ค้นหาบล็อกนี้

วันอาทิตย์ที่ 17 ตุลาคม พ.ศ. 2553

ຊີວິດຄືການລົງທືນ


ຊີວິດຄືການລົງທືນ

ສະບາຍດີວັນນີ້ຂ້ອຍຢາກຈະບອກວ່າ “ ຍີ່ງເຈົ້າລົງທືນກັບຕົວເອງຫລາຍເທົ່າໃດ ກໍ່ຍີ່ງເຮັດໃຫ້ທຸລະກິດຂອງເຈົ້າປະສົບຄວາມສຳເລັດຫລາຍເທົ່ານັ້ນ”
ຈາກປະສົບການ ການທຳທຸລະກິດເຄືອຂ່າຍມາຫລາຍປີ ຂ້ອຍໄດ້ຮຽນຮູ້ຈາກຜູ້ປະສົບຄວາມສຳເລັດຫລວງຫລາຍແລະໜື່ງໃນສີ່ງທີ່ຂ້ອຍໄດ້ຮຽນຮູ້ ຊຳ້ແລ້ວຊຳ້ອີກກໍ່ຄື
ການລົງທືນກັບຕົວເອງ ໃນເລື້ອງຂອງການພັດທະນາຕົວເອງ ເພາະເຈົ້າຈະດຶງດູດຜູ້ຄົນ ບໍ່ວ່າຈະເປັນລູກຄ້າ ຜູ້ມຸ່ງຫວັງ ຫລື ຕົວແທນຈຳໜ່າຍກໍ່ຕາມ ຕ່າງຖຶກດຶງດູດເພາະຄຸນຄ່າໃນຕົວເຈົ້າ
ດັ່ງນັ້ນ, ຍີ່ງເຈົ້າພັດທະນາຄຸນຄ່າໃນຕົວເຈົ້າຫລາຍເທົ່າໃດ ທຸລະກິດຂອງເຈົ້າກໍ່ຈະປະສົບຄວາມສຳເລັດຫລາຍເທົ່ານັ້ນ ເຈົ້າ ດຶງດູດຜູ້ຄົນເຂົ້າມາໃນທຸລະກິດຂອງເຈົ້າ ເພາະຄຸນຄ່າໃນຕົວເຈົ້າ ບໍ່ແມ່ນຜົນລັບທີ່ເຈົ້າສະແດງ
ຮຽນຮູ້ທີ່ຈະເພີ້ມຄຸນຄ່າໃຫ້ກັບຕົວເອງ ແລະ ໃຫ້ຄຸນຄ່າກັບຜູ້ອື່ນ ຫລາຍກວ່າທີ່ຈະຄິດເຖີງແຕ່ສີ່ງຕອບແທນ
ແລ້ວເຮົາຈະເພີ້ມຄຸນຄ່າກັບໂຕເອງແນວໃດ? “ ຈົ່ງຮຽນຮູ້ເດີ””
TIP:
• .ໃຊ້ເວລາຢ່າງໜ້ອຍ 30 ນາທີ\ວັນ ກັບການອ່ານໜັ່ງສື, ຟັງ CD, ເບີ່ງ VCD DVD ກ່ຽວກັບການພັດທະນາໂຕເອງຢ່າງສະໜໍ່າສະເໜີ ຂ້ອຍຢືນຢັດວ່າມັນຈະເຮັດໃຫ້ເກີດຄວາມແຕກຕ່າງຢ່າງແນ່ນອນ ເພາະມັນເຄີຍເກີດຂື້ນກັບຂ້ອຍມາແລ້ວ… ຂ້ອຍກາລັນຕີ!!!
• ຢຸດ ! ຮັບຂໍ້ມູນຂ່າວສານຕ່າງໆ ທີ່ເປັນຄວາມຄິດດ້ານລົບກັບຕົວເຈົ້າເອງ ໂດຍສະເພາະປັດຈຸບັນ ຂໍ້ມູນຂ່າວສານຕ່າງໆ ຖຶກແຜ່ຫລາຍໄປຢ່າງວ່ອງໄວ ບໍ່ວ່າຈະເປັນເລື້ອງລາວເສດຖະກິດ ການເມືອງ ເພາະມັນບໍ່ພຽງແຕ່ບໍ່ມີປະໂຫຍດ ແຕ່ມັນເຮັດກັບເຮັດໃຫ້ເຈົ້າທົດຖອຍລົງຫລາຍຂື້ນດ້ວຍ
• ແນ່ໃນວ່າຄົນ ທີ່ຢູ່ອ້ເປັອ້ອມຂ້າງເຈົ້າ ສ່ວນໃຫຍ່ເປັນຜູ້ປະສົບຄວາມສຳເລັດຫລາຍກ່ວາ ຜູ້ປະສົບຄວາມຫລົ້ມເຫລວ ເພາະວ່າຍີ່ງເຈົ້າຢູ່ໃກ້ຜູ້ທີ່ປະສົບຄວາມສຳເລັດ ເຈົ້າກໍ່ດຶງຜູ້ຄົນທີ່ມີຄວາມຄິດດ້ານບວກ ແຕ່ຫາກເຈົ້າຢູ່ໃນສະພາບແວດລ້ອມທີ່ເຕັມໄປດ້ວຍຜູ້ປະສົບຄວາມຫລົ້ມເຫລວ ເຈົ້າກໍ່ຈະດຶງດູດຜູ້ທີ່ມີຄວາມຄິດດ້ານລົບສະເໜີ
• ຈົ່ງຢູ່ເທີງເສັ້ນທາງທີ່ນຳເຈົ້າໄປສູ່ຄວາມສຳເລັດສະເໜີ ເພາະນັ້ນເປັນສີ່ງທີ່ຢືນຍັນວ່າເຈົ້າຈະໄປເຖີງຈຸດໜາຍປາຍທາງທີ່ເຈົ້າຕ້ອງການຢ່າງແນ່ນອນ
• ທ້າຍສຸດ ສຸດທ້າຍນີ້ ຫາກມີເຈົ້າມີຄວາມຄິດເຫັນຫຍັງ ຂໍໃຫ້ສະແດງຄວາມຄິດເຫັນໄດ້ຕາມໃຈປາຖະໜາໃນກ່ອງຄອມເມັນຂ້າງລຸ່ມນີ້ ແລະຫາກບົດຄວາມນີ້ເປັນປະໂຫຍດກັບເຈົ້າ ຢ່າລືມທຳສີ່ງດີໆ ດວ້ຍການແບ່ງປັນໃຫ້ເພື່ອນໆຂອງເຈົ້າໄດ້ຮັບຊາບ
•
• ບໍ່ມີໃຜຈະໃສ່ໃຈເຈົ້າ ຈົນກ່ວາເຈົ້າຈະໃສ່ໃຈເຂົາກ່ອນ
• ແດ່ຄວາມສຳເລັດຂອງເຈົ້າ…
• ທອງຈັນ ພົນທະຈັກ
• ນັກທຸລະກິດເຄື່ອຂ່າຍ

