ค้นหาบล็อกนี้

แสดงบทความที่มีป้ายกำกับ ການເວົ້າຊວນຄົນທໍາທຸລະກິດ แสดงบทความทั้งหมด
แสดงบทความที่มีป้ายกำกับ ການເວົ້າຊວນຄົນທໍາທຸລະກິດ แสดงบทความทั้งหมด

วันอาทิตย์ที่ 13 กุมภาพันธ์ พ.ศ. 2554

Sponsor ຜູ້ມຸ່ງຫວັງແບບນີ້ຈິງຈະລວຍໃນ MLM

ຍີນດີຕ້ອນຮັບເຈົ້າອີກຄັ້ງ ຂໍໃຫ້ມີຄວາມສຸກກັບເນື້ອຫາສຳຄັນນີ້ ທຳສີ່ງດີໆ ໂດຍການແບ່ງປັນບົດຄວາມນີ້ຜ່ານທາງ Facebook & Twitter ຈາກໄອຄອນດ້ານລຸ່ມນີ້ຂອງບົດຄວາມນີ້ໄດ້ເດີ

ສະບາຍດີເພື່ອນນັກທຸລະກິດເຄືອຂ່າຍທີ່ຕ້ອງການປະສົບຄວາມສຳເລັດທຸກທ່ານ


ວັນນີ້ຂ້ອຍມີສຸດຢອດເຄັດລັບໃນການທຳການທຸລະກິດເຄືອຂ່າຍແບບທີ່ນັກທຸລະກິດເຄືອຂ່າຍມືອາຊີບທີ່ມີລາຍໄດ້ຫລາຍແສນ - ຫລາຍລ້ານບາດ\ເດືອນເຂົາທຳກັນ

ກຸນແຈສູ່ຄວາມສຳເລັດໃນ ທຸລະກິດເຄືອຂ່າຍ ກໍ່ຄືຂະຫນາດຂອງລາຍຊື່ຜູ້ມຸ່ງວຫງທີ່ເຈົ້າມີໃນມືຊື່ງເປັນລາຍຊື່ຜູ້ມຸ່ງຫວັງທີ່ເຈົ້າສາມາດປ່ຽນໃຫ້ເປັນຜູ້ຮ່ວມທຸລະກິດ ຫລືເປັນຜູ້ທີ່ພ້ອມຈະບໍລິໂພກສີນຄ້າຫລື ບໍລິການຂອງເຈົ້າ


ຍີ່ງຖ້າເຈົ້າມີລາຍຊື່ຜູ້ມຸ່ງຫວັງທີ່ເປັນມຸ່ງຫວັງຄຸນນະພາບດີ(ທີ່ທຳງານເປັນ) ທີ່ເຈົ້າໄດ້ສ້າງຄວາມສຳພັນ ຜ່ານລະບົບ ການສ້າງລາຍຊື່ຂອງເຈົ້າ (Lead Generation System) ແລ້ວທຸລະກິດຂອງເຈົ້າກໍ່ຈະຂະຫຍາຍຕົວເປັນທະວີຄູນ


ເຈົ້າສາມາດແບ່ງລາຍຊື່ຜູ້ມຸ່ງຫັວງຂອງເຈົ້າອອກເປັນສອງປະເພດໃຫຍ່ຄື
1. ລາຍຊື່ຜູ້ມຸ່ງຫວັງທີ່ບໍ່ມີຄຸນນະພາບເປັນລາຍຊື່ທີ່ບໍ່ມີຄວາມຮູ້ໃນການທຳການຕະຫລາດເຄືອຂ່າຍມາກ່ອນເລີຍ(unqualified marketing leads)

ລາຍຊື່ທີ່ບໍ່ມີຄວາມຮູ້ໃນການທຳການຕະຫລາດ ກໍ່ຄືຄົນທົ່ວໄປທີ່ເຈົ້າພົບໄດ້ໃນຊີວິດປະຈຳວັນຊື່ງອາດຈະເປັນແປກໜ້າທີ່ເຈົ້າໃຫ້ນາມບັດໄປເມື່ອພົບກັນໃນກິດຈະກຳຕ່າງໆ ຫລືອາດຈະເປັນ…

