່າຕອນນີ້ລາຍໄດ້ຍັງໜ້ອຍຢູຸ່ເລີຍ. ບໍ່ມີລາຍໄດ້ຫລັກລ້ານ ຫລັກແສນເໜືອນ
ຜູ້ນຳຄົນອື່ນໆ
ລໍກ່ອນໄດ້ບໍ່. ຂ້ອຍຢາກຈະບອກວ່າ ການເປັນຜູ້ນຳນັ້ນລໍບໍ່ໄດ້. ຖ້າວັນນີ້ເຈົ້າທັກສະຄວາມເປັນຜູ້ນຳ ສົມມຸດເຈົ້າມີຄະແນນຢູ່ທີ່ 5 ເຈົາບໍ່ສາມາດສະປອນເຊີຜູ້ນຳທີ່ມີຄະແນນ 8 ໄດ້. ເຈົ້າຕ້ອງພັດທະນາຕົວເອງໃຫ້ເປັນລະດັບ 9 ໃຫ້ໄດ້ ແລ້ວບາດນີ້ ເຈົ້າຈະໄປສະປອນເຊີຄົນມີຄະແນນຫລັກ 8 ເຈົ້າກໍ່ສະປອນເຊີໄດ້. ດັ່ງນັ້ນເຈົ້າເຂົາໃຈຫລັກການນີ້ບໍ່? ຍີ່ງເຈົ້າພັດທະນາຄວາມເປັນຜູ້ນຳຂອງເຈົ້າຫລາຍຊຳ້ໃດ ເຈົ້າກໍ່ຍີ່ງສະປອນເຊີຄົນທີ່ມີຄວາມສາມາດໄດ້ຫລາຍເທົ່ານັ້ນ. ເພາະຜູ້ນຳກໍ່ດຶງດູດຜູ້ນຳດ້ວຍກັນໄດ້ ຄົນທີ່ປະສົບຄວາມສຳເລັດກໍ່ດຶງດູດຄົນທີ່ປະສົບຄວາມສຳເລັດ ແຕ່ເຈົ້າບໍ່ຕ້ອງກັງວົນຄວາມເປັນຜູ້ນຳພັດທະນາກັນໄດ້ ບາງຄົນບອກວ່າເຫັນຜູ້ນຳບອກຫຍັງເຮົາກໍ່ທຳຕາມນັ້ນມັນບໍ່ຜິດໆເຮັດ ບໍ່ແມ່ນເຂົາບອກແລ້ວເຮົາເຮັດຕາມຢ່າງດຽວ. ທຳຢ່າງທີ່ເຂົາທຳ ແລ້ວ ເຮັດຫຍັງແດ່?
ຖ້າຂື້ນໄປເວົ້າເທີງເວທີ ເຈົ້າກໍ່ຕ້ອງຂື້ນໄປເວົ້າເທີງເວທີໃຫ້ໄດ້. ສະນັ້ນ ເພື່ອໃຫ້ເຈົ້າເຂົ້າໃຈພາບຊັດເຈນຫລາຍຂື້ນ ຫລື ຜູ້ນຳສາມາດຂື້ນໄປເວົ້າເລື້ອງສີນຄ້າ ແຜນການຕະຫລາດ, Present OPP ໄດ້ , ຈັດ ໋ປະຊຸມໄດ້ . ເຈົ້າກໍ່ສາມາດທຳແບບນີ້ໄດ້. ແລ້ວເຈົ້າບໍ່ຕ້ອງກັງວົນ ເພາະກ່ອນທີ່ຜູ້ນຳຂອງເຈົ້າຈະເປັນແບບນີ້ໄດ້ ເຂົາກໍ່ເຄີຍເວົ້າບໍ່ໄດ້ ເໜືອນເຈົ້າມາກ່ອນ ແຕ່ເພາະຄວາມເປັນຜູ້ນຳຂອງເຂົາ ເຂົາພັດທະນາຕົນເອງ ເຈົ້າກໍ່ເໜືອນກັນຈະຕ້ອງຂື້ນມາເປັນຜູ້ນຳໃຫ້ໄດ້.ວັນນີ້ຂ້ອຍກໍ່ຢາກເຫັນເຈົ້າປະສົບຄວາມສຳເລັດ. ດັ່ງນັ້ນຂ້ອຍຈິງເອົາເລື້ອງໆນີ້ມາເວົ້າໃຫ້ເຈົ້າຟັງ ແລ້ວຂ້ອຍກໍ່ຂຽນໃວ້ແລ້ວວ່າ
ວິທີຄິດຂອງຄົນທີ່ເປັນຜູ້ນຳມີຫຍັງແດ່? ຊື່ງມີຈິງໆ ຄວາມເປັນຜູ້ນຳມີຫຍັງແຕກຕ່າງ ແລະ ຫລາກຫລາຍ. ວັນນີ້ຂ້ອຍຍົກຕົວຢ່າງມາໜ້ອຍໜື່ງ. ແລະຖ້າມີຄວາມຄິດເຫັນຢ່າລືມຂຽນມາໃຫ້ຂ້ອຍອ່ານເດີ ຂ້ອຍມັກອ່ານຄວາມຄິດຂອງເຈົ້າເດີ ສຳລັບວັນນີ້ຂອບໃຈທີ່ຕິດຕາມ ໂຊກດີ

วันพุธที่ 25 สิงหาคม พ.ศ. 2553

2 ເຫດຜົນໃຫຍ່ທີ່ເປັນຫຍັງ? .. ຜູ້ມຸ່ງຫວັງຂອງເຈົ້າບໍ່ເຂົ້າຮ່ວມທຸລະກິດ

2 ເຫດຜົນໃຫຍ່ທີ່ເປັນຫຍັງ? .. ຜູ້ມຸ່ງຫວັງຂອງເຈົ້າບໍ່ເຂົ້າຮ່ວມທຸລະກິດ

ຈາກປະສົບການທຳທຸລະກິດເຄື່ອຂ່າຍກວ່າ 5 ປີທີ່ຜ່ານມາແລະການຄັດສັນເພື່ອສະປອນເຊີຜູ້ມຸ່ງຫວັງ
ຜ່ານທາງໂທລະສັບຈຳນວນຫລາຍນັບເປັນພັນລາຍ ຂ້ອຍຄົ້ນພົບວ່າມີເຫດຜົນສຳຄັນ 2 ປະການ
ປະການທີ່ເປັນຫຍັງຜູ້ມຸ່ງຫວັງບໍ່ເຂົ້າຮ່ວມເພື່ອເລີ້ມຕົ້ນທຳທຸລະກິດເຄື່ອຂ່າຍ ຫລື ສັ່ງຊື້ສີນຄ້າ ບໍລິການຈາກເຮົາ
ມັນບໍ່ແມ່ນເຫດຜົນໃດກໍ່ເຫດຜົນໜື່ງ….
1. ເຂົາຍັງບໍພ້ອມທີ່ຈະເລີ້ມຕົ້ນໃນຕອນນີ້
2. ເຈົ້າບໍ່ແມ່ນຜູ້ນຳທີ່ເຂົາກຳລັງຊອກຫາຢູ່
ທັງສອງເຫດຜົນເປັນພຽງເຫດຜົນສ່ວນນື່ງ ຂອງຫລາຍເຫດຜົນ ແຕ່ໃນທ້າຍທີ່ສຸດມັນຈະເປັນເຫດຜົນສຳຄັນຍີ່ງທີ່ທຳໃຫ້ຜູ້ມຸ່ງຫວັງຂອງເຈົ້າບໍ່ເລີ້ມຕົ້ນທຳທຸລະກິດກັບເຈົ້າຫລາຍກ່ວາ
ເຫດຜົນອື່ນໆທັ້ງໜົດເມື່ອເຈົ້າຄົ້ນຫາລົງໄປລຶກໆໃນກົ້ນບື້ງຂອງຈິດໃຈເຂົາ
ບໍ່ຢ່າງໃດກໍ່ຢ່າງນື່ງ
ຂໍອະທິບາຍເພີ້ມເຕີມ:

#1. - ເຂົາຍັງບໍ່ພ້ອມທ່ີ່ຈເລີ້ມໃນຕອນນີ້
ຂ້ອນຂ້າງທີ່ຈະເປັນໄປໄດ້ແນ່ນອນ ເມື່ອຜູ້ມຸ່ງຫວັງຂອງເຈົ້າຍັງບໍ່ພ້ອມທີ່ຈະເລີ້ມຕົ້ນທຸລະກິດໃນຕອນນີ້ ແຕ່ມັນກໍ່ບໍ່ໄດ້ໜາຍຄວາມວ່າເຂົາຈະບໍ່ພ້ອມໃນອານາຄົດ ແຕ່ມັນໜາຍຄວາມວ່າເຂົາບໍ່ຕ້ອງການທີ່ຈະເຄື່ອນ
ໄປຂ້າງໜ້າຫລືລົງມືທຳໃນຕອນນີ້ ‘’ Take Action ‘’
ແລະບາງທີ່ເຂົາອາດຈະໃຊ້ຄຳແກ້ຕົວເປັນເຫດຜົນວ່າ ເຂົາບໍ່ສາມາດ. ເຂົາບໍ່ພ້ອມ. ຫລື ມັນບໍ່ເໜາະສົມກັບເຂົາ ບາງທີ່ພຽງແຕ່ບໍ່ຕັດສີນໃຈ. ອາດຈະປະມານ 90 % ຂອງຄົນທີ່ເຈົ້າໂອລົມ ມີຄວາມລັງເລໃຈ. ບໍ່ຕັດສີນໃຈ. ບໍ່ເຄື່ອນຜູ້ມຸ່ງຫວັງຂອງເຈົ້າຢູ່ໃນເສັ້ນທາງແຫ່ງຄວາມບໍ່ແນ່ນອນດ້ວຍຕົວເຂົາເອງ ແລະເຂົາຈະບໍ່ຕັດສີນໃຈໃດໆ ເພາະເຂົາຢູ່ໃນທີ່ຊື່ງເຂົາຄິດວ່າຖຶກຕ້ອງແລ້ວ

ເຈົ້າຕ້ອງບໍ່ເສຍເວລາຫລືໂນ້ມນ້າວໃຈເຂົາໃຫ້ຕັດສີນໃຈ ຊອກຫາຜູ້ມຸ່ງຫວັງຄົນຕໍ່ໄປໂດຍບໍ່ໄດ້ໂຕ້ຖຽງໃດໆກັບເຂົາ
ບາງທີ່ເຂົາບໍ່ພ້ອມທີ່ຈະເລີ້ມຕົ້ນທຸລະກິດໃນຕອນນີ້ເພາະ ເຂົາໄດ້ໃຫ້ພັນສັນຍາໃນການທຳທຸລະກິດກັບຄົນອື່ນໄປແລ້ວ ແລະການທີ່ຈະເລີ້ມຕົ້ນທຸລະກິດກັບເຈົ້າ ມັນທຳໃຫ້ເຂົາຮູ້ສຶກວ່າມັນຫລາຍເກີນໄປ ເຊີ່ງມັນສາມາດເກີດຂື້ນໄດ້ສຳລັບກໍລະນີນີ້ ຂອງຜູ້ທີ່ປະສົບຄວາມສຳເລັດຈຳນວນຫລາຍທີ່ມີທຸລະກິດຫລາຍຢ່າງ ແລະຕ້ອງການຫາລາຍໄດ້ເພີ້ມຂື້ນຈາກທຸລະກິດທີ່ມີຢູ່ ຫລາຍຕໍ່ຫລາຍຄັ້ງ ບຸກຄົນເຊັ່ນນີ້ຈະກາຍເປັນຜູ້ຮ່ວມທຸລະກິດທີ່ດີທີ່ສຸດສຳລັບເຈົ້າ ເມື່ອເຖີງເວລາທີ່ເຂົາຕ້ອງການ ‘’ ປ່ຽນແປງ ‘’ ແທ້ໆ ເຝົ້າເບີ່ງເຂົາໃວ້ຢ່າງໃກ້ສິດ ເພາະຄວາມສຳເລັດໃນອາດິດຂອງເຂົາຈະຢ້ອນກັບມາອີກຄັ້ງ ແລະເຂົາຈະເປັນຜູ້ທ່ີ່ສ້າງສັນລາຍໄດ້ຫລາຍທີ່ສຸດຄົນໜື່ງໃນທີມຂອງເຈົ້າ.