HOW TO RECRUITE NEW PEOPLE TO MLM

ສະບາຍດີ ວັນນີ້ ວັນຂ້ອຍມາໃຫ້ຫົວຂໍ້ ວິທີຊະນະໃຈຜູ້ມຸ່ງຫວັງ ກຸນແຈສູ່ຄວາມສຳເລັດໃນທຸລະກິດເຄືອຂ່າຍ ເຈົ້າເຄີຍຖາມຕົວເອງແດ່ບໍ່… ວ່າເປັນຫຍັງຕ້ອງຊະນະໃຈຜູ້ມຸ່ງຫວັງຂອງເຈົ້າໃຫ້ໄດ້ ຫລື ແຕ່ລະມື້ໆ ເຈົ້າເອົາແຕ່ຄິດວ່າ ເຮັດແນວໃດຈະຂາຍຂອງໄດ້ ເຮັດແນວໃດຈະປິດຮັບສະໜັກໄດ້ ເຮັດແນວໃດຈະໄດ້ຂື້ນຕຳແໜ່ງ ຂ້ອຍຈະບອກຄວາມລັບໃຫ້ເຈົ້າຢ່າງໜື່ງ
ການຊະນະໃຈຜູ້ມຸ່ງຫວັງ = ຄວາມສຳເລັດສູງສຸດໃນການທຳທຸລະກິດເຄືອຂ່າຍ ຂ້ອຍຂໍບອກກຸນແຈສູ່ການເອົາຊະນະໃຈຜູ້ມຸ່ງຫວັງໃຫ້ກັບເຈົ້າ ເພາະໃຜໆກໍ່ຢາກຊະນະໃນຜູ້ມຸ່ງຫວັງ ຍ້ອນວ່າການຊະນະໃຈຜູ້ມຸ່ງຫວັງ ເຈົ້າສາມາດຂາຍຫຍັງກໍ່ໄດ້ ບໍ່ວ່າເຈົ້າຢາກຈະຂາຍສີນຄ້າ ຢາລົດນຳ້ໜັກ ເຈົ້າຢາກຈະຂາຍໂອກາດທາງທຸລະກິດ ເພາະການທຳທຸລະກິດເຄືອຂ່າຍຄືການທຳງານກັບຄົນ
ມື້ນີ້ຄວາມລັບທີ່ຂ້ອຍຢາກຈະບອກກັບເຈົ້າ ມັນບໍ່ແມ່ນຄວາມລັບຫຍັງທີ່ຕ້ອງປິດບັງກັນໃວ້ພຽງແຕ່ວ່າ ອາດຈະບໍ່ມີສອນເຈົ້າໃນແບບນີ້ ເພາະວ່າສີ່ງນີ້ເປັນສີ່ງ ທີ່ຂ້ອຍຄິດຂື້ນເອງຈາກການທຳທຸລະກິດເຄືອຂ່າຍມາຫລາຍປີ ແລ້ວກໍ່ຄິດສະເອະໃນຂື້ນມາຈິງໆແລ້ວການເອົາຊະນະໃຈຜູ້ມຸ່ງຫວັງ ມັນບໍ່ຢາກເລີຍ ປົກກະຕິເວລາທີ່ເຈົ້າຮຽນຮູ້ໃນການສະປອນເຊີຜູ້ມຸ່ງຫວັງກໍ່ຈະມີສະເຕັບໃນການເວົ້າຄື ຂໍ້ໜື່ງຕ້ອງເວົ້າແບບນີ້ ຂໍ້ສອງຕ້ອງເວົ້າແບບນີ້ ຂໍ້ສາມຕ້ອງເວົ້າແບບນີ້ ເປັນ Pattern ເລີຍແມ່ນບໍ່?
ສະເຕັບທຳອິດເປີດໃຈ, ສະເຕັບທີ່ສອງເວົ້າເລື້ອງບໍລິສັດ ສີນຄ້າ ແຜນ ສຸດທ້າຍກໍ່ປິດການຂາຍ ແລ້ວກໍ່ຕອບຂໍ້ໂຕ້ແຍ້ງຖຶກບໍ່? ແຕ່ບາງຄັ້ງການທີ່ຕອບຂໍ້ໂຕ້ແຍ້ງເຈົ້າກໍ່ອາດຈະຂາດໃນລັກສະນະຄະຕິ ທັດສະນະແບບເດີມໆ ກັບຜູ້ມຸ່ງຫວັງຂອງເຈົ້າ. ສະນັ້ນຂ້ອຍຢາກໃຫ້ເຈົ້າລືມ Pattern ຕ່າງໆ ກໍ່ຄືເຮົາສາມາດປະຍຸກໃຊ້ ເພາະຄວາມສຳເລັດມັນເລີ້ມຕົ້ນຈາກຄວາມຄິດ ແລ້ວຄວາມຄິດທີ່ດີກໍ່ຄືຄວາມຄິດທີ່ແຕກຕ່າງແລະເຮັດໃຫ້ດີກ່ວາ ເພາະເຮົາສາມາດມີຕົ້ນແບບ ມີ Pattern ໃນການດຳເນີນທຸລະກິດຕາມຜູ້ນຳ ຕາມອັບໄລຣ ຕາມຄວາມຄິດຂອງເຂົາເຈົ້າ ເຈົ້າອາດຈະເຮັດຕາມເຂົາ ແຕ່ເຈົ້າຈຳເປັນຈະຕ້ອງປັບປະຍຸກໃຫ້ເຂົ້າກັບເຈົ້າກ່ອນເດີ ນັ້ນກໍ່ຄືນຳເອົາຂໍ້ດີຂອງເຂົາມາ ແລະກໍ່ດຶງຂໍ້ດີຂອງເຈົ້າໄປປະສົມປະຍຸກມັນ ເພາະຄວາມຄິດດີໃນ 10 ປີກ່ອນຕອນນີ້ອາດຈະຫລ້າສະໄໜກໍ່ໄດ້
ວັນນີ້ຂ້ອຍຈະເລົ່າເລື້ອງໆໜື່ງໃຫ້ເຈົ້າຟັງກ່ອນທີ່ຂ້ອຍຈະບອກເຈົ້າ ເປັນຄວາມລັບຈິງໆ ຂ້ອຍໄປງານໆໜື່ງໄດ້ຟັງເລື້ອງນີ້ ໂອໂຫ ມັກຫລາຍເດີ
ເລື້ອງນີ້ມີຢູ່ວ່າມີເດັກນ້ອຍຄົນໜື່ງພໍໃຫຍ່ຂື້ນມາຄອບຄົວເຂົາຈະສອນຢູ່ສະເໜີເລີຍວ່າ ຖ້າມີສັດຕົວໃດຕາຍໃນບ້ານເຂົາກໍ່ຈະເອົາມາຄົວກິນເປັນອາຫານ ແມ້ວ່າໄກ່ຈະຕາຍ ກໍ່ເຮັດເປັນອາຫານ ໜູຕາຍກໍ່ມາຄົວເປັນອາຫານ ຫລື ສັດໂຕໃດຕາຍກໍ່ເອົາມາເຮັດເປັນອາຫານ ເດັກກໍ່ມີຄວາມຄິດໃນສະໜອງຂອງເຂົາຕະຫລອດວ່າ ບໍ່ວ່າຫຍັງທີ່ຕາຍເຂົາກໍ່ເອົາມາເຮັດເປັນອາຫານ ເຂົາໄດ້ກິນສັດຕົວນັ້ນ ມີຢູ່ວັນນື່ງ ອາກາດແຈ່ມໃສເປັນວັນທີ່ເດັກນ້ອຍຄົນນັ້ນຕ້ອງໄປໂຮງຮຽນ ເຂົາກັບຮ້ອງໄຫ້ ງໍ ແງ ບໍ່ຍອມໄປ ບໍ່ໄປໂຮງຮຽນ ແມ່ກໍ່ສົງໄສວ່າເປັນຫຍັງລູກເປັນຄົນຂະຫຍັນຈິງບໍ່ຢາກໄປໂຮງຮຽນ ພໍ່ແມ່ຖາມເດັກນ້ອຍຄົນນັ້ນ ເດັກນ້ອຍຄົນນັ້ນຕອບວ່າ ບໍ່ຢາກໄປ ເພາະຄູໃຫຍ່ຕາຍ ບໍ່ຢາກຈະກິນຄູໃຫ່ຍ