ເພື່ອນ, ຍາດພີ່ນ້ອງທີ່ບໍ່ສົນໃຈໃນສີ່ງທີ່ເຈົ້າມີຫລືໂອກາດທາງທຸລະກິດທີ່ເຈົ້ານຳສະເໜີ ແມ້ພວກເຂົາຈະສະນັບສະໜູນເຈົ້າດ້ວຍການເຂົ້າຮ່ວມທຸລະກິດຂອງເຈົ້າ ແຕ່ເຮົາບໍ່ຖືວ່າເຂົາເຫລົ່ານັ້ນຈະເປັນຜູ້ມຸ່ງຫວັງທີ່ມີຄຸນນະພາບໃນການທຳການຕະຫລາດດ້ວຍ ແລະທີ່ເຂົາບໍ່ເໜາະສົມກໍ່ເປັນເພາະເຂົາບໍ່ເຂົ້າໃຈໃນກົນໄກການທຳງານ ຂອງທຸລະກິດເຄືອຂ່າຍ

ແມ້ວ່າເຈົ້າຈະມີຄວາມສາມາດໃນການປ່ຽນຜູ້ມຸ່ງຫວັງທີ່ບໍ່ມີຄວາມຮູ້ໃນການທຳການຕະຫລາດໃຫ້ກາຍມາເປັນລາຍຊື່ທີ່ມີຄຸນນະພາບກໍ່ຕາມ ແຕ່ມັນນະເຮັດໃຫ້ເຈົ້າເສຍເວລາ\ພະລັງງານທີ່ມີຄ່າໃນການທຳທຸລະກິດຂອງເຈົ້າ ແຕ່ຖ້າມອງໃນມູມກັບກັນແລ້ວ ເຈົ້າໄດ້ຝຶກຝົນທັກສະໃນການສະປອນເຊີຜູ້ມຸ່ງຫວັງ ແລະເປັນການເສີມສ້າງການຮຽນຮູ້ໃນການສ້າງຄວາມສຳພັນກັບຜູ້ມຸ່ງຫວັງ



ຄຸນນະພາບຂອງຜູ້ມຸ່ງຫວັງ+ ຄວາມມຸ່ງໜັ້ນ + ການທຳງານເປັນທີມ = ຄວາມສຳເລັດ

2. ລາຍຊື່ຜູ້ມຸ່ງຫວັງທີ່ມີຄຸນນະພາບທີ່ມີຄວາມຮູ້ໃນການທຳການຕະຫລາດເຄືອຂ່າຍມາກ່ອນ(qualified marketing leads)

ຜູ້ມຸ່ງຫວັງກຸ່ມນີ້ ເປັນກຸ່ມຄົນທີ່ເຄີຍທຳທຸລະກິດເຄືອຂ່າຍມາກ່ອນ ທັ້ງເຄີຍເຈັບຕົວ ເຄີຍຜິດຫວັງ ເຄີຍຫລົ້ມເຫລວ ຫລືອາດຈະເຄີຍທຳເງີນໄດ້ບ້າງ ແຕ່ຍັງບໍ່ປະສົບຄວາມສຳເລັດ ຫລື ອາດຈະເປັນຜູ້ທີ່ກຳລັງທຳ ທຸລະກິດເຄືອຂ່າຍຢູ່ ແຕ່ຍັງລຸ່ມໆລວຍໆບໍ່ໄປຮອດໃສເທື່ອ

ຄວາມຈິງແລ້ວຜູ້ມຸ່ງຫວັງກຸ່ມນີ້ເປັນກຸ່ມຜູ້ມຸ່ງຫວັງທີ່ມີຄຸນນະພາບໃນການທຳການຕະຫລາດດ້ວຍຢ່າງຍີ່ງ ເພາະເຂົາສົນໃຈທຸລະກິດເຄືອຂ່າຍ ສົນໃຈໃນໂອກາດທາງທຸລະກິດຂອງເຈົ້າ ພວກເຂົາຕ້ອງການຂໍ້ມູນເພີ້ມເຕີມກ່ຽວກັບຜະລິດຕະພັນທຸລະກິດຂອງເຈົ້າ ເພາະພວກເຂົາຄຸ້ນເຄີຍກັບການທຳທຸລະກິດເຄືອຂ່າຍ ຫລືສີ່ງທີ່ເຈົ້ານຳສະເໜີໃຫ້ພວກເຂົາແລະທີ່ສຳຄັນກໍ່ຄື ເຂົາເຄີຍລົງທືນມາແລ້ວ ຈິງງ່າຍກວ່າທີ່ລົງທືນອີກຄັ້ງໃນໂອກາດທີ່ດີກວ່າທີ່ເຈົ້າກຳລັງມອບໃຫ້