ບາງເຫດຜົນທີ່ຜູ້ມຸ່ງຫວັງບໍ່ເລີ້ມທຳທຸລະກິດເພາະເຂົາເປັນຄົນທີ່ຂ້ອຍຮຽກວ່າ ‘’ ນັກວິພາກວິຈານ ‘’ ຜູ້ມຸ່ງຫວັງແບບນີ້ຊື່ງເມື່ອງຫລັງຈາກເບີ່ງຂໍ້ມູນ ແລະຟັງຂໍ້ມູນຈາກເຈົ້າແລ້ວ ບໍ່ເຫັນໂອກາດທາງທຸລະກິດ ແລະ ເຂົາມັກຈະເວົ້າວ່າ
‘’ ຂ້ອຍບໍ່ໄດ້ຄິດວ່າ ໃຜຈະຍອມຈ່າຍເງີນເພື່ອຊື້ຜະລິດຕະພັນລາຄາ 1.500 ບາດ
‘’ ໃຜຈະຊື້ຂໍ້ມູນເຫລົ່ານີ້ ລາຄາຕັ້ງ 2.000 ບາດ ‘’
‘’ ຂ້ອຍບໍ່ຮູ້ຈັກໃຜທີ່ຕ້ອງການຜະລິດຕະພັນເຫລົ່ານິ້ເລີຍ ‘’
ຄວາມຈິງທີ່ຜູ້ມຸ່ງຫວັງກຳລັງບອກເຈົ້າຄືເຂົາຈະບໍ່ຈາ່ຍເງີນເພື່ອ ຜະລິດຕະພັນ ຫລື ທຳ ທຸລະກິດ ແລະ ເຊັ່ນກັນ ເຂົາຄິດວ່າທຸກໆຄົນທີ່ເຂົາຮູ້ຈັກນັ້ນບໍ່ມີໃຜທີ່ຈະຍອມຈ່າຍເງີນເພື່ອຊື້ ຫລື ທຳທຸລະກິດຢ່າງແນ່ນອນ ແລະເຂົາຈະພະຍາຍາມເຮັດໃຫ້ເຈົ້າເຊື່ອວ່າ ໂອກາດທາງທຸລະກິດຂອງເຈົ້ານັ້ນ ບໍ່ມີທາງຈະປະສົບຄວາມສຳເລັດຢ່າງແນ່ນອນ.
ຂ້ອຍຂໍແນະນຳວ່າ : ບໍ່ຕ້ອງໂຕ້ຖຽງ ຫລືຄັດຄ້ານກັບຜູ້ມຸ່ງຫວັງປະເພດນີ້ຂອງເຈົ້າ ແລະບໍ່ຕ້ອງເສຍອາລົມກັບເຂົາ ພຽງແຕ່ຂອບໃຈຜູ້ມຸ່ງຫວັງຂອງເຈົ້າທີ່ເສຍເວລາ ແລະເຊີນເຂົາໄປຕາມທາງຂອງເຂົາໄດ້ເລີຍ ບອກເຂົາຖ້າເຂົາຕ້ອງການປ່ຽນແປງຊີວິດຈິງໆ ຈິງຈັງ ເມື່ອໃດກໍ່ຕາມ ສາມາດກັບມາຫາເຈົ້າໄດ້ຕະຫລອດເວລາ ຫລາຍຄັ້ງເຖີງແມ້ວ່າເຈົ້າຈະບໍ່ຕ້ອງການເຂົາ ແຕ່ກໍ່ຢ່າເວົ້າເຊັ່ນນັ້ນຖ້າເຈົ້າບໍ່ໄດ້ໜາຍຄວາມຢ່າງນັ້ນ.
ຈົ່ງຈຳໄວ້ວ່າ: ຄວາມຮູ້ບໍ່ແມ່ນ ‘’ ພະລັງ ‘’ ແຕ່ການນຳຄວາມຮູ້ໄປໃຊ້ຕ່າງຫາກຄື ‘’ພະລັງ ‘’ ດັ່ງນັ້ນ ຖ້າໃຜບາງຄົນທີ່ຮູ້ຂໍ້ມູນກ່ຽວກັບໂອກາດທາງທຸລະກິດຫລື ບໍລິໂພກຂໍ້ມູນແລ້ວແຕ່ບໍ່ໄດ້ລົງມືກະທຳຫຍັງ ນັ້ນເປັນ
ເຂົາຍັງບໍ່ພ້ອມໃນເວລານັ້ນ ແລະນັ້ນກໍ່ບໍ່ໄດ້ເປັນຄວາມຜິດພາດຂອງເຈົ້າ
ເກັບຂໍ້ມູນຂອງຄົນເຫລົ່ານັ້ນໃວ້ໃນແຟ້ມຂໍ້ມູນຕິດຕາມຜົນ ຫລືໃນລະບົບຕອບຮັບອັດຕະໂນມັດ
Autoresponder follow up ແລະ ບາງທີ່ເມື່ອເຂົາພ້ອມທີ່ຈະເຄື່ອນໄປຂ້າງໜ້າຍາມໃດ ເຂົາຈະຕິດຕໍ່
ກັບແລະຖາມເຈົ້າເອງ
ຈຳໃວ້ວ່ານີ້ເປັນສີ່ງທີ່ເກີດຂື້ນແນ່ນອນກັບເຈົ້າ ແລະມັນກໍ່ເປັນເລື້ອງປົກກະຕິ ເພາະເຂົາຈະລົງມືກະທຳກໍ່ຕໍ່ເມື່ອເຂົາພ້ອມ ແລະບໍ່ມີຫຍັງດີໄປກ່ວາການທີ່ເຂົາສະໜັກໃນເລີ້ມຕົ້ນລົງມືດ້ວຍຕົວຂອງເຂົາເອງ ຂ້ອຍຢືນຢັນຈາກ
ປະສົບການທີ່ຜ່ານມາຂອງຂ້ອຍ

#2. ເຈ້ົາບໍ່ແມ່ນຜູ້ນຳທີ່ເຂົາກຳລັງຊອກຫາຢູ່
ເມື່ອເວົ້າເຖີງ’’ຜູ້ນຳ’’ ມັນອາດມີຄວາມໜາຍເຖີງ ນັກການຕະຫລາດ ນັກໂຄສະນາ ນັກຂາຍ ຫລື ນັກທຸລະກິດ
ບໍ່ສຳຄັນວ່າເຈົ້າຈະຢູ່ໃນຕຳແໜ່ງໃດກໍ່ຕາມ ແຕ່ສຳຄັນຢູ່ທີ່ເຈົ້າຈະຕ້ອງຢືນຢູ່ແຖວໜ້າ ‘’ ຜູ້ນຳ ‘’
ເມື່ອຂ້ອຍເຄີຍພະຍາຍາມສະປອນເຊີຜູ້ມຸ່ງຫວັງເຂົາມາສູ່ທຸລະກິດໃນຫລາຍປີທີ່ຜ່ານມາ ຂ້ອຍພົບຄວາມຈິງວ່າ ສີ່ງທີ່ທຳໃຫ້ຜູ້ມຸ່ງຫວັງເລີ້ມຕົ້ນທຳທຸລະກິດ ແລະ ລົງມືທຳນັ້ນກໍ່ຄື ‘’ ຕົວຂ້ອຍ ‘’ ນັ້ນເອງ
ຄວາມບໍ່ແນ່ນອນ ຄວາມຢ້ານ ຄວາມອ່ອນແອຂອງຜູ້ມຸ່ງຫວັງມີຫລາຍເກີນກ່ວາທີ່ເຮົາຈະຄວບຄຸມໄດ້ ດັ່ງນັ້ນເຮົາອາດຈະບໍ່ແມ່ນຄົນທີ່ຜູ້ມຸ່ງຫວັງຕ້ອງການຫລືຊອກຫາ
ຄວາມເປັນຜູ້ນຳ ແລະ ຄວາມຮັບຜິດຊອບ ເປັນສ່ີ່ງທີ່ຈຳເປັນທີ່ເຈົ້າຕ້ອງມີເຊີ່ງຈະຊ່ວຍໃຫ້ເຈົ້າສາມາດດຶງດູດຜູ້ຄົນ
ໃຫ້ເຂົ້າມາຮ່ວມທຸລະກິດກັບເຈົ້າ
ຫາກເຈົ້າເປັນຄົນທີ່ຮັກໃນທຸລະກິດ ຜະລິດຕະພັນ ແລະໂອກາດທາງທຸລະກິດຂອງເຈົ້າ ແຕ່ເຈົ້າບໍ່ມີຄວາມສັດທາໃນຕົວເຈົ້າເອງ ເຖີງແມ້ວ່າເຈົ້າຈະມີຄວາມເຊື່ອໜັ້ນໃນຕົວເອງສູງໃນການທຳສີ່ງຕ່າງໆກໍ່ຕາມຫລືເຈົ້າອາດຈະເປັນຕົວຂອງຕົວເອງສູງ ‘’ ego’’ ແຕ່ເປັນເພາະພຽງແຕ່ເຈົ້າບໍ່ເຄົາລົບ ແລະ ສັດທາໃນຕົວເຈົ້າເອງ ຊື່ງເປັນສີ່ງທີ່ຂ້ອຍພົບວ່າເປັນເຫດຜົນໃຫຍ່ທີ່ສຸດວ່າ ເປັນຫຍັງຜູ້ຄົນຈິງຊອກບໍ່ເຫັນວ່າເນົ້າເປັນ ຜູ້ນຳ ທ່ີ່ເຂົາກຳລັງຊອກຫາ ມັນບໍ່ແມ່ນເພາະຜະລິດຕະພັນ
ຫລືໂອກາດທາງທຸລະກິດຂອງເຈົ້າບໍ່ດີ ແຕ່ເປັນເພາະເຂົາເບີ່ງເຈົ້າ ເໜືອນກັບ ທີ່ເຈົ້າເບີ່ງເຫັນຕົວເອງນັ້ນເອງ ມັນໜາຍຄວາມວ່າເຈົ້າບໍ່ມີຄວາມເຄົາລົບ ແລະ ສັດທາໃນຕົວເອງ ມີຄວາມຢ້ານຫຍັງຢູ່ບາງຢ່າງ ແລະ ເປັນຫຍັງ ? ຜູ້ມຸ່ງຫວັງຂອງເຈົ້າຈະຕ້ອງເຂົ້າມາຮ່ວມທຳທຸລະກິດ ຫລື ເປັນສ່ວນນື່ງກັບເຈົ້າດ້ວຍ ໃນເມື່ອເຈົ້າເອງຍັງບໍ່ໃຫ້
ຄວາມສຳຄັນ ແລະ ເຄົາລົບໃນຕົວເຈົ້າເອງ.
ນີ້ເປັນສ່ວນໜື່ງຂອງບັນຫາທີ່ເຈົ້າຕ້ອງຄິດໜັກ
ດັ່ງນັ້ນ.. ຖ້າເຈົ້າຮູ້ສຶກດີກັບຕົວເອງ ຄົນອື່ນກໍ່ຈະຮູ້ສຶກເຊັ່ນນັ້ນ ເໜືອນກັນກັບເຈົ້າ
ເມື່ອເຈົ້າມີຄວາມນັບຖືແລະ ສັດທາໃນຕົວເຈົ້າເອງ ຄົນອື່ນຈະສາມາດໄດ້ກັບຄວາມເຄົາລົບແລະ
ຄວາມສັດທາໃນຕົວເຈົ້ານັ້ນເອງ ແລະ ເຂົາຈະມີຄວາມເຊື່ອໜັ້ນໃນຕົວເຈົ້າ ແລະ ຕ້ອງການເປັນສ່ວນໜື່ງຂອງຜະລິດຕະພັນ .
ບໍລິສັດ ຫລື
ໂອກາດທີ່ເຈົ້າກຳລັງແນະນຳໃຫ້ເຂົາຢູ່ ເພື່ອໃຫ້ເຈົ້າເປັນຜູ້ນຳພາເຂົາໄປໃນທີ່ທີ່ເຂົາຕ້ອງການຈະໄປ…

ແດ່ຄວາມສຳເລັດຂອງເຈົ້າ…
ທອງຈັນ ພົນທະຈັກ
ນັກທຸລະກິດອອນໄລ

วันอาทิตย์ที่ 22 สิงหาคม พ.ศ. 2553

ຄວາມລັບຂອງຜະລິດຕະພັນຢາໜໍເສັງທີ່ທ່ານບໍ່ເຄີຍໄດ້ອ່ານ


ສະບາຍດີ ວັນນີ້ຂ້ອຍ ທອງຈັນ ພົນທະຈັກ ດີໃຈໄດ້ຂຽນນຳຂໍ້ມຸູນດີໆໃຫ້ທ່ານອ່ານ ແລະ ຂອບໃຈທີ່ທ່ານ ໄດ້ເຂົ້າມາອ່ານ ບລອກຂອງຂ້າ ພະເຈົ້າ ແລະ ອີກຢ່າງໜື່ງ ຂ້ອຍພູມໃຈທີ່ໄດ້ເຜີຍແຜ່ຄວາມລັບຢາສະໜຸນໄພດີໆຈາກຜູ້ໃຊ້ຢາຂອງໜໍເສັງ ຈາກປະສົບການຈິງຈາກການຖາມ-ຕອບ ບັນຫາສຸຂະພາບກັບການໃຊ້ສະໜູນໄພຕຣາໜໍເສັງໃນຫ້ອງປະຊຸມມາໃຫ້ທ່ານອ່ານ ສຶກສາແລະຮຽນຮູ້.

• ສະໜຸນໄພ ຕຣາໜໍເສັງ ຊ່ວຍຜູ້ປ່ວຍທາງອ້ອມ ເຮັດໃຫ້ແຂງແຮງ ແລະ ຮ່າງກາຍນັ້ນຈະຮັກສາຕົວເອງ ຜູ້ປ່ວຍຄວນພົບແພດແຜນປັດຈຸບັນກ່ອນ ຕາມຂັ້ນຕອນການຮັກສາ ແລ້ວນຳເອົາສະໜູນໄພຕຣາໜໍເສັງເສີມຈະທຳໃຫ້ຟື້ນຕົວໄວແລະຫາຍໄດ້ໃນທີ່ສຸດ
• ຂໍ້ເສຍຂອງແພດແຜນບູຮານ ທັ້ງຢາໄທແລະຈີນ ຄື ບໍ່ໄດ້ມີການບັນທຶກການຮັກສາໄວ້ ຫລືຈະຖ່າຍທອດກໍ່ຕໍ່ເມື່ອເປັນບຸດຫລານ ເຮັດໃຫ້ຢານັ້ນສູນຫລາຍໄປຫລາຍ.
• ວິທີການປຸງຢາຂອງທ່ານໜໍເສັງຢຶດຖືແບບບູຮານແທ້ໆ
ອາການຂອງໂລກ
ຜະລິດຕະພັນຕຣາໜໍເສັງ

• ຢາສະໜຸນໄພຕົວດຽວ ຮັກສາໂລກບໍ່ໄ້ດ້ ຕ້ອງປະສົມປະຫລາຍຕົວຈິງຈະອອກລິດ ຮຽກວ່າ ‘’ ຕຳຮັບ’’

ເປັນແຜໃນມົດລູກ
ຢາບຳລຸງກາຍ + ຂະໜີ້ນເຊົ້າ 3 ເມັດ ແລງ 3 ເມັດ

ປວດຫົວ-ຕົວເລືອງ
ຢາບຳລຸງຮ່າງກາຍເທົ່ານັ້ນ ເພາະເກັດເລືອດດຳ

ຫອບ - ຫ້ຶດ
ຢາບຳລຸງຮ່າງກາຍ + ຂີ້ໜີ້ນຊັນ ຈະດີຂື້ນແຕ່ໂລກຮອບຫຶດນັ້ນບໍ່ຫາຍ

ເປັນລົມຊັກ
ຢາບຳລຸງຮ່າງກາຍ + ກິນຢາໂຮງພະຍາບ້ານຈະດີຂື້ນ
ໂລກຕັບ-ໜີ້ວໃນຖົງນຳ້ບີ
ບຳລຸງຮ່າງກາຍ + ຂີ້ໜູນຊັນ

ໂລກກະເພາະອາຫານ ແໜ້ນໜາເອີກ ປວດແສບຮ້ອນ
ຢາຫອມ+ ຂີ້ໜີ້ນຊັນ ຢາຫອມເປັນຢາສຸກເສີນມີຕິດຕົວຈະດີຫລາຍ ແກ້ໄຂໄດ້ພາຍໃນ 5 ນາທີ

ໄມເກຮນ ຫລື ປວດຫົວຢ່າງຮຸນແຮງ
ຢາບຳລຸງຮ່າງກາຍ ຈະຊ່ວຍລົດປວດຈົນຫາຍໄປ ບໍ່ໄດ້ລະງັບປວດໃຫ້ກິນຢາຝລັ່ງຊ່ວຍດ້ວຍ

ລິດສະດວງທະວານມີ ແບບ
- ແບບເດືອຍໄກ່
- ແບບບານນອກ(ກີບໜາກເຟືອງ)
ລິດສະດວງ ມີສາເຫດມາຈາກການໃຫ້ຍ່ຂື້ນຂອງເນື້ອເຫຍື້ອ ສາເຫດມາຈາມຄວາມຜິດປົກກະຕິຂອງຫລອດເລືອດ
ໃນບໍລິເວັນນັ້ນ ຫລືຕ້ອງເບັງອຸດຈະລະຈາກທ້ອງຝູກ ການຍົກຂອງໜັກ ການຢືນເຫີງນານ ລວມທັ້ງຄົນຕັ້ງຄັນ
ທີ່ມີທາລົກໃນຄັນ ທຳໃຫ້້ເລືອດໄຫລກັບ ໍ່ສະດວກ
- ໃຫ້ກິນຫວ້ານຊັກມົດລູກ ຈະຫົດເຂົ້າ
- ຢາບຳລຸງຮ່າງກາຍ + ຂີ້ໜີ້ນຊັນ (ຈະທຳໃຫ້ນຳ້ເຫລືອງທີ່ເຍີ້ມໆແຫ້ງ ແລະອາການອັກເສບລົດລົງ
ໜາຍເຫດ: ທາງການແພດແຜນປະຈຸບັນ ມີ 3 ຊະນິດ
1. ໄລຍະເລີ້ມທຳອິດ ເຈັບແສບກົ້ນເວລາຖ່າຍ ຮັກສາໂດຍໃຫ້ຢາລະບາຍອ່ອນຫລືຢາເໜັບ ກິນນຳ້ຫລືກິນນຳ້ໜາກໄມ້ໃຫ້ຫລາຍໆ
2. ໄລຍະສອງ ມີຕີ່ງແລບອອກມາ(ເດືອຍໄກ່) ເພາະເສັ້ນເລືອດຟອງໂຕປີ້ນອອກມາ ຫາກແຕກເລືອດຈະອອກຫລາຍຈະແສບກົ້ນ ໜໍຈະຊີດຢາທີ່ເສັ້ນເລືອດດຳນັ້ນ ຫລື ໃຊ້ຢາເໜັບແຕ່ຫາກຕີ່ງນັ້ນໃຫ້ຍ່ຫລາຍ ຕ້ອງຜ່າຕັດໄລຍະນີ້ໃຫ້ກິນຫວ້ານ
3. ໄລຍະສາມ ເປັນກີບເໜືອນດອກກະຫລ້ຳ ແລະການຜ່າຕັດກໍ່ທາລຸນຫລາຍ ໄລຍະນີ້ໃຫ້ຂີ້ໜີ້ນຊັນ

ໜ່ວງທ້ອງນ້ອຍ- ແທ້ງຫລາຍຄັ້ງ
ຫວ້ານຊັກມົດລູກ

ໄຕອັກເສບ
ຢາບຳລຸງຮ່າງກາຍ

ກະບັງລົມເຄື່ອນ
ຫ້ວ້ານຊັກມົດລູກ

ຄຽດ ຮ້ອນໃນອົກ
ຢາບຳລຸງຮ່າງກາຍ

ກິນຫ້ວ້ານແລ້ວມີສີວຂີ້ນ
ສີວນັ້ນຖຶກຂັບອອກມາ ພໍໜົດສີ້ວແລ້ວຈະບໍ່ອອກ

ລຳໄສ້ອັກເສບ
ຢາບຳລຸງຮ່າງກາຍ + ຂະໜີ້ນຊັນ

ເຄີຍແທ້ງແລະຂູດໜົດລູກມາແລ້ວ
ຫ້ວ້ານຊັກມົດລູກ ຈະຊ່ວຍເສີມໃຫ້ຜະໜັງມົດລູກແຂງແຮງຂື້ນ

ມັກພົບຄົນຖາມເຖີງ ອ.ຍ
ອ.ຍ ນັ້ນສຳລັບອາຫານແລະເຄື່ອງດື່ມ ສ່ວນຢາ ຮຽກທະບຽນ ຜະລິດຕະພັນຂອງໜໍເສັງ ໃຊ້ທະບຽນ ບໍ່ແມ່ນຄິດ ອ.ຍ

ນຳໃນຫູບໍ່ເທົ່າກັນເຮັດໃຫ້ຍ່າງໂຄງເຄງ
ຢາບຳລຸງຮ່າງກາຍ

ມີແຜຫລັງຜ່າຕັດ
ຫວ້ານຊັກໜົດລູກ

ເປັນເກົາມາ ໌5 ປີ
ບຳລຸງຮ່າງກາຍ + ບຳລຸງໂລຫິດ ກິນນານແດ່

ກິນຢາບຳລຸງ ແລ້ວໜ້າມຶດ ຫລືຮ້ອນໃນ
ໃຫ້ປະສົມນຳ້ດື່ມ

ລຳໄສ້້ອັກເສບ
ຢາບຳລຸງຮ່າງກາຍ + ຂີ້ໜີ້ນຊັນ

ໄຕອັກເສບ ຮ້ອນໃນເອີກ ຄຽດ
ຢາບຳລຸງຮ່າງກາຍ

ຖ່າຍອອກເປັນເລືອດ
ຢາບຳລຸງຮ່າງກາຍ + ຂີ້ໜີ້ນຊັນ

ແພ້ອາຫານທະເລ
ຂີ້ໜີ້ນຊັນ

ກະດູຸກເຊື່ອມໂລກກະເພາະ ແໜ້ນທ້ອງ
ຢາບຳລຸງຮ່າງກາຍ

ສັດລ້ຽງໜາແມວເປັນຂີ້ເຮືອນ
ຢາບຳລຸງຮ່າງກາຍ + ຂີ້ໜີ້ນຊັນ

ມືຊາແລະປວດເມືອຍຮ່າງກາຍມາເປັນເວລານານ ປາຍນີ້ວຊາ
ກິນຢາບຳລຸງຮ່າງກາຍ ຫລື ຢາບຳລຸງໂລຫິດ

ກິນຫ້ວ້ານຊັກມົດລູກແລ້ວມີນຳ້ຫລໍ່ລື້ນຫລາຍ ໃຫ້ກິນຕໍ່ໄປຈະດີຂື້ນເອງ

ໄຂມັນອຸດຕັນ
ຢາບຳລຸງຮ່າງກາຍ

ເຄີຍແທ້ງ ແລະຄັນເປັນພຶດ
ກິນຫວ້ານຊັກມົດລູກ ຕ້ອງກິນຈົນວ່າກ່ວາຈະທ້ອງໃໜ່ ຈິງຢຸດໄດ້

ຜ່າມະເຮັງລຳໄສ້ ໄລຍະ 3
ບຳລຸງຮ່າງ + ຂະໜີ້ນຊັນຈະຊ່ວຍໃຫ້ແຂງແຮງຂື້ນ ມະເຮັງບໍ່ຫາຍ

ພູມແພ້ໃນເດັກ 2 ປີ
ກິນຢາບຳລຸງຮ່າງກາຍ ກິນຄັ້ງລະ 1\2 ຊີຊີ ກິນໜົດຂວດໃຫຍ່ຂື່ງຂວດຈະຫາຍຈົນໃຫຍ່

ເປັນມະເຮັງເມັດເລືອດຂາວ
ກິນຢາບຳລຸງຮ່າງກາຍ + ນຳ້ ຊ່ວຍຕໍ່ຕ້ານ ແຕ່ມະເຮັງບໍ່ຫາຍ

ຈະກິນພູຄາວກັບຢາລະລາຍໄຂມັນໄດ້ຫລືບໍ່ ພູຄາວ ຄວນກິນກັບຢາບຳລຸງຮ່າງກາຍ ຈະດີກ່ວາ

ມີຄໍເລັດສະເຕີຮອລ
ຢາລົດໄຂມັນ (ບຳລຸງຮ່າງກາຍເບີ 2)

ໃຈສັ້ັ່ນອອນເພຍ ວີນຫົວ ອາຈຽນ
ຢາຫ້ອມນຳ້ ຫລື້ ຢາບຳລຸງຮ່າງກາຍ + ຂີ້ໜີ້ນຊັນ

ຕົກເລືອດແລະຂູດມູດລູກອອກ
ກິນບຳລຸງ + ຂະໜີ້້ນຊັນກ່ອນ 1 – 2 ເດືອນ ຈື່ງຄ່ອຍກິນຫວ້ານ

ຕັດມົດລູກແລວມີໂລກຫົວໃຈໃຫຍ່ ແລະໂລກກະເພາະດ້ວຍ
ຢາບຳລຸງຮ່າງກາຍ + ຂີ້ໜີ້ນຊັນ ຫລື ຢາຫອມນຳ້ + ຂີ້ໜີ້ນຊັນ

ເປັນພາຣັສຊີເມຍ (ໂລກເລືອດ)
ຢາບຳລຸງຮ່າງກາຍ ຢ່າກິນຫວ້ານ

ນອນບໍ່ລັບ ຊູບຊີດ
ຢາບຳລຸງຮ່າງກາຍ (ໃນຄັນທ່ີ່ຮ້ອນງ່າຍ ໃຫ້ທານປະສົມນຳ້)

ກິນຢາລົດໄຂມັນວັນລະ8ເມັດຫລາຍເກີນໄປ ຖາກິນປົກກະຕິກໍ່ບໍ່ເປັນຫຍັງແຕຖ້າຖາຍຫລາຍເກີນໄປໃຫ້ລຸດຢາລົງແຕ່ປົກກະຕິແລ້ວກິນຄັງລະ4 “ເມັດ
ອາດກິນຫລາຍຫລືກິນໜອ້ຍແລ້ວແຕ່ທາດຂອງ
ແຕ່ລະຄົນ

ເດັກນອ້ຍອາຍຸ8ຫາ9ປີ ມີບາດແຜຜຸອ່ງນ້ຳເຫລອືງບໍ່ດີ
ກິນຂີ້ມິນຊັນເຊົ້າ1ເມັດແລງ1ເມັດ ຂີ້ມິນຊັນຢແກ້ວ(ນອ້ຍ)ກິນ4ເທືອ່

ຜ່າຕັດບາດແຜເລີ້ມດີແລ້ວຈະກິນວ່ານຊັກມົດລູກໄດ້ຫລືບໍ?
ກິນໄດ້ ຄົນເກີດລູກດວ້ຍການຜ່າຕັດ,ໃຫ້ກິນວານຊັກມົດລູກຫລັງຜ່າຕັດແລ້ວ1ຸ໌5-2ວັດເພາະຄວນໃຫ້ແນ່ໃຈວ່າແຜພາຍໃນນັ້ນດີຂື້ນແລ້ວ

ກິນວ່ານຊັກມົດລູກແລ້ວມີອາການເມອືື້ຍ,ໃຈພິວ
• ສະແດງວ່າເປັນຄົນເລືອດໜ້ອຍ,ໃຫ້ກິນບຳລຸງຮ່າງກາຍ+ຂີ້ມິນຊັນຫລືກິນວ່າປະສົມນຳ

ຄົນມີຄວາມດັນຕຳ່ຈະເລືອດໜອ້ຍເວລາກິນວ່ານຈະມີອາການວິນຫົວ
ໃຫ້ກິນປະສົມນ້ຳຫລືດື່ມນຳຫລາຍໆ

ປະຈຳເດອືນມາກະປິບກະປ່ອຍ
ກິນວ່ານຈະປັບໃຫ້ປະຈຳເດືອນດີຂື້ນ

ຜູ້ຍິງອາຍຸ45 ປີມີອາການງຸດງິດເວລາຫາຍໃຈຕອ້ງອາປາກເມືອ່ຍເໜືອນໃຈຈະຂາດ,ທໍມານຫລາຍ
ກິນບຳລຸງຮ່າງກາຍປະສົມນຳ້ ຄ່ອຍໆ ຈິບ

ຍິງອາຍຸ 35 ປີ ເປັນລິດສະດວງທະວານມີເລືອດອອກ
ໂລກນີ້ບໍ່ຫາຍ ແຜ້ຜ່າຕັດກໍ່ບໍ່ຫາຍ ແຕ່ກິນຫວ້ານຊັກມົດລູກຈະຊ່ວຍດືງເຂົ້າ ຈະສະບາຍຂື້ນ

ຈາມແລະ ຄັນດັງ
ຂີ້ໜີ້ນຊັນ

ຊາປາຍຕີນເຖີງ ຫົວເຂົ່າ
ໃຫ້ກິນຂີ້ໜີ້ນຊັນຊ່ວຍລົດສີ້ວ

ເວລາມີປະຈຳເດືອນ ຈະມີຫລາຍແລະເປັນໄຂ້ດ້ວຍ
ສະແດງວ່າມົດລູກໃຫຍ່ ໃຫ້ກິນຫວ້ານ ຄັ້ງລະ 20 ປະສົມນຳ້ດ້ວຍວັນລະ 2 ຄັ້ງ

ກິນບຳລຸງຮ່າງກາຍແລ້ວວິນຫົວ ແຂນ-ຂາເປັນຈຳ້
ສະແດງວ່າເລືອດໜ້ອຍ ໄປລໍ່ລ້ຽງສະໜອງບໍ່ພໍ ໃຫ້ກິນບຳລຸງຮ່າງກາຍຕໍ່ໄປຈະດີຂື້ນ

ຟອກໄຕມາແລ້້ວ
ກິນຢາບຳລຸງຮ່າງກາຍຈະດີຂື້ນ

ຄົນອາຍຸ 70 ຜ່າຕັດຫົວໃຈມາແລ້ວ
ກິນບຳລຸງຮ່າງກາຍຈະແຂງແຮງຂື້ນ

ເປັນພຸູມແພ້ ມີນຳ້ມຸກຕະຫລອດ ແພ້ຝຸ່ນ ມີແຜຊຳເຮື້ອ ແຜກົດທັບ
ຂີ້ໜີ້ນຊັນ

ຄົນເປັນເບົາຫວານ ຄວາມດັນ ເສັ້ນເລືອດ ຫົວໃຈຕີບ ຕ້ອງອົມຢາໃຕ້ລີ້ນ
ບຳລຸງຮ່າງກາຍ + ຂີ້ໜີ້ນຊັນ

ໃຈເຕັ້ນແຮງ ນອນບໍ່ຄອຍລັບ
ບຳລຸງຮ່າງກາຍ

ເປັນສີວອັກເສບ
ຂະໜີ້ນຊັນ

ກິນຢາດີແລ້ວ ຈະເລີກກິນຢາໄດ້ບໍ່
ໄດ້

ອຳມະພຶກ ອຳມະພາດ
ກິນຢາບຳລຸງຮ່າງກາຍ ຈະຊ່ວຍໃຫດ້ີຂື້ນ ຫາກຫາຍຖືເປັນໂຊກດີ ເປັນຢາຊ່ວຍບໍ່ໃຫ້ເມືອຍ ແລະໃຫ້ພະລັງ (100 ກຳລັງ = 1 ພະລັງງານ) ກິນຢາຂອງໜໍເສັງຈະແຂງແຮງໄວກວ່າຢາບຳລຸງທົ່ວໄປ 100 ເທົ່າຕົວ
ໄອ ມີໄຂ້ຫວັດ
ບໍ່ຄວນກິນຫວ້ານຊັກມົດລູກຈະເຮັດໃຫ້ຫາຍຊ້າ

ໄອ ຈາມມີຍ່ຽວອອກ
ຫ້ວ້ານຊັກມົດລູກ ຫ້າກອາຍຸ 60 ປີ ໃຫ້ກິນບຳລຸງຮ່າງກາຍແຕ່ເຫັນຜົນຊ້າກ່ວາຫວ້ານ

ກິນເຫລົ້າທ້ອງບວມມີນຳ້ໃນທອງ
ເປັນໂລກຕັບ ຈະຫາຍຍາກ ໃຫ້ກ້ນບຳລຸງຮ່າງກາຍ+ຂີ້ໜີ້ນຊັນ ຫາກອາການທ້ອງບວມລົດກໍ່ມີໂອກາດຫລາຍ
ເບີ ທັ້ງວັນ
ຢາຫອມ +ຂີ້ໜີ້ນຊັນ(ເຊົ້າ 3 ເມັດແລ້ງ 3 ເມັດ )

ຕົກຂາວມາເຫີງນານ (20ປີ)
ໜໍບອກຕ້ອງເປັນເນື້ອງອກ ຫລືຊິດໃຫ້ກິນຫວ້ານຊັກມົດລູກ

ມີປະຈຳເດືອນຫລາຍ
ກິນຫ້ວ້ານຊັກມົດລູກ

ເວລາມີປະຈຳເດືອນ ຈະປວດໄມເກນ
ໃຫ້ກິນບຳລຸງຮ່າງກາຍ

ຄົນມີແຜຫລາຍ ຮຸນແຮງ
ຂີໜີ້ນຊັນ 2 ເວລາ ມື້ລະ 3 ເມັດ

ຕີນຊາ
ເປັນກະດູກທັບເສັ້ນ ກິນບຳລຸງ

ປວດຫລັງ ແລະ ຖ່າຍເປັນມູກ
ລຳໄສ້ເປັນຜິດ ໃຫ້ກິນບຳລຸງຮ້່າງກາຍ + ຂີ້ໜີ້ນຊັນ

ເປັນເບົາຫວານ +ອັນໄຊເມີລ
ບຳລຸງຮ່າງກາຍ+ ຂີ້ໜີ້ນຊັນ(ແຕ່ຕ້ອງກິນນານໆຫລາຍເດືອນ)

ກ່ອນມີປະຈຳເດືອນ ປວດເມື່ອຍ ປວດຈຸກຈິກ ກິນຫວ້ານຊັກມົດລູກ

ຄັນຊ່ອງຄອດ ມີລະດູຂາວ ເຫລືອງ
ຮຽກວ່າ ມຸດກິດ ໃຫ້ກິນຫວ້ານ ຊັກມົດລູຸກ + ຂີ້ໜີ້ນຊັນ
ກິນຢາບຳລຸງຮ່າງກາຍແລ້ວ ຫົວໃຈສັ່ນ
ສະແດງວ່າເປັນໂລກປະສາດຫົວໃຈອ່ອນ ໃຫ້ປະສົມນຳ້ ຫລາຍໆ ຄ່ອຍໆຈິບ