ນີ້ແຫລະຄືຄວາມຄິດທີ່ສອນມາແລະຍັງຝັງຢູ່ໃນຈິດໃຕ້ສຳນຶກຂອງເດັກນ້ອຍຄົນນັ້ນຕະຫລອດມາວ່າ ຖ້າຫຍັງຕາຍກໍ່ຈະຕ້ອງກິນຖຶກບໍ່ ? ແຕ່ຈິງໆ ຖ້າຄູໃຫຍ່ຕາຍເຮົາຈຳເປັນຕ້ອງກິນຄູໃຫຍ່ບໍ່ ເຮົາກໍ່ບໍ່ຈຳເປັນຖຶກບໍ່ ? ສະນັ້ນຄວາມຄິດທີ່ເຮົາສ້າງມາແລ້ວມັນກໍ່ເປັນຄວາມຄິດທີ່ຖຶກຕ້ອງ ເຮົາຖຶກສັ່ງສອນມາແບບນີ້ ແຕ່ວັນໜື່ງຄວາມຄິດຄວາມຄິດໂຕ້ນີ້ອາດຈະໃຊ້ບໍ່ໄດ້ກໍໄດ້ ເພາະວ່າ ການທີ່ເຮົາຈະເອົາສະນະໃຈຜູ້ມຸ່ງຫວັງ ບໍ່ແມ່ນທ້ອງເພັດເທີນ Pattern ແບບນີ້ໄປເວົ້າກັບທຸກຄົນ ແບບນັ້ນ ສະເໜີໄປ
ເໜືອນເວລາທີ່ເຮົາໄປຈີບສາວ ຫລື ຈີບໜຸ່ມໆ ແຕ່ລະຄົນກໍ່ມັກໃນລັກສະນະແຕກຕ່າງກັນ ເຮົາຈະຕ້ອງສະເໜີໃນສີ່ງທີ່ເຂົາມັກ. ສະນັ້ນ ການໂອ້ລົມ ການເອົາຊະນະໃຈຜູ້ມຸ່ງຫວັງ ສີ່ງທີ່ເຈົ້າຕ້ອງຮຽນຮູ້ໃນການທຳທຸລະກິດເຄືອຂ່າຍ ບໍ່ແມ່ນການທ້ອງຈຳແພັດເທ່ີນ Patterm ຕ່າງໆ ບໍ່ວ່າເປີດໃຈເປັນແນວໃດ ໂຕ້ແຍ້ງເປັນແນວໃດ ແຕ່ລະຂ້ໍ້ແຕ່ເຈົ້າຄວນຮູ້ໃວ້ ແລ້ວເອົາໄປປະຍຸກເດີ ການເອົາຊະນະໃຈຜູ້ມຸ່ງຫວັງງ່າຍໆ ສີ່ງທຳອິດເຈົ້າຕ້ອງຮຽນຮູ້ໃນເລື້ອງຈິດຕະວິທະຍາ ໃນທຸລະກິດເຄື່ອຂ່າຍ ສະໜັກເຂົ້າໄປເຮົາກໍ່ຈະຮຽນລິດລາຍຊື່ແມ່ນບໍ່? ໂທຊວນຄົນ ປິດການຂາຍ ຕ້ອງຂໍ້ໂຕ້ແຍ້ງ ການ ABC T-UP ຕ່າງໆຫລວງຫລາຍ ວິຊາພວກນີ້ດີ ແຕ່ຂ້ອຍບອກວ່າເຈົ້າບໍ່ຕ້ອງເອົາໄປທຳໃຫ້ເໜືອນເປະໆ ເຈົ້າສາມາດປະຍຸກເຂົ້າໃນສະຖານະການ ສີ່ງທີ່ເຈົ້າຕ້ອງຮຽນຮູ້ຫລັກການຈິງໆ ຄື ຈິດຕະວິທະຍາ. ສະນັ້ນ ເຈົ້າຮູ້ໃຈຜູ້ມຸ່ງຫວັງເຈົ້າຮູ້ວ່າ ເຂົາມັກຫຍັງ ບໍ່ມັກຫຍັງ ເຈົ້າກໍ່ສາມາດບອກສີ່ງທີ່ເຂົາມັກໄດ້ ວັນນີ້ຂ້ອຍສະເໜີໃຫ້ກໍ່ຄືເຮັດໃຫ້ເຈົ້າຊະນະໃຈຜູ້ມຸ່ງຫວັງບໍ່ວ່າເຈົ້າຈະເວົ້າກັບໃຜກໍ່ແລ້ວແຕ່ ບໍ່ແມ່ນຈະບອກວ່າຈະເວົ້າແນວນີ້ໆເດີ ເຈົ້າເອົາຄຳເວົ້າເຫລົ່ານີ້ໄປເວົ້າກັບທຸກຄົນເໜືອນກັນໜົດ ມັນບໍ່ແມ່ນແບບນີ້ເດີ
ໂອເຄ ຢາກຮູ້ແລ້ວແມ່ນບໍ່? ຂ້ອຍຈະບອກຄວາມລັບໃຫ້ ຄື ການຟັງຈະເຮັດໃຫ້ຜູ້ມຸ່ງຫວັງມັກເຈົ້າ ແລະເວລາທີ່ເຮົາໄປເຈີ ຄົນທຸກຄົນໃຫ້ເຮົາຖາມ ໃຫ້ເຈົ້າເນັ້ນເລື້ອງຂອງຕົວເຂົາ ຄື ຄອບຄົວຂອງເຂົາ ເວົ້າເຖີງບ້ານຂອງເຂົາ ໂອ້ລົມເຂົາໃນເລື້ອງຂອງເຂົາແລ້ວກໍ່ຈົ່ງຟັງຢ່າງຕັ້ງໃຈໃນສີ່ງທີ່ເຂົາເລົ່າໃຫ້ເຈົ້າຟັງ ແລ້ວຄົນໆນັ້ນຈະບອກວ່າເຮົາເປັນຄົນທີ່ໂອ້ລົມເກັ່ງ ອັດທະຍາໄສດີ ແລ້ວເຂົາກໍ່ມັກເຮົາ ເຈົ້າເຊື່ອບໍ່ວ່າມັນເປັນຄວາມຈິງ ຂ້ອຍກໍ່ບໍ່ຢາກເຊື່ອ ວັນນື່ງພໍ່ພາເພື່ອນພໍ່ມາທີ່ບ້ານ ຂ້ອຍບໍ່ໄດ້ເວົ້າຫຍັງເລີຍ ກໍ່ພຽງແຕ່ຖາມເລື້ອງບ້ານເຂົາ ເລື້ອງລູກຊາຍເຂົາ ເຂົາເລົ່າໆໆໆ.. ເວົ້າຢູ່ຄົນດຽວ… ສຸດທ້າຍເປັນແນວໃດ ພໍເຂົາກັບບ້ານໄປ ເຂົາບອກວ່າເຂົາມັກຂ້ອຍເພາະວ່າຂ້ອຍໂອ້ລົມເກັ່ງ ແຕ່ຂ້ອຍເຊື່ອວ່າວັນນັ້ນເກືອບບໍ່ໄດ້ເວົ້າຫຍັງເລີຍ ເປັນເພາະຂ້ອຍຕັ້ງໃຈຟັງໃນສີ່ງທີ່ເຂົາເລົ່າ ແລ້ວກໍ່ຖາມໃນສີ່ງທີ່ເຂົາຢາກເວົ້າ ນີ້ແຫລະຄືເຄັດລັບ ຈາກໜັ່ງສືດີໆ ວິທີຊະນະມິດ ແລະ ຈູງໃຈຄົນ ສຳ
ສຳລັບວັນນີ້ຫວັງວ່າເຈົ້າເປັນຄົນນື່ງທີ່ເຮັດໃຫ້ຜູ້ມຸ່ງຫວັງມັກເຈົ້າ ເຊື່ອເຈົ້າ ແລະກໍ່ຮັກ ແລະ ສັດທາໃນຕົວເຈົ້າ ເຊີ່ງເທັກນິກງ່າຍໆພຽງແຕ່ເຈົ້າຮຽນຮູ້ຈິດໃຈຂອງຄົນເທົ່ານັ້ນເອງ
ທ້າຍສຸດ ສຸດທ້າຍນີ້ ຫາກມີເຈົ້າມີຄວາມຄິດເຫັນຫຍັງ ຂໍໃຫ້ສະແດງຄວາມຄິດເຫັນໄດ້ຕາມໃຈປາຖະໜາໃນກ່ອງຄອມເມັນຂ້າງລຸ່ມນີ້ ແລະຫາກບົດຄວາມນີ້ເປັນປະໂຫຍດກັບເຈົ້າ ຢ່າລືມທຳສີ່ງດີໆ ດວ້ຍການແບ່ງປັນໃຫ້ເພື່ອນໆຂອງເຈົ້າໄດ້ຮັບຊາບ