ເຈົ້າຈະເຫັນໄດ້ວ່າໂອກາດທີ່ຜຸູ້ມຸ່ງຫັງທີ່ມີຄຸນນະພາບໃນການທຳການຕະຫລາດດ້ວຍນັ້ນຈະປ່ຽນມາເປັນຜູ້ຮ່ວມທຸລະກິດຂອງເຈົ້ານັ້ນມີສູງກ່ວາຄົນທົ່ວໄປໆ ເພາະເຂົາຮູ້ວ່າຕົວເອງກຳລັງເຮັດຫຍັງຢູ່ ແລະຮູ້ວ່າໂອກາດທາງທຸລະກິດຂອງເຈົ້າຈະສ້າງປະໂຫຍດຫຍັງໃຫ້ເຂົາໄດ້ແດ່ ແຕ່ກໍ່ບໍ່ໜາຍຄວາມວ່າຜູ້ມຸ່ງຫວັງທີ່ມີຄຸນນະພາບທຸກຄົນຈະເຂົ້າຮ່ວມທຸລະກິດຂອງເຈົ້າ ເຈົ້າຈະຕ້ອງຮຽນຮູ້ອີກວ່າ ຈະເຮັດແນວໃດໃຫ້ດຶງດູດຜູ້ມຸ່ງຫວັງເຫລົ່ານີ້ມາໄດ້




ມີນັກທຸະລະກິດເຄືອຂ່າຍຫລວງຫລາຍທີ່ສູນເສຍຜູ້ມຸ່ງຫວັງທີ່ມີຄຸນນະພາບໃນມື ເພາະເຂົາໃຊ້ເທັກນິກໃນການຂາຍທີ່ຜິດພາບ


ເຊັ່ນການຕາມຈີ້ເພື່ອຂາຍໂອກາດທາງທຸລະກິດໃຫ້ໄດ້ ຫລືການຂາຍໂອກາດທາງທຸລະກິດໃຫ້ໂດຍບໍ່ມີການສ້າງຄວາມສຳພັນກັນມາກ່ອນ

ສີ່ງສຳຄັນໃນການເລີ້ມຕົ້ນທຳທຸລະກິດເຄືອຂ່າຍໃຫ້ປະສົບຄວາສຳເລັດຄືເຈ້າຕ້ອງຮູ້ຈັກວິທີການສ້າງລາຍໄດ້ຊື້ຜູ້ມຸ່ງຫວັງຂອງຕົວເອງຊື່ງອາດຈະຕ້ອງໃຊ້ເວລາ\ ຄ່າໃຊ້ຈ່າຍທີ່ຫລາຍໃນຕອນທີ່ເລີ້ມຕົ້ນ ແຕ່ເປັນການລົງທືນທີ່ດີເພື່ອທຸລະກິດຂອງເຈົ້າ ເພາະເຈົ້າຈະຮຽນຮູ້ວິທີການສ້າງລາຍຊື່ຜູ້ມຸ່ງຫວັງຂອງເຈົ້າເອງ ເຈົ້າອາດຈະໄດ້ພົບກັບຜູ້ມຸ່ງຫວັງທີ່ຈະກາຍເປັນເຄື່ອງຈັກແຫ່ງຄວາມສຳເລັດຕະຫລອດເວລາ

ບໍ່ວ່າເຈົ້າຈະຢູ່ໃນຊ່ວງຮຽນຮູ້ໃນການສ້າງລະບົບຂອງເຈົ້າເອງ ເຈົ້າອາດຈະໃຊ້ຜູ້ມຸ່ງຫວັງເຈົ້າຄຸນນະພາບດີຈາກ ການປະຊຸມກ່ຽວກັບທຸລະກິດເຄຶອຂ່າຍ ຫລື ງານສະແດງສີນຄ້າຂອງບໍລິສັດເຈົ້າ ຫລືຈາກກິດຈະກຳຂອງຜູ້ທີ່ສົນໃຈໃນການຮຽນຮູ້ກ່ຽວກັບໂອກາດທາງທຸລະກິດຂອງເຈົ້າກໍ່ໄດ້