ປະຈຳເດືອນສີດຳ ມີິກີ່ນ ແລະ ປວດແອວ
ກິນຫວ້ານຊັກມົດລູກ

ເປັນເບົາຫວານມານານ 8 ປີ ແລະ ມີໂລກແຊກຊ້ອນ
ກິນບຳລຸງຮ່າງກາຍ + ຂີ້ໜີ້ນຊັນ

ເວລາມີເພດສຳພັນແລ້ວ ມີເລືອດອອກ
ມົດລູກຕຳ່ ຫລື ມົດລູກແຫ້ງ ໃຫ້ກິນຫວ້ານຊັກມົດລູກ
ກິນຂີ້ໜີ້ນຊັນແລ້ວ ໜ້າແດງ
ໃຫ້ດື່ມນຳຕາມຫລາຍໆ

ມີຊິດປວດເມື່ອຍຕົວ
ບຳລຸງຮ່າງກາຍ

ກິນຫວ້ານຊັກມົດລູກແລ້ວທອງເສຍ
ແພ້ຫວ້ານ ໃຫ້ດື່ມນຳ້ຕາມຫລາຍໆ ຫລືປະສົມນຳ້ແລ້ວດື່ມ

ເສັ່ນໂລຫິດຝອຍແຕກ
ບຳລຸງຮ່າງກາຍ

ສະໜອງຝໍ ເສັ່ນເລືອດຕີບແຂນຊ້າຍບໍ່ທຳງານ ບຳລຸງຮ່າງກາຍ

ອ້ວນແລະ ເມື່ອຍງ່າຍ
ບຳລຸງຮ່າງກາຍ + ລົດໄຂມັນ

ໂລກກະເພາະອາຫານ ຫລື ກະເພາະອາຫານບໍ່ທຳງານ
ຂີ້ໜີ້ນຊັນ + ບຳລຸງຮ່າງກາຍ(ຫລື ຢາຫອມນຳ້ ແທນບຳລຸງຮ່າງກາຍໄດ້

ອາການໜ້າມືດຕາມົວ ເວລາຈະກົ້ມເລີຍປວດແອວ ແລະ ກະໂພກຫລາຍ
ບຳລຸງຮ່າງກາຍ


ເປັນເກົາ ແລະ ເບົາຫວ້ານຫລາຍ ຂະໜາດຕ້ອງນອນຢູ່ກັບທີ່ເລີຍ

ບຳລຸງຮ່າງກາຍ

ຮັກສາສີວໂດຍກົງ
ຂີ້ໜີ້ນຊັນເທົ່ານັ້ນ

ຫົວເຂົ່າກະແທກພື້ນ ປວດມາ 2 ປີ ແລ້ວ ບາງຄັ້ງ ປວດຈົນຍ່າງບໍ່ໄດ້
ກິນຢາບຳລຸງໂລຫິດ

ຄົນທີ່ເປັນໂລກໄຕ
ກິນໄດ້ແຕ່ ຢາບຳລຸງຮ່າງກາຍ ເທົ່ານັ້ນ ຜະລິດຕະພັນຢ່າງອື່ນບໍ່ໄດ້ເດັດຂາດ

ກະດູກທີ່ກ້ານຄໍ ມີຫີນປູນເກາະຫລາຍ
ກິນຢາບຳລຸງຮ່າງກາຍຈະບັນເທົາ ແຕ່ຖ້າຮູ້້ວ່າບໍ່ບັນເທົາເລີຍກໍ່ບໍ່ຕ້ອງກິນ ເພາະໂລກນີ້ບໍ່ຫາຍຢູ່ແລ້ວ

ເຄີຍທຳແທ້ງມາແລະ ຢາກມີລູກ
ການທຳແທ້ງພຽງຄັ້ງດຽວ ຖືວ່າຍັງມີໂອກາດມີລູກໄດ້ ແຕ່ຫາກທຳແທ້ງ 2 ຄັ້ງ ໂອກາດມີລູກຈະລົດລົງເຫລືອ 30% ໃຫ້ກິນຫວ້ານເຂັ້ມຂຸ້ນຕິດຕໍ່ກັນ 6 ອາທິດ ຫວ້ານຈະຊ່ວຍປັບລະບົບໃຫ້ດີຂື້ນແລະມີໂອກາດມີລູກໄດ້

ຄົນເປັນເບົາຫວານ ຄວາມດັນສູງ
ກິນຢາບຳລຸງຮ້່າງກາຍ+ ຂີ້ໜີ້້ນຊັນໄດ້ ແຕ່ຕອງກິນຢາໂຮງພະຍາບານດ້ວຍ ຢ່າຢຸດ

ກິນຫວ້ານແລ້ວອ້ວນ
ຮຽກວ່າ ມີນຳ້ມີນວນ ໃຫ້ລົດຢາລົງ ແຕ່ຈຳເປັນສະເພາະຊ່ວງຕົ້ນໆ ເທົ່ານັ້ນ ພໍກິນໄປ 2 – 3 ອາທິດ ຮ່າງກາຍຈະ ເຟີມຂື້ນ

ກະດູກທັບເສັ້ນ
ເພາະມີຫີນປູນເກາະກະດູກສັນຫລັງ ຫລື ໜອນຮອງກະດູກເຄື່ອນທີ່ໄປທາງຊ້າຍຫລື ຂວາ ກິນຢາບຳລຸງໂລຫິດ

ໂລກກະເພາະ ອີ່ມຫລື ຫີວປວດທ້ອງ ທ້ອງເສຍງ່າຍ ແໜ້ນທ້ອງ ອາຫານຜິດສຳແດງ
ຢາຫອມນຳ້ ກິນຂວດດຽວຈະດີຂື້ນຫລາຍ ໃຊ້ເປັນຢາສຸກເສີນດີຫລາຍ

ກິນຂີ້ໜີ້ນຊັນແລ້ວມີຝືນແດງ
ໃຫ້ກິນຕໍ່ຈັກໄລຍະໜື່ງ ຈະຫາຍໄປເອງ ແຕ່ຫາກບໍ່ຫາຍແທ້ໆ ກິນບຳລຸງຮ່າງກາຍ

ຜ່າຕັດເຕົ້ານົມ
ກິນຂີ້ໜີ້ນຊັນ ຈະຂັບສານຜິດອອກ ເພາະຄົນຜ່າຕັດເຕົ້ານົມສ່ວນໃຫຍ່ຈະມີເນີ້ອງອກ

ຊີດສ
ກິນຫວ້ານ ຊ່ວຍເລື່ອງຊີດສ ໄດ້ ແຕ່ເນື່ອງອກແລ້ະຝັງພຶດ ບໍ່ຫາຍພຽງແຕ່ຊ່ວຍຢັບຢັ້ງບໍ່ໃຫ້ເຕີບໂຕ

ໂລກເລືອດ
ກິນຢາບຳລຸງຮ້່າງກາຍຈະດີຂື້ນ

ໄອແຫ້ງ ເພາະສູບ ບູລີ
ຢາບຳລຸງຮ້າງກາຍ + ຂີ້ໜີ້ນຊັນ ຈະເຮັດສູບບູລີ ໜ້ອຍລົງ

ຕັດມົດລູກແລ້ວ ໜົດປະຈຳເດືອນແລ້ວ ມີການບຶດໜາວ ບຶດຮ້ອນ
ຫວ້ານຊັກມົດລູກ ຄົນຕັດມົດລູກຈະມີບັນຫາຫລາຍ ຫວ້ານຊັກມົດລູກແທນມົດລູກໄດ້ ເພາະຊ່ວຍໃນການປັບໂຮໂມນໃຫ້ສົມດູນ

ອຶດອັດ ເຈັບໜ້າເອີກ ມົດລູກບີບຕົວ ເມື່ອກິນຫວ້ານຊັກມົດລູກແລ້ວ
ໃຫ້ເບົາຢາລົງ ແຕ່ພໍຫາຍແລ້ວ ກິນແບບເດີມ ນັ້ນສະແດງວ່າກ້າມເນື້ອຫົດຕົວ

ຄວາມດັນສູງ - ຕຳ່
ຢາບຳລຸງຮ່າງກາຍແຕ່ຕ້ອງກິນຄູ່ກັບຢາຄວາມດັນຄູ່ກັນໄປຕາມປົກກະຕິ

ຮູມາຕ່ອຍ
ຢາບຳລຸງຮ່າງ ບັນເທົາໄດ້ ໂລກນີ້ຈະປວດຂໍ້ຫລາຍ ໃຫ້ກິນຢາລະງັບດ້ວຍ

ໄວລັດຕັບບີ
ບຳລຸງຮ່າງກາຍ + ຂີ້ໜີ້ນຊັນ

ໄທຣອຍດ + ໄທລອຍເປັນຜິດ
ຢາບຳລຸງຮ່າງກາຍ + ຂີ້ໜີ້ນຊັນ

‘’ ວັດຖຸກັນເສຍທີ່ຂຽນຂວດຢາ
ເປັນວັດຖຸກັນເສຍທີ່ ບໍ່ເປັນອັນຕະລາຍແຕ່ຢ່າງໃດ

ເຈັບທີ່ຫົວໃຈ ເສັ້ນເລືອດຕີບ
ບຳລຸງຮ່າງກາຍ + ຂີ້ໜີ້ນຊັນ ເປັນເວລາ 1 ປີ ອາການເຈັບໜ້າເອີກຈະຫລາຍໄປ

ຜ່າຕັດມົດລູຸກ
ຄວາມຮູ້້ສຶກຈະຕາຍດ້ານ ຈະຊຸດແລ້ະແກ່ໄວ ສຳລັບຄົນໂສດ ຫາກຮ່າງກາຍບໍ່ສົມບູນໃຫ້ກິນຢາບຳລຸງຮ່າງກາຍກ່ອນ ພໍດີຂື້ນໃຫ້ກິນຫວ້ານຊັກມົດລູກ ແຕ່ຫາກຄົນມີຄອບຄົວໃຫ້ກິນຫວ້ານຊັກມົດລູກ

ພູມແພ້
ບຳລຸງຮ່າງກາຍ + ຂີ້ໜີ້ນຊັນ

ປວດເສັ້ນເອັນ ໜອນຮອງກະດູກກັບເສັ້ນ
ບຳລຸງໂລຫິດ (ຢາບັນເທົາອາການປວດເມື່ອຍ)

ກະເທີຍ
ຫວ້ານຊັກມົດລູກ ສູດ 1 ກິນໄ້ດ້ ຫ້ວ້ານຊັກມົດລູກຈະລວບລວມ ກ້າມເນື້ອໜ້າເອີກໃຫ້ມີເອີກໃຫຍ່ຂື້ນໄດ້
ຕັບແຂງມີອາການທ້ອງບວມ
ຄົງຢູ່ອີກບໍ່ນານ ແຕ່ໃຫ້ກິນຢາບຳລຸງຮ່າງກາຍ + ຂີ້ໜີ້ນຊັນ ຫາກທ້ອງບວມລົດລົງມີໂອກາດຫາຍ

ປວດກະເພາະອາຫານຖ່າຍດຳ
ບຳລຸງຮ່າງກາຍ + ຂີ້ໜີ້ນຊັນ ແລະຄວນກວດວ່າຖ່າຍດຳນັ້ນ ມີເລືອດອອກທີ່ກະເພາະຫລືບໍ່