ບໍ່ມີໃຜຈະໃສ່ໃຈເຈົ້າ ຈົນກ່ວາເຈົ້າຈະໃສ່ໃຈເຂົາກ່ອນ
ແດ່ຄວາມສຳເລັດຂອງເຈົ້າ…
ທອງຈັນ ພົນທະຈັກ
ນັກທຸລະກິດເຄື່ອຂ່າຍ

วันจันทร์ที่ 11 ตุลาคม พ.ศ. 2553

ເຮັດທຸລະກິດເຄື່ອຂ່າຍລວຍດ້ວຍການໂຄສະນາ

ເຮັດທຸລະກິດເຄື່ອຂ່າຍລວຍດ້ວຍການໂຄສະນາ

ສີນຄ້າດີຢ້ຽມແຕ່ບໍ່ທຳການໂຄສະນາກໍ່ຂາຍບໍ່ໄດ້
ທຸລະກິດຢູ່ເພາະການຂາຍ ແລະຈະຂາຍໄດ້ຕ້ອງການກໂຄສະນາ
ທຸລະກິດຍີ່ງປະສົບຄວາມສຳເລັດ ຍີ່ງຕ້ອງມີການໂຄສະນາ
ທຸລະກິດເຕີບໃຫຍ່ບໍ່ໄດ້ ຖ້າບໍ່ມີການໂຄສະນາ

ເປັນຫຍັງຕ້ອງໂຄສະນາ
1. ເຜີຍແຜ່ໃຫ້ຄົນຮູ້ຈັກສີນຄ້າໄດ້ຢ່າງວ່ອງໄວ
2. ຊ່ວຍເພີ້ມຍອດຂາຍ
3. ຊ່ວຍໂປຼໂມດສີນຄ້າໃໜ່
ທຸລະກິດເຄື່ອຂ່າຍຂອງເຈົ້າກໍ່ເຊັ່ນດຽວກັນຕ້ອງອາໄສການທຳການຕະຫລາດ
ປະຈຸບັນຕະຫລາດເປັນຂອງຜູ້ຊື້ ເພາະຜູ້ຂາຍມີຫລາຍ ຜູ້ຊື້ສາມາດເລືອກໄດ້ວ່າຈະຊື້ ຫລື ບໍ່ຊື້ສີນຄ້າຈາກເຈົ້າ. ສະນັ້ນ ນັກການຕະຫລາດຈີ່ງຕ້ອງຮູ້້ຈັກຄິດໃໜ່ ທຳໃໜ່ ຮູ້ຈັກສ້າງຄວາມແຕາກຕ່າງໃຫ້ກັບການປະຊາສຳພັນທຸລະກິດຂອງເຈົ້າ
ເຈົ້າຊາບບໍ່ວ່າ… ເປັນຫຍັງຂ້ອຍຈີ່ງແບ່ງປັນຫລັກການລວຍດວ້ຍການໂຄສະນາ
ນັ້ນເປັນເພາະວ່າ ຖ້າເຈົ້າໄດ້ຮຽນຮູ້ຫລັກການລວຍດວ້ຍໂຄສະນາວັນນີ້
ເຈົ້າຈະຕ້ອງເສຍເງີນ ເສຍເວລາໄປກັບການໂປຼໂມດສີນຄ້າ ບໍລິການ ຫລື ທຸລະກິດຂອງເຈົ້າໄປໂດຍເປົ່າປະໂຫຍດ
ສົມມຸດວ່າ ເຈົ້າພີມໂບຼຊົວເພື່ອໂປຼໂມດສີນຄ້າຂອງເຈົ້າ 50.000 ໃບ ເຈົ້າຕ້ອງເສຍເງີນຢ່າງນ້ອຍ 50.000 ບາດ ເຊີ່ງບໍ່ໄດ້ລວມຄ່າຈ້າງແຈກໂບຼຊົວ ຫລື ຖ້າເຈົ້າແຈກດ້ວຍຕົວເຈົ້າເອງ ເຈົ້າຍັງຕ້ອງເສຍເວລາອັນມີຄ່າຂອງເຈົ້າໄປຢ່າງຫລວງຫລາຍ

ແລ້ວຖ້າຂໍ້ຄວາມໂຄສະນາເຈົ້າບໍ່ມີຄວາມດຶງດູດພໍ ໂດຍະສະເພາະ Head line ຂອງເຈົ້າບໍ່ຄັກດີຈີງໆ ມີຫວັງໃບປີວຂອງເຈົ້າຖຶກໂຍນຖີ້ມລົງຖັງຂີ້ເຫຍື້ອແນ່ນອນ
“ ເປັນຫຍັງຈິງໃຈຮ້າຍກັບຂ້ອຍແທ້ ອ່ານແດ່ຈັກໜ້ອຍກະບໍ່ໄດ້ ສີນຄ້າສຸດຢອດລະດັບຈັກກະວານເລີຍເດີ ‘’ ເຈົ້າຄິດ

