ค้นหาบล็อกนี้

วันพฤหัสบดีที่ 9 มกราคม พ.ศ. 2557

ວິທີຊ່ວຍດາວລາຍໃຫ້ເວົ້າເກັ່ງ ຮຽນຮູ້ວິທີເປີດໃຈຜູ້ມຸ່ງຫວັງ



ຄົນບາງຄົນຮຽນຈາກການຟັງຊໍ້າໆສອງສາມເທື່ອ ເຂົ້າເວົ້າໄດ້ແລ້ວ ບາງຄົນຕ້ອງຟັງເປັນສິບຄັ້ງເຖີງຈະເວົ້າໄດ້ ຄ່ອຍໆໃຫ້ຄວາມຮູ້ກັບດາວລາຍຄົນນີ້ວ່າ ເຮົານີ້ໃຫ້ເຂົາຊວນຄົນມາ ແລ້ວເຮົາກໍ່ເວົ້າໃຫ້ຟັງ ຢາກໃຫ້ນ້ອງນີ້ຕັ້ງໃຈຟັງ ເວົ້າວ່າຫຍັງ ເມື່ອທ້າຍທີ່ສຸດ ເມື່ອນ້ອງມີຄົນໃນເຄືອຂ່າຍຫລາຍໆ ທ້າຍທີ່ສຸດແລ້ວຄົນທີ່ເປັນສູນລວມຫົວໃຈ ສູນລວມຂອງຄວາມສັດທາ ຈະຕ້ອງເປັນຕົວເຈົ້າເອງ ເປັນຕົວນ້ອງເອງ ອ້າຍເປັນຖານະ ເປັນອັບລາຍ ເປັນໂຄດທີ່ຊ່ວຍນ້ອງໄດ້ໃນໄລຍະນື່ງເທົ່ານັ້ນ ແລ້ວຈັກບຶດນື່ງ ຖ້ານ້ອງສາມາດສ້າງສັດທາເອງໄດ້ ມັນຈະເຕີບໂຕໄວຫລາຍ ບໍ່ຕ້ອງມາລໍໃຫ້ອ້າຍມາຊ່ວຍທຸກຄັ້ງໄປ ເປັນຕົ້ນຄືຄ່ອຍໆໃຫ້ຄວາມຮູ້ ໃນຂະນະດຽວກັນວິທີການທີ່ຂ້ອນຂ້າງຈະດີ ບາງຄັ້ງເວລາເຮົາໄປເວົ້າ ເຮົາອາດຈະໂຍນຄຳຖາມກັບໄປໃຫ້ດາວລາຍ ມີສ່ວນເວົ້າຈັກປະໂຫຍກນື່ງ ຊື່ງໃຫ້ແນ່ໃຈວ່າເຂົາຕອບໄດ້ ຄິດວ່າເຂົາຟັງຈັກສີ່ຫ້າຫົນແລ້ວ ເຂົາກໍ່ຈະສາມາດຕອບໄດ້ ເຂົາກ້າເວົ້າເທື່ອລະປະໂຫຍກ ນີ້ຄາວທີ່ແລ້ວ ເຈົ້າມາກໍ່ພາຄົນມາປະຊຸມແມ່ນບໍ່ຄື ວິທີພາຄົນໃຫ້ກ້າເປີດປາກເວົ້າ ທຸກຄັ້ງທີ່ນັດຫມາຍຄົນ 4 ຫາ 5 ຄົນ ເຮົາເກັ່ງເຮົາເວົ້າໄດ້ ແລະຄົນຂອງເຂົາກໍ່ສະຫມັກນີ້ ກັບມາແລ້ວກໍ່ມາປຶກສາກັນກັບນ້ອງ ເວົ້າກັບດາວລາຍຄົນນີ້ ເປັນຫຍັງວັນນີ້ເຮົາທຳແລ້ວປະສົບຄວາມສຳເລັດ ເຮົາຊວນຄົນກຸ່ມນີ້ໄດ້ເພາະຫຍັງ ທີ່ຄົນນັ້ນເຂົາຖາມເພາະເຂົາກຳລັງຄິດຫຍັງຢູ່ ສີ່ງເລົ່ານີ້ເຮັດໃຫ້ດາວລາຍຄົນນີ້ຄ່ອຍໆເກັ່ງຂື້ນ ເປັນວິທີການສອນເຂົາອີກທາງນື່ງ ນີ້ເປັນວິທີການທີ່ຖຶກຕ້ອງແລະດີຫລາຍ ສະຫລຸບ ຂໍ້ທຳອິດ ເປັນຫຍັງຈິງຢາກຈະໃຫ້ເຂົາເວົ້າເອງໄດ້ໃນອານາຄົດ ທັ້ງນີ້ບໍ່ແມ່ນເພາະເຮົາຂີ້ຄ້ານ ເປັນເພາະເຂົາຈະຕ້ອງເປັນສູນລວມຂອງຈິດໃຈຂອງຄົນຂອງເຂົາເອງ ຂໍ້ທີ່ສອງ ຫາວິທີໃຫ້ເຂົາໄດ້ມີໂອກາດເວົ້າ ຖ້າເຂົາຢ້ານ ເວົ້າຈັກປະໂຫຍກ ສອງປະໂຫຍກ ຂໍ້ທີ່ສາມ ຫລັງຈາກກັບມາຈາກການໂອ້ລົມກັບຄົນແລ້ວນີ້ ມາສົນທະນາກັນວ່າ ວັນນີ້ເກີດຫຍັງຂື້ນ ເຮົາໄດ້ຮຽນຮູ້ຫຍັງກັບການຊວນຄົນກຸ່ມນີ້ແດ່ ກໍ່ຈະເປັນການທີ່ທຳໃຫ້ເຂົາໄດ້ມີໂອກາດເວົ້າ ເຮັດໃຫ້ເຂົາສາມາດແກ້ຂໍ້ຂັດແຍ້ງ ຫລື ຂໍ້ສົງໄສຫລືຂໍ້ກັງວົນຂອງເຂົາໄປ ແລ້ວເຂົາກໍ່ຈະຄ່ອຍເກັ່ງຂື້ນ ທ່ານຕ້ອງພັດທະນາດາວລາຍ ຢ່າຖີ້ມເຂົາເດີ ວັນນີ້ທ່ານຜູ້ອ່ານຄົງໄດ້ຮັບຂໍ້ຄິດແລະແນວທາງ ໃນການທີ່ທຳໃຫ້ດາວລາຍຂອງຕົວເອງເກັ່ງຂື້ນ  
ທ່ານລອງເອົາໄປປະຕິບັດເບີ່ງເດີ
ແດ່ຄວາມສຳເລັດຂອງທ່ານ

ທອງຈັນ ພົນທະຈັກ
ທີ່ປຶກສາທຸລະກິດເຄືອຂ່າຍ 

 

ไม่มีความคิดเห็น:

แสดงความคิดเห็น