ຍ່າງໆ ຢູ່ຟຸບລົງໄປ
ເພາະສະໜອງສັ່ງງານຊ້າ ກິນຢາບຳລຸງຮ່າງກາຍ

ໃຫ້ນົມລູກແລ້ວປວດຫລັງຫລາຍ
ບຳລຸງຮ່າງກາຍ

ຄົນສູງອາຍຸ ຍ່າງບໍ່ໄດ້ເຫີງ ມັກປວດຫົວຈີດ ປວດຕາມຕົວດ້ວຍ
ກະຊາຍດຳ + ຂີ້ໜີ້ນຊັນ

ສະຕຣີໄວທອງ
ກິນຫວ້ານຊັກມົດລູກ

ໂລກສະເກັດເງີນ
ຂີ້ໜີ້ນຊັນ + ບຳລຸງຮ່າງກາຍ ຫລີ້ກລ້ຽງຂອງທະເລ ຂອງມັກດອງ ຜັກຄະນາ ກິນນານແດ່ໄດ້ຜົນ
ຕົກຂາວ ກິນຫວ້ານບໍ່ຫາຍ ໃຫ້ກິນພູຄາວ
ໜ້າຕົກກະ ມີຝ້າ ຢາຫວ້ານໜ້າຂາວ
ກິນຫວ້ານ ປວດທ້ອງນ້ອຍ ແຕ່ພໍຢຸດຫວ້ານ ກັບມາປວດອີກ ໃຫ້ກວດພາຍໃນ ອາດມີເນື້ອງອກ ຊີດ ຫລື ຜັງພຶດຫລື ບໍ່ ? ແຕ່ຄົນສ່ວນໃຫຍ່ຈະບໍ່ເປັນ
ກິນຢາບຳລຸງຮ່າງກາຍໃໜ່ໆ ປວດເມື່ອຍເສັ້ນຕຶງ ລຸກບໍ່ຂື້ນ ເພາະຢານີ້ຂະຫຍາຍເສັ້ນເລືອດ ເຮັດໃຫ້ເລືອດໄຫລວຽນແຮງ ພໍກິນຕໍ່ອາການເຫລົ່ານັ້ນຈະຫາຍໄປເອງ
ປະຈຳເດືອນມາບໍ່ຢຸດ ມົດລູກໃຫຍ່ ຫລື ຮັງໄຂ່ຜິດປົກກະຕິ ໃຫ້ກິນພູຄາວຊ່ວຍໄດ້ ແຕ່ຄວນກວດກັບໜໍດ້ວຍ
ຜ່າຕັດເນື່ອງອກປະສາດຕາ ຂີ້ໜີ້ນຊັນ
ຄັນໜັງສີສະ ຜົມລົ່ນຫລາຍ ທັ້ງເວລາຫວີ ແລະ ສະຜົມ ຂີ້ໜີ້ນຊັນ ເຊົ້າ 3 ແລງ 3
ຄົນມັກວິນຫົວ ໜ້າມຶດ ເມື່ອຍງ່າຍ ງ່ວງນອນ ກິນຫວ້ານຊັກມົດລູກ ໄດ້ແຕ່ຕ້ອງກິນນ້ອຍໆ 10-15 ຊີຊີ ພໍຮ່າງກາຍຮັບໄດ້ ຊິນກັບຢາແລ້ວ ອາການມືນຫົວຈະຫາຍໄປ
ຄົນເປັນໄຂ້ - ໄອຫລືເປັນຫວັດ ຫຍຸດຫວ້ານກ່ອນ ຫາຍແລ້ວຄ່ອຍກິນ ບໍ່ມິຂໍ້ສະເໜີນອກຈາກເຮັດໃຫ້ໄຂນັ້ນຫາຍຍາກເທົ່ານັ້ນ
ຄົນມົດລູກຕຳ່ ຄາຊ່ອງຄອດ ຫາກອາຍຸເກີດ 70 ປີແລ້ວ ບໍ່ໄດ້ຜົນ ເພາະເນື້ອເຫຍື້ອໜົດສະພາບແລ້ວ
ຜີວພັນ ຫ່ຽວຢົ້ນ ກິນຫວ້ານ 20 – 25 ຊີຊີ ຈະຕຶງຂື້ນ
ໄອຊຳເຮື້ອ ບຳລຸງຮ່າງກາຍ + ຂີ້ໜີ້ນຊັນ
ກິນພູຄາວແລ້ວ ງ່ວງນອນຫລາຍ ລົດຢາລົງເຄີ່ງນື່ງ ຫາຍງ່ວງແລ້ວຄ່ອຍກິນປົກກະຕິ
ມີຮັງໄຂ່ຂ້າງດຽວຈະກິນຫວ້ານໄດ້ບໍ່ ໄດ້
ກິນຫວ້ານແລ້ວສີວຫລາຍ ໃຫ້ກິນພູຄາວ ແຕ່ຖ້າຫາກສີວບໍ່ຫາຍ ໃຫ້ກິນຫວ້ານຕໍ່
ກິນບຳລຸງ + ຂີ້ໜີຊັນ ບວດຕາມຕີນ ບໍ່ກ່ຽວ.. ແຕ່ໃຫ້ລອງກິນຂີ້ໜີ້ນຊັນຢ່າງດຽວ
ປວດຫົວຮ້າວເຖີງຄໍ ຫລືປວດຄໍລ້າວເທີງຫົວ ບຳລຸງຮ່າງກາຍ ກິນນານແດ່ ຈະຄ່ອຍໆ ຫາຍໄປ
ມີປະຈຳເດືອນ 12 – 15 ວັນ ມົດລູກໃຫຍ່ ກິນຫວ້ານ 10 ຊີຊີ ເຊົ້າແລງ ກິນໄປເລື້ອຍໆ
ມີປະຈຳເດືອນແລ້ວ ເລືອດຫລາຍເປັນລົມ ມັກປວດຫົວເລື້ອຍ ບຳລຸງຮ່າງກາຍ 2025 ປະສົມພູຄາວ 10 – 15 ຊີຊີ
ຄົນສູງອາຍຸ ເສັ້ນສະໜອງປລີ ບຳລຸງຮ່າງກາຍ
ກິນຫວ້ານແລ້ວ ຄັນຊ່ອງຄອດ ມີເຊື້ອລາ ກິນໄປຈະຫລາຍເອງ
ເປັນຝີໃນຕັບ ບຳລຸງຮ່າງກາຍ + ຂີ້ໜີ້ນຊັນ
ຄອດລູກແລ້ວ 3 ເດືອນຈະກິນຢາລົດໄຂມັນໄດ້ບໍ່ ກິນໄດ້ ແຕ່ຢາກິນຄູ່ກັບຫວ້ານ ໃຫ້ກິນຄູ່ກັບບຳລຸງຮ່າງກາຍ ເພາະ ຢາລົດໄຂມັນ ເປັນທາດໄຟ ຫວ້ານກໍ່ມີລິດຮ້ອນ ຫາກກິນຄູ່ກັນຈະຮ້ອນເກີນໄປ
ຍ່ຽວຕະຫລອດ ມົດລູກຕຳ່ກິນຫວ້ານຊັກມົດລູກ
ແສບຄໍ ແລະ ເສຫະ ອາການຮ້ອນໃນ ໃຫ້ກິນຢາບຳລຸງ + ຢາຫອມນຳ້ ເທົ່ານັ້ນ
ເປັນໄຂ້ທັບລະດູ ໃຫ້ກິນຫວ້ານກ່ອນມີປະຈຳເດືອນ + ຢາແກ້ໄຂ
ຕົກຂາວ ແຕ່ພໍກິນຫວ້ານແລ້ວຍີ່ງອອກຫລາຍ ສະແດງວ່າ ນຳ້ເມືອກໃນມົດລູກບໍ່ສະອາດ ເພາະຫ້ວານມີລິດຂັບອອກ ໃກ້ກິນຕໍ່ຈະດີຂື້ນເອງ
ເສັ້ນເລືອດຫົວໃຈຕີບ ຢາບຳລຸງຮ່າງກາຍ
ໄອຊຳເຮື້ອ + ເປັນເບົາຫວ້ານດ້ວຍ ບຳລຸງຮ່າງກາຍ + ຂີ້ໜີ້ນຊັນ
ໄຂມັນໃນເສັ້ນເລືອດສູຸງ ບຳລຸງຮ່າງກາຍ ຫລື ຢາລົດໄຂມັນ ກໍ່ໄດ້

ຄົນເປັນໂລກກະເພາະພໍກິນແລ້ວປວດຫົວ ກິນຢາຫອມນຳ້ແລ້ວ ເໜືອນລົມຈະດີຂື້ນ ໃຫ້ປະສົມນຳ້ ສະແດງວ່າເປັນຄົນຮ້ອນໃນງ່າຍ

ຄົນຜ່າຕັດມົດລູກແລ້ວ ກິນຫຍັງດີ ຫາກຍັງມີເພດສຳພັນ ໃຫ້ກິນຫວ້ານ ແຕ່ບໍ່ມີເລື້ອງນີ້ແລ້ວໃຫ້ກິນຢາບຳລຸງຮ່າງກາຍ

ມົດລູກຕຳ່ ກິນຫຍັງດີ ກິນຫວ້ານ ແຕ່ບໍ່ໄດ້ເຮັດໃຫ້ມົດລູກຂວ້ຳນັ້ນ ຫາຍໄດ້ ພຽງແຕ່ຈະຊ່ວຍອາການເຈັບປວດນັ້ນໄດ້

ປວດຍ໋ຽວຫລາຍແຕ່ກັບຍ໋ຽວບໍ່ອອກ ກິນຢາບຳລຸງຮ່າງກາຍ

ເລີກກິນຢາຄຸມແລ້ວ ບໍ່ມີລູກເລີຍ ກິນຫວ້ານ

ເດັກອາຍຸ 12 – 15 ປີ ເປັນຫອບ ກິນຢາບຳລຸງຮ່າງກາຍ ແຕ່ຖ້າອາຍຸຍັງບໍ່ເຖີງ 10 ປີ ຫອບນັ້ນ ຫາຍແນ່ນອນ ແຕ່ຍັງຖືວ່າມີໂອກາດຢູ່ ແຕ່ອາການຫອບນັ້ນ ລົດລົງແນ່ນອນ

ເປັນໄຂ້, ຫວັດ, ໂລກໄຕ ບຳລຸງເທົ່ານັ້ນ ບໍ່ເໜາະກິນຫວ້ານ

ມີອາການ 3 ວັນ ດີ 4 ມື້ໄຂ້ ຢາບຳລຸງຮ່າງກາຍຢາຫອມ

ເປັນຝ້າ ຜີວແຫ້ງ ກິນຫວ້ານ 10 – 15 ວັນ ຈະເບັງບານຂື້ນ

ປວດປະຈຳເດືອນ(ທຸກກໍລະນີ) ກິນຫວ້ານຫາຍ ຮ້ອຍລະ 85 – 90 ຄົນ ທີ່ບໍ່ຫາຍປຶກສາຫາລືກັບໜໍຫາສາເຫດ

ຕົກຂາວມີເຊື້ອລາໃນຊ່ອງຄອດ ກິນຫວ້ານຮ້ອຍລະ 80-90 ໂລກນີ້ບໍ່ຫາຍຂາດ ຫາກທຳງານໜັກ ເຈັບທ້ອງ ແລະ ຈະຕົກຂາວທັນ

ລາຍແຕກໜ້າທ້ອງ ຮອຍໜ້າທອງຫລັງຜ່າຄອດບຸດ ກິນຫວ້ານຫາຍໜົດ

ຊ່ອງຄອດບໍ່ກະຊັບ ຄືຊ່ອງຄອດມີເນື້ອເຫຍື້ອຢື່ນຕົວຫ້ອຍອອກມາ ມີກີ່ນ ຂາດຄວາມຮູ້ສຶກທາງເພດໄປ ຫວ້ານຈະລວບລວມເນື້ອເປັນກຸ່ມ ເຮັດໃຫ້ກະຊັບເຂົ້າໄປ ຄືການທຳຣີແພ ຊື່ງເຮັດໃຫ້ຂາດຄວາມຮູ້ສຶກທາງເພດໄປ ແຕ່ກິນຫວ້ານສ້າງສົມດູນ ໃຫ້ເລື້ອງເພດສຳພັນ ສົມບູນແທ້ໆ ກຳຈັດກິ່ນດວ້ຍ ເຫລົ່ານີ້ຈິງຮຽກວ່າ ຫວ້ານຂອງໜໍເສັງຄົບອົງປະກອບ