ເວລາເຈົ້າເຫັນໃບຕົກເຮ່ຍຕາມຂົວ( ສົມຊື່ໃບປີວ ປີວໄປທົ່ວ)
ເຈົ້າອາດບໍ່ຄິດຫຍັງ ເຈົ້າຮູ້ສຶກເສີຍໆ ບາງທີ່ເຈົ້າອາດເປັນຄົນໜືງ ທີ່ແກວ່ງໃບປີວນັ້ນຖີ້ມຢ່າງບໍ່ແຍ່ແສ້

ແຕ່ຄົນທີ່ພີມໃບປີວແຈກ ຄົງຫົວໃຈສະຫລາຍເມື່ອເຫັນພາບນັ້ນ

ຖ້າເຈົ້າບໍ່ສາມາດດຶງຄວາມສົນໃຈຂອງຜູ້ອ່ານໄດ້ພາຍໃນ 3 ວິນາທີ ເຈົ້າກໍ່ຕຽມຕົວເປັນເໜືອນເຫດການຂ້າງເທີງໄດ້ເລີຍ ຫລື ຖ້າເຈົ້າບໍ່ຢາກຕ້ອງເຈີກັບຝັນຮ້າຍ ເລີ້ມຮຽນຮູ້ຫລັກການໂຄສະນາດຽວນີ້ ເລີຍ

3 ສີ່ງທີ່ເຈົ້າຕ້ອງຮູ້ກ່ອນການຂຽນໂຄສະນາ
1. ກຳນົດຈຸດຂາຍ ແມ່ນຫຍັງຄືຈຸດຂາຍຂອງສີນຄ້າເຈົ້າ ເຊັ່ນ ຖ້າເຈົ້າຂາຍຖົງຕີນ ສະຕຮີ ເຈົ້າຕ້ອງຫາວ່າຈຸດຂາຍຂອງເຈົ້າຄືຫຍັງ ປຽບທຽບສີນຄ້າຂອງເຈົ້າກັບຄູ່ແຂ່ງຂອງເຈົ້າ ຢ່າລືມໃຊ້ອ້າຍ Google ໃຫ້ເປັນປະໂຫຍດ
ເຈົ້າອາດຈະບອກວ່າຖົງຕີນຂອງເຈົ້າເປັນຖົງຕີນທີ່ດີທີ່ສຸດໃນໂລກ ແຕ່ຈິງໆ ສີ່ງທີ່ເຈົ້າຕ້ອງບອກກັບລູກຄ້າຂອງເຈົ້າ ກໍ່ຄື ມັນມີຈຸດເດັ່ນຫຍັງທີ່ແຕກຕ່າງຈາກຖົງຕີນຍີ່ຫໍ້ອື່ນ ແລະ ທີ່ສຳຄັນ ຈຸດຂາຍທີ່ເຈົ້ານຳສະເໜີຕ້ອງເປັນສີ່ງທີ່ເຈົ້າຕອບສະໜອງຄວາມຕ້ອງການຂອງລູກຄ້າ

ຫາຈຸດແຂງທີ່ເໜືອກ່ວາຄູ່ແຂ່ງໃຫ້ໄດ້ ໂດຍຈຸດຂາຍຂອງເຈົ້າຕ້ອງຊັດເຈນ ຈົດຈຳໄດ້ງ່າຍ ຖ້າວັນນີ້ເຈົ້າຫາຈຸດຂາຍໃຫ້ກັບສີນຄ້າເຈົ້າບໍ່ໄດ້ ສີນຄ້າຂອງເຈົ້າຕຽມຕົວເຂົ້າຮູໄດ້ເລີຍ

2. ຫາຈຸດອ່ອນຂອງສີນຄ້າຂອງເຈົ້າ ເຈົ້າອາດຈະບໍ່ເຄີຍມອງເຫັນຈຸດອ່ອນຂອງສີນຄ້າຂອງເຈົ້າເລີຍ ເພາະເຈົ້າອາດຈະບໍ່ໃຫ້ສີນຄ້າຂອງເຈົ້າມີຈຸດອ່ອນ ແຕ່ບັງເອີນມັນບໍ່ມີຫຍັງໃນໂລກທີ່ບໍ່ມີຂໍ້ດ້ອຍເລີຍ ສະນັ້ນຫາຈຸດອ່ອນຂອງສີນຄ້າເຈົ້າໃຫ້ໄດ້ ແລ້ວຂຽນໂຄສະນາໂດຍການນຳຈຸດແຂງຫລາຍລົບຈຸດອ່ອນໃຫ້ໄດ້
3. ຢ່າຂຽນຈຸດຂາຍຫລາຍເກີນໄປ ນັກຂາຍສ່ວນໃຫຍ່ມັກພະຍາຍາມ ຂະຫຍາຍຄວາມດີຂອງສີນຄ້າໃຫ້ຫລາຍທີ່ສຸດເທົ່າທີ່ຈະເຮັດໄດ້ ເຈົ້າອາດເຄີຍເຫັນໂບຼຊົວອັດແໜ້ນເຕັມໄປໜົດ ເຫັນຕົວອັກສອນຢາວຢຽດ ເຊີ່ງແນ່ນອນເຮັດໃຫ້ເຈົ້າໜົດຄວາມສົນໃຈທີ່ອ່ານມັນໄປເລີຍທັນທີ ເວລາເຈົ້າຂຽນໂຄສະນາ ໃຫ້ເຈົ້າຂຽນຈຸດຂາຍຂອງສີນຄ້າ 1-2 ຢ່າງກໍ່ພໍ ເອົາແບບເດັ່ນໆ ເດັດໆ ທີ່ເຈົ້າໜັ້ນໃຈວ່າລູກຄ້າເຫັນປະໂຫຍດທຳອິດ ກໍ່ຕິດໃຈ ຈົນທົນບໍ່ໄດ້ຕ້ອງອ່ານຕໍ່ໃຫ້ຈົບ
ການທຳທຸລະກິດເຄືອຂ່າຍ MLM ເປັນການທຳຕະຫລາດຢ່າງໜື່ງ
ປະຈຸບັນມີຊ່ອງທາງໃນການທຳຕະຫລາດຫລວງຫລາຍ ແຕ່ເຈົ້າສາມາດຂຽນຄຳໂຄສະນາ ທີ່ມີປະສິດທີພາບ ດຶງດູດໃຈຜູ້້ມຸ່ງຫວັງຂອງເຈົ້າແລ້ວຫລືບໍ່?
ອ່ານບົດຄວາມນີ້ຈົບແລ້ວ ລອງຫາສາມຢ່າງທີ່ຂ້ອຍໄດ້ບອກໃຫ້ໄດ້ເລີຍເດີ ແລ້ວພົບກັນ ຫລັກການລວຍໂດຍການໂຄສະນາຕໍ່ໄປໄວໆນີ້