ນອກຈາກນີ້ເຈົ້າຍັງສາມາດໃຊ້ອິນເທີແນັດເພື່ອເກັບຂໍ້ມູນເພື່ອຕິດຕໍ່ກັບຜູ້ມຸ່ງຫວັງຄຸນນະພາບດີ ທີ່ລົງທະບຽນຮັບຈົດໜາຍຂ່າວສານໃນເວັບໄຊຂອງເຈົ້າຫລື ຈາກບລອກຂອງເຈົ້າ ຫລື ຜ່ານທາງໂຄສະນາໃນ Google Adwords ຫລືຈາກໂຄສະນາອອນໄລຂອງເຈົ້າ

ສີ່ງສຳຄັນທີ່ສຸດທີ່ຈະຊ່ວຍໃຫ້ເຈົ້າປະສົບຄວາມສຳເລັດໄດ້ຈິງໆກໍ່ຄື ຈົ່ງຮຽນຮູ້ແລະແຍກໃຫ້ອອກວ່າເຈົ້າຈະ Sponsor ໃຜກັນແທ້ ລະຫວ່າງຄົນ 2 ກຸ່ມ ແລະໃຜຈະເປັນຊຸບເປີສະຕາຂອງເຈົ້າ (ຜູ້ມຸ່ງຫວັງຄຸນນະພາບດີທີ່ເຈົ້າຕ້ອງການ)

ຄລິກທີ່ປຸ່ມ Facebook share ເພື່ອແບ່ງປັນບົດຄວາມດີໆນີ້ໃຫ້ກັບເພື່ອນຫລື ທີມງານຂອງເຈົ້າ ຫລື Tweet ບົດຄວາມນີ້ໃນ Twitter ເພື່ອເພີ່ມຄຸນຄ່າໃຫ້ກັບຕົວເອງໃນສາຍຕາຄົນອື່ນໆ


Comment ໃຫ້ຂ້ອຍໄດ້ຮັບຊາບເຖີງຄວາມຄິດທີ່ຢອດຢ້ຽມຂອງເຈົ້າດ້ານລຸ່ມນີ້ເດີ

ແດ່ຄວາມສຳເລັດຂອງເຈົ້າ…



ທອງຈັນ ພົນທະຈັກ

Tags: attactiomn marketing, mike dillar, mlm,ການ sponsor, ການຕະຫລາດອອນໄລ, ການເວົ້າຊວນຄົນທໍາທຸລະກິດ, ການຂາຍຕົງທີ່ດີທີ່ສຸດ, ທຸລະກິດອອນໄລ, ທຸລະກິດເຄືອຂ່າຍ, ວິທີການຊວນຄົນ, ວິທີການທໍາ MLM, ວິທີການສະໜັກຄົນ, ເທັກນິການທໍາMLM

วันเสาร์ที่ 12 กุมภาพันธ์ พ.ศ. 2554

19 ເຄັດລັບການເລືອກ ທຸລະກິດເຄືອຂ່າຍ MLM ຂາຍຕົງທີ່ດີທີ່ສຸດ




ຂໍ້ຫ້າມ: ກົດຂໍ້ບັງຄັບຫຍັງທີ່ບໍ່ລິສັດທີ່ເຈົ້າເຮັດໄດ້ວາງເອົາໄວ້ກ່ຽວກັບການາຂາຍສີນຄ້າແລະການທຳການຕະລາດ ບາງທຸຸລະກິດບໍ່ອານຸຍາດໃຫ້ເຈົ້າໃຊ້ຊື່ບໍລິສັດຫລືສີນຄ້າໃນການໂຄສະນາໄດ້ເລີຍ ແລະເຈົ້າບໍ່ສາມາດຮ້ອງຮຽນຫຍັງໄດ້ ເພາະການມີກົດໜາຍຮັບຮອງ