ຄົນເລືອດໜ້ອຍ ເພຍ ວີນຫົວ ປວດມົດລູກ ກິນຫວ້ານແລ້ວມືນຫົວ

ມີລູກຍາກ ເທົ່າທີ່ເກັບຂໍ້ມູນມາ ຫວ້ານເຮັດໃຫ້ມລູກໄດ້ ເພາະເມື່ອກິນແລ້ວ ອາລົມການມີເພດສຳພັນສົມບູນເຕັມທີ່ ປາກມົດລູກເປີດ ເຮັດໃຫ້ຮັບນຳ້ເຊື່ອງ່າຍ

ເປັນໂລກຕັບແຂງ ບຳລຸງຮ່າງກາຍ + ຂີ້ໜີ້ນຊັນ

ເປັນມະເຮັງທີ່ກະເພາະອາຫານ ກິນຢາບຳລຸງ + ຂີ້ໜີ້ນຊັນ+ ຢາໂຮງພະຍາບານ

ປວດຫລັງ
ເພາະຄອດລູກແລ້ວ ບລອກຫລັງ ຫລື ມົດລູກຕຳ່ ມີອາການອັກເສບ ກິນຫວ້ານກ່ອນແລ້ວຕາມດ້ວຍບຳລຸງ

ເວົ້າແລ້ວເມື່ອຍ
ໂລກຫົວໃຈ ກິນຢາບຳລຸງຮ່າງກາຍ

ຄົນສູງອາຍຸ ຍ່ຽວບໍ່ສຸດ
ກິນຢາບຳລຸງຮ່າງກາຍຫລື ກະຊາຍດຳ

ຄົນທີ່ມືສັ່ນ (ໂລກຫົວໃຈ ຫລື ສະໜອງ)
ຢາບຳລຸງຮ່າງກາຍ

ແຜກົດທັບ ແຜຊຳເຮື້ອ ແຜເບົາຫວານ
ຂີ້ໜີ້ນຊັນ

ຈະແນະນຳຫວ້ານ ຕ້ອງຖາມກ່ອນມີບັນຫາເລື້ອງມົດລູກບໍ່ ຫລື ພົບວ່າຄົນໄວທອງ
(ມັກບົກຜ່ອງເລື້ອງເພດທຸກຄົນ ໂດຍສະເພາະນຳ້ລໍລື້ນບໍ່ມີ )


ຜະລິດຕະພັນຢາໜໍເສັງບໍ່ມີປະສົມເຫລົ້າ ບໍ່ມີສານລິດເຕີລອຍ ມີໃບທະບຽນການຢາ ແລະ ອ.ຍ ຖຶກຕ້ອງຕາມກົດໜາຍ ທຸກຊົນຊົ້ນ ສາດສະໜາກໍ່ສາມາດກິນໄດ້ ບໍ່ມີຜົນຂ້າງຄຽງ ທີ່ສຳຄັນ ຜ່ານການທົດສອບໃຊ້ມາແລ້ວຫລາຍຄົນເຫັນວ່າໄດ້ຜົນແລ້ວມາຈິງ
ແນະນຳໃຫ້ທ່ານໃຊ້ ເພື່ອສຸຂະພາບຄອບຄົວ ຍາດພີ່ນ້ອງຂອງທ່ານ ຂ້າພະເຈົ້າ ທອງຈັນ ພົນທະຈັກ ຍິນດີໃຫ້ຄຳປຶກສາຟຮີ ຫລື ທ່ານ ຕ້ອງການທົດລອງໃຊ້ຜະລິດຕະພັນ ສາມາດຕິດຕໍ່ຂ້າພະເຈົ້າ ໂດຍກົງ ໂທຣ: 856 020 55670662, 55539826, 55673890
Email: khamla2000@hotmail.com

วันเสาร์ที่ 21 สิงหาคม พ.ศ. 2553

ທຳທຸລະກິດ MLM ຕ້ອງການຄົນກຸ່ມໃດ?


ກຸ່ມປະເພດທຸລະກິດທີ່ເຮົາຕ້ອງການມາຮ່ວມທຸລະກິດເຄື່ອຂ່າຍ

Understand kind of business and target group?

ທຳທຸລະກິດ MLM ຕ້ອງການຄົນກຸ່ມໃດ?

ສະບາຍດີຂ້ອຍທອງຈັນ ພົນທະຈັກ ຜູ້ນຳໃນທຸລະກິດ MLM ວັນນີ້ຂ້ອຍຈະມາປ່ຽນແປງການທຳທຸລະກິດ MLM ໃຫ້ຖຶກຕ້ອງແລະຈະເຮັດໃຫ້ເຈົ້າຮັກ ແລະຫລົງໄຫລໃນການທຳທຸລະກິດ.

ກ່ອນອື່ນຂ້ອຍຢາກໃຫ້ເຈົ້າເຂົ້າໃຈປະເພດທຸລະກິດແລະກຸ່ມເປົ້າໜາຍໃນຫົວຂໍ້
(Understand kind of business and target group?