ແດ່ຄວາມສຳເລັດຂອງເຈົ້າ…..
ນັກທຸລະກິດອິດສະຫລະຕຳແໜ່ງຊັດທອງ

วันอาทิตย์ที่ 10 ตุลาคม พ.ศ. 2553

ເສັ້ນທາງສູ່ຄວາມສຳເລັດ



ເສັ້ນທາງສູ່ຄວາມສຳເລັດ
• ງານທີ່ເຈົ້າທຳກໍ່ດີຢູ່ແລ້ວ ແຕ່ຖ້າຈະມີລາຍໄດ້ເພີ້ມຂື້ນອີກທາງກໍ່ໜ້າຈະດີເນາະ
• ຖ້າເຮົາມີເງີນເພີ້ມຂື້ນອີກກະເປົ່າໜື່ງ ກໍ່ຈະທຳໃຫ້ທຸກຢ່າງດີຂື້ນ
• ໜໍເສັງ ເປັນທຸລະກິດເຄື່ອຂາຍຕຣົງທີ່ທຳງ່າຍທີ່ສຸດ ແລະ ມີຜົນຕອບແທນທີ່ຄູ້ມຄ່າທີ່າສຸດ

• ໜໍເສັງສາມາດຕອບໂຈດຂອງຄວາມຝັນທີ່ເຈົ້າຕັ້ງໃວ້ຢ່າງແນ່ນອນ

• ຖ້າເຈົ້າຄິດວ່າລາຍໄດ້ທີ່ໄດ້ທຸກວັນນີ້ ບໍ່ເໜາະກັບຄວາມສາມາດຂອງເຈົ້າ ເຈົ້າລອງມາເຮັດທຸລະກິດໜໍເສັງເບີ່ງແມ໋ ເພາະທຸລະກິດນີ້ຕອບແທນໃຫ້ເຈົ້າເຕັມຄວາມສາມາດທີ່ທຳ

• ຖ້າເຈົ້າຈະເລືອກທຸລະກິດຈັກຢ່າງ ເຮົາຄົງບໍ່ເລືອກເພາະມັນງ່າຍ ຫລືມັນເທ້ ເຮົາຄົງຈະເລືອກອາຊີບທີ່ມັນສາມາດຕອບສະໜອງວິຖີຊີວິດທີ່ເຮົາເລືອກໄວ້ໄດ້ ໜໍເສັງກໍ່ເປັນອີກອາຊີບໜື່ງທີ່ສາມາດສະໜອງວິຖີຊີວິດຂອງເຮົາ ທີ່ຈະພາເຮົາໄປສູ່ເປົ້າໜາຍຂອງຊີວິດໄດ້

• ເຈົ້າລອງມາທຳໜໍເສັງເບີ່ງແມ໋ ຖ້າບໍ່ສຳເລັດກໍ່ບໍ່ເຫັນເສຍຫາຍຫຍັງ ເພາະເຮົາບໍ່ໄດ້ລົງທືນຫຍັງ ແຕ່ເຊື່ອວ່າ ຄົນແບບເຈົ້າເມື່ອລົງມືທຳສຳເລັດແນ່ນອນ

• ປ່ຽນຄວາມຄິດ ຊີວິດກໍ່ປ່ຽນ ມົວແຕ່ຄິດ ຊີວິດຢູ່ທີ່ເດີມ ລົ້ມແລ້ວລຸກເພື່ອກ້າວເດີນໄປ ໄປຂ້າງໜ້າດີກ່ວາຢືນແຕະທ່າ ຢູ່ກັບທີ່

• ເຮືອໄທທານິກ ຍັງມີເຮືອນ້ອຍໄວ້ສຳຮອງຄວາມສຸກເສີນ

• ລົດຍົນຍັງມີຢາງອະໄຫລ່

• ໂຮງແຮມຍັງມີປະຕູສຸກເສີນ

• ບ້ານຍັງມີປະຕູຫລັງ

• ໜໍເສັງ ກໍ່ຖືວ່າເປັນເຮືອນ້ອຍຂອງໄທທານິກ ເປັນຢາງອະໄຫລ່ລົດຍົນ ເປັນປະຕູສຸກເສີນ ເປັນປະຕູຫລັງ ຕັດສີນໃຈດຽວນີ້ກໍ່ເທົ່າກັບ ເຈົ້າວາງແຜນຊີວິດໃຫ້ກັບຄອບຄົວຂອງເຈົ້າ ຕັດສີນໃຈເລີຍ
• ໜໍເສັງ ທຸລະກິດອິດສະຫລະທີ່ມະຫາຊົນຍອມຮັບ ກັບໂອກາດຂອງລາຍໄດ້ ແບບໄຮ້ຂີດຈຳກັດ
ອິດສະຫລະພາບທາງການເງີນ ອິດສະຫລະພາບທາງດ້ານເວລາ ແລະ ອິດສະຫລະພາບທາງດ້ານຄວາມຄິດ
ກະແສຂອງແພດທາງເລືອກກຳລັງມາແຮງ ແນວໂນ້ມຂອງການດູແລຮັກສາສຸຂະພາບ ທົ່ວໂລກໃຫ້ຄວາມສົນໃຈກັບທຳມະຊາດບຳບັດ ຊື່ງເປັນການດູແລສຸຂະພາບຢ່າງຢັ້ງຢືນ ສະໜຸນໄພເປັນອີກທາງເລືອກໜື່ງທີ່ມີຜົນຂ້າງຄຽງນ້ອຍ ໜໍເສັງຈຶງເປັນທາງເລືອກຂອງການດູແລສຸຂພາບ ທຳງ່າຍ ຈ່າຍຈິງ ໜັ້ນຄົງ ມັ່ງຄັ້ງ ບໍ່ຮັກສາຍອດ ສ້າງ 2 ສາຍງານ ຮັບລາຍໄດ້ທຸກວັນ
ຮັບສະໜັກ
ຜູ້ທີ່ຕ້ອງການຢາກມີລາຍໄດ້ເສີມ
ຮັບລາຍໄດ້ບໍ່ຈຳກັດ ແລະ ໂບນັດທຸກເດຶອນ
ໄດ້ທ່ອງທ່ຽວພາຍໃນ ແລະ ຕ່າງປະເທດທຸກປີ Free
ບໍ່ຕ້ອງຮັກສາຍອດທຸກເດືອນ
ບໍ່ມີຜົນກະທົບກັບງານປະຈຳ
ບໍ່ຕ້ອງມີຄວາມຮູ້ ແລະ ປະສົບການ
ສົນໃນຕິດຕໍ່ຜູ້ບໍລິຫານທີມງານ:
ສາຂາບໍ່ແກ້ວໂທ : (020) 55670662,55673890,2380244
ສາຂານະຄອນຫລວງວຽງຈັນໂທ : (020) 55919005
ສາຂາປາກເຊໂທ : (020) 2722210
ສາຂາປາກຫລວງພະບາງ : (020) 55601196

ສຶກສາຂໍ້ມູນເພີ້ມເຕີມໄດ້ທີ່ເວັບໄຊ : www.Chatsuriya.com
Ask. Khamla2000@hotmail.com
ອານາຄົດສົດໃສ ໜັ້ນໃຈກັບ Morseng Network Business