ແຜນການຈ່າຍຜົນຕອບແທນ: ແຜນການຈ່າຍຕອບແທນຢູ່ໃນຮູບແບບໃດ? ເຈົ້າໄດ້ສຶກສາແລະກວດສອບເບີ່ງຫລືຍັງວ່າມັນຄູ້້ມຄ່າກັບເວລາຂອງເຈົ້າທີ່ຈະໃຊ້ໃນການສ້າງທຸລະກິດເຄືອຂ່າຍຫລືບໍ່ ດຽວນີ້ສ່ວນຫລາຍເຈົ້າສາມາດເບີ່ງລາຍລະອຽດໄດ້ທາງເວັບໄຊ ຫລື ດາວໂຫລດມາສຶກສາໄດ້ຈາກທາງອິນເທີແນັດ ມັນຈິງເຮັດໃຫ້ງ່າຍທີ່ຈະປຽບທຽບ

ຜະລິດຕະພັນ: ມີໃຫ້ເລືອກຫລວງຫລາຍຊໍ້າໃດ? ບໍລິສັດມຸ່ງສ້າງພຽງຕົວດຽວຫລືສ້າງທາງເລືອກໃຫ້ລູກຄ້າໄດ້ຫລວງຫລາຍ ສຸດທ້າຍແລ້ວຂື້ນຢູ່ກັບເຈົ້າໃນການທີ່ຈະເລືອກ ຊື່ງມີຂໍ້ດີທັ້ງສອງແບບ

ຄວາມຮັກ: ເຈົ້າຮັກຜະລິດຕະພັນຂອງເຈົ້າຫລືບໍ່? ນີ້ຄືສີ່ງທີ່ສຳຄັນທີ່ສຸດຢ່າງໜື່ງ ໃນຄວາມສຳເລັດໃນການທຳທຸລະກິດເຄືອຂ່າຍ MLM ຂາຍຕົງ ເຈົ້າສາມາດທີ່ຈະເປັນມືໃໜ່ ໃນທຸລະກິດ ແຕ່ສາມາດສະມັກດາວໄລນເຂົ້າຮ່ວມທີມໄດ້ຢ່າງບ້າຄັ່ງ ຖ້າເຈົ້າຫລົງໄຫລໃນຜະລິດຕະພັນ ແລະຮູ້ວ່າມັນ Work!

ຄວາມຖຶກຕ້ອງ: ເຈົ້າຄົງບໍ່ຕ້ອງການທີ່ຈະສ້າງທຸລະກິດຈົນປະສົບຄວາມສຳເລັດຢ່າງຫຼາຍ ແຕ່ມາພົບພາຍຫລັງວ່າຜະລິດຕະພັນຂອງເຈົ້ານັ້ນມີບັນຫາກັບ ອ.ຍ ຈົນຖຶກສັ່ງປິດ

ຄອບຄົວ: ນີ້ຄືສີ່ງທີ່ເພື່ອນແລະຄອບຄົວຂອງເຈົ້າຈະສະໜັບສະໜູນຫລືບໍ່? ເຂົາອາດຈະສົນໃນທຸລະກິດທີ່ເບີ່ງດີກ່ວາ ຫລື ລັງກຽດທຸລະກິດເຄືອຂ່າຍ ບໍ່ມັກການຊວນຄົນ ການທຸລະກິດມັນຢາກຖ້າລະວັງຂໍ້ຄວນລະວັງຕ່າງໆໄວ້ກ່ອນ ກັບຕົວເຈົ້າກ່ອນ

ເຈົ້າຂອງ: ໃຜເປັນຜູ້ບໍລິຫານຂອງບໍລິສັດ? ເຂົາມີປະຫວັດການທຳງານທີ່ປະສົບຄວາມສຳເລັດ ມີຄວາມຊື່ສັດ ມີຄຸນນະທັມຫລືບບໍ່? ເຂົາເປັນຄົນທີ່ເຈົ້າຈະແນະນຳໃຫ້ຍາດພີ່ນ້ອງ ເພື່ອນຝູຸງຂອງເຈົ້າໄດ້ຮູ້ຈັກ ໂດຍບໍ່ຕ້ອງລັງເລກ່ອນຫລືບໍ່? ນີ່ຄືສີ່ງທີ່ສຳຄັນທີ່ບໍ່ຄວນພາດ