ວິທີຄົ້ນຫາກຸ່ມເປົ້າໜາຍໃນການທຳທຸລະກິດ MLM ໃຫ້ຖຶກຕ້ອງໃນການທຳທຸລະກິດບໍ່ວ່າຈະເປັນທຸລະກິດປະເພດໃດກໍ່ຍ່ອມມີສີນຄ້າແລະ product , ຜະລິດຕະພັນແຕ່ລະຊະນິດກໍ່ຍ່ອມມີກຸ່ມການຕະຫລາດທີ່ແຕກຕ່າງກັນ ຍົກຕົວຢ່າງເຊັ່ນ:
ມືຖືກໍ່ຈະມຸ່ງໄປທີ່ກຸ່ມໄວຫລຸ້ນ ຄົນຫລຸ້ນໃໜ່ ເພາະເປັນກຸ່ມທີ່ໃຊ້ໂທລະສັບ ແລະກໍ່ປ່ຽນໂທລະສັບເລື່ອຍໆ ດັ່ງນັ້ນວິທີການທຳການຕະຫລາດຈະຕ້ອງໃຫ້ເປັນທີ່ສົນໃຈຂອງກຸ່ມນີ້ ອີກຕົວຢ່າງນື່ງກໍ່ຄື ລົດຍົນ ບໍ່ວ່າຈະເປັນ BMW, NISSAN, TOYATO ອື່ນໆ ກໍ່ມີກຸ່ມເປົ້າໜາຍທີ່ບໍ່ເໜືອນກັນ. ດັ່ງນັ້ນ ຫລັກການໃນການໂຄສະນາການຕະຫລາດຈິງແຕກຕ່າງກັນເພື່ອໃຫ້ຕອບສະໜອງກັບຄວາມຕ້ອງການກັບ
ກຸ່ມເປົ້າໜາຍຂອງຕົນໃຫ້ຫລາຍທີ່ສຸດ. ແລ້ວທຸລະກິດເຄື່ອຂ່າຍ MLM ຕ້ອງການຄົນກຸ່ມໃດຫລາຍທີ່ສຸດ ອາດເຄີຍໄດ້ຍິນວ່າໃຜໆ ກໍ່ສາມາດທຳທຸລະກິດເຄື່ອຂ່າຍທຸກເພດ ທຸກໄວ ຕັ້ງແຕ່ດອກເຕີ ທະຫານຕຳຫຼວດ ພໍ່ແມ່ນັກຮຽນ ນັກສຶກສາ ປັນຍາຊົນ
ແມ້ກະທັ້ງຄົນຕົກງານ ຈົນທຳໃຫ້ຄ້ດວ່າທຸກຄົນຄື ກຸ່ມເປົ້າໜາຍ ຂໍພຽງແຕ່ຢາກທຳກໍ່ສາມາດສຳເລັດໄດ້ ໃຜກໍ່ທຳໄດ້ທັ້ງນັ້ນ . ສະນັ້ນເຈົ້າກໍ່ເລີຍທຳການຕະຫລາດແບບຫາຄົນໄປທົ່ວ ເພື່ອໃຫ້ຄວບຄຸມກັບທຸກໆກຸ່ມ ຫາໃຜຈັກຄົນທີ່ພ້ອມຈະຈ່າຍ ພ້ອມທີ່ຈະລົງທືນ ແລະອີກຢ່າງໜື່ງ ກໍ່ແລ່ນໄລ່ລ່າຄົນອ້ອມໆຂ້າງ ເຮົາຄິດວ່າທຸລະກິດເຄື່ອຂ່າຍເໜາະສົມກັບເຂົາຫລາຍທີ່ສຸຸດ
ກ່ອນທີ່ເຂົາຈະມີເວລາໄປຄິດໄຕ່ຕອງ ໂດຍບໍ່ຮູ້ວ່າຕົວເຂົານັ້ນ ສາມາດທຳທຸລະກິດໄດ້ຈິງຫລືບໍ່? ວິທີການນີ້ກໍ່ຄື
ການປິດການຂາຍທີ່ມັນບໍ່ເວີກ (work) ເລີຍ! ເພາະວ່າການປິດການຂາຍຈຳເປັນຈະຕ້ອງທຳຢູ່ແລ້ວ ພຽງແຕ່ວ່າວິທີການທີ່ເຈົ້າທຳ ຫລື ເຄີຍທຳຢູ່ນັ້ນຈະເປັນລັກສະນະ
ໂກຍຄົນເຂົ້າມາຫລາຍໆ ບໍ່ໄດ້ເບີ່ງທີ່ຄຸນນະພາບຂອງຄົນ. ເມື່ອເຈົ້າສ້າງເຫດແບບນີ້ໄວ້. ສະນັ້ນກໍ່ຈະພໍເວົ້າໄດ້ວ່າ:
ເຈົ້າໄດ້ພຽງປະລິມານຄົນ ແຕ່ປະສິດທິພາບບໍ່ຫລາຍ ເພາະຄົນທີ່ເຂົ້າມາທຳທຸລະກິດນ້ອຍຫລາຍ ເຂົາອາດຈະເຂົາມາເພາະຕົວຂອງເຈົ້າ. ບໍ່ແມ່ນເພາະການຕັດສີນໃຈຂອງເຂົາ ເພາະເຂົາເຂົ້າມາເພາະອາລົມຕ້ອງການຄວາມສຳເລັດຊົ່ວຄັ້ງ ຊົ່ວຄາວເທົ່ານັ້ນ. ດັ່ງນັ້ນ ອັດຕາສ່ວນຂອງຄົນທີ່ຫລົ້ມເລີກ ຫລືວ່າ ເລີກທຳ ແລະອອກຈາກທຸລະກິດຈີງສູງຫລາຍ ແລະ ນີ້ຄືເຫດຜົນນື່ງ
ທີ່ເຮັດໃຫ້ຄົນບໍ່ມັກທຸລະກິດເຄື່ອຂ່າຍ ແລະເຊື່ອວ່າ ມັນເປັນທຸລະກິດທີ່ຫລອກຫລວງ ພວກຂາຍຝັນ ບໍ່ມີທາງສຳເລັດໄດ້ແທ້ດ໋ອກ ເພາະຄົນສຳເລັດນ້ອຍຫລາຍ ຈິງເຮັດໃຫ້ເຮົາບໍ່ສາມາດສະປອນເຊີຄົນໄດ້ຈິງໆ ເພາະມັນເໜືອນກັບຖັງນຳ້ຮົ່ວ ທີ່ເຈົ້າເຕີມນຳ້ເທົ່າໃດກໍ່ບໍ່ມີທາງເຕັມເພາະທຸກຄັ້ງທີ່ເຕີມນຳ້ມັນກໍ່ຈະໄຫລອອກທຸກຄັ້ງ.
ສະນັ້ນ ວັນນີ້ ເຖີງເວລາແລ້ວທີ່ເຈົ້າຈະປະຕິວັດຄວາມຄິດ ຍົກລະດັບຄວາມຄິດ ຕາມທັດສະນະຄະຕິແບບໃໜ່
ໃນການທຳທຸລະກິດ MLM ໄດ້ແລ້ວ ຈົ່ງເບີ່ງທຸລະກິດນີ້ໃຫ້ເປັນເໜື່ອນທຸລະກິດທຸລະກິດທົ່ວໄປ.
ຖ້າຫາກວ່າເຈົ້າເປັນຜູ້ບໍລິຫານທຸລະກິດຫຍັງກໍ່ຕາມເຈົ້າກໍ່ຕ້ອງເລືອກຄົນທີ່ມີຄຸນນະພາບ ຕ້ອງການຄົນເກັ່ງເຂົ້າມາຮ່ວມງານ ຕ້ອງການຄົ້ນທີ່ມີຄວາມມຸ່ງໜັ້ນໃນການທຳງານແມ່ນບໍ່?
ດັ່ງນັ້ນທຸລະກິດ MLM ກໍ່ເຊັ່ນດຽວກັນ ກຸ່ມເປົ້າໜາຍທີ່ຕ້ອງການຈິງໆ ໃນການທຳທຸລະກິດ MLM ມີພຽງແຕ່ສອງປະເພດເທົ່ານັ້ນຄື:
1. ປະເພດຄົນທີ່ເຈົ້າຕ້ອງການ ຄືຄົນທີ່ຈິງໃຈ ຄົນທີ່ຍອມຮຽນຮູ້ ມີສັດຈະຍະພາບ
2. ປະເພດຄົນທີ່ເຂົາຕ້ອງການທຳທຸລະກິດຢູ່ແລ້ວ ຕ້ອງການຈະໃຊ້ຜະລິດຕະພັນຢູ່ແລ້ວ ແລະຍົກຕົວຢ່າງເຊັ່ນ:
ຄົນທີ່ເຄີຍທຳທຸລະກິດມາກ່ອນ ມີປະສົບການມາແລ້ວ ກຳລັງຊອກຫາໂອກາດໃນການທຳທຸລະກິດ ຄົນທີ່ຕ້ອງການ
ວິທີທຳໃຫ້ເຂົາສຳເລັດ ຄົນທີ່ຕ້ອງການຜົນລັບຈາກຜະລິດຕະພັນ ຄົນທີ່ຊອກຫາລາຍໄດ້ເພີ້ມ ເຈົ້າຈະເຫັນວ່າ
ທັງສອງກຸ່ມນີ້ເປັນໃຜກໍ່ໄດ້ ບໍ່ໄດ້ກ່ຽວຂ້ອງກັບອາຍຸ ສຶກສາອາຊີບ ເຊີ່ງອາດຈະບໍ່ແມ່ນຍາດພີ່ນ້ອງ ຄົນໃກ້ຕົວ ຫລືວ່າ
ເພື່ອນຊະນິດຂອງເຈົ້າເລີຍ ແຕ່ສີ່ງທີ່ຄົນສອງກຸ່ມມີເໜືອນກັນກໍ່ຄື ຄວາມມຸ່ງໜັ້ນຢ່າງແຮງກ້າ ທີ່ຈະສຳເລັດແລ້ວ ແລະເຂົາເປັນຄົນເລືອກທີ່ຈະຕັດສີນໃຈ ທຳເອງ ຄົນແບບນີ້ພ້ອມທີ່ຈະຮຽນຮູ້
ແລະປ່ຽນແປງບາງສີ່ງ ບາງຢ່າງເພື່ອໃຫ້ໄດ້ມາເຊີ່ງເປົ້າໜາຍຂອງເຂົາເອງ
ດັ່ງນັ້ນ ເຮົາຈະບໍ່ເຈີຄຳປະຕິເສດຂອງຄົນທັ້ງສອງກຸ່ມນີ້ເລີຍ ເຈົ້າເຫັນເລີຍວ່າແຕກຕ່າງຈາກການທຳທຸລະກິດ MLM ແບບເດີມທີ່ມຸ່ງໄປທີ່ທຸກໆຄົນຕະຫລອດ 360 ອົງສາ ອ້ອມຕົວຂອງເຂົາເຈົ້ານັ້ນຄືຜູ້ມຸ່ງຫວັງ ແຕ່ເລືອກສະເພາະຄົນ
ທີ່ເໜາະສົມເທົ່ານັ້ນ ເພາະສີ່ງສຳຄັນເຮົາບໍ່ໄດ້ໄປຢັດຢຽດໃຫ້ກັບເຂົາ ເຖີງແມ່ນວ່າເຮົາຈະຫວັງດີ ຫລືວ່າ ເຈດຕະນາດີ
ແຕ່ເປັນຫຍັງເຂົາຈິງບໍ່ຮັບ
ຄຳຕອບງ່າຍໆກໍ່ຄື ເຈົ້າໄປໃຫ້ໃນສີ່ງທີ່ເຂົາບໍ່ຕ້ອງການ ເຂົາບໍ່ຕ້ອງການສີ່ງທ່ີ່ເຈົ້າໃຫ້ເລີຍ. ສະນັ້ນເຂົາປະຕິເສດແນ່ນອນ
ເມື່ອເຮົາມາພິຈາລະນາຄົນສອງກຸ່ມເປົ້າໜາຍທີ່ເຮົາຕ້ອງການ ເຮົາກໍ່ບໍ່ຈຳເປັນອອກໄປໄລ່ລາຄົນອີກຕໍ່ໄປ
ສະນັ້ນ ງານຂອງເຈົ້າພຽງແຕ່ຊີ້ແນວທາງທີ່ເຂົາຕ້ອງການຈິງໆ
(Knowledge and how to )
ບໍ່ວ່າຈະເປັນເລື້ອງຄວາມຮູ້ຕ່າງໆ ວິທີການແກ້ໄຂບັນຫາທີ່ເຂົາກັງວົນຢູ່ແລະ ຕ້ອງການຄວາມສຳພັນລະຫວ່າງເຈົ້າກັບເຂົາ
ໃຫ້ຫລາຍຂື້ນ ເມື່ອເຂົາໄດ້ຄຳຕອບ ແລະ ເລີ້ມສັດທາໃນຕົວເຈົ້າເທົ່ານັ້ນ ໃນບໍຊ້າເຂົາກໍ່ຈະມາຮ່ວມທຸລະກິດ ຫລືວ່າ
ຊື້ຜະລິດຕະພັນກັບເຈົ້າ ແນ່ນອນ ໂດບທີ່ເຈົ້າບໍ່ຕ້ອງອອກໄປໄລ່ລ່າເຂົາເລີຍ ປຽບສະເໜືອນເຈົ້າເປີດຮ້ານຂາຍຢາ ເມື່ອເຂົາຕ້ອງການຢາເຂົາກໍ່ຈະເດີນເຂົ້າມາຫາເຈົ້າ ເອງກໍ່ພຽງເຈົ້າມີສ່ີ່ງທີ່ເຂົາຕ້ອງການເທົ່ານັ້ິນເອງ ແລະອີກຢ່າງນື່ງ
ທີ່ຢາກຈະຝາກໃວ້ ເຈົ້າບໍ່ແມ່ນນັກຈິດຕະແພດ ຫລືວ່ານັກປ່ຽນ
ທັດສະນະຄະຕິຄົນ ຢ່າໃຊ້ເວລາກັບຄົນທີ່ບໍ່ແມ່ນ ຢ່າພະຍາຍາມໂນ້ມນ້າວເຂົາໃຫ້ປ່ຽນແປງແນວຄິດ ຈາກຄົນທີ່ບໍ່ມັກເຄື່ອຂ່າຍ ໃຫ້ເຂົາໃຈຜິດທຸລະກິດເຄື່ອຂ່າຍໃນລະດັບໜື່ງ ຫລື ແມ້ກະທັ້ງ ຄົນຢ້ານການທຳທຸລະກິດລວຍ ລວຍ ເພື່ອໃຫ້ເຂົາມີ
ແນວຄິດແບບດຽວຄືກັນກັບເຈົ້າ
ເພາະເຈົ້າບໍ່ມີເວລາຫລາຍພໍ ແລະອາດບໍ່ມີຄວາມສາມາດຂະໜາດນັ້ນ ເຈົ້າອາດຈະຕ້ອງເສຍທັ້ງເວລາ ແລະ ເສຍທັ້ງ
ຄວາມຮູ້ສຶກດີໆທີ່ເຄີຍມີຕໍ່ກັນ ຈົ່ງໃຊ້ເວລາຄົ້ນຫາຄົນທີ່ເໜາະສົມຈິງສຳລັບເຈົ້າ ເພາະຈະທຳໃຫ້ເຈົ້າໄດ້ທັ້ງປະລິມານ ແລະ ຄຸນນະພາບໃນການທຳທຸລະກິດ. ດັ່ງນັ້ນ, ຂ້ອຍເຊື່ອວ່າຍັງມີຜູ້ຄົນທີ່ເປັນຜູ້ນຳ ແລະ ເອົາຈິງໃນການທຳທຸລະກິດມີຈຳນວນຫລວງຫລາຍໃນໂລກໃບນີ້ທີ່ຈະລໍຄອຍໂອກາດຈາກເຈົ້າທຸກໆຄົນ
ໂດຍສະເພາະຄົນ online ໃນໂລກໄຊເບີ ໃນ internet ຍັງມີອີກຫລາຍນັບເປັນລ້ານໆຄົນ ເຈົ້າຈະພົບວ່າ
ສຸດທ້າຍ ຖ້າເຈົ້າທຳງານຖຶກວິທີ ຖຶກຕ້ອງ ແລະ ຖຶກທາງ ເຈົ້າຈະພົບວ່າຕົວເຈົ້າ ສາມາດເລືອກໄດ້ເລີຍວ່າ
ຈະໃຫ້ໃຜມາຮ່ວມທຸລະກິດກັບເຈົ້າ ແລະ ຄົນທີ່ຝ່າຍປະຕິເສດຈາກແຕ່ກ່ອນເຂົາເຫລົ່ານັ້ນ ຫລື ຜູ້ມຸ່ງຫວັງຂອງເຈົ້າ
ມັນກົງກັນຂ້າມ ເພາະຄົນທີ່ມີສິດປະຕິເສດຄືຕົວຂອງເຈົ້າແທນ.
ສຸດທ້າຍຢ່າຕົກກຂະບວນຄວາມສຳດເລັດຂອງເຮົາ ເນື້ອຫາຂໍ້ມູນຈະເຂັ້ມຂຸ້ນເລື້ອຍໆ ໃນຫົວຂໍ້ຕໍໄປ
ຈະເປັນເລື້ອງຫຍັງ ນັ້ນໂປດຕິດຕາມຕອນຕໍ່ໄປ ສຳລັບວັນນີ້ຂອບໃຈທີ່ຕິດຕາມ ແລະ ພ້ອມຮັບອ່ານໃໜ່ໃນຫົວຂໍ້ທັດໄປ
ສະບາຍດີ

ແດ່ຄວາມສຳເລັດຂອງເຈົ້າ…
ທອງຈັນ ພົນທະຈັກ
ນັກທຸລະກິດມືອາຊີບ ປະສົບການເຄືອຂ່າຍ 3 ປີ, ອາຈານສອນ 8 ປີ , ທະນາຄານ 2 ປີ
ຍິນດີໃຫ້ຄຳປຶກສາ
www.thonchanh.wordpress.com
www.thongchanhtoglobal.blogspot.com

ໂທຣ: 856 020 55670662