• ທຸກຄົນຕ້ອງມີຝັນ (ເປັນຫລືຕາຍຈາກທຸລະກິດ ຂື້ນຢູ່ກັບຄວາມຝັນ)
ເພາະຝັນເປັນແຮງບັນດານໃຈເຮັດໃຫ້ທຸກຄົນມີພະລັງ
• ເມື່ອມີຝັນ ກໍ່ຕ້ອງຄິດ ຄິດຫຍັງ ຄິດແບບໃດ ຕ້ອງມີວິທີຄິດ ວິທີໂອ້ລົມ
• ຕ້ອງມີວິທີການ ເພື່ອໄປສູ່ຄວາມຝັນ ໃຫ້ສຳເລັດໄວທີ່ສຸດໃສໃນອົງກອນ ເຕີບໂຕໄວທີ່ສຸດ ແລະ ໜັ້ນຄົງທີ່ສຸດ
ຢ່າຍອມແພ້ ແມ້ຫົວໃຈ ຈະເຫລວແຫລກ
ຢ່າຄືນກັບ ຍ້ອນຮອຍ ນັບຖອຍຫລັງ
ເຖີງເຈັບປວດ ລວດລ້າວ ຈັກຮ້ອຍຄັ້ງ
ຢ່າໜົດສີ້ນ ຄວາມຫວັງ ກຳລັງໃຈ
ລົ້ມແລ້ວລຸກ ຢ່າທໍ້ ຕ້ອງຕໍ່ສູ້
ໃຫ້ມັນຮູ້ ວ່າຈະແພ້ ສັກພຽງໃດ
ໜົດແຮງເດີນ ກໍຂໍຄານ ໃຫ້ຜ່ານໄປ
ເຖີງເສັ້ນໄຊ ຄວາມສຳເລັດ ຊັດເພັດເອີຍ
• ຈົ່ງທຳງານ ຢ່ານອນລໍເວລາ
• ໃຫ້ອອກໄປທຳງານ ດ້ວຍຄວາມມຸ່ງໜັ້ນ ໜັ້ນໃຈ ແລະຄວາມສັດທາ
• ນໍ້າບໍ່ໄດ້ຊະນະຫີນທີ່ຄວາມແຮງ ແຕ່ນຳ້ຊະນະຫີນດ້ວຍຄວາມພະຍາຍາມ
• ແດ່ຄວາມສຳເລັດຂອງເຈົ້າ
ຂອງຝາກຈາກນັກທຸລະກິດອິດສະຫລະລະດັບຊັດທອງ
ທອງຈັນ ພົນທະຈັກ
ໂທ: 020 55670662

ວິທີທຳທຸລະກິດເຄື່ອຂ່າຍສະປອນເຊີແບບໃດບໍ່ຜິດຫວັງຫລັກການນຳສະເໜີທີ່ດີຄື




1. ຄົ້ນຫາບັນຫາຜູ້ມຸ່ງຫວັງໃຫ້ເຈີ
ຄົ້ນຫາແນວໃດ? ອາດບໍ່ແມ່ນຫາທາງທຸລະກິດກໍ່ໄດ້ ອາດເປັນບັນຫາເລື້ອງສຸຂະພາບກໍ່ໄດ້ເດີ ຂໍ້ນີ້ສຳຄັນທີ່ສຸດ “ ຫ້າມຂ້າມຂັ້ນຕອນນີ້ເດັດຂາດ ຢ່າເບີ່ງຂ້າມວ່າບັນຫາຂອງເຂົາຄືຫຍັງ) ແຕ່ລະຄົນມີບັນຫາບໍ່ເໜືອນກັນເດີ 108 ຄົນ 108 ບັນຫາ

2. ແກ້ໄຂບັນຫາຂອງຜູ້ມຸ່ງຫວັງດ້ວຍວິທີການດີໆ ແລະລະບົບທີ່ເຮົາມີ
108 ຄົນ 108 ບັນຫາ ແກ້ບັນຫາໃຫ້ຖຶກຈຸດເດີ ສະເໜີໃນເລື້ອງຂອງຈຸດເດັ່ນທາງທຸລະກິດ ໂດຍບໍ່ໂຈມຕີຫລືເວົ້າໃນເລື້ອງຂໍ້ດ້ອຍຂອງບໍລິສັດອື່ນ ຫລື ຂອງຄົນອື່ນ

ສົມມຸດວ່າ ທ່ານ ລ້ຳລວຍ ຮັ່ງມີ ເປັນຄົນທີ່ມີມໍລະດົກ ໜື່ນລ້ານ ໃຊ້ທັ້ງຊາດກໍ່ບໍ່ໜົດ ແຕ່ດ້ວຍຄວາມລວຍຈື່ງກີ່ນຫລາຍ ເຮັດເຮັດໃຫ້ໄຂມັນອຸດຕັນໃນເສັ້ນເລືອດ ແລ້ວເຈົ້າກໍ່ທຳຕາມອັບໄລສອນແບບແປັບ ເວົ້າແບບຢຶດຢາວ ທ່ານ ລຳ້ລວຍ ຟັງເຈົ້າຈົນເກືອບລັບ ນຳ້ລາຍຢຶດ ໜົດຄວາມສົນໃຈໃນຕົວເຈົ້າ ຂໍ້ມູນການດູແລໂລກໄຂມັນອຸດຕັນໃນເສັ້ນໂລຫິດ ແລະເຫັນປະໂຫຍດຂອງສີນຄ້າຂອງເຈົ້າທີ່ຊ່ວຍແກ້ໄຂບັນຫາໃຫ້ທ່ານລຳ້ລວຍ ແຖມຍັງເຮັດໃຫ້ເສດຖີໄຮໂຊ ຝັນສະລາຍ ເຂົາໜົດຄວາມສົນໃຈເຈົ້າໄປແລ້ວ ເຈົ້າບໍ່ມີໂອກາດເປັນຄັ້ງທີ່ສອງທີ່ຈະມາເລົ່າເລື້ອງໄຮ້ສາລະຕໍ່ໜ້າເຂົາອີກແລ້ວ
ນິທານເລື້ອງນີ້ສອນໃຫ້ຮູ້ວ່າ ຈົ່ງເວົ້າໃນສີ່ງທີ່ຜູ້ມຸ່ງຫວັງຕ້ອງການຟັງເທົ່ານັ້ນ ( ເລື້ອງມີສາລະຂອງເຈົ້າ ອາດໄຮ້ສາລະສຳລັບຜູ້ມຸ່ງຫວັງກໍ່ໄດ້ )
ເຈົ້າມີໜ້າທີ່ໂນ້ມນ້າວໃຈໂດຍຂໍ້ມູນທີ່ເປັນປະໂຫຍດເທົ່ານັ້ນ ຢ່າເຜີຕົວບັງຄັບຂູ່ເຂັນເດັດຂາດ
ຂ້ອຍເຂົ້າໃຈວ່າ ເຈົ້າຕ້ອງປິດຍອດ ແຕ່ຜູ້ມຸ່ງຫວັງເຂົາບໍ່ເຂົ້າໃຈດ໋ອກ

ປ 1. ທຸກໆຂັ້ນຕອນທີ່ກ່າວມາຂ້າງເທີງບໍ່ມີກົດເກນຕາຍໂຕ
ສີ່ງທີ່ເຈົ້າຕ້ອງຄິດສະເໜີຄືເຈົ້າເປັນຜູ້ໃຫ້ ໂດຍບໍ່ຫວັງຜົນຕອບແທນໃດໆທັ້ງສີ້ນ
ເຈົ້າມີຄວາມເປັນຕົວຂອງຕົວເອງ ສຸຂະພາບ ເປັນຫວ່ງເປັນໄຍຕໍ່ຜູ້ມຸ່ງຫວັງ
ໂດຍບໍ່ຕ້ອງຮຽນແບບໃຫ້ເໜືອນຜູ້ນຳຄົນໃດທັ້ງສີ້ນ
ເຈົ້າເປັນຕົວເຈົ້າ ແລະມີຄວາມຈິງໃຈກໍ່ພໍ