Online Vs Offline: ນີ້ຄືປັດໃຈທີ່ສຳຄັນທີ່ສຸດຂໍ້ຫນື່ງທີ່ເຈົ້າຈະຕ້ອງຄິດຍາວໆວ່າ ເຈົ້າຈະສາມາດທີ່ຈະສ້າງທຸລະກິດຈາກທີ່ບ້ານອັນແສນອົບອຸ່ນຂອງເຈົ້າເປັນຫລັກ ຫລືເຈົ້າມັກຫລາຍກວ່າທີ່ຈະອອກໄປສ້າງທຸລະກິດນອກບ້ານ ເພື່ອທີ່ຈະໄດ້ພົບປະຜູ້ຄົນຫລາຍກ່ວາ ເປັນສ່ວນໃຫຍ່? ເຈົ້າຮູ້ຈັກຕົວເຈົ້າເອງດີກວ່າໃຜທັ້ງໜົດ ດັ່ງນັ້ນ ວາງແຜນໃຫ້ຕົວເຈົ້າໄດ້ເລີ້ມຕົ້ນສ້າງແລະລົງມືທຳໃຫ້ປະສົບຄວາມສຳເລັດ

Residual Income: Residual Income ແບບໃດທີ່ເຈົ້າຕ້ອງການ? ບາງຜະລິດຕະພັນ ມີອາຍຸການໃຊ້ງານສັ້ນ ແລະ ເຈົ້າເຕັມໃຈທີ່ຈະຍອມຮັບມັນ ແຕ່ເຈົ້າອາດຈະຮູ້ສຶກປະຫລາດໃຈກັບທຸລະກິດທີ່ສາມາດສ້າງລາຍໃຫ້ລາຍໄດ້ທີ່ຢືນຢາວໄດ້

ຄວາມງ່າຍ: ແຜນຂອງບໍລິສັດແລະສີນຄ້າທີ່ເຈົ້າຮ່ວມທຸລະກິດນັ້ນເປັນຫຍັງທີ່ເຂົ້າໃຈໄດ້ງ່າຍບໍ່? ນີ້ເປັນສີ່ງທີ່ເຈົ້າອາດບໍ່ສົນໃຈໃນທຳອິດ ແຕ່ເປັນສີ່ງທີ່ສຳຄັນທີ່ເຈົ້າອາດເບີ່ງຂ້າມບໍ່ໄດ້ ເພາະຍີ່ງໜັ່ນເຂົ້າໃຈງ່າຍຫລາຍເທົ່າໃດ ການທຳງານເພື່ອສູ່ຄວາມສຳເລັດກໍ່ຍີ່ງຫລາຍຂື້ນເທົ່ານັ້ນ ເວົ້າງ່າຍໆກໍ່ຄື '' ເຮັດໃຫ້ທຸກຢ່າງມັນງ່າຍເຂົ້າວໄວ້''

ເວລາ: ເຈົ້າຈະຕ້ອງຍອມຮັບຄວາມຈິງວ່າ ບາງໂອກາດທາງທຸລະກິດນັ້ນ ເວລາເຫັນສີ່ງສຳຄັນຫລາຍ ຖ້າເຈົ້າໃຫ້ເວລາໄດ້ໜ້ອຍ ມັນຈະບໍ່ເໜາະກັບເຈົ້າປານໃດ ແຕ່ຖ້າເຈົ້າຊອກຫາໄປເລື້ອຍໆ ຈະມີຕົວເລືອກຫລວງຫລາຍໃຫ້ເຈົ້າໄດ້ພິຈາລະນາ

Duplication (ການທຳຊໍ້າ): ການເຮັດໃຫ້ທີມງານເຮັດໄດ້ເໜືອນທີ່ເຈົ້າເຮັດມັນງ່າຍຊໍ້າໃດ? ສອນໃຫ້ທີມງານເຈົ້າເຮັດໄດ້ແລະຊ່ວຍໃຫ້ເຂົາເຕີບໃຫຍ່ເໜືອນທີ່ເຈົ້າເຕີບໃຫຍ່ ບາງທຸລະກິດກໍ່ຍາກທີ່ຈະທຳຕາມໄດ້ ແຕ່ຖ້າເຈົ້າຈິງໃຈໃນການຊ່ວຍເຫລືອຜູ້ຄົນແລ້ວ ຂ້ອຍເຊື່ອວ່າເຈົ້າສາມາດສອນໃຫ້ທີມງານຂະຫຍາຍທຸລະກິດໄດ້

