ค้นหาบล็อกนี้

วันพฤหัสบดีที่ 9 มกราคม พ.ศ. 2557

ເພື່ອນຢ້ານຂາຍຕົງ



ຖ້າ​ເຮົາ​ໜັ້ນ​ໃຈ​ວ່າ​ເຮົາ​ວາງ​ຕົວ​ດີ ກໍ່​ຢ່າ​ຢ້ານ​ຈົນ​ເກີນ​ໄປ ພະຍາຍາມ​ທຳ​ໃຫ້​ວິຖີ​ຊີວິດ​ຂອ​ງ​ເຮົາ​ເຫມືອນ​ເດີມ​ໃຫ້​ຫລາຍ​ທີ່​ສຸດ ​ເຮົາ​ພຽງ​ແຕ່​ເຫລົ່າ​ເລື້ອງ​ຊີວິດ​ປະຈຳ​ວັນ​ທີ່​ປ່ຽນ​ແປງ ຄວາມ​ສຸກ​ທີ່​ໄດ້​ຮັບ​ຈາກ​ການ​ໃຊ້​ສີນ​ຄ້າ​ກ່ອນ ຢ່າ​ໄປ​ປະກາດ​ວ່າ ນັບ​​ແຕ່​ວັນ​ນີ້ ຂ້ອຍ​ເປັນ​ນັກທຸລະກິດ​ຫມໍ​ເສັງ ທຸ​ກຄົນ​ຈະ​ຢ້ານ​ໄປ​ຫມົດ ທຸຸກຄົນ​ອາດ​ຈະ​ເບີ່​ງຈາ​ກປະສົບ​ການ​ເກົ່າ​ທີ່​ໄດ້​ຮັບ​ມາ ຄົນ​ທີ່​ທຳ​ທຸລະ​ກິດ​ປະ​ເພດ​ນີ້​ຈະ​ຕ້ອງ​ມາ​ຕື້​ເຮົາ​ເຂົ້າ​ແລ້ວ ຈະ​ຕ້ອງ​ມາ​ບັງຄັບ​ເຮົາ​​ເຂົ້າ​ແລ້ວ ຈະ​ຕ້ອງ​ມາ​ຢັດຢຽດ​ສີນ​ຄ້າ​ໃຫ້​ເຮົາ​ແລ້ວ ​ແລ້ວ​ທຸກ​ຄົນ​ກໍ່​ຈະ​ຢ້ານ​ກົວ​ທີ່​ຈະ​ພົບ​ເຮົາ ​ເພ​າະສະ​ນັ້ນ​ໃຫ້​ທຳ​ຕົວ​ສະບາຍໆ ​ເລີ້ມ​ຈາກ​ເພື່ອນ​ສະ​ນິດ ດີ​ແລ້ວ​​ແຫລະ ​ໃຫ້​ເລີ້ມ​ຕົ້ນ​ຈາກ​ຜະລິດ​ຕະພັນ​ທີ່​ເຮົາ​ໃຊ້​ເອງ​ແລະມັກ​ກ່ອນ. ຢ່າ​ກົດ​ດັນ ວິທີ​ການ​ງ່າຍໆ ​ເລີ້ມ​ຕົ້ນ​ຄົນ​ສະ​ນິດ​ກັນ​ຮັກ​ກັນ ​ຄົນ​ທີ່​ເຂົາ​ມັກ​ເຮົາ ​ແລ້ວ​ກໍ່​ເຫລົ່າ​ໃຫ້​ເຂົາ​ຟັງ ວ່າ​ເຮົາ​ໃຊ້​ຕົວ​ນີ້​ແລ້ວ​ດີ​ຂື້ນ ​ແຕ່​ເຮົາ​ຈະ​ຕ້ອງ​ເບີ່​ງດີ​ຂື້ນ​​ເດີ ຂ້ອຍ​ຂ້ອນ​ຂ້າງ​ໜັ້ນ​ໃຈ​ຄົນ​ທີ່​ໃຊ້​ສີນ​ຄ້າ​ຫມໍ​ເສັງ ​ແລະ​ຕັ້ງ​ໃຈ​ຈະ​ເບີ່​ງ​ແຍງ​ຕົວ​ເອງ​ໃຫ້​ດີ​ຈິງໆ ຈະ​ມີ​ຄວາມ​ປ່ຽນ​ແປງ​ທີ່​ເພື່ອນໆ​ຈະ​ທັກ​ຂື້ນ ​ເລີ້ມ​ຕົ້ນ​ຈາກ​ເຮົາ​ເບີ່​ງ​ແຍງ​ຕົວ​ເອງ ​ເບີ່​ງ​ແຍງ​ສຸຂະ​ພາບ​ຕົວ​ເອງ ຜີວພັນ​ຂອງ​ຕົວ​ເອງ ​ແມ້ກະທັ້ງຫັດ​ຮຽນ​ຮູ້​ທີ່​ຈະ​ແຕ່ງ​ໜ້າ​ໃຫ້​ເປັນ​ທຳ​ມະ​ຊາດ ​ແລ້ວ​ກໍ່​ສວຍ​ຂື້ນ​ແບບ​ເປັນ​ທຳ​ມະ​ຊາດ ຈະ​ຕ້ອງ​ມີ​ຄຳ​ທັກ​ຈາກ​ເພື່ອນ​ແນ່ນອນ ​ແລະ​ຄຳ​ທັກ​ນີ້ ຈະ​ຖື​ວ່າ​ເພື່ອນ​ເປັນ​ຄົນ​ເປີດ​ປະ​ເດັນ ຊື່​ງ​ດີກ​ວ່າ​ຕົວ​ເຮົາ​ເປັນ​ຄົນ​ເປີດ​ປະ​ເດັນ ມັນ​ຢູ່​ທີ່​ການ​ປ່ຽນ​ແປງ​ຈາກ​ຕົວ​ເຮົາ ​ເຂົາ​ຈະ​ຖາມ​ເຮົາ​ວ່າ​ໄປ​ເຮັດ​ຫຍັງມາ​ຄື​ວ່າ​ສວຍ​ຂື້ນ ຄົນ​ເຮົາ​ພຽງ​ແຕ່​ລຸກ​ຂື້ນ​ມາ​ເບີ່​ງ​ແຍງ​ຕົວ​ເອງ ພາຍ​ໃນ ອາທິດ ສອງ​ອາທິດ ​ເຮັດ​ຊົງ​ຜົມ​ໃຫມ່ ປັບ​ໃຫ້​ເບີ່​ງທັນ​ສະ​ໄຫມ​ຂື້ນ ​ແຕ່ງ​ຕົວ​ໃຫ້​ເບີ່​ງທັນ​ສະ​ໄຫມ​ຂື້ນ ​ເບີ່​ງ​ແຍງ​ຮູບ​ຮ່າງ​ໃຫ້​ເບີ່​ງດີ​ຂື້ນ​ກະ​ຊັບ​ຊື້​ນ ອອກກຳລັງ​ກາຍ ກິນຜະລິດ​ຕະພັນ​ເສີມ​ອາຫານ​ທີ່​ດີ ລອງ​ເປັນ​ຄົນ​ຫັດ​ແຕ່ງ​ໜ້າ ຢ່າງ​ປາ​ນີດ ​ໃຫ້​ເປັນ​ທຳ​ມະ​ຊາດ​ດ້ວຍ​ມຸກ​ທອງ ​ໃສ່​ໃຈ​ສຸຂະພາບ​ຕົວ​ເອງ ພຽງ​ເທົ່າ​ນີ້ ທານ​ຢາ​ຫມໍ​ເສັງ​ດ້ວຍ​ຄວາມ​ຮັກ ມີ​ກຳລັງ​ໃຈ​ໃຫ້​ຕົວ​ເອງ ​ແລ້ວ​ເພື່ອນ​ຈະ​ຝາກ​ຊື້​​ເອງ ຈິງ​ໆ​ແລ້​ວຜະລິດ​ຕະພັນ​ຂອງ​ຫມໍ​ເສັງ​ເປັນ​ທີ່​ຮູ້ຈັກ​ຂອງ​ຄົນ​ລາວ ​ແລະ ​ໄທ​ມາ​ນານ ​ແຕ່​ວ່າ​ມັນ​ຫາ​ຊື້​ຢາກ ​ເປັນຫຍັງ​ບໍ່​ຂາຍ​ທີ່​ຕະຫລາດ ​​ເຮົາ​ກໍ່​ອະທິບາຍ​​ໃຫ້​ເຂົາ​ຟັງ ​ເຮົາ​​ເປັນ​ທຸລະ​ກິດ​ເຄືອ​ຂ່າຍ ​ເພາະສະ​ນັ້ນ​ສີນ​ຄ້າ​ຂອງ​ເຮົາ​ເປັນ​ທີ່​ຮູ້ຈັກ ມີ​ຄົນ​ເຄີຍ​ໃຊ້​ແລ້ວ​ມັກ ​ເພາະສະ​ນັ້ນ​ທ່ານ​ຢ່າ​ກັງ​ວົນ​ໃນ​ປະ​ເດັນ​ນີ້ ນະໂຍບາຍຂອງຫມໍເສັງເອງ ເຮົາກໍ່ໍບໍ່ພັກດັນທ່ານໄປກົດດັນເພື່ອນຢູ່ແລ້ວ ຢາກໃຫ້ທ່ານຢູ່ໃນສັງຄົມເດີມ ດ້ວຍຄວາມສຸກ ດ້ວຍຄວາມສະບາຍໃຈດີກວ່າ ຄືເວົ້າມາແນະນຳໃຫ້ປັບຕົວເອງນ້ອຍນື່ງ ແລ້ວກໍ່ເຫລົ່າເລື້ອງຈິງໃຫ້ເພື່ອນຟັງ ທ່ານກໍ່ຈະຝາກຊື້ເອງ ຖ້າຄົນເຂົາລອງໃຊ້ສີນຄ້າແລ້ວ ທຸລະກິດຈາກທຳມະຊາດ ຖ້າເກີດຈາກການມັກສີນຄ້າກ່ອນ ບໍ່ຍາກເລີຍ ເຮົາຈະໄດ້ປະໂຫຍດທັ້ງສອງຝ່າຍ ຕົວເຮົາກໍ່ໄດ້ປະໂຫຍດ ເພື່ອນທີ່ຟັງເຮົາກໍ່ໄດ້ປະໂຫຍດໄປດ້ວຍ ອີກຈຸດນື່ງ ຖ້າເພື່ອນໃຊ້ແລ້ວມັກຈິງໆນີ້ ເຮົາຄ່ອຍໆໃຫ້ເຂົາເຫັນທຸລະກິດ ແບບທີ່ບໍ່ເປັນທຸລະກິດກ່ອນ ກໍ່ຄືວ່າລອງໃຫ້ເພື່ອນໃຊ້ແລ້ວມັກນີ້ ໃຫ້ເຂົາໄປເລົ່າຕໍ່ ບາງຄັ້ງຖ້າເຂົາເຫັນລາຍໄດ້ແມ້ພຽງເລັກນ້ອຍ ເຂົາຈະມອງພາບອອກວ່າມັນຮູບປະທັມທີ່ເຂົາຈັບຕ້ອງໄດ້ ເຖີງຕອນນັ້ນຄ່ອຍໄປເລົ່າໃຫ້ເຂົາຟັງວ່າ ຂະໜາດເຈົ້າບໍ່ຄິດຈະທຳຍັງມີລາຍໄດ້ເລັກໆນ້ອຍໆມາແບບນີ້ເລີຍ. ແຕ່ຖ້າເຈົ້າຄິດຈະທຳຂື້ນມາ ຈິງໆແລ້ວມີໂອກາດຫລວງຫລາຍຊື່ງມັນບໍ່ໄດ້ຍາກເກີນໄປ ມັນບໍ່ໄດ້ປ່ຽນວິຖີຊີວິດ ຄົນເຮົາຢ້ານການປ່ຽນແປງວິຖີຊີວິດ ຫລາຍຄົນບໍ່ກ້າເຂົ້າມາລອງທຸລະກິດແບບນີ້ເພາະເຂົາມີຄວາມຮູ້ສຶກວ່າເຂົາຕ້ອງປ່ຽນວິຖີຊີວິດຫລາຍຈົນເກີນໄປ ເພາະເຫັນຫລາຍຄົນເບີ່ງແລ້ວປ່ຽນຫລາຍເຫລືອເກີນ ຢ່າຢ້ານງານນີ້ຈິງໆຖ້າທຳແລ້ວຈະມີຄວາມສຸກມີຄວາມສະບາຍໃດແນ່ນອນ ບໍ່ຕ້ອງໄປປ່ຽນແປງໃຜ ແມ້ແຕ່ຕົວເອງດ້ວຍຊໍ້າ
ຂ້ອຍເຊື່ອວ່າທຸລະກິດນີ້ ເປັນທຸລະກິດທີ່ບໍ່ໄດ້ທຳໃຫ້ ສຳພັນທະພາບນີ້ມັນເສຍໄປ ກົງກັນຂ້າມເຮົາເປັນຜູ້ນຳສິ່ງດີໆໄປສູ່ຄົນອື່ນໆດ້ວຍ ຖ້າເຮົາມີວິທີການເວົ້າວິທີການວາງຕົວທີ່ເຫມາະສົມ ຈະບໍ່ສ້າງຄວາມລໍ້າບາກ ຄວາມອຶດອັດໃຈໃຫ້ກັບໃຜ ເຮົາຈະສ້າງຄວາມສະນຸກສະໜານໃນກຸ່ມເພື່ອນໆໄດ້ບໍ່ຢາກເລີຍ
ທ່ານລອງເອົາໄປປະຕິບັດເບີ່ງເດີ
ແດ່ຄວາມສຳເລັດຂອງທ່ານ

ທອງຈັນ ພົນທະຈັກ
ທີ່ປຶກສາທຸລະກິດເຄືອຂ່າຍ

ไม่มีความคิดเห็น:

แสดงความคิดเห็น