ປ2. ຈົ່ງລະນຶກໄວ້ສະເໜີວ່າ ຄຳເວົ້າຂອງເຈົ້າບໍ່ສາມາດໂນ້ມນ້າວໃຈຄົນທຸກຄົນໄດ້
ເຈົ້າບໍ່ສາມາດເຮັດຖຶກໃຈຄົນທັ້ງໂລກໄດ້ ເຈົ້າເປັນພຽງຜູ້ໃຫ້
ຄົນທີ່ຕັດສີນໃຈວ່າຈະຮັບຫລືບໍ່ຮັບ ຄືຜູ້ມຸ່ງຫວັງ
ຊື່ງມັນກໍ່ຂື້ນຢູ່ກັບວ່າ ຈັ່ງຫວະແລະເວລາເທົ່ານັ້ນ ເຂົາກຳລັງຊອກຫາໂອກາດ ຫລື ສີນຄ້າທ່ີ່ເຈົ້ານຳສະເໜີຢູ່ຫລືບໍ່

ປ 3. ທັ້ງໜົດທີ່ເຈົ້ານຳສະເໜີເຈົ້າບໍ່ຕ້ອງກັງວົນໃດໆ ທັ້ງສີ້ນ
ເຖີງແມ້ຜູ້ມຸ່ງຫວັງອາດບໍ່ຕອບຮັບໃນວັນນີ້
ແຕ່ຄວາມເປັນຜູ້ໃຫ້ຂອງເຈົ້າ ຍ່ອມເກີດຜົນບໍ່ວັນໃດກໍ່ວັນໜື່ງ

ຜູ້ໃຫ້ຍອມເປັນທີ່ຮັກ
ຄົນຫລວງຫລາຍ ຍ່ອມນັບຖືເຂົາ
ຊື່ສຽງຍ່ອມກະຈອນໄປໄກ
ຕາຍໄປໄດ້ຂື້ນສະຫວັນ…

ຢ່າລືມສະແດງຄວາມຄິດເຫັນຂອງເຈົ້າອອກມາໃຫ້ໂລກໄດ້ຮັບຮູ້ ບໍ່ມີໃຜປະສົບຄວາມສຳເລັດໄດ້ໂດຍການປິດຕົວງຽບໆບໍ່ກ້າສະແດງອອກ
ຮັກຄວາມຄິດເຫັນຂອງເຈົ້າທຸກຄົນ
ແດ່ຄວາມສຳເລັດຂອງເຈົ້າ…

ທອງຈັນ ພົນທະຈັກ
ນັກທຸລະກິດເຄື່ອຂ່າຍ

ສະບາຍດີ ຂ້ອຍ ທອງຈັນ ພົນທະຈັກ


ສະບາຍດີ ຂ້ອຍ ທອງຈັນ ພົນທະຈັກ
ຂໍຂອບໃຈທີ່ເຂົ້າມາຢ້ຽມບລ໋ອກຂອງຂ້ອຍ ເພາະຖ້າບໍ່ມີພວກທ່ານ ບລ໋ອກນີ້ຄົງງຽບເຫງົາໄປເລີຍ
ທີ່ຂ້ອຍຈັດເຮັດບລ໋ອກນີ້ຂື້ນມາກໍ່ເພາະຢາກຈະແບ່ງປັນຂໍ້ມູນດີໆ ໃນການເຮັດທຸລະກິດເຄື່ອຂ່າຍ mlm
ທີ່ຊ່ວຍໃຫ້ເຈົ້າເພີ້ມສະປິດການປະສົບຄວາມສຳເລັດໃນທຸລະກິດ MLM ໃຫ້ໄວຂື້ນ ງ່າຍຂື້ນ ແລະ ມີປະສິດທິພາບຫລາຍຂື້ນ ເຈົ້າສາມາດສະປອນເຊີ (Sponsor) ຄົນທີ່ມີຄຸນນະພາບໄດ້ຫລາຍຂື້ນ ເຈົ້າຈະດຶງດູດຜູ້ມຸ່ງຫວັງເຂົ້າມາຫາເຈົ້າຢ່າງຫລວງຫລາຍ
ເຈົ້າຈະສາມາສ້າງລາຍໄດ້ແລະ ຂະຫຍາຍອົງກອນໄດ້ທະວີຄູນ ເຈົ້າຈະສຳເລັດໄດ້ໃນແບບທີ່ເຈົ້າຢາກເປັນ
ໂດຍການຕິດຕາມອ່ານແລະຮຽນຮູ້ຈາກບົດຄວາມໃນ Blog ຂອງຂ້ອຍ
ຂ້ອຍຮູ້ສຶກຍິນດີເປັນຢ່າງຍີ່ງເລີຍເດີ ທີ່ຈະໄດ້ແບ່ງປັນສີ່ງດີໆໃຫ້ກັບເຈົ້າ
ແລະ ຂ້ອຍກໍ່ຫວັງວ່າ.. ເຈົ້າຈະເລືອກສະໜັກຮັບຂໍ້ມູນຂ່າວສານ ແລະ ເຄັດລັບຕ່າງໆ ທີ່ເປັນເຄື່ອງມືອັນຊົງພະລັງໃນການສ້າງທຸລະກິດຂອງເຈົ້າ
ກູລູທຸກຄົນບອກວ່າ “ ເຮົາຈຳເປັນຕ້ອງຮຽນຮູ້ຢ່າງຕໍ່ເນື່ອງຕະຫລອດຊີວິດ “

ຮັບສະໜັກ ຜູ້ທີ່ຕ້ອງການຢາກມີລາຍໄດ້ເສີມ


ຮັບສະໜັກ
ຜູ້ທີ່ຕ້ອງການຢາກມີລາຍໄດ້ເສີມ
ຮັບລາຍໄດ້ບໍ່ຈຳກັດ ແລະ ໂບນັດທຸກເດຶອນ
ໄດ້ທ່ອງທ່ຽວພາຍໃນ ແລະ ຕ່າງປະເທດທຸກປີ Free
ບໍ່ຕ້ອງຮັກສາຍອດທຸກເດືອນ
ບໍ່ມີຜົນກະທົບກັບງານປະຈຳ
ບໍ່ຕ້ອງມີຄວາມຮູ້ ແລະ ປະສົບການ
ສົນໃນຕິດຕໍ່ຜູ້ບໍລິຫານທີມງານ:
ສາຂາບໍ່ແກ້ວໂທ : (020) 55670662,55673890,2380244
ສາຂານະຄອນຫລວງວຽງຈັນໂທ : (020) 55919005
ສາຂາປາກເຊໂທ : (020) 2722210
ສາຂາປາກຫລວງພະບາງ : (020) 55601196

ສຶກສາຂໍ້ມູນເພີ້ມເຕີມໄດ້ທີ່ເວັບໄຊ : www.Chatsuriya.com
Ask. Khamla2000@hotmail.com
ອານາຄົດສົດໃສ ໜັ້ນໃຈກັບ Morseng Network Business