Training(ການຝຶກສອນ): ມີບໍລິສັດຫລວງຫລາຍທີ່ຜິດພາບຢ່າງຈິງຈັ່ງໃນການຝຶກສອນນັກທຸລະກິດ ສອນຫລາຍເຈົ້າຈະຕ້ອງເເພີ່ງພາການສອນງານຈາກອັບໄລນ ຫລື ຣຽນຮູ້ເອົາເອງ... ບໍ່ແມ່ນຮຽນຮູ້ຈາກບໍ່ລິສັດທີ່ເຈົ້າເຂົ້າຮ່ວມ ນີ້ເປັນສີ່ງສຳຄັນຫລາຍຕໍ່ຄວາມສຳເລັດຂອງເຈົ້າ ເພາະຖ້າເຈົ້າບໍ່ຮູ້ວິທີ ບໍ່ມີທັກສະທີ່ຈະສ້າງລາຍໄດ້ ຂາຍຂອງ ຫລື ຊວນຄົນໄດ້ ເຈົ້າຍ່ອມຈະບໍ່ມີລາຍໄດ້ ນີ້ອາດຈະເປັນສີ່ງທີ່ທ້າທ້າຍເຈົ້າຫລາຍທີ່ສຸດ ໂດຍສະເພາະຢ່າງຍີ່ງ ຖ້າເຈົ້າຍັງໃໜ່ໃນທຸລະກິດເຄືອຂ່າຍ...

ໜີ້ສີນ: ທຸລະກິດເຄຶອຂ່າຍຂາຍຕົງ MLM ກໍ່ເໜືອນ ທຸລະກິດທັ້ງຫລາຍ ນັກທຸລະກິດທີ່ຫາເລີ້ມຕົ້ນຈະບໍ່ປະສົບຄວາມສຳເລັດຢ່າງງ່າຍແລະວ່ອງໄວ ແລະ ຖ້າເຈົ້າຫາເລີ້ມຕົ້ນສ້າງດາວໄລນໄດ້ພຽງແຕ່ 6 ເດືອນແລ້ວບໍລິສັດຫລົ້ມລະລາຍ ມັນຄົງຍາກທີ່ຈະທຳໃຈຍອມຮັບໄດ້

ປະຫວັດຄວາມເປັນມາ: ບໍລິສັດຂອງເຈົ້າເປີດຕົວມາເຫີງປານໃດ? ເຈົ້າຮູ້ຫຍັງແດ່ກ່ຽວກັບຄວາມສຳເລັດຂອງບໍລິສັດ ມີການໄດ້ຮັບລາງວັນເຊີດຊູຫຍັງແດ່ ນີ້ຄືສີ່ງທີ່ເຈົ້າຈະຕ້ອງຟ້າວຄົ້ນສຶກສາ

ການໃຫ້ກຳລັງໃຈ: ການມີລາງວັນໂບນັດໃຫ້ກັບຜູ້ທີ່ສ້າງຜົນລັບໄດ້ຢ່າງຢອດຢ້ຽມໃຫ້ກັບບໍລິສັດ ຈະເປັນກຳລັງໃຈໃຫ້ກັບນັກທຸລະກິດເປັນຢ່າງຍີ່ງເຊັ່ນດຽວກັບສຸຂະພາບທີ່ດີຈາກການໃຊ້ຜະລິດຕະພັນຂອງບໍລິສັດ ມີບໍລິສັດຫລວງຫລາຍທີ່ສ້າງທຸລະກິດເທີງພື້ນຖານຂອງການໃຫ້ກຳລັງໃຈແບບນີ້ຖ້າເຈົ້າຕ້ອງການ

Commission: ເຈົ້າຈະໄດ້ຮັບ Commission ໄວທີ່ສຸດຊໍ້າໃດ ລາຍສັບດາ ຫລື ລາຍເດືອນ ນີ້ຄືສີ່ງສຳຄັນທີ່ບໍລິສັດຕ່າງໆເກືອບບໍ່ໄດ້ສົນໃຈເລີຍ ນັກທຸລະກິດບາງຄົນຕ້ອງການເງີນໄວໆ ສ່ວນຫລາຍຂ້ອຍວ່າເປັນແບບນັ້ນ ແຕ່ບໍລິສັດສ່ວນໃຫຍ່ຈ່າຍແບບລາຍເດືອນ ຊື່ງເຮັດໃຫ້ເຈົ້າບໍ່ມີສະພາບຄ່ອງຈາກກະແສເງີນສົດທີ່ກ່ວາຈະໄດ້ມາ ອາດເຮັດໃຫ້ເຈົ້າຫລົ້ມເຫລວຕັ້ງແຕ່ເລີ້ມຕົ້ນໄດ້ເລີຍ

YOU: ເຄັດລັບສຸດທ້າຍນີ້ເປັນຂໍ້ທີີ່ຂ້ອຍຄິດວ່າສຳຄັນທີ່ສຸດ ຕໍ່ໃຫ້ເອົາ 18 ຫົວຂໍ້ກ່ອນໜ້ານີ້ມາຮ່ວມກັນ ຍັງບໍ່ເທົ່າຂໍ້ນີ້ຂໍ້ດຽວ ການຈະທຳທຸລະກິດເຄືອຂ່າຍ ໃຫ້ປະສົບຄວາມສຳເລັດນັ້ນ ຄົນທີ່ຈະຂັບເຄື່ອນທຸກສີີ່ງທຸກຢ່າງຄືເຈົ້າ Yes It's YOU! ເພາະເຈົ້າຄືຄົນໆທີ່ຈະທຳໃຫ້ທຸລະກິດປະສົບຄວາມສຳເລັດລະເບີດເຖີດເທີງກໍ່ໄດ້ ຫລືຈະເຮັດໃຫ້ຫລົ້ມເຫລວຕັ້ງແຕ່ຍັງບໍ່ເລີ້ມເຮັດຫຍັງເລີຍກໍ່ໄດ້
ໜ້າທີາສຳຄັນຂອງເຈົ້າຈິງໆກໍ່ຄື ພັດທະນາທັກສະທີ່ສຳຄັນໃນການທີ່ຈະຊ່ວຍໃຫ້ເຈົ້າປະສົບຄວາມສຳເລັດໃນທຸລະກິດເຄືອຂ່າຍ.


ຈາກທັ້ງໜົດທີ່ກ່າວມາ...
ໃຊ້ເວລາຂອງເຈ້ົ້າໃຫ້ເຕັມທີ່ ບໍ່ມີໃຜບອກໃຫ້ເຈົ້າຕັດສີນໃຈທັນທີ ບາງຄົນໃຊ້ເວລາເປັນເດືອນໃນການຄົ້ນຫາບໍລິສັດທີ່ຖຶກຕ້ອງຂອງເຂົາ ໃນທີ່ສຸດແລ້ວມັນຄືຊີວິດຂອງເຈົ້າທີ່ເຈົ້າຕ້ອງຮັບຜິດຊອບທຸກ
ຢ່າງເອງ ບໍ່ຈຳເປັນທີ່ຈະຕ້ອງຟ້າວ ແຕ່ເຖີງແນວໃດເຈົ້າກໍ່ຕ້ອງເລີ້ມຕົ້ນກ້າວທຳອິດ ແລະຂ້ອຍຂໍຈູງມືເຈົ້າເດີນໃນທາງທີ່ຖຶກທີ່ຄວນເຮັດກັບເງີນທີີຫາມາໄດ້ຍາກສຳລັບເຈົ້າ

ແດ່ຄວາມສຳເລັດຂອງເຈົ້າ

ໂຄ້ດຜູ້ເຄີຍຢ້ານກວາທີ່ຈະຊ່ວຍໃຫ້ເຈົ້າປະສົບຄວາມສຳເລັດ
ປລ 1: ຖ້າເຈົ້າຮູ້ສຶກໄດ້ຄຸນຄ່າ ຈາກການອ່ານບົດຄວາມນີ້ ສະໜັກເຄັດລັບການກັບສ້າງລາຍໄດ້ 7 ຫລັກຖໂດຍການ ສົ່ງອີເມລ ຫາຂ້ອຍ (khamla2000@hotmail.com)ແລ້ວຂ້ອຍຈະສົ່ງກັບຂໍ້ມູນດີໆໃຫ້ກັບຟຮີ.